ນັກສູ້ ລູກແດນເຂົ້າໜຽວ

ສຸພັດຕາ ແລະ ອຸ່ນແກ້ວ
2023.07.08
ນັກສູ້ ລູກແດນເຂົ້າໜຽວ ເມືອງລາວ (ໂສ້ງສີຟ້າ) ດີໃຈຫຼາຍ ຈາກການເອົາຊະນະ ນັກມວຍໄທ ໄປແບບສູສີ ຢູ່ເວທີມວຍ ລາດຊະດໍາເນີນ ປະເທດໄທ ໃນເດືອນມິຖຸນາ ທີ່ຜ່ານມາ.
ຂອບໃຈຮູບພາບຈາກເພຈ ເມືອງລາວ ກຽດຊົງຍົດ

ລາຍການ ເມືອງລາວ ປະຈຳສັບປະດາ ຂໍສະເໜີສຽງສຳພາດ “ເມືອງລາວ ກຽດຊົງຍົດ”, ນັກມວຍລາວຄົນທໍາອິດ ທີ່ເຂົ້າມາຄ້າກໍ່າປັ້ນ ຢູ່ປະເທດໄທ ເປັນເວລາປະມານ 10 ປີ ເຊິ່ງຖືວ່າ ເປັນນັກມວຍທີ່ຢືນໄລຍະ ໄດ້ດົນທີ່ສຸດ ເທົ່າທີ່ນັກມວຍລາວຄົນອື່ນ ຈະເຮັດໄດ້. ເມືອງລາວ ເປັນນັກມວຍ ທີ່ມີສະຕາຍ ການຊົກແບບເດີນໜ້າ ທ້າດວນ-ຊວນແລກ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.