ທາງການ ສປປລາວ ວ່າເກີດມີພະຍຸ ມີນໍ້າຖ້ວມຍ້ອນ ສະພາບອາກາດປ່ຽນແປງ

ເຈົ້າຫນ້າທີ່ ສີ່ງແວດລ້ອມ ສປປລາວ ເວົ້າວ່າ ການປ່ຽນແປງຂອງ ສະພາບອາກາດ ເຮັດໃຫ້ເກີດລົມພະຍຸ ແລະ ນ້ຳຖ້ວມໃນລາວ ຫລາຍຂື້ນ ໃນລະຍະຫລັງໆມານີ້.
ສິດນີ
2009.11.10

ສາຍເຫດນ້ຳຖ້ວມ ຢ່າງຕໍ່ເນື່ອງ ໃນລາວໃນຣະຍະ ສອງ-ສາມປີທີ່ຜ່ານມາ ເຮັດໃຫ້ຫນວ່ຍງານດ້ານ ອຸຕຸນິຍົມວິທຍາແຫ່ງຊາດ ຕ້ອງສືກສາຫາທີ່ມາ ຂອງເຫດການດັ່ງກ່າວ ຈື່ງພົບວ່າເປັນຍ້ອນ ສະພາບອາກາດປ່ຽນແປງ ໃນລາວ ແລະໃນຂົງເຂດ ທີ່ພາໃຫ້ເກີດລົມພະຍຸ ຝົນຕົກຫນັກ ແລະ ນ້ຳຖ້ວມຕາມເຂດ ຕ່າງໆຂອງລາວແລະ ຂອງປະເທດໃກ້ຄຽງ, ສຳລັບ ສປປລາວ ສະພາບອາກາດປ່ຽນແປງ ເກີດມາຈາກ ການຕັດໄມ້ທຳລາຍປ່າ ການສ້າງເຂື່ອນແລະ ການພັທນາປະເພດຕ່າງໆ ໃນລາວ ທີ່ສ້າງຄວາມເຊື່ອມເສັຽ ຕໍ່ສະພາບແວດລ້ອມ. ດັ່ງທ່ານກ່າວໃນ ຕອນນື່ງວ່າ:

"ສຳລັບ ສປປລາວແລ້ວ ທີ່ໄດ້ຮັບຜົລກະທົບ ຈາກການປ່ຽນແປງ ດີນຟ້າອາກາດ ມີນ້ຳຖ້ວມ ພັຍແຫ້ງແລ້ງ ເປັນຫລັກຈາກພັຍນ້ຳຖ້ວມ ພັຍແຫ້ງແລ້ງ ກໍ່ຈະໄປກະທົບໃສ່ ຂແນງກະສີກັມ ຂແນງປ່າໄມ້ ກະທົບໃສ່ ຂແນງນ້ຳ ແລະ ກະທົບໃສ່ບັນຫາ ດ້ານສຸຂພາບ."

ທ່ານກ່າວຕໍ່ໄປວ່າ ເຫດຝົນຕົກຫນັກ ແລະ ນ້ຳຖ້ວມໃນລາວ ນອກຈາກສະພາບ ອາກາດປ່ຽນແປງ ໃນຂົງເຂດແລະໃນໂລກແລ້ວ ກໍ່ຍັງມີພາວະ ໂລກຮ້ອນ ທີ່ເກີດຈາກການປ່ອຍ ອາຍພີດຈາກໂຮງຈັກໂຮງງານ ຂອງປະເທດອຸດສາຫະກັມ ທັງຫລາຍໃນໂລກນຳອີກ ທີ່ສ້າງບັນຫາ ໃຫ້ມີອາກາດປ່ຽນແປງ ໃນຂົງເຂດ ທີ່ເຮັດໃຫ້ເກີດລົມພະຍຸ ແລະຝົນຕົກຫນັກໃນລາວ.

ອົງການພັທນາ ສະຫະປະຊາຊາດ ຫລື UNDP ປະຈຳລາວ ໃຫ້ການສນັບສນູນ ງົບປະມານ ພາຍໃຕ້ອະນຸສັນຍາ ວ່າດ້ວຍການປ່ຽນແປງ ພູມີອາກາດ ໃຫ້ແກ່ຫນ່ວຍງານ ທີ່ກ່ຽວຂ້ອງຂອງລາວ 3 ລ້ານໂດລາ ເພື່ອໄປດຳເນີນງານ ວາງແຜນສຳຣວດ ສະພາບອາກາດ ປ່ຽນແປງໃນໂລກ ຈາກພາວະໂລກຮ້ອນ ທີ່ຈະມີຜົລກະທົບຕໍ່ ສປປລາວ ໃນອານາຄົດ ໜ້ອຍຫລາຍປານໃດ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.

ຄວາມເຫັນ

Anonymous
Dec 24, 2009 09:52 PM

I Agree with this comment,this problem must be adressed!