ກອງບັນຊາການຕຳຣວດ ແຂວງຢູນນານ ມອບໂຄງການກໍ່ສ້າງຄຸກ ໃຫ້ ປສກ ແຂວງຫຼວງນ້ຳທາ
2023.08.02

ເມື່ອວັນທີ່ 30 ກໍຣະກະດາ ທີ່ຜ່ານມານີ້ ກອງບັນຊາການ ຕຳຣວດ ລາດຕະເວນທາງນໍ້າ ແຂວງຢູນນານ ປະເທດຈີນ ໄດ້ມອບຄຸກກັກຂັງນັກໂທດ-ຜູ້ຕ້ອງຫາ ຫລັງໃໝ່ ໃຫ້ແກ່ກອງບັນຊາການ ປ້ອງກັນຄວາມສງົບ ແຂວງຫລວງນໍ້າທາ ພາຍຫັລງທີ່ມີການກໍສ້າງສຳເຣັດແລ້ວ, ເຊິ່ງທາງກອງບັນຊາການຕຳຣວດ ລາດຕະເວນທາງນໍ້າ ແຂວງຢູນນານ ເປັນຜູ້ຊ່ວຍດ້ານງົບປະມານ ໃນການກໍ່ສ້າງ ມູລຄ່າເກືອບ 2 ຕື້ 800 ລ້ານກີບ, ອີງຕາມການຣາຍງານ ຂອງວາຣະສານປ້ອງກັນຄວາມສງົບ ປະຈຳວັນທີ່ 1 ສິງຫາ ປີ 2023.
ກ່ຽວກັບເຣື່ອງນີ້ ເຈົ້າໜ້າທີ່ກອງບັນຊາການ ປ້ອງກັນຄວາມສງົບ ແຂວງຫລວງນໍ້າທາ ທ່ານນຶ່ງ ໄດ້ກ່າວວ່າ ສຳລັບເຮືອນຂັງນັກໂທດ-ຜູ້ຕ້ອງຫາ ຫລັງໃໝ່ນັ້ນ ແມ່ນຍັງບໍ່ທັນເປີດ ໃຫ້ນັກໂທດເຂົ້າໄປຢູ່ເທື່ອ ເຊິ່ງເຣືອນກັກຂັງດັ່ງກ່າວ ແມ່ນຕັ້ງຢູ່ຕິດກັບໂຮງໝໍ ປກສ ແຂວງຫລວງນໍ້າທາ ທີ່ຢູ່ຫ່າງຈາກເທສະບານ ເມືອງຫລວງນໍ້າທາ ປະມານ 3 ກິໂລແມັຕ.
ດັ່ງທ່ານ ກ່າວຕໍ່ ວິທຍຸ ເອເຊັຽ ເສຣີ ໃນວັນທີ່ 2 ສິງຫາ 2023 ນີ້ວ່າ:
“ຄ້າຍຄຸມຂັງຫວ່າ ຍັງບໍ່ທັນເປີດຕີເນາະ. ໂອ, ເຂດເມືອງນໍ້າທານີ້ແຫລະ ກະບໍ່ໄກຫລາຍ ປະມານ 2-3 ກິໂລ ນີ້ແຫລະ.”
ສ່ວນຣາຍລະອຽດ ອື່ນໆ ເປັນຕົ້ນວ່າ ເຮືອນກັກຂັງນັກໂທດ-ຜູ້ຕ້ອງຫາ ຫລັງໃໝ່ນີ້ ແມ່ນໄວ້ ສຳລັບຂັງນັກໂທດປະເພດໃດ ແລະໂຄງການນີ້ ແມ່ນໂຄງການ ທີ່ກ່ຽວກັບ ການຮ່ວມມື ລະຫວ່າງ ຕຳຣວດລາວ ກັບຈີນ ຫລື ບໍ່ ແລະ ອື່ນໆ ແຕ່ເຈົ້າໜ້າທ່ານນີ້ ບໍ່ສະດວກໃຫ້ຄຳເຫັນເພີ່ມຕື່ມ.
ທາງເຈົ້າໜ້າທີ່ຢູ່ໂຮງໝໍ ປກສ ແຂວງຫລວງນໍ້າທາ ທີ່ຢູ່ໃກ້ກັບ ເຮືອນກັກຂັງນັກໂທດ-ຜູ້ຕ້ອງຫາ ແຫ່ງດັ່ງກ່າວນັ້ນ ກ່າວວ່າ ທ່ານເອງຮູ້ພຽງແຕ່ວ່າ ໄດ້ມີພິທີມອບ-ຮັບ ເຮືອນຄຸມຂັງດັ່ງກ່າວຊື່ໆ ສ່ວນຂໍ້ມູນອື່ນໆ ທີ່ກ່ຽວຂ້ອງນັ້ນ ທ່ານກໍບໍ່ທັນໄດ້ຮັບແຈ້ງ ຢ່າງເປັນທາງການເທື່ອ.
ດັ່ງທ່ານ ກ່າວວ່າ:
“ຢູ່ໂຕເມືອງນີ້ແຫລະ ຈັກຂ້ອຍກະບໍ່ຮູ້ ມີແຕ່ປະສານງານ ແນວນີ້ກະບໍ່ຮູ້ແຫລະ.”
ໃນຂະນະທີ່ຊາວບ້ານ ຢູ່ເມືອງຫລວງນໍ້າທາ ທ່ານນຶ່ງ ທີ່ຮູ້ກ່ຽວກັບເຣື່ອງນີ້ ກ່າວວ່າ ສຳລັບເຮືອນກັກຂັງ ນັກໂທດ-ຜູ້ຕ້ອງຫາ ຫລັງໃໝ່ນັ້ນ ຖືກສ້າງຂຶ້ນເພື່ອ ຂຍາຍການ ຮັບຮອງ ຈຳນວນນັກໂທດ ເຊິ່ງຕາມທີ່ທ່ານຮູ້ຂ່າວມານັ້ນ ຈະມີການຍ້າຍນັກໂທດ ຄະດີໜັກ ໄປໄວ້ເຮືອນຄຸມຂັງ ນັກໂທດ-ຜູ້ຕ້ອງຫາ ຫລັງໃໝ່ ສ່ວນນັກໂທດທີ່ຄະດີບໍ່ໜັກ ແມ່ນຈະຖືກຂັງຢູ່ເຮືອນຄຸມຂັງນັກໂທດ ຫລັງເກົ່າ ທີ່ຢູ່ໃນຄ້າຍຄຸມຂັງດັດສ້າງ ແຂວງຫລວງນໍ້າທາ.
ດັ່ງ ທ່ານກ່າວວ່າ:
“ດຽວນີ້ເຂົາເຮັດ ເຂົາຊິແຍກອອກ ເຣື່ອງການຄຸມຂັງນີ້ ດຽວນີ້ ມັນມີຄະດີໜັກ ແລ້ວເຂົາຈະມາໄວ້ໂຕໃໝ່ຫັ້ນເນາະ ແລ້ວກໍໂຕເກົ່າເປັນບ່ອນກັກຂັງ ຈຸເສບຢາເສບຕິດ ແລ້ວກໍເຂົາແຍກໄປອີກບ່ອນນຶ່ງ ກັກຂັງພວກຄ້າມນຸສ.”
ເຣື່ອນກັກຂັງນັກໂທດ-ຜູ້ຕ້ອງຫາ ຫລັງໃໝ່ ຢູ່ແຂວງຫລວງນໍ້າທາ ເປັນເຮືອນອາຄານຫລັງດຽວ ຂນາດ 12x40 ເເມັດ ປະກອບດ້ວຍ ຫ້ອງກັກຂັງນັກໂທດ ຈຳນວນ 8 ຫ້ອງ ແລະພາຍໃນອາຄານ ຍັງປະກອບດ້ວຍອຸປກອນໄຟຟ້າ ຫ້ອງນໍ້າ ສຳລັບນັກໂທດ ແລະ ອື່ນໆ ໂດຍໄດ້ເຣີ່ມກໍ່ສ້າງແຕ່ ວັນທີ່ 25 ພືສະຈິກາ ປີ 2022 ແລະ ກໍ່ສ້າງສຳເຣັດ ໃນມື້ວັນທີ່ 19 ມິຖຸນາ ປີ 2023 ນີ້.
ກ່ຽວກັບ ທີ່ທາງການຈີນ ໄດ້ໃຫ້ການຊ່ວຍເຫລືອກໍ່ສ້າງ ເຮືອນກັກຂັງນັກໂທດ-ຜູ້ຕ້ອງຫາ ຫລື ຄ້າຍຄຸມຂັງກໍຕາມແຕ່, ທາງດ້ານນັກກົດໝາຍລາວ ທ່ານນຶ່ງ ເຄີຍໃຫ້ຂໍ້ມູນວ່າ ເຖິງແມ່ນວ່າທາງການຈີນ ຈະເປັນຜູ້ອອກງົບປະມານ ກໍ່ສ້າງໃຫ້ກໍຕາມ ແຕ່ສະຖານທີ່ຄຸມຂັງນັກໂທດ ຕ້ອງໄດ້ຂຶ້ນກັບ ກະຊວງປ້ອງກັນຄວາມສງົບ ຂອງລາວ.
ດັ່ງທ່ານ ກ່າວວ່າ:
“ຄ້າຍຄຸມຂັງນີ້ແມ່ນ ຍັງໄດ້ຂຶ້ນກັບ ກະຊວງປ້ອງກັນຄວາມສງົບ ຈະອະນຸຍາດໃຫ້ບຸກຄົນ ຫລື ນິຕິບຸກຄົນ ມາຮັບຜິດຊອບບໍ່ໄດ້.”
ເຖິງຢ່າງໃດກໍຕາມ ຢູ່ໃນກອງປະຊຸມ ສະພາແຫ່ງຊາຕ ສໄມສາມັນເທື່ອທີ່ 5 ຂອງສະພາແຫ່ງຊາຕ ຊຸດທີ່ 9 ເມື່ອເດືອນ ມິຖຸນາ ທີ່ຜ່ານມາ, ທ່ານ ພົລເອກ ວິໄຊ ຫລ້າຄຳຟອງ ຮອງນາຍົກຣັຖມົນຕຣີ ແລະ ຣັຖມົນຕຣີ ກະຊວງປ້ອງກັນຄວາມສງົບ ໄດ້ກ່າວກ່ຽວກັບ ສະພາບຄ້າຍຄຸມຂັງຢູ່ລາວວ່າ ຄ້າຍຄຸມຂັງ ຫລາຍແຫ່ງມີຄວາມແອອັດ ແລະ ກໍໄດ້ໃຫ້ງົບປະມານ ແກ່ບາງແຂວງ ເພື່ອນຳໄປຂຍາຍບ່ອນຄຸມຂັງນັກໂທດ.
ດັ່ງ ທ່ານກ່າວໃນຕອນນຶ່ງວ່າ:
“ຄ້າຍຄຸມຂັງທີ່ແອອັດ ດຽວນີ້ຂ້າພະເຈົ້າ ກໍເຣີ່ມໄດ້ເງິນ ໜ້ອຍນຶ່ງ ທີ່ຣັຖບານເອົາໃຫ້ ແຕ່ລະແຂວງກໍໄດ້ສເນີມາ ຂ້າພະເຈົ້າ ກະບໍ່ປ່ອຍໄປໃຫ້ ຣະບົບການຄຸ້ມຄອງທີ່ຂ້າພະເຈົ້າ ໄດ້ສເນີຫັ້ນ ແມ່ນຄືເກົ່າ ດັ່ງນັ້ນ ພວກຂະເຈົ້າ ກໍໄດ້ແຕ່ງກັນປູກຜັກຢູ່ຫັ້ນ ເພີ່ມພູນ ຫາຣາຍໄດ້ຈຳນວນນຶ່ງ ທີ່ຄວາມສາມາດເຮັດໄດ້.”
ກ່ອນໜ້ານີ້ ເມື່ອເດືອນ ມິຖຸນາ ປີ 2022 ສະພາບໍຣິຫານ ເຂດເສຖກິຈພິເສດ ສາມຫລ່ຽມຄຳ ຂອງຈີນ ຢູ່ເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ ໄດ້ຈັດພິທີ ມອບ-ຮັບ ຄ້າຍຄຸມຂັງ-ດັດສ້າງ ເຂດເສຖກິຈພິເສດ ສາມຫລ່ຽມຄຳ ຢູ່ເຂດບ້ານມ່ວງຄຳ ເມືອງຕົ້ນເຜິ້ງ ໃຫ້ແກ່ກອງບັນຊາການ ປ້ອງກັນຄວາມສງົບ ແຂວງບໍ່ແກ້ວ ເປັນຜູ້ຄຸ້ມຄອງ ພາຍຫລັງຈາກໄດ້ ກໍ່ສ້າງສຳເຣັດແລ້ວ, ໂດຍ ຄ້າຍຄຸມຂັງ-ດັດສ້າງແຫ່ງ ດັ່ງກ່າວ ສ້າງຂຶ້ນເພື່ອເປັນບ່ອນສຳລັບ ໄວ້ຄຸມຂັງ ບັນດານັກໂທດ ທີ່ກໍ່ຄະດີ ພາຍໃນເຂດເສຖກິຈ ພິເສດ ສາມຫລ່ຽມຄຳ.