ເຫດຜົລ ນັກຮຽນອອກໂຮງຮຽນ ກ່ອນສອບເສັງຈົບຊັ້ນ ຫຼາຍຂຶ້ນ: ຈົດໝາຍ ຈາກຜູ້ຟັງ

ໄມ​ຊູ​ລີ
2023.07.09
ເຫດຜົລ ນັກຮຽນອອກໂຮງຮຽນ ກ່ອນສອບເສັງຈົບຊັ້ນ ຫຼາຍຂຶ້ນ: ຈົດໝາຍ ຈາກຜູ້ຟັງ ອ່ານຈົດໝາຍ, ຄວາມຄຶດຄວາມເຫັນ ຂອງທ່ານ ສູ່ກັນຟັງ ເພື່ອເຜີຍແຜ່ ທັສນະ, ແນວຄິດ ທີ່ສ້າງສັນ, ແບ່ງປັນ ຄວາມຮູ້ ສູ່ກັນຟັງ.
Photo: RFA

ຄວາມຄຶດຄວາມເຫັນ ກ່ຽວກັບຂ່າວ ເຫດຜົລຫຍັງ ນັກຮຽນຈຶ່ງອອກໂຮງຮຽນ ກ່ອນສອບເສັງຈົບຊັ້ນ ຫຼາຍຂຶ້ນ, ທາງການລາວ ມີແຜນ ຈະສ້າງເຂື່ອນໄຟຟ້າ​ແມ່ນ້ຳ​ຂອງ ພູງອຍ, ເຂດພິເສດ ສາມຫຼ່ຽມຄຳ ເປີດຮັບສມັກ ຄົນງານ ຫຼາຍຕຳແໜ່ງ ຍົກເວັ້ນຕອບແຊັດ ແລະ ຂ່າວອື່ນໆ……

ຄວາມເຫັນບາງຕອນ ຈາກທ່ານຜູ້ຟັງ:

ກ່ຽວກັບຂ່າວ “ເຫດຜົລຫຍັງ ນັກຮຽນຈຶ່ງອອກໂຮງຮຽນ ກ່ອນສອບເສັງຈົບຊັ້ນ ຫຼາຍຂຶ້ນ”

“ຄຳຂວັນ ຂອງລັດຖະບານ ເວົ້າເລີຍໆວ່າ ການສຶກສາໄປກ່ອນ ບາດກ້າວນຶ່ງ ເພື່ອເອົາຊະນະໃຈ ພໍ່ແມ່ປາຊົນ ຈົນມີການສອນ ປະຊາຊົນ ຜູ້ທີ່ບໍ່ສາມາດອ່ານ ໃນພາກຄ່ຳ ແລະ ເສົາອາທິດ ທີ່ເອີ້ນວ່າ ປະຊາສຶກສາ ແລະ ໄດ້ສອນມາໄດ້ຫລາຍປີ. ຜູ່້ຂ້າກະເປັນຜູ້ນຶ່ງ ທີ່ໄດ້ສະໝັກໄດ້ສອນ. ຕໍ່ມາເປັນເວລາ ເກືອບ 50 ປີແລ້ວ ແຕ່ຍັງມີນັກຮຽນ ອອກໂຮງຮຽນ ໃນເຍົາໄວ ໃນໄວ ທີ່ກຳລັງຮຽນ ຍ້ອນວ່າ ພວກເຂົາ ຍັງຕົກທຸກໄດ້ຍາກ ຍັງຂາດເຂີນພາຍໃນຄອບຄົວ ເຊິ່ງຜ່ານມາໄດ້ ເກືອບ 50 ປີແລ້ວ ລັດຖະບານ ຍັງບໍ່ສາມາດ ບໍລິຫານປະເທດຊາດ ແລະ ເຮັດໃຫ້ປະຊາຊົນ ໄດ້ມີຢູ່ມີກິນດັ່ງທີ່ໄດ້ ປະຕິຍານຕົນເອົາໄວ້. ຜູ້ຂ້າ ຢາກຈະຮູ້ວ່າ ວິນຍານ ຂອງຜູ້ນຳປະຕິວັດ ຈະຂຶ້ນແນວໃດ ໃນເມື່ອເຫັນປະຊາຊົນ ຍັງທຸກຍາກລຳບາກ ບໍ່ມີທີ່ດິນ ທຳມາຫາກິນ ບໍ່ມີວຽກເຮັດງານທຳ ແຕ່ກົງກັນຂ້າມ ພວກລູກຫລານເພິ່ນ ມີເງິນຫລວງຫລາຍ ຮັງມີສີສຸກ ມີເຮືອນຊານຫລູ້ຫລາ ມີລົດຂີ່ຫລູລ້າ ເພິ່ນຈະເອີ້ນວ່າ ການປະຕິວັດນີ້ ແມ່ນປະຕິວັດ ເພື່ອປະຊາຊົນ ຫລືວ່າ ເພື່ອຄວາມຮັ່ງມີ ຂອງຄອບຄົວ ນັກປະຕິວັດເທົ່ານັ້ນ. ຫວັງວ່າ ລູກຫລານ ນັກປະຕິວັດ ຄົງມີໂອກາດ ອ່ານຂໍ້ຄວາມນີ້ ແລ້ວນຳໄປ ພິຈາລະນາ.”

(ເຊີນທ່ານ ຟັງຣາຍລະອຽດ ຈາກສຽງບັນທຶກໄວ້)

ໝາຍເຫດ: ຄວາມຄິດຄວາມເຫັນ ຂອງຜູ່ອ່ານ ທີ່ສະແດງອອກ ໃນເວັບໄຊທ໌ ແລະ ເຟສບຸກຄ໌ ຂອງວິທຍຸ ເອເຊັຽ ເສຣີ, ພວກເຮົາ ທິມງານ ວິທຍຸເອເຊັຽເສຣີ ໃຫ້ຄວາມສຳຄັນ ແລະ ຂອບໃຈ ນຳທຸກໆຖ້ອຍຄຳ, ແລະ ມີໜ້າທີ່ ນຳມາອ່ານໃຫ້ທ່ານ ໄດ້ຮັບຟັງກັນ ແລະ ບໍ່ໄດ້ເສກສັນປັ້ນແຕ່ງໃດໆ, ມີພຽງແຕ່ ປ່ຽນຄຳສັພ ທີ່ບໍ່ສຸພາບ ໃຫ້ເບົາລົງ ເທົ່ານັ້ນ. ດັ່ງນັ້ນ ຂໍໃຫ້ທ່ານຜູ່ຟັງ ຈົ່ງຕັດສິນໃຈເອົາເອງ ວ່າ ຄວາມຄິດເຫັນນັ້ນ ເປັນໜ້າເຊື່ອຖື ແລະ ຄວາມຈິງ ຫລາຍ-ໜ້ອຍ ປານໃດ. ພ້ອມດຽວກັນນັ້ນ, ພວກເຮົາ ຍັງໄດ້ຮັກສາ ການສະກົດຄຳສັພ ສ່ວນຫຼາຍ ເອົາໄວ້ ເພື່ອບໍ່ໃຫ້ ຄວາມໝາຍປ່ຽນໄປຫຼາຍ. ຂອບໃຈ!

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.