ທູດລາວ ໃນໄທ ຟ້ອງຕຳຣວດໄທ
2009.06.11
ເມື່ອບໍ່ດົນ ຜ່ານມາ ສະຖານທູດລາວ ໄດ້ຈ້າງ ທະນາຍຄວາມ ທີ່ເປັນຄົນໄທ ເພື່ອຍື່ນຟ້ອງ ເຈົ້າໜ້າທີ່ ຕຳຣວດ ແຂວງ ນະຄອນປະຖົມ ຂອງໄທ ໃນຂໍ້ຫາ ຈັບແລະ ກັກຂັງເດັກນ້ອຍ ຜູ້ຍິງ ລາວສາມຄົນ ພ້ອມທັງບັງຄັບ ໃຫ້ພວກເຂົາເຊັນ ເອກກະສານ ແລະ ໃຫ້ຍອມຮັບວ່າ ພວກເຂົາລັກລອບ ຄ້າປະເວນີ ໃນຮ້ານຄາຣາໂອເກະ ແຫ່ງນຶ່ງ ໃນແຂວງ ນະຄອນປະຖົມ.
ດຣ. ສີວາລິດ ສຳເຣັດຜົນ ທະນາຍຄວາມ ທີ່ຖືກຈ້າງໄດ້ກ່າວ ໃຫ້ເຫດຜົນ ໃນການຍື່ນຟ້ອງ ເທື່ອນີ້ວ່າ:
" ທ່ານເວົ້າວ່າ ເດັກນ້ອຍລາວ ໃຫ້ການແກ່ ສານວ່າພວກເຂົາ ຖືກເຈົ້າໜ້າ ຕຳຣວດ ຈັບກຸມຂົ່ມຂູ່ ແລະ ໃຫ້ເຊັນໜັງສືທີ່ ພວກເຂົາອ່ານບໍ່ອອກ ນາຍແປພາສາ ກໍບໍ່ມີ ນຳເອົາພວກເຂົາ ໄປກັກຂັງໄວ້ ໃນຫ້ອງທີ່ມີ ຄົນຜູກຄໍຕາຍ. ເດັກນ້ອຍລາວ ເຫລົ່ານີ້ບໍ່ຮູ້ຫຍັງ ເຈົ້າໜ້າທີ່ ຕຳຣວດ ບໍ່ຍອມກວດເບິ່ງ ເອກກະສານ ທີ່ຖືກຕ້ອງຂອງ ພວກເຂົາເລີຍ."
ເຣື້ອງມີຢູ່ວ່າ ເຈົ້າໜ້າທີ່ ຕຳຣວດຜແນກ ປາບປາມ ການກະທຳຜິດ ຕໍ່ເດັກນ້ອຍ ເຍົາວະຊົນ ແລະສະຕຣີ ແຂວງນະຄອນປະຖົມ ໄດ້ຮຽກຮ້ອງ ເງິນຄ່າຄຸ້ມຄອງ 5,000ບາດ ຈາກເຈົ້າຂອງຮ້ານ ຄາຣາໂອເກະ ທີ່ມີຊື່ວ່າ ມານະຄາຣາໂອເກະ ແຕ່ເຈົ້າຂອງຮ້ານ ບໍ່ຍອມໃຫ້ ແຕ່ເມື່ອເຫັນ ເດັກນ້ອຍຜູ້ຍິງ ລາວສາມຄົນ ນັ່ງກິນອາ ຫານ ຢູ່ຮ້ານ ຄາຣາໂອເກະນັ້ນ ເຈົ້າໜ້າທີ່ ຕຳຣວດ ພັດເຂົ້າໄປຈັບ ເດັກນ້ອຍລາວ ທັງສາມ ແລະຕູ່ຫາ ຄະດີລັກລອບ ຄ້າປະເວນີ.
ຫລັງຈາກນັ້ນ ເດັກນ້ອຍລາວ ທັງສາມໄປແຈ້ງ ຕໍ່ສະຖານທູດລາວ ວ່າ ພວກເຂົາຖືກຈັບ ແລະຖືກຕູ່ຫາ ຄະດີ ຄ້າປະເວນີ ຢ່າງບໍ່ຖືກຕ້ອງ ຕາມຄວາມເປັນຈິງ ຄວາມຈິງ ແລ້ວ ພວກເຂົາເປັນ ຄົນງານຖືກ ຕ້ອງຕາມກົດໝາຍ ທຸກຢ່າງ ມີໃບ ອະນຸຍາດ ເຂົ້າເມືອງ ແລະເຮັດວຽກ ຢູ່ໄທຢ່າງ ຄົບຖ້ວນ.
ເມື່ອຮູ້ດັ່ງນັ້ນ ເຈົ້າໜ້າທີ່ ສະຖານທູດລາວ ກໍບໍ່ດີໃຈ ແລະຕົກລົງຈ້າງ ທະນາຍຄວາມ ເພື່ອຮຽກຮ້ອງ ຄວາມເປັນທັມ ດັ່ງ ທະນາຍຄວາມ ໄດ້ເວົ້າຕື່ມວ່າ:
" ທ່ານເວົ້າວ່າ ທາງສະຖານ ທູດລາວຄິດວ່າ ເປັນຫຍັງ ເຈົ້າໜ້າທີ່ຕຳຣວດ ຈຶ່ງໄປຈັບຄົນລາວ ແລະຕູ່ຫາເປັນ ໂສເພນີ ຢ່າງບໍ່ຖືກຕ້ອງ ມັນເສັຍສັກສີ ທາງສະຖານ ທູດ ບໍ່ພໍໃຈ ຈຶ່ງຍື່ນຟ້ອງສານ ເພື່ອຮຽກຮ້ອງຄວາມ ເປັນທັມແລະ ຄ່າເສັຍຫາຍ."