ພິທີ ເປີດຂະບວນ ຣົຖບັນທຸກ
2009.06.11
ພິທີເປີດ ກາຣແລ່ນຣົຖ ບັນທຸກສິນຄ້າ ຣະຫວ່າງປະເທສ ລາວ-ໄທຽ-ວຽຕນາມ ຕາມເສັ້ນທາງ ເຊື່ອມໂຍງເສຖກິຈ ຕາເວັນອອກ ຕາເວັນຕົກ ໄດ້ຈັດຂື້ນຢູ່ ຂົວມີຕພາບ ລາວ-ໄທຽ ແຫ່ງທີ່ 2 ໃນຕອນເຊົ້າຂອງ ວັນທີ່ 11ມີຖຸນາ ນີ້ໂດຽມີ ຣັຖມົນຕຣີ ຄົມມະນາຄົມ ຂົນສົ່ງ ສປປລາວ ໄທຽ ກັມພູຊາ ແລະວຽຕນາມ ພ້ອມດ້ວຍ ຜູ້ແທນຈາກ ໜ່ວຍງານພາຄຣັຖ ແລະເອກກະຊົນ ເຂົ້າຮ່ວມເປັນ ສັກຂີພະຍານ ດັ່ງເຈົ້າໜ້າທີ່ ກ່ຽວຂ້ອງຈາກ ແຜນກກາຣໂຍທາ ປະຈຳແຂວງ ສວັນນະເຂຕ ໄດ້ກ່າວວ່າ:
“ ເປີດຢູ່ສວັນ ເປັນຈຸດໃຫຍ່ ຕັດແຖບພາບກາຣ ຂົນສົ່ງຕາມແລວ ເສຖກິຈນີ້ແລ້ວໆ ແມ່ນຣັຖມົນຕຣີ 3 ປະເທສລາວ-ວຽຕນາມ-ໄທຽ ແລະກ໋ະທ່ານ ຣັຖມົນຕຣີຊ່ວຍ ກັມພູເຈັຽ (ຊາ) ນີ້ມາ ສັງເກຕກາຣ ນັບແຕ່ມື້ນີ້ ເປັນຕົ້ນໄປ ແມ່ນເຣີ່ມຈັດຕັ້ງ ປະຕິບັຕ ເລີຽແຫລະ!”
ໃນຣະຍະທີ່ ຜ່ານມາ ມັກຈະມີບັນຫາ ດ້ານກາຣຂົນສົ່ງ ສິນຄ້າ ຣະຫວ່າງປະເທສ ດັ່ງກ່າວຍ້ອນມີ ກາຣເກັບຄ່າ ທັມນຽມຂົນສົ່ງ ຜ່ານແດນ ກາຣກວດສອບ ສິນຄ້າ ຊ້ຳຊ້ອນກັນ ແລະບັນຫາທີ່ ຕ້ອງໄດ້ມີກາຣ ປ່ຽນຣົຖບັນທຸກ ເວລາທີ່ເດີນ ທາງເຂົ້າ ແຕ່ລະປະເທສ ຈື່ງບໍ່ຄ່ອຍຈະ ມີຣົຖຫລາຍ ພໍເທົ່າໃດ. ສະນັ້ນທາງ ທະນາຄາຣ ພັທນາເອເຊັຽ ຫລື ADB ທີ່ເປັນຜູ້ໃຫ້ ກາຣສນັບສນູນ ໂຄງກາຣຂົນສົ່ງ ແນວທາງເສຖກິຈ ຕາເວັນອອກ ຕາເວັນຕົກ ດັ່ງກ່າວ ຈື່ງໄດ້ຫາ ວິທີທາງ ແກ້ໄຂຮ່ວມກັບ ທາງ 3ປະເທສ ກ່ຽວຂ້ອງໂດຽມີ ກາຣຕົກລົງໃຫ້ ແຕ່ລະປະເທສ ຈັດຕັ້ງຂະບວນ ຣົຖບັນທຸກ ປະເທສລະ 400ຄັນ ເພື່ອໃຫ້ສາມາດ ແລ່ນໄດ້ ຢ່າງເສຣີ ແລ້ວຈື່ງມີ ກາຣເຣີ່ມເປີດ ໃຫ້ແລ່ນໄດ້ ເປັນເທື່ອທຳອິດ ໃນມື້ ວັນພະຫັດ ນີ້.
ເຖີງແມ່ນກາຣ ເປີດກາຣຂົນສົ່ງ ຄັ້ງນີ້ ເປັນກາຣສ້າງ ຄວາມສະດວກ ໃນດ້ານກາຣ ຂົນສົ່ງສິນຄ້າ ຣະຫວ່າງກັນຫລາຍ ຂື້ນນັ້ນກໍຕາມ ແຕ່ສຳຫລັບ ຝ່າຍລາວກໍອາຈ ພົບກັບບັນຫາ ຢູ່ຄືເກົ່າ ເພາະຍັງບໍ່ທັນ ສາມາດຈັດຕັ້ງ ຂະບວນຣົຖບັນທຸກ ໄດ້ຫລາຍເຖີງ ຂນາດນັ້ນເທື່ອ ໃນປັຈຈຸບັນນີ້ ດັ່ງເຈົ້າໜ້າທີ່ ລາວດັ່ງກ່າວ ໄດ້ແຈ້ງເພີ່ມວ່າ:
“ຝ່າຍລາວນີ້ ກໍມີຢູ່ ແຕ່ຍັງບໍ່ທັນ ເຖີງປານນັ້ນດອກ ດຽວນີ້ໄດ້ຍິນ ວ່າປະມານ 70-80 (ຄັນ) ນີ້ລະ ທາງໄທຽ ແລະວຽຕນາມ ນີ້ເຂົາວ່າ 400 ຄັນນີ້ຍັງ ນ້ອຍໂພດ!”
ກາຣທີ່ທາງ ຝ່າຍລາວຍັງ ບໍ່ທັນມີຄວາມ ພ້ອມທາງດ້ານກາຣ ມີຣົຖບັນທຸກ ຫລາຍຄັນທຽບເທົ່າ ກັບທາງຝ່າຍໄທຽ ແລະວຽຕນາມນັ້ນ ກໍຍີ່ງເປັນກາຣ ເຮັດໃຫ້ທາງ ກາຣກ່ຽວຂ້ອງ ຂອງລາວຍີ່ງ ບໍ່ໄດ້ຮັບ ຜົລປໂຍຊຈາກ ຄວາມສະດວກ ທາງດ້ານນຳໃຊ້ ເສັ້ນທາງດັ່ງກ່າວ ນີ້ຕໍ່ໄປເລື້ອຍໆ ຈື່ງຄວນຈະ ແກ້ໄຂຢ່າງ ຮີບດ່ວນ.