HELVETAS ມອບເງິນຊ່ວຍເຫຼືອຣັຖລາວ ດ້ານມາຕຖານ ເຂື່ອນໄຟຟ້ານ້ຳຕົກ

ສຸພັດຕາ
2023.08.03
HELVETAS ມອບເງິນຊ່ວຍເຫຼືອຣັຖລາວ ດ້ານມາຕຖານ ເຂື່ອນໄຟຟ້ານ້ຳຕົກ ພິທີເຊັນ MOU ໂຄງການຊ່ວຍເຫຼືອ ດ້ານວິຊາການ ແລະລະບຽບການ ດ້ານຄວາມປອດພັຍ ຂອງເຂື່ອນ ຢູ່ ສປປ ລາວ ລະຫວ່າງກົມຄຸ້ມຄອງຄວາມປອດພັຍ ອຸດສາຫະກັມພະລັງງານ ແລະ ອົງການ HELVETAS Swiss Intercooperation ປະຈຳ ສປປ ລາວ. ວັນທີ 1 ສິງຫາ ປີ 2023.
HELVETAS Laos

ອົງການຄວາມຮ່ວມມື ປະເທດສະວິດເຊີແລນດ໌ ຫຼື HELVETAS Swiss Intercooperation ໄດ້ມອບເງິນຊ່ອຍເຫຼືອ ແກ່ປະເທດລາວ ຈໍານວນ 5.2 ລ້ານໂດລ້າຣ໌ສະຫະຣັຖ ໃນມື້ວັນທີ 1 ສິງຫາ 2023 ນີ້ ເພື່ອສນັບສນູນ ໃນການຕຣຽມຄວາມພ້ອມຮັບມື ກັບເຫດການສຸກເສີນ ແລະເພື່ອກວດສອບມາຕຖານຂອງເຂື່ອນ ໃຫ້ໄດ້ຕາມມາຕຖານຄວາມປອດພັຍສາກົລ.

ຂະນະທີ່ ຊາວລາວຈໍານວນນຶ່ງ ເຫັນວ່າ ເປັນເຣື່ອງທີ່ດີຫຼາຍ ທີ່ບັນດາປະເທດພັທນາແລ້ວ ມາສນັບສນູນ ໃນການຕຣຽມຄວາມພ້ອມ ຮັບມືກັບເຫດສຸກເສີນ ແລະເພື່ອກວດສອບມາຕຖານຂອງເຂື່ອນ ໃຫ້ໄດ້ຕາມມາຕຖານຄວາມປອດພັຍສາກົລ ເພາະປັດຈຸບັນ ຊາວລາວຈໍານວນບໍ່ໜ້ອຍ ຍັງຕ້ອງພະເຊີນກັບຄວາມສ່ຽງ ກ່ຽວກັບຄວາມປອດພັຍຂອງເຂື່ອນ ເພາະຍັງບໍ່ມີການຝຶກຊ້ອມຮັບມື ເຫດສຸກເສີນຢ່າງເປັນປະຈໍາ ແລະຕໍ່ເນື່ອງ.

ດັ່ງຊາວລາວຜູ້ນຶ່ງ ໃນເມືອງຊານໄຊ ແຂວງອັດຕະປື ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນທີ 3 ສິງຫາ ນີ້ວ່າ:

“ຝຶກຊ້ອມໃຫ້ມີສະຕິ ໃນການຢູ່ອາສັຍຕ່າງໆ ແຮງເຂົ້າສູ່ຣະດູຝົນນີ້ ກະຄືເຫັນຜ່ານມາຫັ້ນແລ້ວວ່າ ບ້ານເຮົາ ບໍ່ເຄີຍເຮັດຈັກເທື່ອ ເພາະວ່າ ມັນກະມີຫຼາຍບ້ານເດ້ ປະຊາຊົນຢູ່ໃຕ້ເຂື່ອນ.”

ຊາວບ້ານຜູ້ນີ້ ກ່າວອີກວ່າ ມີປະຊາຊົນຈໍານວນຫຼາຍພັນຄອບຄົວ ທີ່ອາສັຍຢູ່ຕາມແລວນໍ້າເຊກອງ ແລະແມ່ນໍ້າເຊກະໝານ ເຊິ່ງມີເຂື່ອນຂນາດໃຫຍ່ສ້າງຕັ້ງຢູ່ ສະນັ້ນແລ້ວ ຫາກຊາວບ້ານໄດ້ຮັບການຝຶກຊ້ອມ ເພື່ອຮັບມືກັບເຫດສຸກເສີນຕ່າງໆ ທັງພັຍນໍ້າຖ້ວມ, ພັຍແລ້ງ ຫຼືເຫດເຂື່ອນແຕກ ກໍຈະຊ່ອຍຫຼຸດຜ່ອນຜົລກະທົບ ໃຫ້ກັບຊາວບ້ານໄດ້ເປັນຢ່າງດີ.

ຊາວບ້ານອີກຜູ້ນຶ່ງ ໃນເມືອງປາກອູ ແຂວງຫຼວງພຣະບາງ ທີ່ອາສັຍຢູ່ກ້ອງເຂື່ອນໄຟຟ້ານໍ້າອູ 3 ກ່າວວ່າ ເຣື່ອງເຕັກນິກມາຕຖານ ແລະຄວາມປອດພັຍຂອງເຂື່ອນ ບໍ່ເຄີຍມີການກ່າວເຖິງຈັກເທື່ອ ແລະບໍຣິສັດ ຜູ້ພັທນາໂຄງການ ກໍບໍ່ເຄີຍມີການຝຶກຊ້ອມ, ຝຶກອົບຮົມ ຫຼື ໃຫ້ມີຄວາມຮູ້ແກ່ຊາວບ້ານ ໃນການຕຣຽມຄວາມພ້ອມຮັບມືກັບເຫດສຸກເສີນ ໂດຍສະເພາະກໍຣະນີ ເຂື່ອນແຕກ.

ໄລຍະຜ່ານມາ ເມື່ອເວລາເຂື່ອນໄຟຟ້າ ຈະປ່ອຍນໍ້າອອກຈາກເຂື່ອນ ທັງໃນຣະດູແລ້ງ ຫຼື ຣະດູຝົນ ຈະມີການແຈ້ງເຕືອນຊາວບ້ານທ້າຍເຂື່ອນ ໃຫ້ເກັບມ້ຽນເຄື່ອງຂອງ ປະມານ 1 ມື້ ຫຼືພາຍໃນມື້ນັ້ນເລີຍ ເຊິ່ງຊາວບ້ານຮັບມືບໍ່ທັນ ແລະເຄີຍມີບາງຄອບຄົວ ທີ່ຕ້ອງສູນເສັຍເຮືອໄປກັບກະແສນໍ້າ ເພາະມັດເຮືອໄວ້ບໍ່ທັນ ຫາກມີການແຈ້ງເຕືອນລ່ວງໜ້າ ຫຼື ຝຶກຊ້ອມຮັບມືກັບເຫດສຸກເສີນ ກໍຈະເປັນເຣື່ອງທີ່ດີຫຼາຍ, ດັ່ງຊາວບ້ານຜູ້ນີ້ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ດຽວກັນນີ້ວ່າ:

“ຂະເຈົ້າກະບໍ່ອະທິບາຍໃຫ້ຟັງແດ່ ຄວາມຮັບປະກັນແນວນັ້ນແນວນີ້ ເຂົາກະບໍ່ເວົ້າ ປະຊາຊົນເຂົາກະບໍ່ຮູ້ຫຍັງແລ້ວເນາະ ເຂົາກະບໍ່ຮູ້ແນວຊິຖາມ ວ່າເຣື່ອງຄວາມປອດພັຍແນວໃດໆ ເຂົາກະບໍ່ຊ່າງຖາມ.”

ຊາວບ້ານອີກຜູ້ນຶ່ງ ໃນເມືອງໂພນໂຮງ ແຂວງວຽງຈັນ ທີ່ຢູ່ກ້ອງເຂື່ອນໄຟຟ້ານໍ້າງື່ມ 1 ກ່າວວ່າ ບໍ່ໄດ້ມີຄວາມກັງວົນໃດໆ ກ່ຽວກັບມາຕການຂອງເຂື່ອນໄຟຟ້າ ເພາະເຊື່ອໝັ້ນວ່າ ຣັຖບານບານລາວ ແລະບໍຣິສັດຜູ້ພັທນາໂຄງການ ໄດ້ມີການຕິດຕາມ, ກວດສອບມາຕຖານຂອງເຂື່ອນເປັນປະຈໍາ ແລະ ຕໍ່ເນື່ອງຢູ່ແລ້ວ.

ສ່ວນເຣື່ອງການປ່ອຍນໍ້າລົງທ້າຍເຂື່ອນ ບໍ່ວ່າຈະເປັນຣະດູແລ້ງ ຫຼືຣະດູຝົນ ບໍຣິສັດຜູ້ພັທນາໂຄງການ ກໍມີການແຈ້ງເຕືອນ ຊາວບ້ານທີ່ອາຍສັຍຢູ່ກ້ອງເຂື່ອນ ລ່ວງໜ້າຢູ່ແລ້ວ ເພື່ອຕຣຽມພ້ອມຮັບມື ກັບເຫດສຸກເສີນ. ຫາກແນວໃດກໍຕາມ ເພື່ອຄວາມປອດພັຍສູງສຸດ ບໍຣິສັດຜູ້ພັທນາໂຄງການ ເຂື່ອນໄຟຟ້າແຕ່ລະແຫ່ງ ກໍຄວນຈະມີການຕິດຕາມ ກວດສອບຄວາມປອດພັຍຂອງເຂື່ອນຢ່າງເປັນປະຈໍາ ເພື່ອປ້ອງກັນບໍ່ໃຫ້ເຂື່ອນແຕກ ຫຼື ເກີດການຮົ່ວໄຫຼ.

ດັ່ງຊາວບ້ານຜູ້ນີ້ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ດຽວກັນນີ້ວ່າ:

“ບໍ່ໆ (ບໍ່ໄດ້ກັງວົນ) ເພາະວ່າ ມັນກະບໍ່ເຄີຍເປັນຈັກເທື່ອຫັ້ນນ່າ ກ່ອນເພິ່ນຊິປ່ອຍ ກະບໍ່ແມ່ນງ່າຍເນາະ ຂະເຈົ້າກະແຈ້ງການ ພຸ້ນແຫຼະ...ນາຍົກພຸ້ນແຫຼະ ມັນຈໍາເປັນກະຕ້ອງໄດ້ປ່ອຍແຫຼະເນາະ ມັນລົ້ນມາ ຢ້ານມັນຫັກ ມັນຫຍັງ.”

ເຈົ້າໜ້າທີ່ບໍຣິສັດກໍ່ສ້າງເຂື່ອນໄຟຟ້າແຫ່ງນຶ່ງ (ບໍ່ເປີດເຜີຍຊື່) ກ່າວວ່າ ພາຍຫຼັງທີ່ເກີດເຫດການເຂື່ອນເຊປຽນ-ເຊນໍ້ານ້ອຍແຕກ ເມື່ອວັນທີ 23 ກໍຣະກະດາ 2018 ທີ່ຜ່ານມາ ຣັຖບານລາວ ກໍໄດ້ສ້າງຕັ້ງກົມຄຸ້ມຄອງຄວາມປອດພັຍ ຂອງອຸດສາຫະກັມພະລັງງານ ພາຍໃຕ້ກະຊວງພະລັງງານ ແລະບໍ່ແຮ່ ເພື່ອຕິດຕາມ, ກວດສອບ ແລະຮັບປະກັນການກໍ່ສ້າງໃຫ້ມີຄວາມປອດພັຍທີ່ສຸດ.

ນອກຈາກນີ້ ກໍຍັງໄດ້ຮັບການຊ່ອຍເຫຼືອໃນດ້ານເຕັກນິກ, ວິຊາການ ແລະເງິນທຶນ ຈາກຫຼາຍປະເທດ ແລະອົງການຈັດຕັ້ງສາກົລ ເພື່ອມາສນັບສນູນ ໃນການຕຣຽມຄວາມພ້ອມຮັບມື ກັບເຫດສຸກເສີນຂອງເຂືຶ່ອນໄຟຟ້າ ເປັນການສະເພາະ ເຊິ່ງເປັນເຣື່ອງທີ່ດີຫຼາຍ ເພາະໄລຍະທີ່ຜ່ານມາ ຫຼາຍເຂື່ອນໃນລາວ ບໍ່ມີການຕິດຕາມ, ກວດສອບມາຕຖານຂອງເຂື່ອນ ໃຫ້ໄດ້ມາຕຖານສາກົລ.

ດັ່ງເຈົ້າໜ້າທີ່ຜູ້ນີ້ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ດຽວກັນນີ້ວ່າ:

“ຫຼັງຈາກມັນມີເຫດການນັ້ນແລ້ວ (ເຂື່ອນແຕກ) ຫຼາຍໆປະເທດ ກະຊ່ວຍເຫຼືອ ແຕ່ລະປີ ຕ້ອງມີບົດຣາຍງານ ແຜນອົພຍົບສຸກເສີນເບາະ ປອດພັຍເບາະ ເຂົາເປັນຫ່ວງຢູ່ຈຸດໃດ.”

ທາງດ້ານເຈົ້າໜ້າທີ່ກະຊວງພະລັງງານ ແລະບໍ່ແຮ່ ກ່າວວ່າ ຫຼັງທີ່ເກີດເຫດການເຂື່ອນເຊປຽນ-ເຊນໍ້ານ້ອຍແຕກ ຣັຖບານລາວ ກໍສັ່ງໃຫ້ບໍຣິສັດຜູ້ພັທນາໂຄງການເຂື່ອນໄຟຟ້າ ແລະພາກສ່ວນທີ່ກ່ຽວຂ້ອງ ກໍຄື ກະຊວງພະລັງງານແລະບໍ່ແຮ່ ເນັ້ນໜັກ ໃນເຣື່ອງຄວາມປອດພັຍຂອງເຂື່ອນ ທັງເຂື່ອນທີ່ສ້າງຂຶ້ນມາແລ້ວ ແລະເຂື່ອນທີ່ກໍາລັງຈະສ້າງ ຕາມແຜນພັທນາດ້ານພະລັງງານ.

ໂດຍທຸກເຂື່ອນຈະຕ້ອງຮ່າງຂອບເຂດງານ, ຄວາມປອດພັຍເຂື່ອນ, ຣາຍງານກວດສອບທາງເຕັກນິກ ແລະ ບົດຣາງາຍການປະເມີນຜົລກະທົບສິ່ງແວດລ້ອມ ແລະສັງຄົມ ແລະຣາຍງານອື່ນໆ ຕາມລະບຽບມາຕຖານ ຂອງກະຊວງພະລັງງານ ແລະບໍ່ແຮ່ກໍານົດໄວ້ຢ່າງເຂັ້ມງວດ ແລະຕິດຕາມ, ກວດສອບເຂື່ອນໄຟຟ້າຢ່າງໜ້ອຍ 2 ຄັ້ງຕໍ່ປີ ຄື ກວດສອບກ່ອນຣະດູຝົນ ແລະກວດສອບຫຼັງຣະດູຝົນ ແລ້ວຣາຍງານໃຫ້ກັບກະຊວງພະລັງງານແລະບໍ່ແຮ່ ຮັບຮູ້ ຫາກເຂື່ອນໄຟຟ້າຈະປ່ອຍນໍ້າ ຕ້ອງແຈ້ງເຕືອນລ່ວງໜ້າ ໃຫ້ກະຊວງພະລັງງານ ແລະບໍ່ແຮ່, ແຂວງ, ເມືອງ ແລະຊາວບ້ານໃນພື້ນທີ່ກ້ອງເຂື່ອນ ຢ່າງໜ້ອຍ 7 ມື້ ເພື່ອຕຣຽມພ້ອມຮັບມືເຫດສຸກເສີນ.

ດັ່ງເຈົ້າໜ້າທີ່ຜູ້ນີ້ ກ່າວຕໍ່ວິທຍຸ ເອເຊັຽເສຣີ ໃນມື້ດຽວກັນນີ້ວ່າ:

“ຣັຖມົນຕຣີ ເພິ່ນກະຊີ້ນໍາ ເພິ່ນໃຫ້ເຂັ້ມງວດ ທາງກົມເພິ່ນກະຈະມີຫຼາຍຂແນງການເນາະ ຂະເຈົ້າກໍຈະຊີ້ນໍາ ຈະເຮັດໜັງສືແຈ້ງກ່ອນຣະດູຝົນ ຖ້າຫາກມີຝົນຕົກໜັກ ຫຼືມີການປ່ອຍນໍ້າ ກະແຈ້ງມາກະຊວງ ເປີດປະຕູ ເປີດ Spillway ເບາະ ເຈົ້າຕ້ອງແຈ້ງກ່ອນ ພາຍໃນ 7 ວັນເນາະ.”

ໄລຍະຜ່ານມາ ມາຕຖານຄວາມປອດພັຍ ຂອງເຂື່ອນໄຟຟ້າໃນລາວ ຍັງຖືວ່າ ບໍ່ໄດ້ມາຕຖານສາກົລ ໂດຍບໍ່ມີການປະເມີນ ເຣື່ອງຄວາມປອດພັຍຂອງເຂື່ອນ ແລະຣາຍງານການກວດສອບເຕັກນິກ ເຮັດໃຫ້ເຂື່ອນໄຟຟ້າຫຼາຍແຫ່ງ ມີຄວາມສ່ຽງສູງ ທີ່ຈະເກີດເຫດການຮຸນແຮງຂຶ້ນ ເປັນຕົ້ນ ເຂື່ອນແຕກ, ຮອຍແຕກ, ຮອຍຮົ່ວ ແລະໂຄງສ້າງຂອງເຂື່ອນຍຸບໂຕ ແລະອື່ນໆ.

ປັດຈຸບັນ ກົດໝາຍ ແລະນິຕິກັມ ທີ່ຄຸ້ມຄອງຄວາມປອດພັຍ ຂອງເຂື່ອນໄຟຟ້າຢູ່ປະເທດລາວ ຍັງບໍ່ທັນເໝາະສົມ ກັບສະພາບການຂອງໂລກປັດຈຸບັນ ທີ່ມີພັຍທັມມະຊາຕເກີດຂຶ້ນຫຼາຍ ແລະຮ້າຍແຮງຂຶ້ນນັບມື້ ອີກທັງ ນິຕິກັມ ກໍຍັງມີລັກສະນະ ການສົ່ງເສີມການລົງທຶນຫຼາຍ ແຕ່ບໍ່ກ່າວເຖິງເຣື່ອງຄວາມປອດພັຍຂອງເຂື່ອນ ໃນລະດັບສາກົລ.

ນອກຈາກນີ້ ການຈັດຕັ້ງປະຕິບັດ ແລະການບັງຄັບໃຊ້ກົດໝາຍ ຫຼື ນິຕິກັມ ຍັງບໍ່ທັນແຂງແຮງ, ການແບ່ງຂັ້ນຄຸ້ມຄອງ ແລະຄວາມຮັບຜິດຊອບ ໃຫ້ພາກສ່ວນຕ່າງໆ ທີ່ກ່ຽວຂ້ອງ ໃນດ້ານຄວາມປອດພັຍຂອງເຂື່ອນ ຍັງບໍ່ທັນຈະແຈ້ງ ແລະລະອຽດ, ຄວາມຮູ້ຄວາມສາມາດ ແລະເອົາໃຈໃສ່ຄຸ້ມຄອງເຂື່ອນ ໃຫ້ມີຄວາມປອດພັຍ ຂອງຂແນງພະລັງງານ ແລະບໍ່ແຮ່ ແລະທ້ອງຖິ່ນ ຍັງບໍ່ທັນເຮັດໄດ້ດີ ແລະມີປະສິດທິພາບ.

ອີງຕາມຣາຍງານ ຂອງກະຊວງພະລັງງານ ແລະບໍ່ແຮ່ ປີ 2023 ລະບຸວ່າ ປະເທດລາວ ມີແຫຼ່ງພະລັງງານ ທັງໝົດ 94 ໂຄງການ ໃນນັ້ນ ມີເຂື່ອນໄຟຟ້າ ຈໍານວນ 81 ແຫ່ງ, ພະລັງງານຊີວະມວນ 4 ແຫ່ງ, ແສງຕາເວັນ 8 ແຫ່ງ ແລະຖ່ານຫິນ 1 ແຫ່ງ ລວມມີກໍາລັງຕິດຕັ້ງ 11,661 ເມກາວັດ ເຊິ່ງເປົ້າໝາຍຂອງຣັຖບານລາວ ຈະໃຫ້ມີກໍາລັງການຜລິດ 28,000 ເມກາວັດ ໃນປີ 2030.

ໄລຍະຜ່ານມາ ປະເທດລາວ ແມ່ນໄດ້ພະເຊີນກັບເຫດການເຂື່ອນໄຟຟ້າແຕກ ມາແລ້ວ 4 ຄັ້ງ ເຊິ່ງເຫດການທັງໝົດ ເກີດຈາກ ການກໍ່ສ້າງທີ່ບໍ່ໄດ້ມາຕຖານ ດັ່ງນີ້:

  • ຄັ້ງທີ່ 1 ໃນມື້ວັນທີ 16 ທັນວາ ປີ 2016 ເກີດເຫດອຸໂມງສົ່ງນໍ້າ ແຮງດັນສູງ ຂອງເຂື່ອນເຊກະໝານ 3 ແຕກ ທີ່ມີບໍຣິສັດວຽດນາມ ເປັນຜູ້ພັທນາ ເຮັດໃຫ້ປະຣິມານນໍ້າມະຫາສານ ໄຫຼຖ້ວມບ້ານເຮືອນປະຊາຊົນ ຢູ່ເມືອງດາກຈຶ້ງ ແຂວງເຊກອງ ເຊິ່ງປັດຈຸບັນ ກໍຍັງຢູ່ລະຫວ່າງການສ້ອມແປງ ບໍ່ທັນສໍາເຣັດເທື່ອ.
  • ຄັ້ງທີ 2 ໃນມື້ວັນທີ 11 ກັນຍາ ປີ 2017 ເຂື່ອນນໍ້າອ້າວແຕກ ໃນເມືອງຜາໄຊ ແຂວງຊຽງຂວາງ ເຊິ່ງເປັນເຂື່ອນທີ່ກໍາລັງກໍ່ສ້າງ ເຮັດໃຫ້ປະຊາຊົນ ຈໍານວນ 8 ບ້ານ ຢູ່ເມືອງທ່າໂທມ ແຂວງໄຊສົມບູນ ຖືກນໍ້າຖ້ວມເສັຍຫາຍຢ່າງໜັກ.
  • ຄັ້ງທີ 3 ໃນມື້ວັນທີ 23 ກໍຣະກະດາ ປີ 2018 ເກີດເຫດສັນເຂື່ອນ D ຂອງເຂື່ອນເຊປຽນ-ເຊນໍ້ານ້ອຍແຕກ ສົ່ງຜົນໃຫ້ປະຣິມານນໍ້າມະຫາສານ ໄຫຼຖ້ວມຫຼາຍບ້ານ ໃນເມືອງສນາມໄຊ ແຂວງອັດຕະປື ແລະເຮັດໃຫ້ມີຜູ້ເສັຍຊີວິດ ຈໍານວນ 71 ຄົນ ແລະເປັນເຫດການເຂື່ອນແຕກ ທີ່ຮ້າຍແຮງທີ່ສຸດໃນປະເທດລາວ ແລະ
  • ຄັ້ງທີ 4 ໃນມື້ວັນທີ 4 ສິງຫາ ປີ 2019 ເຂື່ອນແກ້ງຄວັນແຕກ ຢູ່ເມືອງແປກ ແຂວງຊຽງຂວາງ ຍ້ອນຝົນຕົກໜັກ ເຮັດໃຫ້ໂຕເຂື່ອນ ຮັບປະຣິມານນໍ້າບໍ່ໄຫວ ຈົນເຂື່ອນຍຸບ ແລະແຕກລົງໃນທີ່ສຸດ ຈົນເກີດນໍ້າໄຫຼຖ້ວມຈໍານວນ 3 ບ້ານ ຈົນເກີດຄວາມເສັຍຫາຍຢ່າງໜັກ.
ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.