ພະມ້າຈະບໍ່ເປັນສີ່ງກີດຂວາງ ຣະຫວ່າງສະຫະຣັຖ ກັບອາຊຽນອີກຕໍ່ໄປ

ບັນຫາພະມ້າ ຈະບໍ່ເປັນສີ່ງກີດຂວາງ ຄວາມສຳພັນຣະຫວ່າງ ສະຫະຣັຖ ກັບອາຊຽນອີກຕໍ່ໄປ ໃນອານາຄົດ ຕາມຄໍາຖແລງຂອງ ທໍານຽບຂາວ.

ທໍານຽບຂາວໄດ້ອອກຖແລງ ໃນມື້ວັນຈັນວ່າ ທາງການສະຫະຣັຖ ຈະບໍ່ປ່ອຍໃຫ້ ບັນຫາຣະຫວ່າງ ສະຫະຣັຖກັບພະມ້າ ມາກີດຂວາງຄວາມສຳພັນ ກັບອາຊຽນອີກຕໍ່ໄປ ໃນອານາຄົດ ໃນຂນະທີ່ທ່ານ ບາຣັກ ໂອບາມາ ປະທານາທິບໍດີ ສະຫະຣັຖ ກຳລັງຈະໄປ ຢ້ຽມຢາມເຂດດັ່ງກ່າວ.

ທ່ານ ໂອບາມາ ຈະໄດ້ພົບປະກັບ ຜູ້ນຳ 10 ປະເທດອາຊຽນ ເປັນຄັ້ງທຳອີດ ໃນນາມ ປະທານາທິບໍດີ ສະຫະຣັຖ ທີ່ຣ່ວມດ້ວຍ ນາຍົກຣັຖມົນຕຣີ ພະມ້າ ທ່ານ ທຽນຊຽນ ໃນມື້ວັນ ອາທີດ ທີ່ຈະມາ ທີ່ປະເທດສີງກະໂປ. ທ່ານ Jeffrey Bader ຜູ້ຊ່ອຍດ້ານ ນະໂຍບາຍເອເຊັຽ ຂອງທ່ານ ໂອບາມາ ເວົ້າວ່າ ນື່ງໃນຈຳນວນ ຄວາມອືດອັ້ນຕັນໃຈ ຂອງສະຫະຣັຖ ກ່ຽວກັບບັນຫາພະມ້າ ຫວ່າງສອງສາມປີ ທີ່ຜ່ານມານັ້ນ ກໍແມ່ນ ຂາດຄວາມສາມາດ ໃນການສ້າງສາຍ ພົວພັນກັບພະມ້າ ສີ່ງເຫລົ່ານີ້ ສົ່ງຜົລສະທ້ອນ ເຮັດໃຫ້ສະຫະຣັຖ ເຫີນຫ່າງຈາກບັນດາ ປະເທດອາຊຽນ ໂດຍສ່ວນຮ່ວມ ແລະວ່າ ການປະກາດດັ່ງກ່າວ ຂອງ ສະຫະຣັຖ ເທື່ອນີ້ ກໍ່ຢາກບອກໃຫ້ກຸ່ມ ປະເທດອາຊຽນຮູ້ວ່າ ສະຫະຣັຖ ຈະບໍ່ປ່ອຍໃຫ້ ບັນຫາພະມ້າ ເປັນສີ່ງກີດຂວາງ ຄວາມສຳພັນ ໂດຍຮ່ວມກັບກຸ່ມອາຊຽນ ອີກຕໍ່ໄປໃນອານາຄົດ.

ທ່ານ Bader ເວົ້າວ່າ ການປະຊຸມ ສ່ວນໃຫຍ່ ຈະເປັນກອງປະຊຸມ ໂດຍລວມ ຈະບໍ່ເປັນກອງປະຊຸມ ທີ່ຈະໃຫ້ໂອກາດທາງ ໂອບາມາ ພົບປະກັບຜູ້ນຳພະມ້າ ໂດຍລຳຟັງ ແຕ່ທ່ານບໍ່ໄດ້ ປະຕິເສດ ໃນການພົບປະ ດັ່ງກ່າວທີ່ອາດຈະຂື້ນ. ທ່ານວ່າ ສະຫະຣັຖ ຈະພົບປະກັບ 10 ກຸ່ມຜູ້ນຳອາຊຽນ ຈະບໍ່ໃຈ້ແຍກ 9 ຜູ້ນຳອາຊຽນ ເປັນຍ້ອນຜູ້ນຳພະມ້າ ຢູ່ຫ້ອງປະຊຸມ ເພາະບໍ່ແມ່ນກອງ ປະຊຸມສອງຝ່າຍ.