ຊາວສວນ ຢູ່ບ້ານຜາຮອມ ປະສົບບັນຫາ ກະລໍ່າປີ ຂາຍບໍ່ອອກ

ໄຊຍາ
2024.03.08
ຊາວສວນ ຢູ່ບ້ານຜາຮອມ ປະສົບບັນຫາ ກະລໍ່າປີ ຂາຍບໍ່ອອກ ຊາວສວນກຳລັງເກັບຜັກກະລ່ຳປີ.
ນັກຂ່າວ ພົລເມືອງ

ໃນເດືອນທ້າຍເດືອນມີນາທີ່ຜ່ານມາ ກຸ່ມຊາວສວນປູກຜັກ ບ້ານຜາຮອມ ເມືອງວັງວຽງ ແຂວງວຽງຈັນປະສົບກັບບັນຫາການຂາຍກະລໍ່າປີບໍ່ອອກ ໂດຍທາງກຸ່ມໃຫ້ເຫດຜົລວ່າ ຕລາດໃນນະຄອນຫຼວງວຽງຈັນມີຄວາມຕ້ອງການກະລໍ່າປີໜ້ອຍລົງ ເຮັດໃຫ້ແມ່ຄ້າເກັບຊື້ຜົລຜະລິດຈາກຊາວສວນຫຼຸດລົງ, ເຮັດໃຫ້ຜັກກະລໍ່າປີບໍ່ໄດ້ຂາຍທາງກຸ່ມ ຈຳເປັນຕ້ອງໄດ້ຖິ້ມຜັກກະລໍ່າປີ 70-80 ໝື່ນ ຍ້ອນກ້ານແຕກເສັຍຫາຍ ຂາຍບໍ່ໄດ້ ແຕ່ກໍຍັງເຫຼືອຜັກກະລໍ່າ ທີ່ບໍ່ທັນໄດ້ເກັບກ່ຽວປະມານ 60 ຕັນ.

ຕໍ່ກໍຣະນີດັ່ງກ່າວ ກຸ່ມໂຕແທນຂອງຊາວສວນປູກຜັກ ບ້ານຜາຮອມໄດ້ກ່າວວ່າ ຜັກກະລໍ່າປີບໍ່ໄດ້ຂາຍດີແລະລາຄາຖືກຫຼາຍ ຍ້ອນກະລໍ່າປີ ທີ່ສົ່ງຈາກສວນໄປຍັງຕລາດປາຍທາງ ນະຄອນຫຼວງວຽງຈັນລົ້ນຕລາດ ເຮັດໃຫ້ກຸ່ມຊາວສວນປູກຜັກ ບ້ານຜາຮອມ ຂາຍກະລໍ່າປີບໍ່ໄດ້ຮອດທຶນ. 

ດັ່ງໂຕແທນຊາວສວນ ທ່ານໄດ້ກ່າວຕໍ່ວິທຍຸເອເຊັຍເສຣີ ໃນວັນທີ 06 ມີນານີ້ວ່າ:

“ເຣື່ອງການຕລາດ ເຮົາກໍບໍ່ຮູ້ມັນຫຼາຍບໍ່ ຫຼືມັນໜ້ອຍ ມີແຕ່ວ່າທາງແມ່ຄ້າເຂົາມາສັ່ງວ່າ ມັນຂາຍບໍ່ໄດ້ ມັນເອົາໄປກໍບໍ່ໄດ້ຂາຍຄືມື້ ນີ້ເຂົາກໍຈ່າຍ 14 ພັນກີບ ຕໍ່ໝື່ນ ເພາະວ່າຢູ່ຕລາດ ມັນຫຼາຍຄັນວ່າຜັກເໜົ່າແຕກເສັຍຫາຍຫັ້ນນ່າ. ຜົລກະທົບກໍມີແຕ່ເຮົາໄດ້ໃຊ້ທຶນ ຫຼາຍ 2019 ເຮົາຂາຍ 15 ພັນກີບຕໍ່ໝື່ນຫັ້ນນ່າແລ້ວບາດນີ້ຕົ້ນທຶນມັນກໍບໍ່ສູງປານນີ້ປຸຍເປົາໜຶ່ງກໍມີແຕ່ 2.5 ແສນກີບແລ້ວແນວພັນມັນປອງໜຶ່ງກໍມີ 1.5ແສນກີບ. ຕົກມາປີ 2023 ປຸຍນີ້ເປົາໜຶ່ງ 8 ແສນກີບແນວພັນກໍປອງໜຶ່ງ 4 ແສນກີບ. ຝຸ່ນນີ້ກໍແຕ່ປີ 2019 ເຂົາຂາຍ 15 ພັນກີບ. ດຽວນີ້ເຂົາຂາຍ 25 ພັນກີບແບບວ່າເຮັດກໍບໍ່ໄດ້ທຶນຫັ້ນນ່າ. ບໍ່ໄດ້ຮອດທຶນເຮົາໃຊ້ທຶນຫຼາຍ.”

ໃນປີ 2023 ຜ່ານມາແມ່ຄ້າໃກ້ຄຽງຈ າກເມືອງກາສີໄດ້ຊື້ຜັກກະລໍ່າປີ ເພື່ອສົ່ງໄປຂາຍຢູ່ຕລາດນະຄອນຫຼວງວຽງຈັນ 3-4 ຄັນລົດບັນທຸກຕໍ່ມື້ແຕ່ຕົກມາປີ 2024 ມີພຽງແຕ່ມື້ລະຄັນລົດ ແລະ ເຖິງແມ່ນວ່າກຸ່ມຊາວສວນປູກຜັກນີ້ ປະເຊີນບັນຫາດັ່ງກ່າວ ໃນນັ້ນຈຳນວນໜຶ່ງກໍຕັດສິນໃຈຂາຍກະລໍ່າປີ ດ້ວຍລາຄາຖືກດີກ່ວາ ໃຫ້ມັນເໜົ່າເສັຍ. ອີງຕາມໂຕແທນຂອງກຸ່ມ ຊາວປູກຜັກ ບ້ານຜາຮອມກ່າວ.

ຊາວສວນປູກຜັກ ບ້ານຜາຮອມ ທີ່ກໍາລັງປະສົບກັບບັນຫາ ການຂາຍຜັກກະລໍ່າປີ ກໍໄດ້ຮຽກ ຮ້ອງໄປຍັງພາກສ່ວນທີ່ກ່ຽວຂ້ອງ ຂໍໃຫ້ຊ່ອຍເຫຼືອເປັນແນວພັນ ປຸຍ ຫຼື ຝຸ່ນ ເພື່ອທົດແທນ ຜົລກະທົບທີ່ຊາວສວນໄດ້ຮັບຍ້ອນ ບັນຫາຜັກກະລໍ່າປີລາຄາຖືກ ແລະລົ້ນຕລາດໄດ້ສ້າງ ຄວາມຫຍຸ້ງຍາກດ້ານການເງິນໃຫ້ແກ່ກຸ່ມຊາວສວນ. ຂາດລາຍໄດ້ໃນການລ້ຽງຄອບຄົວ ແລະ ການເຂົ້າເຖິງປະກັນສັງຄົມຕ່າງໆ ເນື່ອງຈາກບໍ່ມີຄວາມສາມາດໃນການຈ່າຍ.

ດັ່ງໂຕແທນຂອງກຸ່ມ ຊາວສວນປູກຜັກບ້ານ ຜາຮອມໄດ້ກ່າວຕື່ມວ່າ:

“ເຮົາກໍຢາກຮູ້ວ່າມັນເອົາຕ່າງປະເທດ ເຂົ້າມາບໍ່ ຫຼື ວ່າມີແຕ່ຂອງລາວເຮົານີ້ບໍ່ຂາຍມັນຫຼາຍເກິນບໍ່. ເຮົາກໍບໍ່ຮູ້ເທື່ອເນາະ. ອັນນີ້ພາກລັດເຂົາຫາກວ່າ ຢາກຊ່ອຍເຫຼືອປີໜ້າ ປີໃດ. ຢາກຂໍເປັນແນວພັນມາຊ່ອຍຈຸຊາວບ້ານຕື່ມ ບໍ່ເປັນຝຸ່ນເປັນໃດຫັ້ນນ່າແບບວ່າ ທີ່ຊ່ອຍໄດ້ເນາະ ແບບວ່າ ເຮົາບໍ່ມີເງິນເຂົ້າປະກັນສັງຄົມ ລູກຈ່າຍອັນໃດ ກໍບໍ່ພໍແລ້ວຫັ້ນນ່າເຮົາໄປເຂົ້າໂຕນັ້ນ ເປັນເດືອນໜຶ່ງແສນປາຍ ຕື່ມພາລະ. ເຮົາພັດຫຼາຍຫັ້ນນ່າ. ສົມມຸດເຮັດບໍ່ໄດ້ມາມັນກໍຄືເກົ່າຫັ້ນແຫຼະ. ເຮົາບໍ່ໄປຖອກເພີ່ມເພິ່ນກໍຕັດເຮົາກຄືເກົ່າ.”

ປະຊາຊົນຈາກເມືອງສັງທອງ ນະຄອນຫຼວງວຽງຈັນທີ່ໄດ້ຊື້ຜັກກະລໍ່າປີ ມາປຸງແຕ່ງອາຫານກ່າວວ່າ ກະລໍ່າປີຢູ່ໃນຕລາດມີລາຄາຫຼຸດລົງແທ້. ທາງຜູ້ບໍລິໂພກກໍໄດ້ຮັບຜົລດີ ເຮັດໃຫ້ລາຍຈ່າຍຫຼຸດລົງ ແຕ່ວ່າຜູ້ຜະລິດກະລໍ່າປີ ກໍຄືກຸ່ມຊາວສວນຈະຂາຍລາຄາ ກະລໍ່າປີ ຖືກລົງຄືກັນຈຶ່ງຢາກໃຫ້ພາກສ່ວນທີ່ກ່ຽວຂ້ອງ ແກ້ໄຂບັນນີ້ໃຫ້ກຸ່ມຊາວສວນ ໂດຍສະເພາະລະດູການນີ້ ເປັນລະດູການທີ່ຊາວສວນປູກຜັກ ທັງແບບກຸ່ມແລະແບບຄອບຄົວ ພາກັນປູກຈຳນວນຫຼາຍ ຍ້ອນອາກາດເໝາະແກ່ການປູກ.

ດັ່ງຊາວເມືອງສັງທອງ ທ່ານໄດ້ກ່າວໃນມື້ດຽວກັນວ່າ:

“ເອີ! ຄັນວ່າປະຊາຊົນທີ່ຊື້ກິນນີ້ກໍໄດ້ຮັບຜົລດີຫັ້ນແລ້ວກໍຫຼຸດລາຍຈ່າຍລົງແຕ່ກີ້ກາໂລ 15 ພັນດຽວນີ້ກາໂລ 10 ພັນລາຄາຕລາດປາຍທາງພຸ້ນແຫຼະ, ຖືວ່າຜູ້ຜະລິດຫັ້ນຢາກຖືກຫັ້ນແຫຼະເນາະ. ຄັນຖ້າເປັນໄປໄດ້ກໍຢາກໃຫ້ທາງພາກສ່ວນທີ່ກ່ຽວ ຊ່ອຍຫັ້ນແຫຼະ ທັງຄວບຄຸມລາຄາທັງຊອກຕລາດ, ຊ່ວງນີ້ລາຄາຜັກຫັ້ນລົງເພາະວ່າ ຫຼາຍທ້ອງຖິ່ນເຂົາເຈົ້າ ກໍປູກໂຕນີ້ເດ້ເພາະວ່າ ຢູ່ໃນລະດູການເດືອນ 1​-2-3 ນີ້ ຖືວ່າເຂົາເຈົ້າລົງສວນຄົວ ມັນໄດ້ຜົລດີ ການປູກແລ້ວອາກາດມັນດີ.”

ເຈົ້າໜ້າທີ່ ທີ່ກ່ຽວຂ້ອງແຂວງວຽງຈັນກ່າວວ່າ ຜັກກະລໍ່າປີ ລົ້ນຕລາດແລະລາຄາຕົກນັ້ນ ຍ້ອນວ່າປະຊາຊົນ ບໍ່ມີການຈັດການເຣື່ອງແຜນການປູກ ພ້ອມຢັ້ງຢືນວ່າ ກຸ່ມຊາວສວນປູກຜັກບ້ານຜາຮອມ ມີຕລາດເຊັນສັນຍາ ຮັບຊື້ຜັກຄັກແນ່ ແລະມີທີມງານ ຂະແໜງກະສິກັມ ແລະປ່າໄມ້ ລົງຊຸກຍູ້ຢູ່ຕະຫຼອດ.

ດັ່ງເຈົ້າໜ້າທີ່ແຂວງວຽງຈັນ ທ່ານໄດ້ກ່າວວ່າ:

“ອັນນີ້ມັນກໍເປັນບັນຫາໜຶ່ງ ກ່ຽວກັບການປູກຂອງປະຊາຊົນເນາະ ເພາະວ່າແຕ່ລະປີ ມັນກໍມີຊ່ວງທີ່ວ່າມັນລາຄາຕົກເນາະ ເພາະວ່າເຣື່ອງການຈັດການ ແຜນການຜະລິດ ຂອງເຂົາເຈົ້າຫັ້ນນ່າ ມັນບໍ່ມີແຜນການຜະລິດເນາະ ມັນປູກປູກພ້ອມກັນ. ມັນອອກອອກພ້ອມກັນຫັ້ນນ່າ ເຊິ່ງມັນເປັນບັນຫາໜຶ່ງ ທີ່ເຮັດໃຫ້ລາຄາຜັກມັນຖືກເນາະ. ດຽວນີ້ມັນຂາຍຢູ່ແຕ່ພາຍໃນເນາະ ແລ້ວເຮົາກໍມີທີ່ວ່າຕລາດທີ່ເຂົາເຈົ້າມາເຊັນສັນຍາຫັ້ນ ແລ້ວເຂົາເຈົ້າກໍເຂົ້າໄປຊື້ຢູ່ບໍ່ ເຮົາກໍຍັງບໍ່ທັນໄດ້ລົງໄປຫາປະຊາຊົນເທື່ອ ເຮົາກໍໄປຕລອດຢູ່ ເພາະວ່າມັນມີທີມງານຊຸກຍູ້ ຢູ່ຕະຫຼອດເດ້.”

ກະລໍ່າປີ ເປັນຜັກທີ່ບໍ່ໄດ້ນໍາເຂົ້າ ຈາກຕ່າງປະເທດ ແລະບໍ່ມີຄົນຕ່າງປະເທດ ປູກແຂ່ງກັບຄົນລາວ ແລະພາກສ່ວນທີ່ກ່ຽວຂ້ອງ ບໍ່ມີງົບປະມານເພື່ອຊ່ອຍເຫຼືອ ດ້ານແນວພັນ ຝຸ່ນ ຫຼື ປຸຍ.

ດັ່ງເຈົ້າໜ້າທີ່ ທີ່ກ່ຽວຂ້ອງແຂວງວຽງຈັນ ໄດ້ກ່າວຕື່ມວ່າ:

“ມີແຕ່ປະຊາຊົນເຮົາແຖວນັ້ນ ປູກເອງ ມາດຕະການ ເຮົາກໍທີ່ວ່າສິນຄ້າ ທີ່ວ່າຜັກເຮົາທີ່ວ່າປູກເອງໄດ້ນ່າ. ເຮົາຈະບໍ່ໃຫ້ນຳເຂົ້າ ຈາກປະເທດອື່ນເນາະ. ມີແຕ່ຜັກເຮົາເຂົ້າວຽງສ່ວນຫຼາຍ ມີແຕ່ຜັກເຮົານີ້ແຫຼະ ແຂວງເຮົາ. ທາງວິຊາການທາງເມືອງເຮົາ ກໍລົງໄປເວົ້າເຣື່ອງເທັກນິກ ເວົ້າເຣື່ອງການວາງແຜນນີ້ແຫຼະ ເປັນຫຼັກຫັ້ນນ່າ, ແຕ່ວ່າເວົ້າເຣື່ອງຊິສົ່ງເສີມ ໃຫ້ເປັນແນວພັນຕ່າງໆຫັ້ນທາງຣັຖບານເຮົາ ບໍ່ມີງົບປະມານເນາະສ່ວນຫຼາຍ ຈະເປັນທາງໂຄງການ ອາດເປັນໂຄງການ ຂອງ NGOs ຕ່າງໆ ຫັ້ນ. ບາງເທື່ອໃຫ້ນີ້ ເຂົາເຈົ້າກໍມີອຸປະກອນ ມີແນວພັນຕ່າງໆ ຫັ້ນນ່າ ຖ້າເປັນ NGOs ມັນຊິມີໃຫ້ໂຕນັ້ນເນາະ.”

ທ່ານກ່າວຕື່ມວ່າ ຫາກຈະແກ້ໄຂບັນຫາຜັກກະລໍ່າປີ ລາຄາຖືກ ແລະລົ້ນຕລາດ ແບບຍືນຍົງນັ້ນພາກສ່ວນທີ່ກ່ຽວຂ້ອງ ຈະຕ້ອງໄດ້ຊອກຫານັກລົງທຶນ ມາຕັ້ງໂຮງງານປຸງແຕ່ງ ແປຮູບກະລໍ່າປີ, ບໍ່ເຊັ່ນນັ້ນເກືອບທຸກໆ ກຸ່ມຊາວສວນປູກຜັກກະລໍ່າປີ ກໍຈະຜະເຊີນບັນຫາລາຕົກຕໍ່າ ແລະລົ້ນຕລາດຊໍ້າເຮື້ອໄປເລື້ອຍໆ.

ອີງຕາມການຣາຍງານ ຂອງສື່ມວນຊົນພາຍໃນ ເມື່ອປີ 2022 ຜັກກະລໍ່າປີລາວ ແມ່ນໄດ້ຮັບຄວາມນິຍົມ ມີການຊື້-ຂາຍກັນ ທັງພາຍໃນແລະຕ່າງປະເທດ ຫຼາຍກ່ວາ 50,000 ຕັນ. ໂດຍສ່ວນໃຫຍ່ ແມ່ນການສັ່ງຊື້ຈາກປະເທດໄທຍ. ນອກຈາກນີ້ຍັງມີກັມພູຊາ ທີ່ໃຫ້ຄວາມສົນໃຈ ຈະນໍາເຂົ້າຜັກກະລໍ່າປີ ຈາກລາວ, ແຕ່ສິ່ງທີ່ທ້າທາຍ ຂອງຜັກກະລໍ່າປີລາວ ຕ້ອງໄດ້ຮັບການຢັ້ງຢືນກະສິກັມທີ່ດີ ຫຼື Good Agriculture Practice (GAP) ກ່ອນຈະສາມາດ ສົ່ງອອກໄປຕ່າງປະເທດໄດ້.

ພ້ອມກັນນີ້ ທາງອົງການປົກຄອງ ເມືອງວັງວຽງ ແຂວງວຽງຈັນກໍໄດ້ຜັກດັນ ໂຄງການເຊື່ອມໂຍງ ເພື່ອຂຍາຍເຄືອຂ່າຍກະສິກັມ ຫຼື Clean Project ໂດຍໄດ້ຈັດງານບຸນກະລໍ່າປີ ໃນເທດສະບານເມືອງວັງວວຽງ ເມື່ອເດືອນມີນາປີ 2022 ຜ່ານມາ. ການຈັດງານດັ່ງ່ກາວ ແມ່ນເພື່ອແນ່ໃສ່ຊຸກຍູ້ສົ່ງເສີມ ການປູກຜັກກະລໍ່າປີ ທີ່ມີຄຸນນະພາບແລະເພື່ອສ້າງລາຍຮັບ ໃຫ້ປະຊາຊົນນັບມື້ນັບຫຼາຍຂຶ້ນ ເພາະຜັກກະລໍ່າປີ ສາມາດນໍາໄປປຸງແຕ່ງອາຫານ ໄດ້ຫຼາຍຊະນິດ. ພ້ອມກັນນີ້ ຍັງເປັນການສ້າງເງື່ອນໄຂ ໃຫ້ມີການຈັບຄູ່ທຸຣະກິຈ ລະຫວ່າງຜູ້ຜລິດ ແລະຜູ້ຊື້ເພື່ອຮັບປະກັນ ລາຄາຂອງຜົລຜລິດ.

ຜ່ານມາໂຄງການ ສ້າງຄວາມເຊື່ອມໂຍງ ເພື່ອຂຍາຍເຄືອຂ່າຍກະສິກັມ ໄດ້ມອບໃບຢັ້ງຢືນ ການຜລິດກະສິກັມ ທີ່ດີໃຫ້ຊາວກະສິກອນ ຈຳນວນ 2 ບ້ານ ຂອງເມືອງວັງວຽງຄື ບ້ານຜາຕັ້ງ ແລະ ບ້ານຜາແດງໂດຍເຫັນວ່າໂຄງການດັ່ງກ່າວໄດ້ປະກອບສ່ວນອັນສຳຄັນໃນການຊ່ອຍຊຸກຍູ້ ສົ່ງເສີມການຜະລິດກະສິກັມ ຂອງປະຊາຊົນ ພາຍໃນເມືອງກໍຄືບັນດາບ້ານ ເປົ້າໝາຍ ຂອງໂຄງການເພາະ ເປັນການຜລິດກະສິກັມ ທີ່ດີທັງມີຕລາດຮອງຮັບ ທີ່ຮັບຊື້ຜົລຜລິດເຊິ່ງເປັນການຄໍ້າປະກັນ ລາຄາ.

ທ່ານ ເພັດ ພົມພິພັກ ລັດຖະມົນຕີ ກະຊວງກະສິກໍາແລະປ່າໄມ້ ໄດ້ກ່າວລາຍງານຕໍ່ກອງປະຊຸມ ສະພາແຫ່ງຊາຕ ເມື່ອທ້າຍປີ 2023 ຜ່ານມາວ່າ ຣັຖບານລາວ ຫ້າມນໍາເຂົ້າສິນຄ້າ ທີ່ລາວຜລິດໄດ້ ທັງປະເພດເຂົ້າ, ກາເຟ, ພືດກິນໃບ, ພືດກິນຫົວ, ພືດກິນໝາກ, ເຫັດ, ສັດ ແລະ ຜລິດຕະພັນສັດ. ໜຶ່ງໃນນັ້ນກໍຄືຜັກກະລໍ່າປີ ທີ່ເປັນພືດກິນໃບ ທີ່ຣັຖບານລາວ ປະກາດຫ້າມນໍາເຂົ້າ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.