ຊາວມົ້ງທີ່ຖືກຂັງຢູ່ດ່ານ ແຂວງໜອງຄາຍຈະຖືກສົ່ງກັບ
2009.11.06
ທາງການໄທ ກໍາລັງ ດໍາເນີນການສົ່ງ ຊາວເຜົ່າມົ້ງ ທີ່ຍັງເຫລືອ ຢູ່ສູນ ບ້ານຫ້ວຍນໍ້າຂາວ ປະມານ 4,000 ກ່ວາຄົນ ໃຫ້ສໍາເຣັດ ໃນໄວໆນີ້ ແລະ ຈະດໍາເນີນ ການສົ່ງ ຊາວເຜົ່າມົ້ງ ທີ່ຖືກສູນກັກຂັງ ກວດຄົນເຂົ້າເມືອງ ທີ່ແຂວງໜອງຄາຍ ຈໍານວນ 158 ຄົນ ກັບຄືນ ສປປລາວ ເປັນອັນດັບຕໍ່ໄປ.
ປັດຈຸບັນ ສະຖານະການ ຊາວເຜົ່າມົ້ງ ໃນບ້ານຫ້ວຍນໍ້າຂາວ ບາງຄົນ ສມັກໃຈກັບປະເທດ ຢ່າງຕໍ່ເນື່ອງ ໃນຂະນະທີ່ ຫລາຍໆຄົນ ບໍ່ຢາກກັບຄືນ.
ສໍາລັບ ຊາວເຜົ່າມົ້ງ 158 ຄົນ ທີ່ຍັງຖືກກັກຂັງ ຢູ່ດ່ານກວດຄົນເຂົ້າເມືອງ ແຂວງໜອງຄາຍ ຕັ້ງແຕ່ ປີ 2006 ເປັນກຸ່ມທີ່ສ່ວນໃຫຍ່ ມີໃບ people of concern ຫລື POC ພາຍໃຕ້ ການເບິ່ງແຍງ ຂອງອົງການ ຂ້າຫລວງໃຫຍ່ ເພື່ອຜູ້ລີ້ພັຍ ສະຫະປະຊາຊາດ ຫລື UNHCR, ແຕ່ທາງການລາວ ແລະ ໄທ ກໍຣະບຸວ່າ ຊາວເຜົ່າມົ້ງ ກຸ່ມດັ່ງກ່າວ ຈະຕ້ອງຖືກສົ່ງກັບ ສປປລາວ ພາຍໃຕ້ ຂໍ້ຕົກລົງ ຂອງສອງປະເທດ ວ່າດ້ວຍ ການສົ່ງຊາວເຜົ່າມົ້ງ ເຂົ້າເມືອງຜິດກົດໝາຍ ກັບ ສປປລາວ.
ເຈົ້າໜ້າທີ່ ທະຫານໄທ ເຄີຍກ່າວກ່ຽວກັບ ນະໂຍບາຍ ການສົ່ງຊາວເຜົ່າມົ້ງລາວ ເອົາໄວ້ວ່າ:
"ທ່ານ ກ່າວວ່າ ”ພວກທ່ານ ລໍຖ້າເວລາ ທີ່ເໝາະສົມ ແລະ ກໍສາມາດປະຕິບັດຕໍ່ໄປໄດ້ ເພາະວ່າ ນະໂຍບາຍ ນີ້ເປັນໄປຕາມ ລໍາດັບຢູ່ແລ້ວ ເພາະສະພາຄວາມ ໝັ້ນຄົງ ກໍເຫັນດີນໍາ.”
ຮ່າງບັນທຶກ ກອງປະຊຸມ ຂອງຄນະກັມມະການ ຮ່ວມມື ຮັກສາຄວາມສງົບຮຽບຮ້ອຍ ຕາມເຂດຊາຍແດນ ທົ່ວໄປ ລາວ-ໄທ ຄັ້ງທີ 17 ເມື່ອວັນທີ 8-11 ກັນຍາ ປີ 2009 ຣະບຸວ່າ ຂໍ້ 16.4 ໄວ້ວ່າ ຝ່າຍໄທ ເຫັນພ້ອມ ຈັດສົ່ງຊາວເຜົ່າມົ້ງລາວ ທີ່ເຂົ້າເມືອງຜິດກົດໝາຍ ບ້ານຫ້ວຍນໍ້າຂາວ ແລະ ທີ່ຫ້ອງກັກຂັງ ກວດຄົນເຂົ້າເມືອງ ແຂວງໜອງຄາຍ ຈໍານວນ 158 ຄົນ ໃຫ້ກັບ ຝ່າຍລາວ, ໂດຍຈັດເປັນຊຸດໆ ຢ່າງຕໍ່ເນື່ອງ ໃຫ້ສໍາເຣັດ ພາຍໃນ ປີ 2009 ຕາມທີ່ໄດ້ຕົກລົງກັນໄວ້ ໂດຍຝ່າຍໄທ ຈະຄວບຄຸມ ແລະ ເບິ່ງແຍງຊາວເຜົ່າມົ້ງ ດັ່ງກ່າວ ຢ່າງເຂັ້ມງວດ.