ທ່ານທັກສີນໄປ ກໍາພູຊາ ໃນຊ່ວງຄວາມຕຶງຄຽດ
2009.11.10
ຣັຖບານໄທ ແສດງຄວາມໂກດເຄືອງທີ່ ຣັຖບານກຳພູຊາ ແຕ່ງຕັ້ງທ່ານທັກສີນ ເປັນທີ່ປືກສາທາງ ດ້ານເສຖກິດ ຊື່ງທາງຝ່າຍໄທ ຈະໃຊ້ມາຕການ ໃນສົນທິສັນຍາ ການສົ່ງຜູ້ຮ້າຍຂ້າມແດນ ກັບກຳພູຊາ ເພື່ອຈະນຳ ທ່ານທັກສີນ ມາໃສ່ຄຸກໃນໄທ ສອງປີໃນຖານ ສໍ້ຣາສບັງຫລວງ. ຫລັງຈາກ ທ່ານ ທັກສີນ ໄດ້ລົງຈາກເຮືອບີນ ສ່ວນຕົວຂອງທ່ານ ທີ່ສນາມບີນນານາຊາດ ທີ່ກຸງພະນົມເປັນ ທ່ານຖືກຕ້ອນຮັບຈາກ ຫນ່ວຍຮັກສາຄວາມປອດພັຍ ຂອງຣັຖບານກຳພູຊາ ຢ່າງເຂັ້ມງວດ ທີ່ນຳຕົວທ່ານເຂົ້າ ໄປກຸງພະນົມເປັນ, ທ່ານ ໄພ ສີພັນ ໂຄສົກຣັຖບານກຳພູຊາ ກ່າວຕໍ່ກອງປະຊຸມ ນັກຂ່າວ ຫລັງຈາກທ່ານທັກສີນ ມາເຖີງ ທີ່ວ່າ ຣັຖບານກຳພູຊາ ຮູ້ສືກເປັນກຽດຢ່າງຍີ່ງ ທີ່ໄດ້ທ່ານທັກສີນ ມາເປັນທີ່ປືກສາ ທາງດ້ານເສຖກິດ ແລະພວກເຮົາຫວັງວ່າ ປະຊາຊົນກຳພູຊາ ໃນທົ່ວປະເທດ ຈະໃຫ້ການຕ້ອນຮັບ ທ່ານຢ່າງອົບອຸ່ນ.
ທ່ານທັກສີນ ຈະໄປໃຫ້ປາຖະກະຖາ ແກ່ພນັກງານແລະ ນັກຊ່ຽວຊານທາງ ດ້ານເສຖກິດ ຂອງກຳພູຊາ ກ່າວ300ຄົນ ໃນມື້ວັນພຣະຫັດ. ກ່ຽວກັບການມາຮອດ ກຳພູຊາ ຂອງທ່ານທັກສີນ ທ່ານ ອາພິຊິດ ນາຍົກຣັຖມົນຕຣີໄທ ເວົ້າວ່າ:
"ດຽວນີ້ ພວກເຮົາກຳລັງ ເບີ່ງມາຕການຢູ່ວ່າ ສີ່ງທີ່ເຂົາຈະກະທຳນັ້ນ ມັນຜ່າຜືນກົດຫມາຍໄທ ຢ່າງໃດ ດັ່ງເຮື້ອງເຂົາເປັນ ທີ່ປືກສາ ເຮົາຕ້ອງທົບທວນເບີ່ງ ນະໂຍບາຍກ່ຽວກັບ ການເປັນທີ່ປືກສາ ຂອງທ່ານອະດີດວ່າ ຈະສ້າງຄວາມເສັຽຫາຍ ຕໍ່ປະເທດຊາດຢ່າງໃດ."
ທ່ານ ສີໄພ ກ່າວເພີ້ມອີກວ່າ ທ່ານທັກສີນ ແລະ ນາຍົກຣັຖມົນຕຣີ ກຳພູຊາ ທ່ານຮຸ່ນເຊນ ເປັນເພື່ອນທີ່ໃກ້ຊີດກັນ ຈະຮ່ວມອາຫານ ກາງວັນກັນໃນມື້ນີ້ ແລະຄາດວ່າ ທ່ານທັກສີນ ຈະຢູ່ກຳພູຊາ ພຽງແຕ່ 2-3 ວັນເທົ່ານັ້ນ. ການມາກຳພູຊາ ຂອງທ່ານເທື່ອນີ້ ສ້າງບັນຫາໃຫ້ແກ່ ຣັຖບານຂອງ ທ່ານ ອາພິຊີດ ຫລາຍພໍສົມຄວນ. ທ່ານ ທັກສີນ ບອກວ່າ ທ່ານມາ ກຳພູຊາ ເທື່ອນີ້ ແມ່ນມາໂອ້ລົມ ກ່ຽວກັບບັນຫາ ຄວາມທຸກຈົນແລະ ບັນຫາເສຖກິດຂອງໂລກ ບໍ່ແມ່ນມາຊ່ອຍ ກຳພູຊາ ສູ້ຣົບກັບໄທ. ທ່ານຈະຮັກສາ ຜົລປະໂຫຍດຂອງໄທ ຫລາຍກວ່າ.