ໂຮງຮຽນແຂວງສາຣະວັນ ໄດ້ຮັບຄວາມເສັຽຫາຍ ຈາກພະຍຸ Marinae

ໂຮງຮຽນ 3 ຫລັງໃນແຂວງ ສາຣະວັນ ໄດ້ຮັບຄວາມເສັຽຫາຍ ຈາກພະຍຸ Marinae ແລະ ໄດ້ຖືກເພພັງ ໄປແລ້ວ27ຫລັງ ຍ້ອນ ພະຍຸເກສນາ ໃນເດືອນກ່ອນ.
ມະນີຈັນ
2009.11.06

ເຈົ້າໜ້າທີ່ ຜແນກການສຶກສາ ແຂວງສາຣະວັນ ຣາຍງານວ່າ  ເມື່ອວັນທີ3 ພຶສຈິກາຜ່ານມາ ມີໂຮງຮຽນຊັ້ນປະຖົມ 3ຫລັງ ໃນແຂວງສາຣະວັນ ໄດ້ຮັບຄວາມເສັຽຫາຍ ຈາກພາຍຸມາຣີແນ ທີ່ພັດຜ່ານເຂົ້າມາ ຈາກທາງປະເທດ ວຽດນາມ. ເຈົ້າໜ້າທີ່ ທ່ານນຶ່ງ ກ່າວກ່ຽວກັບເລື້ອງນີ້ວ່າ:

"ພາຍຸ ຕົວໃໝ່ເພິ່ນເດ້ ທີ່ເພິ່ນເວົ້າຕົວໃໝ່ ມັນເຂົ້າທາງຕາເວນຕົກ ສ່ຽງໃຕ້ຂອງວຽດນາມ ຫັ້ນນ່າ ມັນກໍເຂົ້າເລັກໆນ້ອຍໆ ຮູ້ຂ່າວວ່າ ທາງສະມ້ວຍ ເມືອງສະມ້ວຍ ກໍວ່າເກີດອີກ ປະມານ 2-3ຫລັງ ວ່າຊັ້ນຊະເນາະ ກໍປະມານ3ຫລັງອີກ ແຕ່ມັນບໍ່ແຮງ ຕົວນີ້ມັນພັງຍ້ອນ ລົມຊື່ໆເນາະ."

ໂຮງຮຽນ ທີ່ໄດ້ຮັບຜົລກະທົບນັ້ນ ຈະຕ້ອງມີການ ສ້ອມແຊມ ປັບປຸງຄືນໃໝ່  ຊຶ່ງການຮຽນການສອນ ຂນະນີ້ຕ້ອງໄດ້ ດໍາເນີນໄປໃນ ສະຖານທີ່ຊົ່ວຄາວ ໄປກ່ອນ.  ກ່ຽວກັບຄວາມເສັຽຫາຍ ຈາກພະຍຸເກສນາ ທີ່ໄດ້ກະທົບໃສ່ ການສຶກສາຮໍ່າຮຽນ ແຂວງສາຣະວັນນັ້ນ ທ່ານ ບອກວ່າ  ມີໂຮງຮຽນ 23ຫລັງໃນ ເມືອງສະມ້ວຍ ແລະ4ຫລັງ ໃນເຂດເມືອງຕະໂອ້ຍ ຄິດເປັນມູນຄ່າ ປະມານ 7ຕື້ກີບ. ທ່ານກ່າວໃຫ້ລາຍ ລະອຽດຕື່ມວ່າ:

"ລັກສນະວ່າ ເມືອງຕະໂອ້ຍ ມີຢູ່2ຫລັງ ທີ່ມັນເອົາໄປໝົດ ຫລັງໂຮງຮຽນ ແລ້ວກໍ2ແຫ່ງ ມີແຕ່ເອົາຫລັງອອກ ເມືອງສະມ້ວຍນີ້ ມີລັກສນະ ມັນເອົາຫລັງອອກ ຫັ້ນນະ ກໍຍັງເຫລືອແຕ່ ເສົາເນາະ ໃນ23ຫລັງຫັ້ນເນາະ ບໍ່ໄດ້ພັດໄປ ຕົວນີ້."

ນອກຈາກນັ້ນແລ້ວ ຍັງມີປຶ້ມ ແລະອຸປກອນ ການຮຽນ-ການສອນ ຈໍານວນຫລວງຫລາຍ ຖືກນໍ້າພັດໄປ.  ແລະເຖິງແມ່ນວ່າ ແຕ່ລະໂຮງຮຽນ ຈະໄດ້ມີການຮຽນ ການສອນ ຢູ່ຕໍ່ໄປ ແຕ່ທາງຜແນກສຶກສາ ກໍຍັງຕ້ອງການ ການຊ່ວຍເຫລືອ ເປັນຢ່າງຍີ່ງ ເພື່ອຈະໄດ້ສ້ອມແຊມ ໂຮງຮຽນ ແລະຈັດຫາ ອຸປກອນການຮຽນ ການສອນ...  ທ່ານກ່າວໃນຕອນທ້າຍ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.