ເຣື້ອງທີ່ເກັບບັນທຶກໄວ້
2024-03-12
ໂຮງງານຜລິຕຄອນກຣີດ ຢູ່ບ້ານໂພນສະຫວ່າງ, ເມືອງໂພນໂຮງ ມີຂີ້ຝຸ່ນ ພັດປິວໃສ່ເຮືອນ ຂອງຊາວບ້ານ ຈຳນວນນຶ່ງ ຂະນະທີ່ທາງໂຮງງານ ເວົ້າວ່າ ແກ້ໄຂບັນຫາໝົດແລ້ວ ມີພຽງ 1 ຄອບຄົວເທົ່ານັ້ນ ທີ່ຍັງໄກ່ເກັ່ຽ ບໍ່ລົງໂຕ.
2024-03-12
ຣັຖບານໄດ້ສົ່ງເອກກະສານເຖິງ ອົງການ ຢູເນສໂກ (UNESCO) ໃນການສເນີ ອຸທິຍານແຫ່ງຊາຕ ຫີນໜາມໜໍ່ ເຂົ້າເປັນພື້ນທີ່ມໍຣະດົກໂລກ ທາງທັມມະຊາຕ ແຫ່ງທຳອິດ ຂອງປະເທດລາວ ໂດຍການສເນີຊື່ ຄັ້ງນີ້ ແມ່ນໄດ້ຜ່ານເກນມາຕຖານ ດ້ານວິຊາການທັງໝົດ.
2024-03-12
ຣົຖໄຟລາວ-ຈີນ ຂະບວນສາກົລ ຖ້ຽວໄປກັບ ລາວ-ຈີນ ເພີ່ມຈຸດຈອດຮັບ-ສົ່ງ ຜູ້ໂດຍສານ 2 ສະຖານີ ແລະ ນຶ່ງໃນນັ້ນ ແມ່ນສະຖານີເມືອງໄຊ ແຂວງອຸດົມໄຊ ທີ່ບໍ່ແມ່ນເມືອງທ່ອງທ່ຽວ ຍອດນິຍົມ ຂອງນັກທ່ອງທ່ຽວຈີນ ຂະນະທີ່ຜູ້ໂດຍສານ ທີ່ຂຶ້ນ-ລົງ ທີ່ສະຖານີເມືອງໄຊ ກໍມີບໍ່ຄ່ອຍຫຼາຍ.
2024-03-12
ທາງການລາວ ແລະພາກສ່ວນທີ່ກ່ຽວຂ້ອງ ໄດ້ອອກແຈ້ງການ ໃຫ້ນາຍຈ້າງດຳເນີນການ ປັບຂຶ້ນຄ່າຈ້າງແຮງງານຂັ້ນຕໍ່າ ຈາກ 1.3 ລ້ານກີບ ເປັນ 1.6 ລ້ານກີບຕໍ່ເດືອນ, ແຕ່ມາຮອດປັດຈຸບັນ ຍັງມີຄົນງານລາວຈໍານວນໜຶ່ງ ບໍ່ທັນໄດ້ຮັບຄ່າຈ້າງແຮງງານຂັ້ນຕໍ່າ ຕາມທີ່ທາງການກຳນົດເທື່ອ.
2024-03-11
ປະຊາຊົນບ້ານຈິກທາງໂງ ເມືອງຈໍາປາສັກ ແຂວງຈໍາປາສັກ ມີອາການໄຂ້ ແລະ ອອກຕຸ່ມຕາມຜິວໜັງ ຫຼັງຈາກກິນຊີ້ນສັດທີ່ຕາຍໂດຍບໍ່ຮູ້ສາເຫດ ເຮັດໃຫ້ທາງການແຂວງຈຳປາສັກ ອອກແຈ້ງການຄວບຄຸມແລະສະກັດກັ້ນ ການຣະບາດຂອງເຊື້ອ ທີ່ເຊິ່ງອາດສາມາດຕິດຕໍ່ ຈາກສັດສູ່ຄົນໄດ້.
2024-03-11
ອົງການ ສິ້ງຊອມດ້ານສິດທິມະນຸດ ຫຼື Human Right Watch Australia ຕິຕຽນຣັຖບານ ອອສເຕຣເລັຽ ກ່ຽວກັບກອງປະຊຸມ ASEAN-Australia ເນື່ອງຈາກວ່າ ຣັຖບານ ອອສເຕຣເລັຽ ລະເລີຍບັນຫາ ສິດທິມະນຸດ ທີ່ເກີດຂຶ້ນໃນບາງປະເທດອາຊ້ຽນ.
2024-03-11
ສາຍການບິນລາວ ປະສົບບັນຫາ ຜູ້ໂດຍສານໜ້ອຍ ໃນຖ້ຽວບິນລະຫວ່າງ ນະຄອນຫລວງວຽງຈັນ ໄປ ແຂວງພາກເໜືອ ເປັນຕົ້ນ ຖ້ຽວບິນ ແຕ່ນະຄອນຫລວງວຽງຈັນ ໄປ ແຂວງຫລວງພຣະບາງ ເຊິ່ງສາເຫດໜຶ່ງເກີດຈາກລູກຄ້າ ບາງສ່ວນ ຫັນໄປໃຊ້ຣົຖໄຟ ລາວ-ຈີນແທນ.
2024-03-11
ໂຮງງານຕັດຫຍິບ ຫຼາຍແຫ່ງ ໃນລາວ ຂາດແຄນຄົນງານລາວ ຈໍານວນຫຼາຍພັນຄົນ. ສ່ວນນຶ່ງ ແມ່ນຍ້ອນເງິນກີບອ່ອນຄ່າ ແລະ ຄ່າຄອງຊີບ ເພີ່ມສູງຂຶ້ນ, ຄົນງານລາວ ຈຶ່ງບໍ່ຢາກເຮັດວຽກ ຢູ່ໂຮງງານຕັດຫຍິບ
2024-03-11
ຊາວລາວເຕືອນພັຍ ຂໍໃຫ້ແມ່ຍິງ ແລະ ເດັກຍິງລາວ ມີສະຕິລະວັງໂຕ ພາຍຫຼັງມີກຸ່ມຄົນບໍ່ດີ ທີ່ເປັນຜູ້ຊາຍຈີນ ພາກັນມາເລາະ ຊອກຫາເມັຽລາວ ຕາມຕລາດ
2024-03-10
ກອງກໍາລັງອາຣະກັນ ທີ່ເປັນກອງກໍາລັງຊົນຊາດຊົນເຜົ່າ ໄດ້ບຸກໂຈມຕີທົ່ວຣັຖຣະຂ່າຍ ແລະ ໄດ້ອ້າງໄຊຊະນະ ໃນເຂດເມືອງ ພອນນາຈຽມ ເຊິ່ງຫ່າງຈາກໂຕເມືອງຊິດເວ ໄປປະມານ 15 ກິໂລແມັດ ເຊິ່ງກອງກໍາລັງອາຣະກັນ ໄດ້ຍຶດ 6 ເມືອງ ຢູ່ຣັຖຣະຂ່າຍ ແລະ ເມືອງອື່ນໆອີກ ໃນຣັຖສິນ.
2024-03-10
ວຽກງານ ທີ່ທ່ານຄໍາບາງ ສີບຸນເຮືອງ ບໍ່ວ່າ ຈະເຮັດຢູ່ໂຮງງານ ຫລື ເປັນທະຫານ ກໍລ້ວນແລ້ວແຕ່ ໄດ້ຮັບຜົລປໂຍດ ເປັນຢ່າງດີ ໂດຍສະເພາະ ແມ່ນທະຫານ ຍິ່ງໄດ້ຮັບ ນະໂຍບາຍພິເສດ.
2024-03-09
ບໍຣິສັດຂຸດຄົ້ນແຮ່ເຫຼັກ ຂອງຈີນ ຢູ່ເມືອງກາສີ ແຂວງວຽງຈັນ ຍັງປ່ອຍນໍ້າລົງສູ່ລໍາຫ້ວຍ ແລະ ແມ່ນໍ້າທັມມະຊາຕ, ດ່ານສາກົລບໍ່ເຕັນ ບໍ່ປ່ອຍໃຫ້ແມ່ຍິງລາວ ທີ່ມີວີຊ້າຈີນ ອອກໄປຈີນ, ສິດທິມະນຸດສາກົນ ຮຽກຮ້ອງ ໃຫ້ທາງການລາວ ປ່ອຍຊາວບ້ານ 6 ຄົນ ທີ່ຖືກຈັບ ຍ້ອນປະທ້ວງ ເລື່ອງທີ່ດິນ.
2024-03-09
ອາຈານ ແສງຟ້າ ໂຫລາ ຈະມາເວົ້າເຖິງ ວ່າເປັນຫຍັງ ພາສາລາວ ຈຶ່ງເປັນພາສາ ທີ່ມີໂຕງໂຕຍ ຟັງແລ້ວອອນຊອນ.
2024-03-08
ກຸ່ມຊາວສວນປູກຜັກບ້ານຜາຮອມ ປະສົບບັນຫາຂາຍກະລໍ່າປີບໍ່ອອກ ຊາວສວນຊີ້ແຈງວ່າ ກະລໍ່າລົ້ນຕລາດ ເປັນສາເຫດເຮັດໃຫ້ ລາຄາຜັກກະລໍ່າຕົກ, ແຕ່ກໍຈຳເປັນຕ້ອງຂາຍ ດີກ່ວາຂາດທຶນ ຫຼາຍກ່ວານີ້.
2024-03-08
ລາຄາມັນຕົ້ນໃນລາວ ໄລຍະນີ້ ເຣີ່ມສູງຂຶ້ນກວ່າແຕ່ກ່ອນຫຼາຍ ແຕ່ໃນບາງແຂວງ ພໍ່ຄ້າຄົນກາງຍັງ ຮັບຊື້ໃນລາຄາຕໍ່າກວ່າແຂວງອື່ນກໍມີ ຫຼືຖືກພໍ່ຄ້າຄົນກາງ ທີ່ຮັບຊື້ມັນຕົ້ນກົດລາຄາ ຈຶ່ງຫວັງຢາກເຫັນພາກຣັຖ ຊ່ວຍແກ້ໄຂບັນຫາລາຄາມັນຕົ້ນ ໃຫ້ຊາວສວນມັນຕົ້ນສາມາດຢູ່ໄດ້.