ທາງການສເນີ ສ້າງໂຮງງານໄຟຟ້າ ຂນາດນ້ອຍ
2009.06.11
ໜັງສືພິມ Vientiane Times ຂອງລາວ ຣາຍງານ ເມື່ອວັນພຸດ ວັນທີ່ 10ມິຖຸນາ ນີ້ວ່າກະຊວງ ພະລັງງານ ແລະບໍ່ແຮ່ ຂອງລາວ ເປີດເຜີຍວ່າ ຣັຖບານລາວ ກຳລັງຊຸກຍູ້ ສົ່ງເສີມ ໃຫ້ມີການລົງທຶນ ສ້າງໂຮງງານ ໄຟຟ້າຂນາດນ້ອຍ ເພື່ອຜລິດກະແສ ໄຟຟ້າ ສຳຣັບໃຊ້ພາຍ ໃນປະເທດ ຊຶ່ງກຳລັງ ຂາດເຂີນແລະ ຕ້ອງການ ໄຟຟ້າ.
ທ່ານ ຫັດສະດີ ສີສຸລາດ ຜູ້ຮັກ ສາການແທນ ຫົວໜ້າກົມໄຟຟ້າ ຂອງລາວກ່າວວ່າ ຜູ້ລົງທຶນອາຈ ຊອກຫາເງິນມາ ລົງທຶນສ້າງ ໂຮງງານໄຟຟ້າ ຂນາດນ້ອຍໄດ້ງ່າຍ ງ່າຍກວ່າທີ່ຈະ ຊອກຫາເງິນທຶນ ສຳຣັບ ສ້າງເຂື່ອນໃຫຍ່ໆ. ອີກຢ່າງນຶ່ງ ເພື່ອແກ້ໄຂ ບັນຫາການ ຂາດເຂີນໄຟຟ້າ ໃນປະເທດ.
ຣັຖບານລາວ ຈຶ່ງຢາກສເນີໃຫ້ ນັກລົງທຶນ ທີ່ເປັນເຈົ້າຂອງ ເຂື່ອນໄຟຟ້າ ຂນາດໃຫຍ່ໆນັ້ນ ໃຫ້ເພິ້ມການ ຂາຍໄຟຟ້າ ໃຫ້ແກ່ ປະຊາຊົນ ທ້ອງຖິ່ນຫລາຍຂື້ນ ບໍ່ຄວນ ສົ່ງໄຟຟ້າໄປຂາຍ ໃຫ້ແກ່ປະເທດ ເພື່ອນບ້ານຫລາຍ ເກີນໄປ.
ປັດຈຸບັນ ເຖິງວ່າ ສປປລາວ ຈະມີເຂື່ອນ ແລະ ຜລິດກະແສ ໄຟຟ້າໄດ້ຫລາຍ ແຕ່ໄຟຟ້າເກືອບ ທັງໝົດ ຖືກສົ່ງໄປຂາຍ ໃຫ້ແກ່ໄທ ສ່ວນປະເທດ ແລະ ປະຊາຊົນ ລາວໄດ້ໃຊ້ ໄຟຟ້າໜ້ອຍດຽວ ເທົ່ານັ້ນ ແລະໄຟຟ້າ ສ່ວນນຶ່ງທີ່ໃຊ້ ຢູ່ໃນປັດຈຸບັນ ກໍຊື້ມາຈາກ ໄທແລະວຽດນາມ ຕົວຢ່າງ ບໍຣິສັດ ເຂື່ອນນ້ຳເທີນສອງ ຊຶ່ງຈະສ້າງ ສຳເຣັດພາຍໃນ ທ້າຍປີນີ້ ຈະສົ່ງໄຟຟ້າ ເຖິງ 90ສ່ວນຮ້ອຍ ຈາກເຂື່ອນ ນ້ຳເທີນສອງ ນັ້ນໄປໃຫ້ໄທ ສ່ວນເຫລືອ 10ສ່ວນຮ້ອຍ ເທົ່ານັ້ນສຳຣັບ ໃຊ້ພາຍໃນປະເທດ.
ໜັງສືພິມ Vientiane Times ຣາຍງານອີກວ່າ ຣັຖບານລາວ ຖືກສເນີໃຫ້ ສະສົມ ພະລັງງານໄວ້ ເພື່ອໃຊ້ໃນເວລາ ຂາດເຂີນ ແລະເວລາມີ ຄວາມຕ້ອງສູງ ແລະ ເພື່ອໃຫ້ ນັກລົງທຶນ ຈະມີຄວາມ ເຊື້ອໝັ້ນໃນ ຣັຖບານ.