ຣັຖບານອອກນະໂຍບາຍ ຄຸ້ມຄອງເງິນຕຣາ ຕ່າງປະເທດ ຫວັງແກ້ໄຂບັນຫາເງິນກີບ

ພອນ ພູມມີທອນ
2023.08.02
ຣັຖບານອອກນະໂຍບາຍ ຄຸ້ມຄອງເງິນຕຣາ ຕ່າງປະເທດ ຫວັງແກ້ໄຂບັນຫາເງິນກີບ ຣົຖທີ່ຕິດປາຍຣັຖ (ຣັຖຫລູ). ນະຄອນຫຼວງວຽງຈັນ ເດືອນເມສາ ປີ 2023.
ນັກຂ່າວ ພົລເມືອງ

ກອງປະຊຸມຣັຖບານ ປະຈໍາເດືອນ ລະຫວ່າງ ວັນທີ 24-25 ກໍຣະກະດາ 2023 ທີ່ຜ່ານມາ ພາຍໃຕ້ການເປັນປະທານ ຂອງ ທ່ານ ສອນໄຊ ສີພັນດອນ ນາຍົກຣັຖມົນຕຣີ ໂດຍ ຄະນະຣັຖບານ ໄດ້ລົງມະຕິ ສືບຕໍ່ຄຸ້ມຄອງເງິນຕຣາ ຕ່າງປະເທດ ໃຫ້ເຂັ້ມງວດ, ຄຸ້ມຄອງ ແລະ ຕ້ານການຮົ້ວໄຫລ ຂອງງົບປະມານ, ການປະຍັດ ແລະ ຕ້ານການຟຸ້ມເຟືອຍ ໂດຍສະເພາະ ການນໍາໃຊ້ຣົຖຂອງຣັຖ ເຊິ່ງເປັນຫົວຂໍ້ສໍາຄັນ ທີ່ຣັຖບານ ຕ້ອງແກ້ໄຂບັນຫານີ້ ຢ່າງຮີບດ່ວນ.

ກ່ຽວກັບເຣື່ອງນີ້ ເຈົ້າຂອງປ້ໍານ້ໍາມັນເຊື້ອໄຟ ໃນແຂວງສາຣະວັນ ກ່າວວ່າ ມາຕການຄຸ້ມຄອງເງິນຕຣາຕ່າງປະເທດ ເຊິ່ງກວມເອົາຫລາຍໆບັນຫາ ທີ່ຈະຕ້ອງແກ້ໄຂນັ້ນ ມາຮອດປັຈຸບັນ ຍັງບໍ່ເຫັນບັນຫາໃດ ຈະໄດ້ຮັບການແກ້ໄຂ ຢ່າງເປັນຮູບປະທັມ ໂດຍສະເພາະ ເຣື່ອງລາຄານ້ໍາມັນ, ລາຄາສິນຄ້າ, ນັບມື້ຈະແພງຂຶ້ນເລື້ອຍໆ. 

ດັ່ງ ເຈົ້າຂອງປ້ໍານ້ໍາມັນ ເຊື້ອໄຟຜູ້ນຶ່ງ ໃນແຂວງສາຣະວັນ ກ່າວຕໍ່ ວິທຍຸ ເອເຊັຽ ເສຣີ ໃນມື້ວັນທີ 2 ສິງຫາ ນີ້ວ່າ:

ລາຄານ້ໍາມັນແພງແດ່ ແຕ່ກ່ອນ ຊື້ຣົຖນຶ່ງ 100ກ່ວາລ້ານ ດຽວນີ້ມັນ 200 ກວ່າລ້ານ 300 ກວ່າລ້ານ ຕໍ່ 15 ພັນລິຕ ໃນຊ່ວງນີ້ແຫລະມັນຍາກ ບາດນີ້ ທຸຣະກິຈສ່ວນຫລາຍ ມັກຈະເປັນບໍຣິສັດທີ່ວ່າຕິດຫນີ້ ເອົາໂຕເກົ່າ ຊື້ໂຕໃໝ່ມາ ແລ້ວໃຊ້ຫນີ້ໂຕເກົ່າຫັ້ນນ່າ ລັກສະນະນັ້ນ.” 

ເຈົ້າຂອງປ້ໍານ້ໍາມັນເຊື້ອໄຟຜູ້ນີ້ ກ່າວອີກວ່າ ເປັນເວລາໄລຍະຫລາຍເດືອນແລ້ວ ທີ່ຣັຖບານ ອອກມາຕການຄຸ້ມຄອງເງິນຕຣາຕ່າງປະເທດ ແຕ່ບໍ່ມີການຣາຍງານເທື່ອວ່າ ມາຮອດປັດຈຸບັນ ມີການເກັບຊື້ເງິນຕຣາຕ່າງປະເທດ ໄດ້ຈໍານວນຫລາຍໜ້ອຍເທົ່າໃດແລ້ວ ເພາະຜູ້ປະກອບການທຸຣະກິຈ ທີ່ຕ້ອງນໍາເຂົ້າສິນຄ້າຈາກຕ່າງປະເທດ ກໍມີຄວາມຈໍາເປັນໃນການນໍາໃຊ້ເງິນຕຣາຕ່າງປະເທດ ເພື່ອນໍາໄປຊໍາຣະຊື້ສິນຄ້າ ເຂົ້າມາຈໍາໜ່າຍໃນລາວ. 

ຊາວລາວຜູ້ນຶ່ງ ໃນນະຄອນຫລວງວຽງຈັນ ກ່າວວ່າ ບັນຫາເຣື່ອງເສຖກິຈ-ການເງິນ ທີ່ຕົກຕ່ໍາ ຍັງກະທົບຕໍ່ ວິຖີຊີວິດ ການເປັນຢູ່ ຂອງປະຊາຊົນລາວໜັກ ໃນປັດຈຸບັນ ເຖິງແມ່ນວ່າ ຣັຖບານຈະພຍາຍາມແກ້ໄຂບັນຫາຕ່າງໆ ເພື່ອຫລຸດຜ່ອນຜົລກະທົບ ແຕ່ກະເຫັນວ່າ ຍັງເຮັດບໍ່ທັນໄດ້ດີເທົ່າທີ່ຄວນ. 

ບັນຫາເງິນເຟີ້ ເຊິ່ງເຮັດໃຫ້ລາຄາສິນຄ້າແພງຂຶ້ນ ໄດ້ສົ່ງຜົລກະທົບໄປທຸກພາກສ່ວນ ເປັນຕົ້ນ ຫົວໜ່ວຍທຸຣະກິຈ ຂນາດນ້ອຍ ທີ່ຕ້ອງປິດກິຈການໄປຖາວອນ ເພາະບໍ່ສາມາດແບກຮັບຕົ້ນທຶນໄດ້, ພະນັກງານພັກ-ຣັຖ ຊັ້ນຜູ້ນ້ອຍ ແລະ ກັມມະກອນຜູ້ອອກແຮງງານ ຕ້ອງພາກັນປະຍັດ, ໃຊ້ຈ່າຍເທົ່າທີ່ຈໍາເປັນ ເພາະໄດ້ຮັບເງິນໜ້ອຍ ແຕ່ຄ່າຄອງຊີບແພງຂຶ້ນ ເຊິ່ງຣັຖບານລາວ ກໍຍັງແກ້ໄຂບັນຫາບໍ່ໄດ້. 

ດັ່ງ ຊາວລາວຜູ້ນີ້ ກ່າວຕໍ່ ວິທຍຸເອເຊັຽ ເສຣີ ໃນມື້ດຽວກັນນີ້ວ່າ:

ຍັງໜັກຢູ່ໄດ໋ ຫົວໜ່ວຍ SME ນີ້ສ່ວນຫລາຍ ກະປິດກິຈການກັນແຖວແຫລະດຽວນີ້ ຫາກິນຕາມທັມມະຊາຕ ກະຍັງໄຄແດ່ໜ້ອຍນຶ່ງ ຜູ້ທີ່ຢູ່ໃນຕົວເມືອງ ເປັນພະນັກງານ ເປັນກັມມະກອນແທ້ ກະຍາກ ມີບັນຫາ ເປັນຜົລກະທົບ.” 

ທາງການລາວ ຍັງໄດ້ຣາຍງານວ່າ ອັຕຣາເງິນເຟີ້ ໃນເດືອນ ກໍຣະກະດາ 2023 ແມ່ນຢູ່ໃນລະດັບ 27.8% ຖືວ່າ ເປັນການຫລຸດລົງຕໍ່ເນື່ອງ ຫາກເບິ່ງຈາກຕົວເລຂເດືອນ ມີຖຸນາ ຢູ່ທີ 28.6% ແລະ ເດືອນ ພືສພາ ຢູ່ທີ 38.9% ແຕ່ລາຄາສິນຄ້າຕ່າງໆຍັງແພງຂຶ້ນ ໂດຍສະເພາະ ຫມວດສະບຽງອາຫານ ແລະ ເຄື່ອງດື່ມ ບໍ່ມີທາດເຫລົ້າ ເພີ່ມຂຶ້ນ 37.81%, ຫມວດ ຮ້ານອາຫານ ແລະ ໂຮງແຮມ ເພີ່ມຂຶ້ນ 32.8%, ຫມວດເຄື່ອງນຸ່ງ ແລະເກີບ ເພີ່ມຂຶ້ນ 28.5%, ຫມວດເຄື່ອງໃຊ້ໃນເຮືອນຄົວ ເພີ່ມຂຶ້ນ 24.7%, ຫມວດທີ່ພັກອາໄສ, ນ້ໍາປະປາ, ໄຟຟ້າ, ແລະເຊື້ອເພີງຫຸງຕົ້ມ ເພີ່ມຂຶ້ນ 16.8%. 

ເມື່ອຕົ້ນປີ 2023 ທີ່ຜ່ານມາ ຣັຖບານລາວ ຍັງໄດ້ອອກຂໍ້ຕົກ ເລຂທີ 0200/ກງ ວ່າດ້ວຍ ການກໍາຈັດ ການໃຊ້ຈ່າຍງົບປະມານຣັຖ, ການປະຢັດ ແລະ ການຕ້ານ ການຟຸ້ມເຟືອຍ ໂດຍມີຂໍ້ຫ້າມຕ່າງໆ ເຊັ່ນ ຫ້າມຈັດກອງປະຊຸມ ຂອງຣັຖບານ ຢູ່ໂຮງແຮມ, ຮ້ານອາຫານ ຍົກເວັ້ນກໍຣະນີນໍາໃຊ້ເງິນຊ່ວຍເຫລືອລ້າໆ. 

ບໍ່ໃຫ້ມີປ້າຍຄໍາຂວັນ ແລະ ດອກໄມ້ປະດັບ, ບໍ່ໃຫ້ເຊີນສື່ມວນຊົນທາງນອກມາຕື່ມ, ບໍ່ອານຸຍາດໃຫ້ຈັດງານລ້ຽງ ພາຍຫລັງຈັດກອງປະຊຸມເສັດສິ້ນ ແລະ ບໍ່ໃຫ້ຂແນງສູນກາງ ແລະ ທ້ອງຖິ່ນ ຈັດກອງປະຊຸມໃຫຍ່ ເກີນ 1 ຄັ້ງຕໍ່ປີ. ນອກຈາກນີ້ ຣັຖບານ ຍັງສືບຕໍ່ຕິດຕາມ, ກວດກາ ຣົຖຂອງຣັຖ ແລະ ສົ່ງມອບຄືນໃຫ້ຣັຖນັ້ນ ແຕ່ການປຕິບັດໂຕຈິງ ມີຄວາມຍຸ້ງຍາກຫລາຍສົມຄວນ, ເນື່ອງຈາກ ມີບາງໜ່ວຍງານຂອງຣັຖ ບໍ່ໄດ້ເອົາໃຈໃສ່ເທົ່າທີ່ຄວນ ໂດຍຕັ້ງໃຈທີ່ຈະບໍ່ສົ່ງມອບຄືນ ໃຫ້ແກ່ຣັຖບານ ຫລື ບາງໜ່ວຍງານ ກໍອ້າງວ່າ ຍັງມີຄວາມຈໍາເປັນ ຕ້ອງໃຊ້ຣົຖຂອງຣັຖ ຈຶ່ງບໍ່ສາມາດສົ່ງມອບໃຫ້ແກ່ຣັຖບານໄດ້. 

ຊາວລາວຜູ້ນຶ່ງ ໃນແຂວງຈໍາປາສັກ ກ່າວວ່າ ຢາກໃຫ້ຣັຖບານລາວ ເຂັ້ມງວດ, ເດັດຂາດ ໃນການແກ້ໄຂບັນຫາ ເຣື່ອງການນໍາໃຊ້ ຣົຖຂອງຣັຖ, ການສໍ້ຣາສບັງຫລວງ ເຈົ້າໜ້າທີ່ພັກ-ຣັຖບາງຄົນ ເພາະສັງເກດເຫັນວ່າ ເຈົ້າໜ້າທີ່ພັກ-ຣັຖບາງຄົນ ຍັງສວຍໃຊ້ ໜ້າທີ່ຕໍ່າແໜ່ງ ຂອງຕົນເອງ ໃນການນໍາໃຊ້ຣົຖ ຂອງຣັຖ ຢ່າງບໍ່ຖືກຕ້ອງ.

ດັ່ງ ຊາວລາວຜູ້ນີ້ ກ່າວຕໍ່ ວິທຍຸເອເຊັຽ ເສຣີ ໃນມື້ດຽວກັນນີ້ວ່າ:

ຍັງຢູ່ ເລັກໆນ້ອຍໆ ຍັງເຫັນຢູ່ ປະກົດການຈຸດໃດຈຸດນຶ່ງຫັ້ນນ່າ ເພາະວ່າມີແຕ່ຄົນຫາເງິນ ແບບໃສ່ຖົງໂຕເອງ ບໍ່ແມ່ນວ່າຊິເຂົ້າຣັຖ ມີແຕ່ກວດກາຄືນ ເຮັດໃຫ້ມັນຖືກຕ້ອງ ຄັນໃຜເຮັດກະຜິດຫັ້ນແລ້ວ.”

ທາງດ້ານ ເຈົ້າໜ້າທີ່ ທະນາຄານ ພັທນາເອເຊັຽ ຫລື ADB ກ່າວວ່າ ສະພາບເສຖກິຈ-ການເງິນ ຂອງປະເທດລາວ ຍັງບໍ່ທັນຟື້ນໂຕໄດ້ດີ ບວກກັບ ການລົງທຶນຂອງຕ່າງປະເທດ ຖືວ່າ ຫລຸດລົງຫລາຍສົມຄວນ ເມື່ອທຽບໃສ່ ໄລຍະກ່ອນທີ່ຈະເກີດໂຄວິດ-19 ຈຶ່ງເຮັດໃຫ້ການເກັບເງິນຕຣາ ຕ່າງປະເທດ ຫລຸດນ້ອຍລົງ ຂນະທີ່ສະພາບການທ່ອງທ່ຽວ ແລະ ບໍຣິການພາຍໃນປະເທດ ກໍຄ່ອຍໆຟື້ນໂຕໄດ້ດີ ຈາກນັກທ່ອງທ່ຽວ ເພື່ອນບ້ານ ເປັນຕົ້ນ ໄທຍ, ວຽດນາມ ແລະ ຈີນ ສະນັ້ນແລ້ວ ຣັຖບານລາວ ຕ້ອງເຂັ້ມງວດ ໃນການເກັບຊື້ເງິນຕຣາ ຕ່າງປະເທດ ໃຫ້ໄດ້ຫລາຍທີ່ສຸດ ແລະ ຕ້ອງບໍ່ໃຫ້ເກີດການຮົ່ວໄຫລ ຄືແຕ່ກ່ອນ.

ດັ່ງທ່ານກ່າວຕໍ່ ວິທຍຸ ເອເຊັຽ ເສຣີ ໃນມື້ດຽວກັນນີ້ວ່າ: 

ຄົນໄທຍ ຄົນວຽດນາມ ມາລາວຫລາຍ ກະເປັນຮູບແບບນຶ່ງ ການລະດົມເງິນຕຣາ ເຂົ້າມາພາຍໃນປະເທດ ກະຖືວ່າສ້າງຣາຍຮັບ ເຮັດໃຫ້ດຽວນີ້ ພາກການບໍຣິການ ໂຮງແຮມ, ໂຮງຫຍັງ. ເຂົາກະຍິ່ງດີຈິດ ດີໃຈ ກະຖືວ່າຍັງດີກວ່າເກົ່າ.” 

ເຈົ້າໜ້າທີ່ກະຊວງການເງິນ ກ່າວວ່າ ປັດຈຸບັນ ນາຍົກຣັຖມົນຕຣີລາວ ທ່ານ ສອນໄຊ ສີພັນດອນ ກໍໄດ້ອອກຄໍາສັ່ງ ຂໍ້ຕົກລົງ ແລະ ແຈ້ງການອີກຫລາຍສບັບ ເພື່ອຄຸ້ມຄອງເງິນຕຣາຕ່າງປະເທດ ໂດຍມີຂໍ້ສໍາຄັນຕ່າງໆ ດັ່ງນີ້ ຫ້າມຄອບຄອງເງິນຕຣາຕ່າງປະເທດ ຖ້າມີ ກໍໃຫ້ຝາກໄວ້ກັບທະນາຄານ ໃຫ້ໃຊ້ແຕ່ເງິນກີບ, ໃຫ້ຕິດປ້າຍສິນຄ້າ ໂຄສະນາຂາຍ ແລະ ຊື້ ທຸກຢ່າງ ເປັນເງິນກີບ ແລະ ນາຍຈ້າງ ຕ້ອງຈ່າຍຄ່າຈ້າງເປັນເງິນກີບ ເຊິ່ງລວມໄປເຖິງ ຕ້ານການຮົ່ວໄຫລ ຂອງງົບປະມານ, ການປະຢັດ ແລະ ຕ້ານການຟຸ່ມເຟືອຍ. 

ປັດຈຸບັນ ຣັຖບານລາວ ໄດ້ພະເຊິນກັບບັນຫາໃຫຍ່ ໃນການເກັບຊື້ເງິນຕຣາຕ່າງປະເທດ ຄວາມໝາຍຄື ຍັງເກັບຊື້ໄດ້ໜ້ອຍຫລາຍ ສືບເນື່ອງຈາກ ປະເທດລາວ ໄດ້ນໍາເຂົ້າສິນຄ້າ ອຸປໂພກ-ບໍຣິໂພກ ລວມເຖິງນ້ໍາມັນເຊື້ອໄຟ ຈາກປະເທດໄທຍ ເກືອບ 80% ຂອງສິນຄ້າທັງໝົດທົ່ວປະເທດ ໂດຍໃນໄລຍະ 6 ເດືອນ ຕົ້ນປີ 2023 ນີ້ ປະເທດລາວ ນໍາເຂົ້າສິນຄ້າ ຈາກປະເທດໄທຍ ລວມມູນຄ່າ 1,597 ລ້ານໂດລ້າຣ໌ສະຫະຣັຖ ແລະສິນຄ້າສົ່ງອອກໄປປະເທດໄທຍ ລວມມູນຄ່າ 515 ລ້ານໂດລ່າ, ເຊິ່ງຣັຖບານລາວ ຂາດດຸນການຄ້າ ໃຫ້ປະເທດໄທຍ ລວມມູນຄ່າປະມານ 1,082 ລ້ານໂດລ້າຣ໌ ໂດຍ ອັຕຣາແລກປ່ຽນ ກໍເປັນອີກປັດໄຈນຶ່ງ ທີ່ເຮັດໃຫ້ລາວຂາດດຸນການຄ້າ ກັບໄທຍຢ່າງໜັກ. 

ນອກຈາກນີ້ ກໍຊໍາຣະໜີ້ສິນ ກັບຄົນໄທຍ ຫາກເປັນຫົວໜ່ວຍທຸຣະກິຈ ຂະໜາດໃຫຍ່ ກໍຊຳຣະຜ່ານຣະບົບທະນາຄານ ທັງທະນາຄານໄທຍ ແລະ ທະນາຄານລາວ ຕາມການຕົກລົງ ຂອງທັງສອງຝ່າຍ, ສ່ວນຫົວໜ່ວຍ ທຸຣະກິຈ ຂນາດນ້ອຍ ແລະ ຂນາດກາງ ຫລື ປະຊາຊົນທົ່ວໄປ ສ່ວນໃຫຍ່ ຈະຊໍາຣະດ້ວຍເງິນສົດ ແລະ ຕ້ອງເປັນເງິນບາທເທົ່ານັ້ນ. 

ດັ່ງ ເຈົ້າໜ້າທີ່ຜູ້ນີ້ ກ່າວຕໍ່ວິທຍຸ ເອເຊັຽ ເສຣີ ໃນມື້ດຽວກັນນີ້ວ່າ.:

ເຮົາພົບບັນຫາ ແມ່ນອັນ ຜູ້ຄ້າຂອງຝັ່ງໄທຍ ເວລາເຂົາເຈົ້າຊໍາຣະສິນຄ້າ ຂະເຈົ້າບໍ່ມັກເອົາເງິນໂອນ ຂະເຈົ້າຈະມັກເອົາເງິນສົດ ຂະເຈົ້າບໍ່ຍອມຊຳຣະຜ່ານທະນາຄານຫັ້ນນ່າ. ເຮົາກະຍາກ ໃຫ້ມັນຖືກຕາມລະບຽບຫັ້ນແຫລະ ໄດ້ຫລາຍເທົ່າໃດກະແຮງດີ, ເຈົ້າ.” 

ກ່ອນໜ້ານີ້ ທະນາຄານແຫ່ງຊາຕຂອງລາວ ກໍໄດ້ກຳນົດໃຫ້ທະນາຄານທຸຣະກິຈ ແລະ ຮ້ານແລກປ່ຽນ ເງິນຕຣາຕຣາ ໃນທົ່ວປະເທດ ສາມາດຂາຍເງິນຕຣາ ຕ່າງປະເທດ ໃຫ້ກັບບຸກຄົນໄດ້ ບໍ່ເກີນ 15 ລ້ານກີບ ຕໍ່ ຄົນ ຕໍ່ມື້, ໂດຍບຸກຄົນເຫລົ່ານັ້ນ ຕ້ອງລະບຸຈຸດປະສົງ ໃນການແລກປ່ຽນເງິນຕຣາ ຢ່າງຈະແຈ້ງ ພ້ອມທັງ ນຳສຳເນົາ ບັດປະຈຳຕົວ ຫລື ສຳມໂນຄົວ ຫລື ໜັງສືຜ່ານແດນໄວ້ ເປັນຫລັກຖານ.

ເມື່ອບໍ່ດົນມານີ້ ຍັງອອກແຈ້ງການເຖິງ ບຸກຄົນ ນິຕິບຸກຄົນ, ການຈັດຕັ້ງທັງພາຍໃນ ແລະ ຕ່າງປະເທດ ຫ້າມ ນຳເງິນສົດ ເຂົ້າ-ອອກ ປະເທດລາວ ບໍ່ເກີນ ຫລື ທຽບເທົ່າ 150 ລ້ານກີບ ຕໍ່ຄັ້ງ ຖ້ານຳເງິນສົດເຂົ້າ-ອອກ ເກີນຈຳນວນດັ່ງກ່າວ ຕ້ອງແຈ້ງຕໍ່ເຈົ້າໜ້າທີ່ພາສີ ປະຈຳ ດ່ານສາກົລ ເພື່ອຂໍໃບຢັ້ງຢືນ ການນຳເງິນສົດເກີນ ເຂົ້າປະເທດລາວ.

ສຳລັບໜ່ວຍງານ ຂອງຣັຖບານ ໃນທົ່ວປະເທດ ຈຳເປັນທີ່ຈະຕ້ອງ ໄດ້ປ່ຽນ ວິທີການ ໃນການຈັດເກັບ ຣາຍຮັບເຂົ້າງົບປະມານ ມາເປັນແບບລະບົບທັນສໄມ ເພື່ອປ້ອງກັນ ບໍ່ໃຫ້ງົບປະມານເກີດການຮົ່ວໄຫລ ຈົນນຳໄປສູ່ ບັນຫາການຈັດເກັບລາຍຮັບເຂົ້າງົບປະມານ ບໍ່ໄດ້ຕາມຄາດໝາຍ ຄືໃນປັຈຸບັນນີ້.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.