ນະໂຍບາຍ ແກ້ໄຂຄວາມທຸກຍາກ ແຂວງບໍຣິຄຳໄຊ

ແຂວງບໍຣິຄຳໄຊ ມີນະໂຍບາຍ ແກ້ໄຂຫລຸດຜ່ອນ ຄວາມທຸກຍາກ ໃນ3ເມືອງໃຫ້ໄດ້ ພາຍໃນປີ 2015.
ໂພໄຊສວັດ
2009.11.10

ແຂວງບໍຣິຄຳໄຊ ມີນະໂຍບາຍ ແກ້ໄຂຫລຸດຜ່ອນຄວາມ ທຸກຍາກ ໃນ3ເມືອງ ທີ່ມີຄວາມທຸກຍາກ ທີ່ສຸດໃນແຂວງ ຊຶ່ງມີເມືອງຄຳເກີດ ເມືອງວຽງທອງ ແລະ ເມືອງໄຊຈຳພອນ ໃຫ້ໄດ້ພາຍໃນ 5ປີຂ້າງໜ້ານີ້. ເມືອງທັງ3ເມືອງ ຢູ່ໃນຈຳນວນເມືອງ ທີ່ທຸກຍາກທີ່ສຸດ 47ເມືອງໃນ ສປປລາວ. ດັ່ງທ່ານ ຄຳປານ ພີຣາວົງ ເຈົ້າແຂວງບໍຣິຄຳໄຊ ໄດ້ເວົ້າວ່າ:

"ເມືອງຄຳເກີດ ເມືອງວຽງທອງ ແລະ ເມືອງໄຊຈຳພອນ ອາດຈະແມ່ນໃນ 5ປີຂ້າງຕໍ່ໄປນີ້ ນັບຕັ້ງແຕ່ 2010ຈົນຮອດ 2015 ພວກເຮົາວາງຄາດໝາຍວ່າ ຕ້ອງແກ້ໄຂ 3ເມືອງທີ່ຍັງຄ້າງນັ້ນ ຈະໃຫ້ມັນສຳເຣັດ ພາຍໃນ5ປີ ຕໍ່ໜ້າ."

ທ່ານຄຳປານ ໄດ້ເວົ້າອີກວ່າ ສຳລັບການກໍ່ສ້າງ ດ້ານພື້ນຖານໂຄງຮ່າງນັ້ນ ປັດຈຸບັນນີ້ ເມືອງວຽງທອງ ແລະ ເມືອງຄຳເກີດ ໄດ້ເລີ້ມໂຄງສ້າງ ເສັ້ນທາງແລະໄຟຟ້າແລ້ວ ໂດຍເສັ້ນທາງໝາຍເລກ 1 ຄາດວ່າຈະສຳເຣັດ ໃນປີ 2013 ແລະທາງເລກທີ 4 ທີ່ຈະສ້າງໄປຕໍ່ໃສ່ ເມືອງວຽງທອງນັ້ນ ຄາດວ່າຈະໃຫ້ແລ້ວ ພາຍໃນປີ 2012 ແລະທາງຫລວງແຫ່ງຊາດ ທີ່ທາງຣັຖບານ ໄດ້ຕົກລົງວ່າຈະສ້າງ ຈາກເມືອງໄຊຈຳພອນ ອອກໄປຫາວຽດນາມນັ້ນ ຄາດວ່າ ຈະສຳເຣັດໃນປີ 2015.

ທ່ານຄຳປານ ເວົ້າສະລຸບວ່າ ໃນລະຍະທີ່ຜ່ານມາ ທາງແຂວງບໍຣິຄຳໄຊ ກໍໄດ້ພຍາຍາມທີ່ຈະ ຊ່ອຍເຫລືອປະຊາຊົນ ເພື່ອຫລຸດຜ່ອນຄວາມທຸກຍາກ ແຕ່ກໍພົບພໍ້ກັບ ອຸປສັກຫລາຍຢ່າງ ເຊັ່ນເຣື້ອງງົບປະມານ ແລະພນັກງານເຈົ້າໜ້າທີ່ ທີ່ບໍ່ພຽງພໍໃນການ ປະຕິບັດການ. ເຖິງຢ່າງໃດກໍຕາມ ທາງການກໍໝັ້ນໃຈວ່າ ທັງ3ແຂວງທີ່ກ່າວມານັ້ນ ມີຄວາມເປັນໄປໄດ້ສູງ ວ່າຈະຫລຸດຜ່ອນຈາກ ຄວາມທຸກຍາກໄດ້ ເພາະວ່າແຜນການ ທຸກຢ່າງໄດ້ວາງໄວ້ ຢ່າງຖືກຕ້ອງໝົດແລ້ວ ເຖິງວ່າຈະມີບັນຫາ ອື່ນເກີດຂື້ນຕາມ ພາຍຫລັງກໍຕາມ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.