ເຣື້ອງທີ່ເກັບບັນທຶກໄວ້
2024-10-07
ກະຊວງປ້ອງກັນປະເທດ ໄດ້ຈັດຕັ້ງຄະນະລົງກວດສອບພື້ນທີ່ຕົວຈິງ ກ່ຽວກັບ ຍົນສູ້ຮົບ YAK-130 ຂອງທະຫານອາກາດ ກອງທັບປະຊາຊົນລາວ ໄດ້ເກີດອຸປັດຕິເຫດຕົກ ຢູ່ບ້ານນາຄູນ, ເມືອງແປກ, ແຂວງຊຽງຂວາງ ໃນວັນທີ 4 ຕຸລາ 2024.
2024-10-07
ບາງໂຄງການ ຂອງເຂດພັດທະນາເສດຖະກິດໃໝ່ ສີທັນດອນ ຢູ່ເມືອງໂຂງຈໍາໂຂງ ແຂວງຈໍາປາສັກ ເລີ່ມກັບມາຄືນມາດຳເນີນການອີກຄັ້ງ ພາຍຫຼັງທີ່ໄດ້ຢຸດໄປໄລຍະໜຶ່ງ ແຕ່ຊາວບ້ານ ຢູ່ເມືອງໂຂງ ອີກຈໍານວນໜຶ່ງເຫັນວ່າ ການລົງທຶນຂອງນັກລົງທຶນຈີນ ບາງໂຄງການຍັງບໍ່ທັນຈ່າຍຄ່າຊົດເຊີຍໝົດ.
2024-10-07
ສູນຂ່າວ (Media Center) ກອງປະຊຸມສຸດຍອດຜູ້ນຳອາຊ້ຽນ ຄັ້ງທີ່ 44 ແລະ 45 ໂດຍມີການນຳໃຊ້ສູນຝຶກອົບຮົມຮ່ວມມືສາກົນ ລາວ-ຍີ່ປຸ່ນ ເປັນບ່ອນປະຕິໜ້າທີ່ຂອງສື່ມວນຊົນ ທັງຈາກພາຍໃນ ແລະຕ່າງປະເທດ ເຊຶ່ງໄດ້ມີການລົງທະບຽນມາເຮັດຂ່າວໃນສປປລາວ ຫຼາຍກວ່າ 800 ຄົນ ລະວ່າງວັນທີ່ 6-11 ຕຸລາ 2024 ນີ້.
2024-10-05
ສໍາພາດ ສະມາຊິກຄອບຄົວ ຜູ້ຖືກເຄາະຮ້າຍ ຈາກໄພນໍ້າຖ້ວມ ຢູ່ເມືອງ ແລະແຂວງ ຫຼວງນໍ້າທາ ຮວມທັງ ການບອກເລົ່າ ຂອງນາຍບ້ານ ຢູ່ເມືອງຊໍາເໜືອ ແຂວງຫົວພັນ ເຖິງຄວາມເສຍຫາຍຕ່າງໆ ຂອງປະຊາຊົນ.
2024-10-04
ລາວ ແລະເກົາຫຼີໃຕ້ ເຊັນບົດບັນທຶກ ຮ່ວມມືໃນເຂດກະສິກໍາ ແລະການພັດທະນາຊົນນະບົດ ໃນຮູບແບບໃໝ່ ໂດຍສະເພາະ ການຜະລິດກະສິກໍາ ການພັດທະນາຄວາມສາມາດ ໃຫ້ແກ່ພະນັກງານວິຊາການ, ການນໍາໃຊ້ນະວັດຕະກໍາ ແລະເຕັກໂລໂລຊີທີ່ທັນສະໄໝ.
2024-10-04
ສປປ ລາວ ໄດ້ກຽມຄວາມພ້ອມໃນການເປັນປະທານຈັດກອງປະຊຸມ ສຸດຍອດອາຊ້ຽນຄັ້ງທີ 44 ແລະ 45, ທີ່ຈະຈັດຂຶ້ນລະຫວ່າງວັນທີ 8-11 ຕຸລາ 2024 ນີ້ທີ່ຫໍປະຊຸມແຫ່ງຊາດລາວ ນະຄອນຫຼວງວຽງຈັນເພື່ອຮັບປະກັນຄວາມປອດໄພສູງສຸດ.
2024-10-04
ການຊ່ອຍເຫຼືອຜູ້ປະສົບໄພນໍ້າຖ້ວມ ຂອງທາງການລາວ ຍັງເປັນໄປຢ່າງຊັກຊ້າ ຍ້ອນມີອຸປະສັກຫຼາຍຢ່າງ ເຮັດໃຫ້ບໍ່ທັນສາມາດ ຊ່ອຍເຫຼືອພໍ່ແມ່ປະຊາຊົນຫຼາຍ ນອກຈາກ ການແຈກຍາຍເຄື່ອງບໍລິຈາກ ຂະນະທີ່ ການສ້ອມແປງທີ່ຢູ່ອາໄສ ຜູ້ທີ່ໄດ້ຮັບຜົນກະທົບ ຈໍາເປັນ ຕ້ອງໄດ້ຊ່ອຍເຫຼືອໂຕເອງ.
2024-10-04
ໃນຕອນເຊົ້າຂອງວັນທີ 4 ຕຸລາ 2024 ນີ້ ເກີດເຫດຍົນສູ້ຮົບ YAK-130 ປະສົບອຸປັດຕິເຫດຕົກທີ່ໜອງນໍ້າ ບ້ານນາຄູນ ເມືອງແປກ ແຂວງຊຽງຂວາງ ໃນເວລາ 09:45 ໂມງ ຂອງວັນທີ 04 ຕຸລາ 2024 ເຮັດໃຫ້ນັກບິນທັງສອງຄົນເສັຍຊີວິດຄາທີ່.
2024-10-03
ພະແນກກະສິກໍາ ແລະປ່າໄມ້ ແຂວງເຊກອງ ແລະພະແນກກະສິກໍາ ແລະພັດທະນາຊົນນະບົດ ແຂວງກອນຕູມ ຂອງຫວຽດນາມ ເຊັນບົດບັນທຶກຄວາມເຂົ້າໃຈ ສືບຕໍ່ການສະກັດກັ້ນ ການລັກລອບຂຸດຄົ້ນ ຊື້-ຂາຍ ແລະຂົນສົ່ງເຄື່ອງປ່າຂອງດົງ, ໄມ້ ຮວມເຖິງສັດປ່າ ທີ່ຜິດກົດໝາຍ ຢູ່ເຂດຊາຍແດນ.
2024-10-03
ໃນເດືອນກັນຍາ ລະດັບເງິນເຟີ້ ໃນລາວ ຫລຸດລົງ 21.7% ແຕ່ຊາວລາວ ກໍຍັງໄດ້ຮັບຜົນກະທົບ ໃນເລື່ອງຄ່າຄອງຊີບ ແລະ ສິນຄ້າແພງຄືເກົ່າ ບໍ່ໄດ້ມີທ່າອຽງຈະຫລຸດລົງ ຂະນະທີ່ ແມ່ຄ້ານາງນຶ່ງ ກໍກ່າວວ່າ ລັດຖະບານ ຍັງບໍ່ສາມາດຄວບຄຸມລາຄາສິນຄ້າໄດ້ເທື່ອ.
2024-10-03
ຊາວບ້ານຈໍານວນນຶ່ງ ຢູ່ເມືອງຄໍາເກີດແຂວງບໍລິຄໍາໄຊ ກຽມບຸກມ້າງແຄ້ມຄົນງານຂອງບໍລິສັດ ຂຸດຄົ້ນແຮ່ທາດແຫ່ງນຶ່ງ ທີ່ຈະມາແຕະຕ້ອງດິນຂອງເຂົາເຈົ້າ ແລະ ເກີດມີປາກສຽງກັນ ຈົນເຈົ້າໜ້າທີ່ເຂົ້າມາຫ້າມ.
2024-10-03
ແຂວງສະຫວັນນະເຂດ ຍັງພົບຂໍ້ຫຍຸ້ງຍາກ ຈາກປັນຫາການຂາດເຂີນ ແພດ-ໝໍ ແລະ ແພດອາສາ ໃນເຂດເມືອງຫ່າງໄກ ແລະ ໃນພື້ນທີ່ທຸລະກັນດານ ເປັນຕົ້ນ ເມືອງນອງ, ເມືອງພີນ, ເມືອງວິລະບູລີ ແລະ ເມືອງເຊໂປນ.
2024-10-03
ADB ປະຈໍາລາວ ຄາດການວ່າ ເສດຖະກິດລາວປີ 2024 ເຕີບໂຕ 4 ເປີເຊັນ ຊຶ່ງການເຕີບໂຕນີ້ ມາຈາກຂະແໜງໄຟຟ້າເຊັ່ນ ເຂື່ອນ ແລະ ພະລັງງານລົມ ສ່ວນວ່າ ຂະແໜງການລົງທຶນອື່ນໆ ຍັງບໍ່ທັນຟື້ນຕົວດີເທົ່າທີ່ຄວນ.
2024-10-02
ເຖິງວ່າເນື້ອທີ່ປ່າໄມ້ ຈະເພີ່ມຂຶ້ນ ແຕ່ໂຄງການຂຸດຄົ້ນບໍ່ແຮ່, ໂຄງການພະລັງງນ ເພື່ອສ້າງໂຄງລ່າງພື້ນຖານ, ການບຸກລຸກນໍາໃຊ້ເຂົ້າໃນການຜະລິດກະສິກຳ ເປັນສິນຄ້າຍັງເປັນຄວາມທ້າທາຍ ຕໍ່ການປົກປັກຮັກສາປ່າໄມ້.
2024-10-02
ຜູ້ປະກອບການຂັບລົດຂົນສົ່ງສິນຄ້າ ລະຫວ່າງລາວ ແລະ ຈີນ ໄດ້ຮັບຜົນກະທົບຕື່ມອີກ ຍ້ອນວ່າ ເກີດດິນເຈື່ອນທັບເສັ້ນທາງ ຈາກເຂດບ້ານນາເຕີຍ ຜ່ານບໍ່ເຕັນ ຢູ່ເມືອງຫລວງນໍ້າທາ ແຂວງຫລວງນໍ້າທາ ເພື່ອໄປດ່ານສາກົນບໍ່ເຕັນ-ບໍ່ຫານ.