ແຮງງານ ລາວ ເຂົ້າໄທ ເພິ່ມຂຶ້ນ

ການເປີດຊາຍແດນ ແລະການພັທນາ ທາງເສຖກິດ ໃນລາວ ສົ່ງຜົນໃຫ້ ແຮງງານລາວ ເດີນທາງເຂົ້າໄປ ປະເທດໄທຫລາຍ ເພິ່ມຂຶ້ນ.

0:00 / 0:00

ການເປີດຊາຍແດນ ຣະຫວ່າງ ລາວ-ໄທ ແລະການພັທນາ ທາງເສຖກິດ ໃນລາວ ທີ່ເພິ່ມຂຶ້ນ ສົ່ງຜົນໃຫ້ການ ລັ່ງໄຫລເຂົ້າອອກ ຂອງຊາວລາວ ເພື່ອໄປຊອກວຽກ ເຮັດງານທໍາ ຢູ່ປະເທດໄທ ເພີ່ມຂຶ້ນ.

ເຈົ້າໜ້າທີ່ຫນ່ວຍງານ ເພື່ອ ສິດທິມະນຸດ ຂອງແຮງງານ ຕ່າງດ້າວໃນໄທ ກ່າວເຖິງການເຂົ້າ ໄປຊອກຫາ ວຽກເຮັດໃນໄທ ຂອງຊາວລາວ ວ່າມີອັຕຣາ ເພິ່ມຂຶ້ນ ໃນລະຍະ 2-3ປີ ທີ່ຜ່ານມາ ຊຶ່ງສາເຫດນຶ່ງ ກໍອາຈເປັນເພາະ ການເດີນທາງ ສະດວກສະບາຍຂຶ້ນ:

" ພໍການເດີນທາງ ສະດວກຂຶ້ນ ຄົນກໍຍ້າຍ ຫລາຍຂຶ້ນ ແລ້ວກໍຮວມເຖິງ ການເຄື່ອນຍ້າຍ ຂອງຄົນທີ່ຜ່ານມາ ມັນສ້າງເຄືອຄ່າຍ ກຸ່ມຄົນຕ່າງໆ ຂຶ້ນມາແລ້ວ ຄາວນີ້ ພໍມັນເປີດ ຫລາຍຂຶ້ນ ໂອກາດ ທີ່ຄົນຈະໄຊ້ ເຄືອຄ່າຍທີ່ ຕົວເອງມີຢູ່ ເຊັ່ນຄົນທີ່ເຄີຍ ມາເຮັດວຽກ ໃນປະເທດໄທ ແລ້ວຄົນທີ່ຍັງ ຢູ່ໃນປະເທດໄທ ໄປດຶງຄົນ ໄປດຶງ ພວກຕົວເອງ ເຂົ້າມາ ມັນກໍສູງຂຶ້ນ."

ອີກບັນຫານຶ່ງ ທີ່ໜ້າເປັນຫ່ວງ ສໍາລັບ ປະເທດລາວ ຕອນນີ້ກໍຄື ທິດທາງ ການພັທນາ ໃນລາວຈະມຸ້ງ ໄປໃນທິດທາງ ດຽວຄືການພັທນາ ເສຖກິດເປັນຫລັກ ໂດຍບໍ່ ໄດ້ຄໍານຶງເຖິງ ຜົລກະທົບ ທາງດ້ານສັງຄົມ. ການພັທນາທີ່ ເພິ່ມຂຶ້ນ ເຊັ່ນເຂື່ອນຫລື ໂຄງການຕ່າງໆ ທີ່ເກີດຂຶ້ນ ເຮັດໃຫ້ ປະຊາຊົນລາວ ຈໍາຕ້ອງໄດ້ອອກ ຈາກທີ່ດິນ ຂອງຕົນ ອັນເປັນອີກ ສາເຫດນຶ່ງ ເຮັດໃຫ້ມີ ຄົນງານເຂົ້າໄປ ຫາຢູ່ຫາກິນ ໃນໄທເພິ່ມຂຶ້ນ ຊຶ່ງເວລານີ້ ນັກວິຊາການ ຂອງໄທ ພວມສຶກສາ ກ່ຽວກັບການ ພັທນາ ເສຖກິດພິເສດ ສວັນ-ເຊໂນ ວ່າສົ່ງ ຜົລກະທົບຕໍ່ ອັຕຣາທີ່ເພິ່ມຂຶ້ນ ຂອງແຮງງານລາວ ໃນປະເທດໄທ ຫລືບໍ່.

" ທ່ານກ່າວກ່ຽວກັບ ເລື້ອງນີ້ວ່າ, ເຂົາກໍາລັງ ເບິ່ງວ່າໂຄງການ ສວັນ-ເຊໂນ ມີຜົລກະທົບ ກັບຄົນຫລາຍ ໜ້ອຍປານໃດ ເພາະເບິ່ງຄືຈັ່ງວ່າ ການຈ້າງງານທີ່ ເກີດຂຶ້ນ ໃນເຂດເສຖກິດ ພິເສດ ມັນເປັນການຈ້າງ ປະເພດແຮງງານ ຝີມື ດ້ວຍສ່ວນນຶ່ງ ເພາະມັນບໍ່ ສາມາດສ້າງຄົນ ທີ່ຈະມາຮອງຮັບ ການເຕີບໂຕ ຂຶ້ນມາໄດ້ ຄົນກໍຈະຫາ ຊ່ອງທາງອຶ່ນ ເຊັ່ນ ເຂົ້າໄປເຮັດວຽກ ຢູ່ໄທ ຊຶ່ງກໍຈະງ່າຍ ກວ່າຕັ້ງຫລາຍ."

ແລະວ່າສີ່ງທີ່ ຣັຖບານລາວ ຄວນເຮັດໃນຕອນ ນີ້ກໍຄືການ ຍອມຮັບຄວາມຈິງ ວ່າການໂຍກຍ້າຍ ປະຊາກອນ ໃນລັກສະນະນີ້ ເກີດຂຶ້ນດ້ວຍຄວາມ ຈໍາເປັນ ແລະຫາ ທາງຄຸ້ມຄອງ ປະຊາກອນ ຂອງຕົນ ເພື່ອບໍ່ໃຫ້ເກີດ ການຣະເມີດ ສິດທິມະນຸດ ແລະທີ່ສໍາຄັນ ທີ່ສຸດ ທີ່ຈະແກ້ໃຂ ບັນຫານີ້ໄດ້ ຢ່າງຈິງຈັງ ກໍຄືທາງ ຣັຖບານລາວ ຕ້ອງ ເພິ້ມມາຕຖານ ດ້ານການສຶກສາ ເພື່ອການພັທນາ ຊັພຍາກອນ ບຸກຄົນ ໃນປະເທດລາວ ຄວບຄູ່ໄປກັບການ ພັທນາທາງ ເສຖກິດ.