ເຣື້ອງທີ່ເກັບບັນທຶກໄວ້
2009-11-11
ສະພາແຫ່ງຊາດ ສປປລາວ ຈະໄຂກອງປະຊຸມ ເພື່ອຮັບຮອງເອົາຮ່າງ ກົດໝາຍ 8 ສະບັບ ໃນອາທິດໜ້ານີ້.
2009-11-10
ແຂວງບໍຣິຄຳໄຊ ມີນະໂຍບາຍ ແກ້ໄຂຫລຸດຜ່ອນ ຄວາມທຸກຍາກ ໃນ3ເມືອງໃຫ້ໄດ້ ພາຍໃນປີ 2015.
2009-11-10
ອະດີດ ນາຍົກຣັຖມົນຕຣີໄທ ທ່ານທັກສີນ ຊີນນະວັດ ໄດ້ໄປເຖີງ ກຳພູຊາ ໃນຕອນເຊົ້າຂອງມື້ນີ້ ເພຶ່ອເລີ້ມເຮັດວຽກ ເປັນທີ່ປືກສາ ທາງດ້ານເສຖກິດ ຂອງກຳພູຊາ ຊຶ່ງສາຍເຫດເຮັດໃຫ້ ເກີດຄວາມເຄັ່ງຕືງ ຣະຫວ່າງປະເທດ.
2009-11-10
ບັນຫາພະມ້າ ຈະບໍ່ເປັນສີ່ງກີດຂວາງ ຄວາມສຳພັນຣະຫວ່າງ ສະຫະຣັຖ ກັບອາຊຽນອີກຕໍ່ໄປ ໃນອານາຄົດ ຕາມຄໍາຖແລງຂອງ ທໍານຽບຂາວ.
2009-11-10
ວຽດນາມໄດ້ເປີດ ວິຊາການ ສິດສອນຝຶກຫັດ ໃຫ້ເຈົ້າໜ້າທີ່ ພັກປະຕິວັດລາວ ຢູ່ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ໂຮຈິມິນ ຢູ່ນະຄອນຮາໂນຍ ປະເທດວຽດນາມ ເລີ້ມແຕ່ມື້ວັນທີ 9 ພຶສຈິກາ 2009.
2009-11-10
ເຈົ້າຫນ້າທີ່ ສີ່ງແວດລ້ອມ ສປປລາວ ເວົ້າວ່າ ການປ່ຽນແປງຂອງ ສະພາບອາກາດ ເຮັດໃຫ້ເກີດລົມພະຍຸ ແລະ ນ້ຳຖ້ວມໃນລາວ ຫລາຍຂື້ນ ໃນລະຍະຫລັງໆມານີ້.
2009-11-09
ເຈົ້າໜ້າທີ່ໂຮງໝໍແຂວງອັຕປື ລາຍງານວ່າໄດ້ ກວດພົບເຊື້ອໄຂ້ຫວັດໝູ ສາຍພັນ A/H1N1 ຈາກນັກຮຽນ 6ຄົນ.
2009-11-09
ຜູ້ນໍາ ຍີ່ປຸ່ນ ແລະ 5 ປະເທດ ແມ່ນໍ້າຂອງ ໄດ້ສລຸບ ກອງປະຊຸມ ເມື່ອວັນເສົາຜ່ານມາ ທີ່ໂຕກຽວ ໂດຍສັນຍາ ວ່າ ຈະໃຫ້ທັງເງິນກູ້ຢືນ ແລະ ຊ່ອຍເຫລືອ ຫລາຍກ່ວາ 5 ພັນ 5 ຮ້ອຍລ້ານ ດອນລາສະຫະຣັຖ, ພ້ອມກັບ ສັນຍາວ່າ ຈະສ້າງສາຍສໍາພັນ ໃຫ້ເລິກເຊິ່ງຂຶ້ນ ກ່ວາເກົ່າ, ອີງຕາມຣາຍງານ ຂອງແຫລ່ງຂ່າວ ເອ ເອັຟ ພີ.
2009-11-09
ຣາຍການສາຣະຄະດີ ເຣື້ອງ ”ສຸດສາຍທາງເລຂ 9” ປະຈຳສັປດາ ຕອນທີ 13 ໃນມື້ນີ້ ຈະໄດ້ກ່າວເຖິງຕອນ ທີ່ພວກນາຍທະຫານ ນັກໂຫດສັມມະນາກອນ ພາກັນເລີ້ມສໍາຜັດ ກັບຄວາມເຍືອກເຢັນ ຂອງອາກາດຄືນທຳອິດ ພາຍໃນສູນສັມມະນາ ”ບ້ານນາບໍ”. ເຊີນທ່ານຮັບຟັງໄດ້.... ສເນີໂດຍ: ໂມທະນາ
2009-11-06
ອົພຍົບຊາວມົ້ງລາວ ຈາກວັດຖ້ຳກະບອກ ທີ່ເດີນທາງໄປຕັ້ງ ຖີ່ນຖານຢູ່ສະຫະຣັຖ America ພາຍຫລັງ5ປີ ບາງຄອບຄົວ ກໍຜ່ານຜ່າອຸປສັກ ຕ່າງໆນາໆ ແລະກໍປັບຕົວເຂົ້າ ສັງຄົມໄດ້ຢ່າງໜ້າ ພູມໃຈ. Maysoly ມີຣາຍງານມາສເນີທ່ານ ໃນອັນດັບຕໍ່ໄປ….
2009-11-06
ຕໍ່ໄປແມ່ນການໃຫ້ ສັມພາດຂອງທ່ານ ເຄນທອງ ນວນທະສີງ ໂຄສົກປະຈໍາກະຊວງ ການຕ່າງປະເທດ ສປປລາວ ກ່ຽວກັບຊີວີດ ການປັນຢູ່ຂອງ ຊາວລາວມົ້ງ ທີ່ກັບຄືນຈາກ ປະເທດໄທ ແລະຕໍ່ຊາວລາວມົ້ງ ຢູ່ທີ່ສູນກັກຂັງ ຊົ່ວຄາວບ້ານຫ້ວຍນໍ້າຂາວ ແຂວງເພັຊບູນ ຂອງໄທ... ສັມພາດໂດຍ: ສົມເນ ຈາກນະຄອນຫລວງວຽງຈັນ ຂໍເຊີນທ່ານຮັບຟັງໄດ້ເລີຽ.
2009-11-06
ຊາວເຜົ່າມົ້ງ ທີ່ຖືກກັກຂັງ ຢູ່ດ່ານຄວບຄຸມ ແຂວງໜອງຄາຍ ຈະຖືກສົ່ງກັບ ພາຍຫລັງທີ່ ທາງການໄທ ສົ່ງຊາວເຜົ່າ ບ້ານຫ້ວຍນໍ້າຂາວ ກັບຄືນ ສປປລາວ.
2009-11-06
ໂຮງຮຽນ 3 ຫລັງໃນແຂວງ ສາຣະວັນ ໄດ້ຮັບຄວາມເສັຽຫາຍ ຈາກພະຍຸ Marinae ແລະ ໄດ້ຖືກເພພັງ ໄປແລ້ວ27ຫລັງ ຍ້ອນ ພະຍຸເກສນາ ໃນເດືອນກ່ອນ.
2009-11-05
ການລົງທຶນຂອງ ຕ່າງປະເທດ ຢູ່ ສປປລາວ ໃນ 9 ເດືອນ ຂອງປີ 2009 ນີ້ມີ 208ໂຄງການ ແລະ ມີທຶນລົງທະບຽນ ທັງໝົດ 4,300 ລ້ານໂດລາ ສະຫະຣັດ ຄືຫລາຍ ຂື້ນກວ່າປີ 2008 ເກືອບ 4 ເທົ່າ. ເປັນຫຍັງນັກທຸຣະກິດ ຈຶ່ງເຂົ້າມາລົງທຶນຫລາຍ ໃນຂນະທີ່ ວິກິດການທາງດ້ານການເງິນ ແລະເສຖກິດໂລກ ຍັງຕົກຕ່ຳຄືຢູ່ ໃນປັດຈຸບັນນີ້ ຈຳປາທອງ ມີລາຍງານກ່ຽວກັບ ເລື້ອງນີ້ ມາສເນີທ່ານ…