ແຂວງຜົ້ງສາລີ ສົ່ງເສີມ ປູກກາເຟ ແທນປູກຝີ່ນ
2009.06.11
ໂຄງການດັ່ງກ່າວ ແມ່ນນື່ງ ໃນໂຄງການ ເພື່ອຈັດສັນ ອາຊີບທີ່ຍືນຍົງ ໃນແຜນການພັທນາ ເພື່ອຫລຸດຜ່ອນຄວາມ ທຸກຍາກ ຂອງຊົນເຜົ່າ ທີ່ເມືອງຍອດອູ່ ຈາກການ ປູກຝີ່ນ ທີ່ຮ່ວມດ້ວຍ 8ຫມູ່ບ້ານ ດັ່ງບ້ານ ສວຍງາມ, ບ້ານສົມເຮືອງ, ບ້ານແສ່ວຈ່າຍ, ບ້ານຊຽງສ້ຽວ ບ້ານລານຕຸ້ມ ບ້ານສານຫມໍ້ ບ້ານຫ້ວຍແປເຫນືອ ແລະບ້ານ ຫ້ວຍແປໃຕ້ ທີ່ຈະໃຊ້ ພື້ນທີ່ປະມານ 2ພັນເຮັກຕາ ຮ່ວມມູນຄ່າການ ລົງທືນທັງຫມົດ ເກືອບນື່ງລ້ານ ໂດລາ ໃນນັ້ນມີ ທືນຈົດທະບຽນ 3ແສນໂດລາ ໃນຮູບການລົງ ທືນ 2+3ຄືລາວ ຮັບຜີດຊອບ ທີ່ດີນ ແລະແຮງງານ ສ່ວນຈີນ ຮັບຜີດຊອບເງີນທືນ ເທກນີກວີຊາການ ແລະການຕລາດ ໃນລະຍະການ ລົງທືນ 30ປີ ໂດຍຈະລົງມື ໃນທ້າຍປີ 2009ແລະພາຍໃນ 5ປີ ຈະສາມາດສ້າງ ຜົລໃຫ້ແກ່ຊາວ ກະສີກອນໄດ້.
ແຂວງຜົ້ງສາລີ ກ່ອນຫນ້ານີ້ ກໍ່ເປັນນື່ງ ໃນຈຳນວນ ແຂວງທີ່ປູກຝີ່ນ ໃນເຂດພາກເຫນືອ ຂອງລາວ ແຕ່ກໍ່ໄດ້ ຍຸຕິລົງ ດ້ວຍໂຄງການ ປູກພືດທົດແທນ ແຕ່ກໍ່ບໍ່ໄດ້ຜົລ ເພາະຂາດຕລາດ ໂຄງການ ປູກກາເຟ ອາດເປັນໂຄງການ ທີ່ເຫມາະສົມ ສຳລັບ ພວກຂະເຈົ້າເພາະ ມີຕລາດ ຮອງຮັບຢູ່ແລ້ວ.