ຄົນຫວ່າງງານ ໃນແຂວງ ສາຣະວັນ
2009.06.12
ຄົນຫວ່າງງານ ໃນແຂວງ ສາຣະວັນ ພາກໄຕ້ຂອງລາວ ສ່ວນໃຫຍ່ເປັນຊາວ ກະເສຕກອນ ຕາມຣະດູການ, ມີວຽກເຮັດ ສະເພາະຣະດູ ການເກັບກ່ຽວ; ພໍໝົດຣະດູ ເກັບກ່ຽວ ຫລາຍຄົນກໍຕົກງານ.
ພວກຄົນກຸ່ມນີ້ ມີຫລາຍກວ່າ 30ພັນຄົນ ໃນທົ່ວແຂວງ ສາຣະວັນ ແລະເປັນກຸ່ມ ທີ່ມັກລັກລອບ ຂ້າມຊາຍແດນ ໄປຫາເຮັດວຽກ ຢູ່ປະເທດ ເພື່ອນບ້ານ. ທ່ານ ສຸດດາໄລ ອິນດາວົງ ຮອງຫົວໜ້າ ຫ້ອງການແຮງງານ ແຂວງ ສາຣະວັນ ກ່າວວ່າ:
" ສ່ວນຫລາຍ ເຮັດວຽກການຜລິດ ກະສິກັມ ເປັນຣະດູການ ເຮັດນາ ກໍປະມານ 2-3ເດືອນ ເນາະຖືວ່າເປັນ ຄົນຫວ່າງງານ ກໍເຮັດໄປເປັນ ແຮງງານ ເລື່ອນລອຍ ກໍສິບໍ່ມີ ຄວາມໝັ້ນຄົງ ໃນອາຊີບຂອງ ເຂົາເຈົ້າຫັ້ນນະ ອັຕຣາຕົວເລກ ຊາວຫນຸ່ມທີ່ ສາມາດມີອາຍຸ ຕັ້ງແຕ່ 15ປີ ຂຶ້ນໄປມີຕັ້ງ 30ພັນ40ພັນ ຄົນໄດ້."
ນັ້ນກໍເປັນຂໍ້ມູນ ທີ່ເກັບກໍາໄດ້ ໃນເບື້ອງຕົ້ນຈາກ ສະພາບຄວາມເປັນຈິງ ໃນແຂວງ ຊຶ່ງແຮງງານ ເຫລົ່ານີ້ສ່ວນໃຫຍ່ ເປັນແຮງງານພາກ ການກະເສຕ ເຮັດວຽກໄປ ຕາມທັມມະຊາດ ຊຶ່ງເປັນແຮງງານ ທີ່ມີຂໍ້ມູນ ບົ່ງບອກວ່າການ ໄປຊອກວຽກເຮັດ ຢູ່ຕ່າງແດນ ມີຣາຍໄດ້ ດີກວ່າ ອັນເຮັດໃຫ້ ພວກເຂົາສ່ວນໃຫຍ່ ລັກລອບອອກໄປ ເຮັດວຽກ ຢູ່ນອກ ປະເທດຕົນ, ທ່ານກ່າວ ຕໍ່ໄປວ່າ:
" ສ່ວນຫລາຍ ຕົວເລກ ກໍຈະມາຈາກ ເຂດເຫລົ່າງາມ ເຂດສາຣະວັນ ແລະເຂດວາປີ ຕົວນີ້ຄືຈະເອົາ ໄປທຽບ ຄາດຄະເນ ຕົວເລກ ກໍຢາກຍາກ ສ່ວນຫລາຍ ກໍໄປໄທ ເພາະດ້ານພາສາ ປາກເວົ້າ ຮີດຄອງປະເພນີ ກໍຄ້າຍກັນ ໄປປະເທດອຶ່ນ ກໍບໍ່ຍາກ ນີ້ແຫລະ."
ທ່ານ ບຸນຄໍາ ສີຫາລາດ ຫົວໜ້າຜແນກ ສົ່ງເສີມ ວຽກເຮັດງານທໍາ ກົມແຮງງານ ເຜີຍວ່າ ລາວ ມີຄວາມຕ້ອງການ ແຮງງານອີກຫລາຍ ໃນພາກສ່ວນ ທຸຣະກິດ ແຕ່ງານທີ່ມີຢູ່ ກໍບໍ່ກົງກັບ ຄວາມຕ້ອງການຂອງ ແຮງງານ ຊຶ່ງເຮັດໃຫ້ຕົວເລກ ຄົນຫວ່າງງານ ໃນລາວ ມີຫລາຍກວ່າ 1ແສນຄົນ.
ສະຖິຕິຂໍ້ມູນ ກໍາລັງແຮງງານ ທົ່ວປະເທດລາວ ມີທັງໝົດ 2ລ້ານຄົນ ໃນປັຈຸບັນ. ຕົວເລກການ ຫວ່າງງານມີ 130ພັນຄົນ ແລະ ຕາມນະໂຍບາຍ ຂອງກົມແຮງງານ ສົ່ງເສີມໃຫ້ ປະຊາຊົນ ເຮັດວຽກ ຢູ່ພາຍໃນປະເທດ 70ເປີເຊັນ, ທີ່ເຫລືອອີກ 30ເປີເຊັນ ແມ່ນສົ່ງເສີມ ເຮັດວຽກ ຢູ່ຕ່າງປະເທດ ຊຶ່ງເປົ້າໝາຍ ສູງສຸດກໍຄື ປະຊາຊົນ ທຸກຄົນສາມາດ ມີຣາຍໄດ້ ລ້ຽງຊີບຈາກ ການທໍາງານ.