ນັກຮຽນແຂວງອັຕປື ຕິດໄຂ້ຫວັດໝູ A/H1N1 ຫົກຄົນ

ເຈົ້າໜ້າທີ່ໂຮງໝໍແຂວງອັຕປື ລາຍງານວ່າໄດ້ ກວດພົບເຊື້ອໄຂ້ຫວັດໝູ ສາຍພັນ A/H1N1 ຈາກນັກຮຽນ 6ຄົນ.
ໂພໄຊສວັດ
2009.11.09

ເພື່ອເປັນການປ້ອງກັນ ການແຜ່ລະບາດ ທາງສາທາຣະນະສຸຂແຂວງ ໄດ້ຈັດໃຫ້ມີ ການໂຄສະນາ ໃຫ້ປະຊາຊົນ ໄດ້ຮູ້ວິທີປ້ອງກັນ ການແຜ່ລະບາດ ທີ່ອາດຈະເກີດຫລາຍຂື້ນ. ດັ່ງເຈົ້າໜ້າທີ່ ຈາກໂຮງໝໍແຂວງອັຕປື ເວົ້າກ່ຽວກັບ ເຣື້ອງນີ້ວ່າ:

"ສຳລັບແຂວງອັຕປືເນ໋າະ ກວດເຊື້ອ positive ແມ່ນເຮົາສົ່ງໂຕຢ່າງ ໄປກວດຢູ່ວຽງຈັນ ຢູ່ນະຄອນຫລວງ ວຽງຈັນ 9ກໍຣະນີ 9ຄົນ ແລະ ມີເຊື້ອ6ຄົນ ແຕ່ກ່ອນຢູ່ໃນ ແຂວງອັຕປື ນີ້ບໍ່ທັນມີ ຖືວ່າເປັນ ກໍຣະນີທຳອິດ."

ທ່ານເວົ້າຕື່ມວ່າ ເດັກນ້ອຍ6ຄົນ ທີ່ຕິດເຊື້ອນີ້ ເປັນນັກຮຽນ ບັນດາຊົນເຜົ່າ ທີ່ຢູ່ໂຮງຮຽນກິນນອນ ຢູ່ເມືອງສາມັກຄີໄຊ. ຈາກການສອບສວນ ປະຫວັດກ່ຽວກັບ ທັງ6ຄົນ ບໍ່ພົບວ່າພວກ ຂະເຈົ້າໄດ້ອອກໄປ ຕ່າງແຂວງເລີຍ ພຽງແຕ່ໄດ້ໄປ ຊ່ອຍອອກແຮງງານ ເພື່ອຊ່ອຍຮັກສາ ຄວາມສະອາດ ຕາມສະຖານທີ່ຕ່າງໆ ຫລັງຈາກເກີດພັຍ ນ້ຳຖ້ວມທີ່ຜ່ານມາ.

ປັດຈຸບັນນີ້ 4ຄົນໄດ້ຮັບ ອະນຸຍາດໃຫ້ກັບ ໄປຮັກສາໂຕຢູ່ ໂຮງຮຽນ ແລະອີກ2ຄົນ ຍັງຮັກສາໂຕຢູ່ໂຮງໝໍ ແຂວງອັຕປື. ເຈົ້າໜ້າທີ່ຈາກຫ້ອງການ ສາທາຣະນະສຸຂ ແຂວງອັຕປື ກ່າວວ່າການພົບ ເຊື້ອໄຂ້ຫວັດຫມູ ໃນເທື່ອນີ້ເຮັດໃຫ້ ທາງແຂວງຕ້ອງຄອຍລະວັງ ການແຜ່ລະບາດ ຂອງພຍາດຫລາຍຂື້ນ ດັ່ງເຈົ້າໜ້າທີ່ເວົ້າວ່າ:

"ພວກເຮົາກໍໄດ້ ຕຽມພ້ອມ ໂຮງໝໍກໍໄດ້ຕຽມພ້ອມ ໝົດແລ້ວ ກໍໄດ້ໂຄສະນາ ແລ້ວໃຫ້ໄດ້ລະວັງແນ່ ເປັນຫຍັງ ກໍຕຽມໆໄວ້ໝົດ ເພາະວ່າມັນມີ ໂອກາດຈັ່ງຊີ້ ແລ້ວນີ້ກໍເຕືອນ ປະຊາຊົນ ໂດຍສະເພາະນັກຮຽນບໍ ພນັກງານເຮົາກໍໃຫ້ ລະວັງ."

ນອກຈາກນີ້ຫ້ອງການ ສາທາຣະນະສຸຂແຂວງ ກໍຕ້ອງໄດ້ຄອຍລະວັງ ເປັນພິເສດເພາະ ສະພາບອາກາດໄດ້ ປ່ຽນແປງ ຈາກລະດູຝົນ ເປັນລະດູໜາວ ເຮັດໃຫ້ມີຜູ້ປ່ວຍ ເປັນໄຂ້ຫວັດທີ່ມີ ອາການຮຸນແຮງ ແລະ ຫາກສົງໄສວ່າ ເປັນເຊື້ອ A/H1N1 ກໍຕ້ອງໄດ້ສົ່ງ ຕົວຢ່າງໄປກວດຢູ່ ນະຄອນຫລວງວຽງຈັນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.