ລາວ ຍັງບໍ່ເກັບຄ່າ ຜ່ານດ່ານ ເສັ້ນທາງເລຂ 9
2009.06.12
ໃນປັຈຈຸບັນນີ້ ຍັງບໍ່ທັນມີ ກາຣຂົນສົ່ງ ສິນຄ້າຜ່ານດ່ານ ເສັ້ນທາງໝາຍເລຂ 9 ຫລາຍເທົ່າທີ່ຄວນ ສະນັ້ນທາງກາຣ ສປປລາວ ຈື່ງພະຍາຍາມ ທີ່ຈະສົ່ງເສີມ ພ້ອມກັບ ເປັນກາຣດືງດູດ ໃຫ້ມີ ນັກລົງທຶນ ຊາວຕ່າງປະເທສ ໄດ້ໃຊ້ເສັ້ນທາງ ດັ່ງກ່າວນີ້ ຫລາຍຂື້ນ ສະນັ້ນຈື່ງ ບໍ່ໄດ້ມີກາຣ ເກັບຄ່າຜ່ານດ່ານ ດັ່ງກ່າວນີ້ເທື່ອ.
ດັ່ງເຈົ້າໜ້າທີ່ ກົມກາຣຂົນສົ່ງ ກະຊວງ ໂຍທາທິກາຣ ນະຄອນຫລວງ ວຽງຈັນ ໄດ້ກ່າວວ່າ:
“ຕຣາຟຟິຄ (traffic) ຕົວນີ້ ມັນຍັງຕໍ່າ ດັ່ງນັ້ນ ລາວເລີຽຖືວ່າ ຍັງເກັບບໍ່ໄດ້ຢູ່ ດັ່ງນັ້ນ ຖ້າວ່າເພື່ອ ເປັນກາຣດືງດູດ ນັກລົງທຶນ ໃຫ້ຕຣາຟຟິຄ ມັນເພີ່ມຂື້ນ ເຣື່ອງ ປະຣິມານ ກາຣຂົນສົ່ງ ດັ່ງນັ້ນຖ້າເຮົາ ເກັບຕົວນີ້ເຂົາ ຈະບໍ່ມາຜ່ານ ດັ່ງນັ້ນລາວຈື່ງ ບໍ່ທັນສາມາດເກັບ ເປັນທາງຜ່ານ ນີ້ໄດ້”
ພ້ອມດຽວກັນນີ້ ທ່ານກໍວ່າ ທາງກາຣລາວ ກຳລັງສເນີ ໃຫ້ມີກາຣ ປະສານງານກັນ ຣະຫວ່າງ 3ປະເທສ ລາວ-ໄທຽ-ວຽຕນາມ ເພື່ອໃຫ້ສາມາດ ດຳເນີນ ທຸຣະກິຈ ຮ່ວມກັນ ຊື່ງກໍໝັ້ນໃຈວ່າ ຈະມີກາຣເພີ່ມ ດ້ານກາຣຂົນສົ່ງ ນີ້ຫລາຍຂື້ນ ພ້ອມກັບເຮັດໃຫ້ ທາງກາຣລາວ ມີຣາຍຮັບຈາກ ພາຄສ່ວນນີ້ນັ້ນ ນຳດ້ວຍ ໂດຽສະເພາະ ໃນອະນາຄົຕ ທີ່ຄາດວ່າຍີ່ງ ຈະມີປະຣິມານ ກາຣໃຊ້ເສັ້ນທາງ ດັ່ງກ່າວນີ້ ຫລາຍກວ່າເກົ່າ ດັ່ງທີ່ເຈົ້າໜ້າທີ່ ລາວດັ່ງກ່າວ ໄດ້ແຈ້ງເພີ່ມວ່າ:
“ລາວອາຈຈະເກັບ ເອົາເປັນເຮັດເປັນ ເພື່ອເສັ້ນທາງຂອງ ທາງເລຂ 9 ເພື່ອມາເປັນກາຣ ປັບປຸງອຳນວຍ ຄວາມສະດວກ ແລະກໍມາ ສ້ອມແປງ"
ໃນຂະນະດຽວກັນ ທ່ານກໍໄດ້ກ່າວ ເນັ້ນວ່າ: ກາຣເກັບຄ່າ ຜ່ານດ່ານເສັ້ນທາງ ເລຂ 9ນີ້ທາງກາຣ ສປປລາວ ກໍສາມາດ ປະຕິບັຕ ໄດ້ຕາມຂໍ້ສັນຍາ ເພື່ອສ້າງຄວາມ ໝັ້ນໃຈໃຫ້ແກ່ ນັກທຸຣະກິຈ ຜູ້ລົງທຶນ ແລະໂດຽສະເພາະ ກໍເພື່ອຢາກໃຫ້ ມີຜູ້ໃຊ້ ບໍຣິກາຣ ໃນເສັ້ນທາງ ດັ່ງກ່າວນີ້ ຫລາຍເພີ່ມຂື້ນ ເລື້ອຽໆ.