ເຣື້ອງທີ່ເກັບບັນທຶກໄວ້
2009-06-12
ຄວາມຄືບໜ້າ ກໍຣະນີ ສະຖານທູດລາວ ໃນບາງກອກ ແຈ້ງຄວາມຈັບ ຕຳຣວດໄທ ໃນຂໍ້ຕູ່ຫາ ວ່າໃສ່ຮ້າຍ ເດັກສາວລາວ ວ່າລັກລອບ ຄ້າປະເວນີ.
2009-06-12
ຫ້ອງການຣະບາດ ວີທຍາ ສປປລາວ ຕັກເຕືອນ ປະຊາຊົນ ກ່ຽວກັບການ ບໍຣິໂພກ ເຫັດປ່າ ໃນຍາມ ຣະດູຝົນ.
2009-06-12
ໃນການປູກ ຢາງພາລາ ຢູ່ປະເທດລາວ ແມ່ນບໍຣິສັດ ປະເທດເພື່ອນບ້ານ ມາລົງທຶນ ດ້ວຍການກຳຂອດ ສຳຄັນຕົ້ນຕໍ ຄືການລົງທຶນ ແລະ ຕລາດຈຳໜ່າຍ ສ່ວນວ່າ ປະຊາຊົນລາວ ແມ່ນເປັນທີ່ດິນ ແລະແຮງງານ ຮັບຈ້າງ. ໃນເມື່ອເປັນ ຄືແນວນັ້ນ ຜົນປໂຍດສ່ວນ ຫລວງຫລາຍ ທີ່ຈະໄດ້ຮັບ ຈະຕົກໄປໃສ່ ມືຂອງຜູ້ໃດ. ຈຳປາທອງ ມີບົດຄວາມ ກ່ຽວກັບເລື້ອງນີ້ ມາສເນີທ່ານ…
2009-06-12
ການເປີດຊາຍແດນ ແລະການພັທນາ ທາງເສຖກິດ ໃນລາວ ສົ່ງຜົນໃຫ້ ແຮງງານລາວ ເດີນທາງເຂົ້າໄປ ປະເທດໄທຫລາຍ ເພິ່ມຂຶ້ນ.
2009-06-12
ລາວຍັງບໍ່ມີ ກາຣເກັບຄ່າ ຜ່ານດ່ານຂອງເສັ້ນ ທາງໝາຍເລຂ 9 ເພື່ອສົ່ງເສີມ ກາຣຂົນສົ່ງ ໃຫ້ຫລາຍຂື້ນ.
2009-06-12
ຄົນຫວ່າງງານ ຕາມຣະດູການ ໃນແຂວງ ສາຣະວັນ ມີຣະຫວ່າງ 30ພັນຫາ 40ພັນຄົນ.
2009-06-11
ຣັຖມົນຕຣີ ສີ່ຊາຕ ຮ່ວມພິທີ ປ່ອຍຂະບວນ ຣົຖບັນທຸກສິນຄ້າ ຜ່ານແດນ ໄທຽ ລາວ ວຽຕນາມ ຕາມເສັ້ນທາງ ເຊື່ອມໂຍງ ເສຖກິຈ ຕາເວັນອອກ ຕາເວັນຕົກ ຢ່າງເປັນທາງກາຣ.
2009-06-11
ຍິງສາວຊາວລາວ ແຂວງສາຣະວັນ ທີ່ຂ້າມໄປ ເຮັດວຽກຢູ່ ປະເທດໄທ ຈົນຕົກເປັນ ຜູ້ໄດ້ຮັບ ເຄາະກັມຈາກ ການຄ້າມະນຸດ ຖືກນາຍຈ້າງ ກົດຂີ່ຂົ່ມເຫັງ ທໍາລາຍຮ່າງກາຍ ແລະຈິດໃຈ ກ່ອນເຈົ້າໜ້າທີ່ ລາວແລະໄທ ເຂົ້າໄປຊ່ວຍເຫລືອ ແລະສົ່ງກັບບ້ານ.
2009-06-11
ຍີງສາວແຂວງ ຫລວງນ້ຳທາຖືກ ຫລອກໄປເຮັດ ວຽກງານໃນ ປະເທສຈີນ ໂດຽຊາວມົ້ງລາວ ຈາກແຂວງວຽງຈັນ.
2009-06-11
ການພິຈາຣະນາ ຄະດີ ຂອງ ມາດາມ ອອງຊານ ຊູຈີ ໃນຂໍ້ຕູ່ຫາວ່າ ຝ່າຝືນ ກົດຣະບຽບ ຂອງການກັກ ຂັງສະຖານທີ່ ເນື່ອງຈາກວ່າ ມີຊາຍ ອະເມຣິກັນ ລຸກລ້ຳສະຖານທີ່ ພັກຂອງເພິ່ນ. ການໄຕ່ສວນ ເລີ້ມມາແຕ່ ວັນທີ 18 ເດືອນ ພຶສພາ 2009, ເກືອບຮອດ ເດືອນນຶ່ງແລ້ວ ຍັງບໍ່ມີ ທ່າທີວ່າ ການຕັດສີນ ຈະມີຂື້ນ. ໂພໄຊສວັດ ມີລາຍງານ ໃນອັນດັບ ຕໍ່ໄປ.
2009-06-11
ຈົດໝາຍ ຂອງ ທ່ານ ແຫ່ງ ເຈັຍຣະນິດ, ສັງທອງ ພັນທະມາລາ, ບຸນຫລາຍ ຣາຊວົງ, ທອງວັນ ນົນສີທັນ, ມົງເພັ່ງ ແສນດີ, ແລະ ຈົດໝາຍຂອງ ທ່ານ ຈັນທະບູນ ມະນີວົງ ພ້ອມດ້ວຍ ເພງ ”ຄົນ” ຂອງ ທ່ານ ຄຳຫລ້າ ໜໍ່ແກ້ວ.
2009-06-11
ຊາວໜຸ່ມລາວ ໃນປັດຈຸບັນ ສ່ວນໃຫຍ່ ສົນໃຈຕິດຕາມ ອ່ານຂ່າວ ຈາກຕ່າງປະເທດ ຫລາຍກວ່າທີ່ຈະ ໃຫ້ຄວາມສຳຄັນ ກັບ ວັນນະຄະດີ ລາວ.
2009-06-11
ກະແສຂ່າວ ທ້ອງຖີ່ນຈາກ ພາກເຫນືອຂອງລາວ ລາຍງານມາວ່າ ວ່າງມໍ່ໆມານີ້ ຜແນກແຜນການ ການລົງທືນແຂວງ ຜົ້ງສາລີ ໄດ້ມີການ ລົງນາມສັນຍາ ຈັດຕັ້ງ ປະຕິບັດ ໂຄງການສົ່ງເສີມ ການປູກກາເຟ ເພື່ອທົດແທນ ການປູກຝີ່ນ ທີ່ເມືອງຍອດອູ່ ແຂວງຜົ້ງສາລີ ຣະຫວ່າງ ອຳນາດ ການປົກຄອງເມືອງ ຍອດອູ່ກັບ ບໍຣິສັດ ການຄ້າ ຂາເຂົ້າ-ອອກ ເຈີງຮຸຍຊີນ ຈັງເຊີນຈຳກັດ ຂອງ ສປຈີນ.
2009-06-11
ຣັຖບານລາວ ສເນີໃຫ້ ມີການລົງທຶນ ສ້າງໂຮງງານ ໄຟຟ້າ ຂນາດນ້ອຍ ເພື່ອແກ້ໄຂ ບັນຫາຂາດເຂີນ ໄຟຟ້າ ໃນປະເທດ.
2009-06-11
ສະຖານທູດລາວ ປະຈຳ ປະເທດໄທ ຟ້ອງຕຳຣວດໄທ ໃນຂໍ້ຫາ ຈັບເດັກນ້ອຍ ຜູ້ຍິງລາວ ຢ່າງບໍ່ຖືກ ຕ້ອງເປັນທັມ.