ເຣື້ອງທີ່ເກັບບັນທຶກໄວ້
2023-07-11
ເນື່ອງໃນໂອກາດ ຄົບຮອບ 10 ປີ ແນວຄິດຣິເຣີ່ມ ນຶ່ງແລວນຶ່ງເສັ້ນທາງ ຫຼື One Belt One Road Initiative ຂອງຈີນ ປະຊາຊົນລາວ ຍັງບໍ່ໄດ້ຮັບປໂຍດ ຈາກແນວຄິດດັ່ງກ່າວ ເທົ່າທີ່ຄວນ ແລະປໂຍດສ່ວນຫຼາຍ ຕົກເປັນຂອງຝ່າຍຈີນ ຂະນະທີ່ ສປປ ລາວ ແລະປະຊາຊົນ ຕ້ອງແບກຮັບພາຣະໜີ້ມະຫາສານ.
2023-07-11
ນັກລົງທຶນຈີນ ກັບມາເຣີ່ມການກໍ່ສ້າງ ຕຶກເພີ່ມ ຢູ່ເຂດເສຖກິຈພິເສດ ໃກ້ກັບຂົວມິຕພາບ ລາວ-ໄທຍ ແຫ່ງທີ 4 ເມືອງຫ້ວຍຊາຍ ແຂວງບໍ່ແກ້ວ ເຊິ່ງເຂດນີ້ ນັກລົງທຶນຈີນ ໄດ້ຮັບສັມປະທານ ເປັນເວລາ 99 ປີ ຈາກຣັຖບານລາວ ເພື່ອສ້າງເປັນສູນການຄ້າຄົບວົງຈອນ ລວມທັງກາສິໂນ.
2023-07-11
ພົບສົບຄູ່ຜົວເມັຍ ແຂວນຄໍຕາຍ ຢູ່ປ່າເລົ່າ ເຂດບ້ານຫ້ວຍນໍ້າແດງ ທັງສອງຄົນ ເປັນຄົນງານຮັບເໝົາປາດຢາງພາຣາ ໂດຍທັງສອງຜົວເມັຍ ມີລູກ 6 ຄົນ ແລະໃນເບື້ອງຕົ້ນນີ້ ສາເຫດທີ່ເຮັດໃຫ້ ທັງສອງ ທຳການດັ່ງກ່າວ ຍັງບໍ່ຮູ້ເທື່ອ ອີງຕາມຄຳເວົ້າ ຂອງເຈົ້າໜ້າທີ່ ທີ່ກ່ຽວຂ້ອງ.
2023-07-10
ຕຳຣວດສະກັດກັ້ນ ແລະ ຕ້ານການຄ້າມະນຸສ ຢູ່ບັນດາແຂວງຕ່າງໆ ໄດ້ອອກໂຄສະນາເຜີຍແຜ່ ກ່ຽວກັບຜົລຮ້າຍ ຂອງການຄ້າມະນຸສ ໃຫ້ແກ່ບັນດານັກຮຽນມັທຍົມ ຢູ່ຕາມໂຮງຮຽນຕ່າງໆ ແຕ່ເຈົ້າໜ້າທີ່ຕຳຣວດ ຍັງບໍ່ສາມາດເຂົ້າເຖິງກຸ່ມສຽ່ງ ທີ່ຢູ່ເຂດຫ່າງໄກສອກຫຼີກໄດ້.
2023-07-10
ການບໍຣິການຕ່າງໆ ລວມເຖິງການບໍຣິການຂອງພາກຣັຖ ຢູ່ເຂດເທສບານ ເມືອງຕົ້ນເຜິ້ງ ຍັງມີການໃຊ້ເງິຈຕຣາຕ່າງປະເທດ ໂດຍສະເພາະເງິນບາທ ແລະ ເງິນຢວນ ເຊິ່ງສວນທາງກັບນະໂຍບາຍຂອງຣັຖບານ ທີ່ມີມາຕການໃຊ້ເງິນກີບຢ່າງດຽວ ເພື່ອຫຼຸດຜ່ອນຄ່າເງິນເຟີ້.
2023-07-10
ຕຳຣວດໄທຍ ຈັບຜູ້ຖືກກ່າວຫາ ປຸ້ນຮ້ານຄຳ, ແຂວງບໍ່ແກ້ວ ນໍາເຂົ້າສິນຄ້າກະເສດ ຈາກຕ່າງປະເທດ ປະມານ 70%, ຈີນ ຂໍປູກກ້ວຍ ຢູ່ເມືອງຊະນະສົມບູນ ແຂວງຈຳປາສັກ.
2023-07-10
ໂຄງການຂຸດຄົ້ນບໍ່ເກືອກາລີ ໄດ້ຮັບຄົນງານຈີນ ຈໍານວນຫຼາຍພັນຄົນ ເຂົ້າມາເຮັດວຽກ ກັບບໍຣິສັດ ຊິໂນ-ອາກຣີ ໂປຕາສ ຈໍາກັດ ຂອງນັກລົງທຶນຈີນ ຢູ່ບ້ານດົງໃຕ້ ເມືອງທ່າແຂກ ແລະບ້ານນາຄໍາ ເມືອງໜອງບົກ ແຂວງຄໍາມ່ວນ ຂະນະທີ່ຄົນງານລາວ ຖືກບັງບຽດ ຕ້ອງໄດ້ອອກໄປຫາເຮັດວຽກອື່ນໆ ທີ່ມີຄວາມສ່ຽງຕໍ່ການຖືກຄ້າມະນຸສ.
2023-07-10
ແຂວງຈຳປາສັກ ໃຫ້ ຊາວບ້ານ ບ້ານຄອນໄຫຼ 10 ປາຍຄອບຄົວ ຍ້າຍອອກຈາກທີ່ດິນ ທີ່ຊາວບ້ານໄດ້ບຸກລຸກ ປຸກສ້າງເຮືອນ ພ້ອມຈະຈ່າຍຄ່າຊົດເຊີຍ ໃຫ້ຕາມຄວາມເໝາະສົມ ເພາະພື້ນທີ່ດັ່ງກ່າວ ເປັນດິນຂອງມະຫາວິທຍາໄລ ຈຳປາສັກ ເຊິ່ງຣັຖບານ ຈະສ້າງໂຮງຮຽນການເມືອງ ແລະ ການປົກຄອງ ໃສ່.
2023-07-10
ຣັຖບານ ໄດ້ມີການກໍານົດຫຼາຍມາຕການ ໃນການແກ້ໄຂບັນຫາອັດຕຣາເງິນເຟີ້ ແລະບັນຫາເງິນກີບອ່ອນຄ່າ ແຕ່ຊາວລາວຫຼາຍຄົນ ບໍ່ໝັ້ນໃຈ ວ່າ ຣັຖບານ ຈະແກ້ໄຂໄດ້ ເພາະທີ່ຜ່ານມາ ມີການແກ້ໄຂສະເພາະໜ້າໄປແລ້ວ ແຕ່ປັດຈຸບັນ ສິນຄ້າຕ່າງໆຍັງແພງຂຶ້ນ ຕາມອັດຕຣາແລກປ່ຽນ ເງິນຕຣາຕ່າງປະເທດຄືເກົ່າ.
2023-07-10
ວຽກງານ ແລະ ກິຈກັມ ຂອງທ່ານດາວສວັນ, ອະດີດ ນາຍທະຫານກອງທັບ ແຫ່ງພຣະຣາຊອານາຈັກລາວ, ພາຍຫລັງ ປີ 1975.
2023-07-09
ທາງການລາວ ມີແຜນ ຈະສ້າງເຂື່ອນໄຟຟ້າແມ່ນ້ຳຂອງ ພູງອຍ, ເຂດພິເສດ ສາມຫຼ່ຽມຄຳ ເປີດຮັບສມັກ ຄົນງານ ຫຼາຍຕຳແໜ່ງ ຍົກເວັ້ນຕອບແຊັດ, ເຫດຜົລຫຍັງ ນັກຮຽນຈຶ່ງອອກໂຮງຮຽນ ກ່ອນສອບເສັງຈົບຊັ້ນ ຫຼາຍຂຶ້ນ.
2023-07-08
ລາຍການ ເມືອງລາວ ປະຈຳສັບປະດາ ຂໍສະເໜີສຽງສຳພາດ “ເມືອງລາວ ກຽດຊົງຍົດ”, ນັກມວຍລາວຄົນທໍາອິດ ທີ່ເຂົ້າມາຄ້າກໍ່າປັ້ນ ຢູ່ປະເທດໄທ ເປັນເວລາປະມານ 10 ປີ ເຊິ່ງຖືວ່າ ເປັນນັກມວຍທີ່ຢືນໄລຍະ ໄດ້ດົນທີ່ສຸດ ເທົ່າທີ່ນັກມວຍລາວຄົນອື່ນ ຈະເຮັດໄດ້. “ເມືອງລາວ” ເປັນນັກມວຍ ທີ່ມີສະຕາຍ ການຊົກແບບເດີນໜ້າ ທ້າດວນ-ຊວນແລກ.
2023-07-07
ບໍຣິສັດ ໂລຈິສຕິກ ທັນສໄມ ຂອງກຸ່ມບໍຣິສັດ ການລົງທຶນ ກໍ່ສ້າງ ຄົມມະນາຄົມ ແຂວງຢູນານ ຈໍາກັດ ຈາກປະເທດຈີນ ໄດ້ສົ່ງຄະນະເຈົ້າໜ້າທີ່ ມາຢ້ຽມຢາມ ເຂດເສຖກິຈສະເພາະ ບໍ່ເຕັນແດນງາມ ແຂວງຫລວງນໍ້າທາ ເພື່ອຫາລືກັບຄະນະເຈົ້າໜ້າທີ່ ເພື່ອວຽກງານການຮ່ວມມື ໃນຂົງເຂດໂລຈິສຕິກ.
2023-07-07
2 ປະເທດ ລາວ ແລະ ຈີນ ມີຄວາມສັມພັນ ແລະຄວາມຮ່ວມມືກັນ ຢ່າງແໜ້ນແຟ້ນ ຫລາຍດ້ານ, ທັງທາງດ້ານການເມືອງ ແລະ ເສຖກິຈ ຂະນະທີ່ ດ້ານວັທນະທັມ ແລະ ພາສາ ໄດ້ຮັບການສົ່ງເສີມ ຈາກພາກຣັຖ ໃນການຮ່ວມມືກັນ ຊຶ່ງສິ່ງເຫຼົ່ານີ້ ເຮັດໃຫ້ຄົນລາວ ທັງໄດ້ປໂຍດ ແລະ ເສັຍປໂຍດ.
2023-07-07
ການດຳເນີນຄະດີອາຍາ ແລະ ຄະດີແພ່ງ ຍັງມີຄວາມຊັກຊ້າ ແລະບໍ່ຍຸຕິທັມຍ້ອນຂໍ້ຫຍຸ້ງຍາກຫຼາຍດ້ານ ບໍ່ວ່າຈະເປັນເຣື່ອງການສົ່ງຄຳຮ້ອງຟ້ອງ ກັບໄປ-ກັບມາ, ການເກັບກຳຂໍ້ມູນ ແລະຫຼັກຖານບໍ່ແລ້ວ, ຂໍ້ກົດໝາຍ ແລະງົບປະມານ ໃນການຈັດຕັ້ງປະຕິບັດ ບໍ່ພຽງພໍ.