ຕຶກສູງຫຼາຍຊັ້ນ ຂອງນັກລົງທຶນຈີນ ເຣີ່ມຜຸດຂຶ້ນ ໃກ້ກັບຂົວມິຕ ລາວ-ໄທຍ ແຫ່ງທີ 4

ໄຊຍາ
2023.07.11
ຕຶກສູງຫຼາຍຊັ້ນ ຂອງນັກລົງທຶນຈີນ ເຣີ່ມຜຸດຂຶ້ນ ໃກ້ກັບຂົວມິຕ ລາວ-ໄທຍ ແຫ່ງທີ 4 ຕຶກແຝດສູງຫຼາຍຊັ້ນ ກຳລັງຖຶກສ້າງຂຶ້ນ ໃກ້ກັບຂົວມິຕພາບ ລາວ-ໄທຍ ແຫ່ງທີ 4. ວັນທີ 7 ກໍຣະກະດາ 2023.
RFA

ປັດຈຸບັນນັກລົງທຶນຈີນ ໄດ້ເຣີ່ມກັບມາກໍ່ສ້າງຕຶກເພີ່ມ ທີ່ບໍຣິເວັນຫົວຂົວມິຕພາບ ລາວ-ໄທຍ ແຫ່ງທີ 4 ຢູ່ເມືອງຫ້ວຍຊາຍ ແຂວງບໍ່ແກ້ວ ຕຣົງກັນຂ້າມ ກັບເມືອງຊຽງຂອງ ແຂວງຊຽງຣາຍ ປະເທດໄທຍ. ຈາກທີ່ຜ່ານມາ ຈີນມີການກໍ່ສ້າງມາຫຼາຍປີ ເຊິ່ງໄດ້ສັມປະທານ ຈາກຣັຖບານ ລາວ 99 ປີ, ແຕ່ຍັງສ້າງບໍ່ທັນສຳເຣັດ ຍ້ອນການຣະບາດ ຂອງໂຄວິດ-19.

ການກັບມາກໍ່ສ້າງຕຶກເພີ່ມນີ້ ເພື່ອຈະເຮັດເປັນສູນການຄ້າ ຄົບວົງຈອນ ແລະ ປັດຈຸບັນຕຶກເຣີ່ມເປັນຮູບຮ່າງໃຫຍ່ໂຕ ໃນລະດັບນຶ່ ແລະລັກສະນະເປັນຕຶກແຝດ ທາງລຸ່ມເປັນອາຄານເຊື່ອມຕໍ່ກັນ. ເບື້ອງຕົ້ນເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ໃນແຂວງບໍ່ແກ້ວ ຜູ້ຂໍສງວນຊື່ແລະຕຳແໜ່ງ ກ່າວວ່າ ການເຮັດສູນການຄ້າ ຄົບວົງຈອນ ໃນນັ້ນອາດຈະມີກາສິໂນ ເພາະມີຄວາມບັນເທີງ ຕ່າງໆຢູ່ພາຍໃນ ແຕ່ຍັງບໍ່ທັນສຳເຣັດເທື່ອ.

ດັ່ງເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ໃນແຂວງບໍ່ແກ້ວ ກ່າວຕໍ່ວິທຍຸ ເອເຊັຽ ເສຣີ ໃນວັນທີ 11 ກໍຣະກະດານີ້ວ່າ:

ແມ່ນຂອງຄົນຈີນ ໄລຍະນຶ່ງເພິ່ນກໍຢຸດຊົ່ວຄາວ ກໍສືບຕໍ່ເຮັດ. ແຕ່ກ່ອນເພິ່ນສັມປະທານເນາະ ເພິ່ນຈະເຮັດເຂດເສຖກິຈພິເສດ. ໂອ້ ດົນແລ້ວເດ້ ແຕ່ວ່າບໍຣິສັດນີ້ ເຂົາເຈົ້າມາສັມປະທານ ໃນເນື້ອທີ່ເທົ່າໃດ ບໍ່ຈື່ໄດ້ ຄືວ່າມີການສືບຕໍ່ອີກບໍ່ ຫຼືວ່າແນວໃດ ອັນເຫັນສ້າງຂຶ້ນ, ສ້າງຂຶ້ນເດ້ ເຂົາເຮັດໃຫຍ່ ມັນກໍຈະມີໂຮງແຮມ ມີຮ້ານອາຫານ ຂອງເພິ່ນພວກບັນເທີງຕ່າງໆຫັ້ນແຫຼະ ກໍຈະຄົບຢູ່ໃນນັ້ນຫັ້ນ.

Dji-0846.jpg
ຕຶກແຝດສູງຫຼາຍຊັ້ນ ກຳລັງຖຶກສ້າງຂຶ້ນ ໃກ້ກັບຂົວມິຕພາບ ລາວ-ໄທຍ ແຫ່ງທີ 4. ວັນທີ 7 ກໍຣະກະດາ 2023. ຮູບພາບ: RFA

ທ່ານກ່າວຕື່ມວ່າ ສ່ວນຣາຍລະອຽດ ຂອງບໍຣິສັດຈີນ ແລະເນື້ອທີ່ທີ່ໄດ້ສັມປະທານ ບໍຣິເວນພື້ນທີ່ດັ່ງກ່າວທ່ານຈື່ຣາຍລະອຽດບໍ່ໄດ້ ຈຶ່ງບໍ່ພ້ອມເປີດເຜີຍຂໍ້ມູນ ເພາະມັນຫຼາຍປີແລ້ວ ແຕ່ບໍ່ແມ່ນບໍຣິສັດດອກງິ້ວຄຳ ທີ່ເຂົ້າມາສັມປະທານ ຢູ່ໃນເຂດເສຖກິຈພິເສດສາມຫຼ່ຽມຄຳ ເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ ເຊິ່ງເປັນຄົນລະເຈົ້າຂອງ. ເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ໃນເມືອງຫ້ວຍຊາຍ ອີກທ່ານໜຶ່ງ ທີ່ຂໍສງວນຊື່ ແລະຕໍາແໜ່ງ ກ່າວເຊັ່ນດຽວກັນນວ່າ ບໍຣິເວນນັ້ນ ເປັນເຂດໂຄງການ ພັທນາ ຂອງຄົນຈີນ ທີ່ໄດ້ສັມປະທານ ຈາກຣັຖບານໄປຫຼາຍປີແລ້ວ ເຂົາເຈົ້າກໍ່ສ້າງກ່ອນໂຄວິດ-19 ແຕ່ເມື່ອໂຄວິດ-19 ຣະບາດຈຶ່ງຕ້ອງຢຸດໄປ ແລະມາຮອດປັດຈຸບັນ ເຣີ່ມກັບມາສ້າງຕຶກໃໝ່ ເພື່ອເຮັດເປັນສູນການຄ້າ ທົ່ວໄປ ໃນນັ້ນອາດຈະມີກາສິໂນ ນຳດ້ວຍ.

ເປັນໂຄງການພັທນາ ຂອງເຂົາເຈົ້າໜ້າ ຈະໄປໃນລັກສະນະນັ້ນຫັ້ນແຫຼະ ສ້າງແຕ່ດົນແລ້ວ ແຕ່ພໍດີຢຸດສະງັກ ສ້າງກ່ອນໜ້າໂຄວິດໜ້ອຍນຶ່ງ ຊ່ວງໂຄວິດເພິ່ນກໍຢຸດສະງັກ. ເພິ່ນກຳລັງກະຕຣຽມ ຈະດຳເນີນການຕໍ່. ຫ້າງຊັບພະສິນຄ້າທົ່ວໄປ.

ຊາວບ້ານໃນເມືອງຫ້ວຍຊາຍ ກ່າວຕໍວິທຍຸເອເຊັຽ ເສຣີ ໃນມື້ດຽວກັນວ່າ ເຂດສັມປະທານ ຂອງຈີນດັ່ງກ່າວ ຕິດແຄມ ຂອງຢູ່ຫ່າງໄກ ຈາກຊຸມຊົນຫຼາຍ ແລະ ຈີນກັບມາກໍ່ສ້າງຕຶກໃໝ່ ໄດ້ຫຼາຍຊັ້ນແລ້ວ ແຕ່ຍັງບໍ່ສຳເຣັດເທື່ອ ເຊິ່ງເຫັນວ່າຄົນຈີນ ຈະສ້າງເປັນສູນການຄ້າ ຄົບວົງຈອນ ສ່ວນກາສິໂນ ບໍ່ຮູ້ວ່າຈະເຮັດຊັ້ນໃດ ຫຼືບ່ອນໃດ.

ມັນຈະເຮັດກາສິໂນ ຕຣົງບ່ອນໃດ ມັນກໍບໍ່ຮູ້ ແລ້ວຈີນນີ້ອາດເຮັດຫຼາຍ ແນວມັ້ງ ເປັນຫ້າງຊັບພະສິນຄ້າ, ໂຮງແຮມ ຄົບວົງຈອນ ເຫັນແຕ່ດົນແລ້ວ ບໍ່ແລ້ວຈັກເທື່ອ.

ຊາວບ້ານໃນເມືອງຫ້ວຍຊາຍ ອີກທ່ານໜຶ່ງກ່າວວ່າ ກໍໄດ້ຍິນຂ່າວຢູ່ວ່າ ຕຶກໃໝ່ທີ່ເຣີ່ມກໍ່ສ້າງ ຂອງຈີນໃກ້ກັບຫົວຂົວມິຕພາບ ລາວ-ໄທຍ ແຫ່ງທີ 4 ນັ້ນ ເຂົາເຈົ້າຈະສ້າງ ເປັນສູນການຄ້າຄົບວົງຈອນ ໂດຍຮູ້ເບື້ອງຕົ້ນວ່າ ຊັ້ນລຸ່ມຕຶກຈະໃຫ້ຊາວລາວເຊົ່າພື້ນ ທີ່ຄ້າ-ຂາຍ ໄດ້ ແລະຊັ້ນເທິງເປັນໂຮງແຮມ ຮອງຮັບນັກທ່ອງທ່ຽວ ຈາກຕ່າງປະເທດ.

ແມ່ນແລ້ວ ເປັນສູນການຄ້າ ຄົບວົງຈອນ. ຍັງບໍ່ທັນແລ້ວ. ຄົນຈີນສັມປະທານ. ເຂົາຈະໃຫ້ຈັບຈອງ ຢູ່ໂຊນທາງລຸ່ມ ເປັນຂາຍເຄື່ອງຊະນິດອິຫຍັງ. ຂ້າງເທິງ ເພິ່ນຈະເປັນໂຮງແຮມ.

ເຂດສັມປະທານ ທີ່ມີການສ້າງຕຶກໃໝ່ ບໍຣິເວນຫົວຂົວມິຕພາບ ລາວ-ໄທຍ ແຫ່ງທີ 4 ນີ້ ເປັນເຂດປ່າສງວນ ຂອງຣັຖ ມາກ່ອນ ບໍ່ໄດ້ມີເຮືອນ ຫຼື ຊາວບ້ານເຂົ້າໄປເຮັດໄຮ່, ເຮັດສວນ. ຊາວບ້ານຈຶ່ງບໍ່ມີຜົລກະທົບຫຍັງ.

ປັດຈຸບັນ ປະເທດລາວ ມີກາສິໂນຢູ່ 3 ແຫ່ງ ທີ່ມີນັກລົງທຶນຈີນ ເຂົ້າມາສັມປະທານ 2 ແຫ່ງຄື ກາສິໂນແດນສວັນ ຢູ່ແຄມນໍ້າງື່ມ ເມືອງແກ້ວອຸດົມ ແຂວງວຽງຈັນ, ກາສິໂນຄິງສ໌ໂຣມັນສ໌ ເຂດເສຖກິຈພິເສດສາມຫຼ່ຽມຄຳ ເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ ແລະ ກາສິໂນ ສວັນເລເຈນ ແລະ ຣີສອດ ຢູ່ນະຄອນໄກສອນ ພົມວິຫານ ແຂວງສວັນນະເຂດ ເຊິ່ງຕອນນີ້ ຢີ່ປຸ່ນກຳລັງເຈຣະຈາ ຊື້ຈາກເຈົ້າຂອງຄົນເກົ່າ ທີ່ເປັນຄົນຈີນ ຈາກເຂດປົກຄອງພິເສດ ມາເກົ້າ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.