ບໍ່ເຕັນແດນງາມ-ຈີນ ມີແຜນຂຍາຍ ເຂດໂລຈິສຕິກ ຮ່ວມກັນ

ອຸ່ນແກ້ວ
2023.07.07
ບໍ່ເຕັນແດນງາມ-ຈີນ ມີແຜນຂຍາຍ ເຂດໂລຈິສຕິກ ຮ່ວມກັນ ສະຖານທີ່ສຳລັບພັກຣົຖ, ບໍ່ເຕັນ ວັນທີ 14 ກໍຣະກະດາ 2022.
RFA

ໃນວັນທີ 3 ກໍຣະກະດາ ທີ່ຜ່ານມາ ບໍຣິສັດ ໂລຈິສຕິກ ທັນສໄມ ຂອງກຸ່ມບໍຣິສັດ ການລົງທຶນ ກໍ່ສ້າງ ຄົມມະນາຄົມ ແຂວງຢູນານ ຈໍາກັດ ຈາກປະເທດຈີນ ໄດ້ສົ່ງຄະນະເຈົ້າໜ້າທີ່ ມາຢ້ຽມຢາມ ເຂດເສຖກິຈສະເພາະ ບໍ່ເຕັນແດນງາມ ແຂວງຫລວງນໍ້າທາ ເພື່ອຫາລືກັບຄະນະເຈົ້າໜ້າທີ່ ກ່ຽວຂ້ອງ ຂອງເຂດດັ່ງກ່າວ ເພື່ອວຽກງານການຮ່ວມມື ໃນຂົງເຂດໂລຈິສຕິກ, ແຕ່ເຈົ້າໜ້າທີ່ທັງ 2 ຝ່າຍຍັງບໍ່ມີການເປີດເຜີຍຣາຍລະອຽດ ການປຶກສາຫາລື ແລະ ແຜນການລະອຽດ ໃນອະນາຄົດ, ອີງຕາມການຣາຍງານຂອງເຂດເສຖກິຈພິເສດ ບໍ່ເຕັນແດນງາມ. ກ່ຽວກັບເຣື່ອງນີ້ ວິທຍຸ ເອເຊັຽ ເສຣີ ໄດ້ຕິດຕໍ່ໄປຫາຫ້ອງການ ບໍຣິຫານ ປະຈໍາເຂດເສຖກິຈສະເພາະ ບໍ່ເຕັນແດນງາມ ເພື່ອສອບຖາມຣາຍລະອຽດ ເພີ່ມເຕີມ ແຕ່ບໍ່ສາມາດຕິດຕໍ່ ຫາເຈົ້າໜ້າທີ່ ຢູ່ເຂດດັ່ງກ່າວໄດ້, ເຖິງຢ່າງໃດກໍຕາມ ເຈົ້າໜ້າທີຜແນກໂຍທາທິການ ແລະ ຂົນສົ່ງ ແຂວງຫລວງນໍ້າທາ ກ່າວກ່ຽວກັບການຫາລື ພາກສ່ວນທີ່ກ່ຽວຂ້ອງ ເຂດເສຖກິຈພິເສດ ກ່າວວ່າ ກໍບໍ່ໄດ້ເຊີນເຈົ້າໜ້າທີ່ ຈາກແຂວງຫລວງນໍ້າທາ ເຂົ້າຮ່ວມຫາລື ຈຶ່ງຍັງບໍ່ທັນຮູ້ຂໍ້ມູນ ຂອງແຜນດັ່ງກ່າວ.

ເຈົ້າໜ້າທີ່ຮູ້ພຽງແຕ່ວ່າ ປັດຈຸບັນຢູ່ພາຍໃນເຂດດັ່ງກ່າວ ມີແຕ່ເຂດໂລຈິິສຕິກ ຂອງບໍຣິສັດ ລາວສາກົລ ໄອຊີດີ ຈໍາກັດ.

ດັ່ງທ່ານກ່າວຕໍ່ວິທຍຸ ເອເຊັຽ ເສຣີ ໃນວັນທີ 7 ກໍຣະກະດາ ວ່າ:

“ກະບໍ່ຮູ້ຄືກັນໄດ໋ ຂ້ອຍບໍ່ໄດ້ປະຊຸມນ່າ ຢູ່ເຂດພິເສດບໍ່ເຕັນນີ້ ມີແຕ່ຈຸດດຽວທີ່ວ່າ ເຂົາເຈົ້າເຮັດດຽວນີ້.”

ກ່ຽວກັບເຣື່ອງທີ່ບໍຣິສັດຈີນ ຈະມີແຜນຮ່ວມມືໃນຂົງເຂດໂລຈິສຕິກນັ້ນ ທ່ານເອງກໍບໍ່ຮູ້ຄັກແນ່ວ່າ ຈະຮ່ວມມືໃນຮູບແບບໃດ ແລະ ຈະມີການສ້າງເຂດເສຖກິຈແຫ່ງໃໝ່ ຫຼື ບໍ່ກໍຍັງບໍ່ທັນຮູ້ ເຫັນພຽງແຕ່ວ່າ ປັດຈຸບັນ ຢູ່ພາຍໃນເຂດເສຖກິຈແຫ່ງນີ້ ມີທີ່ດິນບ່ອນເປົ່າຫວ່າງ ຈໍານວນຫຼາຍ ເພື່ອຮອງຮັບການລົງທຶນ ຂອງລົງທຶນຈີນ.

ດັ່ງທ່ານກ່າວວ່າ:

“ແຕ່ລະບ່ອນ ບ່ອນດິນວ່າງ ຈີນກະຈະມາລົງຫັ້ນນ່າ ດຽວນີ້ ເຂົາກໍໃຫ້ເຣີ່ມເຮັດນ່າ ບໍ່ຮູ້ວ່າ ເຂົາຊິເຮັດຫຍັງ ເຂົາກະມາເຮັດ ບ່ອນໃດກະຄົນຈີນໝົດເດ້. ມັນຂຶ້ນກັບຈຸຈີນ ຫັ້ນລົມຢູ່.​”

ຜູ້ປະກອບການ ຂັບຣົຖຂົນສົ່ງສິນຄ້າ ອີກທ່ານນຶ່ງ ກ່າວວ່າ ປັດຈຸບັນ ຍັງບໍ່ທັນເຫັນບໍຣິສັດຈີນ ເຂົ້າມາເຄື່ອນໄຫວ ເພື່ອເຮັດເຂດໂລຈິສຕິກ ເຊິ່ງການຂົນສົ່ງສິນຄ້າ ລະຫວ່າງ ລາວ-ຈີນ ໃນປັດຈຸບັນ ນີ້ ຈໍາເປັນຕ້ອງໄດ້ຜ່ານ ບໍຣິສສັດ ລາວສາກົລ ບໍ່ເຕັນ. ຈໍາເປັນຕ້ອງໄດ້ຜ່ານບໍຣິສັດ ລາວສາກົລ ໄອຊີດີ ຈໍາກັດ ແຕ່ຂັ້ນຕອນ ການຂົນສົ່ງ ກໍໍບໍ່ໄດ້ໃຊ້ເວລາດົນຫຼາຍຄືໃນໄລຍະ ການແຜ່ຣະບາດ ຂອງໂຄວິດ-19.

ດັ່ງທ່ານກ່າວວ່າ:  

“ຍັງ! ຍັງບໍ່ເຮັດ ມີສິນຄ້າເຂົ້າໄປຈີນນີ້ ຕ້ອງໄດ້ມາຫາຊິບປິ້ງ. ຄົນລາວ ເຂົາແລ່ນໃຫ້ໂຕນີ້ ເປັນຂອງຕົນລາວ ມື້ນີ້ຮອດ ແລ່ນເອກະສານມື້ນຶ່ງ, ມື້ທີ 2 ກະໄດ້ເຂົ້າໄປເລີຍ ດຽວນີ້ກະບໍ່ຍາກຫຼາຍຄືເກົ່າແລ້ວ. ສ່ວນຫຼາຍເອົາຂຶ້ນຣົຖໄຟ ນີ້ 50% ລະ.​”

ນອກຈາກນີ້ ຫຼາຍບໍຣິສັດ ທີ່ໃຫ້ບໍຣິການ ດ້ານການຂົນສົ່ງສິນຄ້າ ລະຫວ່າງ ລາວ-ຈີນ ທີ່ມີຫ້ອງການຕັ້ງຢູ່ເຂດເສຖກິຈ ສະເພາະບໍ່ເຕັນແດນງາມ ກໍຍັງເປີດໃຫ້ບໍຣິການ ຕາມປົກຕິໃນໄລຍະນີ້​ ແລະ ການຂົນສົ່ງສິນຄ້າ ລະຫວ່າງ ລາວ-ຈີນ ບໍ່ມີບັນຫາຫຍັງຕິດຂັດແລ້ວ.

ສ່ວນເຣື່ອງທີ່ວ່າ ບໍຣິສັດຈາກຈີນ ມີແຜນຮ່ວມມືໃນຂົງເຂດໂລຈິສຕິກ ຢູ່ເຂດແຫ່ງນີ້ ນັ້ນ ຫຼາຍຄົນກໍຍັງບໍ່ຮູ້ແຜນຢູ່າງລະອຽດຄືກັນ ແລະ ບໍ່ສາມາດຄໍາເຫັນຫຍັງໄດ້ເທື່ອ. ພະນັກງານບໍຣິສັດຂົນສົ່ງສິນຄ້າ ແຫ່ງໜຶ່ງ ກ່າວວ່າ:

“ບໍຣິສັດຂົນສົ່ງເຮົາ ແມ່ນເຄື່ອງຈີນມາລາວນີ້ ຍັງສົ່ງປົກກະຕິເດີ ທົ່ວປະເທດລາວ ນີ້ ຍັງປົກຕິຢູ່ເດີ ຢູ່ບໍ່ເຕັນ ເຮົາກະມີສາຂາຄືກັນ ຈີນມາລາວນີ້ຮັບ ສັ່ງຜ່ານບໍຣິສັດເຮົາເລີຍ.”

ກ່ອນໜ້ານີ້ ໃນເດືອນມິຖຸນາ ທີ່ຜ່ານມາ ຄະນະເຈົ້າໜ້າທີ່ຈາກຈີນ ກໍໄດ້ເດີນທາງ ມາຢ້ຽມຢາມ ແລະ ພົວພັນວຽກງານ ຢູ່ເຂດເສຖກິຈສະເພາະ ບໍ່ເຕັນແດນງາມ ຈໍານວນຫຼາຍເທື່ອ. ຢ່າງໃດກໍຕາມ, ຢູ່ພາຍໃນເຂດເສຖກິຈ ສະເພາະ ບໍ່ເຕັນແດນງາມ ແມ່ນໄດ້ຈັດສັນແບ່ງເຂດນິຄົມອຸດສາຫະກັມ ປຸງແຕ່ງ ແລະ ເຂດໂລຈິສຕິກ ເອົາໄວ້ເປັນທີ່ຮຽບຮ້ອຍແລ້ວ ເຊິ່ງຕັ້ງຢູ່ທາງຕອນໃຕ້ຂອງເຂດດັ່ງກ່າວ ໂດຍແບ່ງອອກເປັນ 3 ສ່ວນ ປະກອບດ້ວຍເຂດທ່າຂົນສົ່ງ ທາງບົກ LICD, ເຂດອົງປະກອບການຄ້າ, ເຂດການຜລິດ ແລະ ການປຸງແຕ່ງ ເຊິ່ງສໍາລັບເຂດທ່າຂົນສົ່ງທາງບົກ LICD ແມ່ນໄດ້ເປີດບໍຣິການດ້ານຂົນສົ່ງ ໂລຈິສຕິກແລ້ວ ສ່ວນກິຈການອື່ນໆ ກໍາລັງຢູ່ໃນລະຫວ່າງ ການດຶງດູດ ການລົງທຶນ, ອີງຕາມຂໍ້ມູນຈາກເຂດເສຖກິຈສະເພາະ ບໍ່ເຕັນແດນງາມ.  

ເມື່ອປີ 2022 ທີ່ຜ່ານມາ ມີຣາຍງານວ່າ ສະພາບໍຣິຫານ ປະຈໍາເຂດດັ່ງກ່າວ ໄດ້ຂຸ້ນຂ້ຽວຢ່າງໜັກ ເພື່ອຊອກຫານັກລົງທຶນ ແລະ ສາມາດດຶງດູດ ນັກລົງທຶນ ໃຫ້ເຂົ້າມາລົງທຶນ 369 ບໍຣິສັດ ເຊິ່ງສ່ວນໃຫຍ່ ແມ່ນບໍຣິສັດຈາກປະເທດຈິີນ.

ສໍາລັບເຂດເສຖກິຈ ສະເພາະບໍ່ເຕັນແດນງາມ ມີເນື້ອທີ່ທັງໝົດ 1,640 ເຮັກຕ້າຣ໌, ການພັດທະນາເຂດນີ້ ໄດ້ເຣີ່ມຂຶ້ນຢ່າງເປັນທາງການ ໃນປີ 2016 ໂດຍໃຊ້ງົບປະມານ ເກືອບ 500 ລ້ານໂດລ້າຣ໌ ເຊິ່ງມີການພັທນາໄປແລ້ວ ໃນເນື້ອທີ່ 600 ​ເຮັກຕ້າຣ໌ ລວມທັງການກໍ່ສ້າງຖນົນ ແລະ ສິ່ງປຸກສ້າງອື່ນໆ, ປັດຈຸບັນ ຢູ່ພາຍໃນເຂດດັ່ງກ່າວ ມີພົລເມືອງຢູ່ອາໄສປະມານ 3,000 ຄົນ ໃນນັ້ນ ແມ່ນຊາວຈີນ 900 ຄົນ, ອີງຕາມການຣາຍງານ ຂອງໜັງສືພິມວຽງຈັນທາມສ໌ ໃນເດືອນສິງຫາ 2022.​

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.