ເຈົ້າໜ້າທີ່ສະມາຊິກພັກ ສປປລາວ ເຂົ້າຝຶກຫັດອົບຮົມ ໃນວຽດນາມ

ວຽດນາມໄດ້ເປີດ ວິຊາການ ສິດສອນຝຶກຫັດ ໃຫ້ເຈົ້າໜ້າທີ່ ພັກປະຕິວັດລາວ ຢູ່ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ໂຮຈິມິນ ຢູ່ນະຄອນຮາໂນຍ ປະເທດວຽດນາມ ເລີ້ມແຕ່ມື້ວັນທີ 9 ພຶສຈິກາ 2009.
ໂພໄຊສວັດ
2009.11.10

ກ່າວໃນພິທີເປີດ ການຝຶກຫັດອົບຮົມ ຮອງຜູ້ອຳນວຍການ ສະຖາບັນ ດຣ Truong Thi Thong ກ່າວວ່າ ໄດ້ມີໂອກາດ ແລະ ມີເຫດການທີ່ ທ້າທາຍໃໝ່ເກີດຂື້ນ ໃນການປ່ຽນແປງຂອງໂລກ ໂດຍສະເພາະເມື່ອ ຈະເຊື່ອມເຂົ້າກັນ ຈຶ່ງຕ້ອງການໃຫ້ ສະມາຊິກພັກ ແລະ ເຈົ້າໜ້າທີ່ທາງການ ໂດຍທົ່ວໄປ ຮູ້ຂໍ້ມູນ ຈຶ່ງຕ້ອງມີການອົບຮົມ ເພື່ອໃຫ້ມີສະມັຕພາບ ທາງການເມືອງ ແລະ ໄດ້ຄຸນສົມບັດ ຂັ້ນອາຊີບ.

ທ່ານ Thong ກ່າວອີກວ່າ ບົດຮຽນບົດສອນ ຈະເນັ້ນໜັກໃສ່ ທັງພາກທິສດີ ແລະ ພາກປະຕິບັດ. ໃຫ້ເຈົ້າໜ້າທີ່ ທາງການລາວນຳ. ການຝຶກອົບຮົມ 3 ເດືອນເປັນ ສ່ວນນຶ່ງຂອງການ ຕົກລົງຮ່ວມມື ລະຫວ່າງສອງປະເທດ. ໃນນັ້ນຈະມີເຈົ້າໜ້າທີ່ ພັກປະຕິວັດລາວ 17ຄົນເຂົ້າຮ່ວມຮຽນ ຊຶ່ງວິຊາສຳຄັນ ຈະແມ່ນ ລັດທິ Maxism-Leninnism, ທິສດີຂອງໂຮຈິມິນ ແລະ ປະສົບການຂອງຜູ້ນຳ ພັກຄອມມິວນິສ ວຽດນາມ ທີ່ໄດ້ນຳມາໃຊ້ ໃນຂະບວນການ ປ່ຽນແປງປະເທດ ໃນຍຸກໃໝ່.

ນອກຈາກການຮຽນຮູ້ ນອກສະຖານທີ່ ໃນວຽດນາມ ທີ່ເຈົ້າໜ້າທີ່ ພັກປະຕິວັດລາວ ຈະໄດ້ຮຽນຮູ້ແລ້ວ ພວກຂະເຈົ້າຍັງຈະ ໄດ້ຄວາມຮູ້ດ້ານ ຂ່າວສານ ແລະ ການຝຶກສອນ ຜູ້ອື່ນຕື່ມອີກ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.