ຍີງສາວ ແຂວງຫລວງນ້ຳທາ ຖືກຫລອກ
2009.06.11
ມີຍີງສາວຊາວ ແຂວງຫລວງນ້ຳທາ ຫລາຍໆຄົນທີ່ ຖືກນາຍໜ້າ ເປັນຊາວເຜົ່າມົ້ງ ຈາກແຂວງວຽງຈັນ ຫລອກໃຫ້ໄປ ແຕ່ງງານຢູ່ ປະເທສຈີນ ແຕ່ຄວາມຈີງ ໃນເມື່ອ ໄປເຖີງ ປະເທສຈີນ ແລ້ວເຂົາເຈົ້າ ກໍຖືກບັງຄັບ ໃຊ້ແຮງງານ ຢ່າງທາຣຸນ ໃນບາງ ກໍຣະນີ ກໍຖືກນຳໄປ ຂາຍເຂົ້າຊ້ອງ ບໍຣິກາຣ ທາງເພສຕາມຮ້ານ ບັນເທີງຕ່າງໆ ດັ່ງເຈົ້າໜ້າທີ່ ຈາກໜ່ວຍງານກາຣ ຄ້າມະນຸສ ປະຈຳແຂວງ ຫລວງນ້ຳທາ ໄດ້ໃຫ້ຣາຍ ລະອຽດວ່າ:
“ຣະຫວ່າງຄົນລາວ ສ່ວນຫລາຍນີ້ກໍ ຕົວະລໍ້ຫລອກລວງ ສົ່ງໄປ ປະເທສຈີນ ຄົນຢູ່ແຖວ ວຽງຈັນ ຄົນຊົນເຜົ່າດຽວ ເຂົາເຈົ້າເປັນ ຊົນເຜົ່າ ສູງຜູ້ໜື່ງ ຜູ້ໜື່ງຊົນເຜົ່າ ເລົ່າຫ້ວຍ ຄົນຊົນເຜົ່າມົ້ງ ແລະເຜົ່າລັນແຕນ ”
ເຈົ້າໜ້າທີ່ລາວ ທ່ານນີ້ໄດ້ແຈ້ງ ເພີ່ມວ່າ ທາງກາຣກ່ຽວຂ້ອງ ແຂວງຫລວງນ້ຳທາ ກໍໄດ້ຕິດຕໍ່ ປະສານງານກັບ ທາງເຈົ້າໜ້າທີ່ ຝ່າຍຈີນ ແລະກໍໄດ້ຮັບ ຄວາມຮ່ວມມື ມາ ເປັນປະຈຳ ແລະຍັງຈະຕ້ອງ ໄດ້ສືບຕໍ່ ກາຣປະສານງານ ກັນຕໍ່ໆໄປ ເພື່ອຈະໃຫ້ ສາມາດແກ້ໄຂ ບັນຫາ ດັ່ງກ່າວນີ້.
ໃນຂະນະດຽວກັນ ນັ້ນທາງເຈົ້າ ໜ້າທີ່ລາວ ກໍໄດ້ລົງໄປ ໃຫ້ກາຣ ອະທິບາຍ ຕໍ່ປະຊາຊົນ ເປັນການປູກຈີຕ ສຳນືກໃຫ້ກັບ ປະຊາຊົນ ໃນເຂຕ ບ້ານເປົ້າໝາຍ ດັ່ງເຈົ້າ ໜ້າທີ່ຈາກຫ້ອງ ກາຣຊາວໜຸ່ມ ແຂວງຫລວງນ້ຳທາໄ ດ້ກ່າວວ່າ:
“ບ້ານເປົ້າໝາຍ ເມືອງ ເປົ້າໝາຍຂອງ ແຂວງຫລວງນ້ຳທາພ ວກເຮົາມີຢູ່ ເມືອງນາແລ ມີ3ບ້ານ ແລະຢູ່ເມືອງສີງ 2ບ້ານ ແຕ່ເຮົາໄປເນັ້ນ ຫລັກໆເປັນ ບ້ານຊົນເຜົ່າ ອັຄຄາ ເພາະວ່າເພີ່ນ ມີວັຍໜຸ່ມກັບ ມີເດັກໄປອອກ ແຮງງານຢູ່ ເມືອງຈີນຫລາຍ ”
ພ້ອມດຽວກັນນີ້ ທ່ານກໍວ່າທາງ ຫ້ອງກາຣຂອງທ່ານ ຍັງໄດ້ມີກາຣ ປະເມີນຜົລ ກ່ຽວກັບຂໍ້ມູລ ໃນດ້ານກາຣ ຂ້າມແດນ ຜິດກົດໝາຍ ດ້ານກາຣຖືກ ຫລອງລວງໄປ ຄ້າປະເວນີ ຕາມເຂຕ ບ້ານເປົ້າໝາຍ ທີ່ວ່າໄດ້ປະສົບ ຜົລສຳເຣັຈແລ້ວ ເກືອບຮອດ 100%.