ແຂວງເຊກອງ-ແຂວງກອນຕູມ ຂອງຫວຽດນາມ ຮ່ວມມືຄຸ້ມຄອງປ່າໄມ້, ສັດປ່າ
2024.10.03

ພະແນກກະສິກໍາ ແລະປ່າໄມ້ ແຂວງເຊກອງ ແລະພະແນກກະສິກໍາ ແລະພັດທະນາຊົນນະບົດ ແຂວງກອນຕູມ ຂອງຫວຽດນາມ ເຊັນບົດບັນທຶກຄວາມເຂົ້າໃຈ ສືບຕໍ່ການສະກັດກັ້ນ ການລັກລອບຂຸດຄົ້ນ ຊື້-ຂາຍ ແລະຂົນສົ່ງເຄື່ອງປ່າຂອງດົງ ໄມ້ ຮວມເຖິງສັດປ່າ ທີ່ຜິດກົດໝາຍ ຢູ່ເຂດຊາຍແດນ ລະຫວ່າງ ເມືອງດາກຈຶງ ແຂວງເຊກອງ ແລະເມືອງດັກໄລ ແຂວງກອນຕູມ ຂອງຫວຽດນາມ.
ເພື່ອສອບຖາມຂໍ້ມູນເພີ່ມຕື່ມ ກ່ຽວກັບເລື່ອງນີ້ ວິທຍຸເອເຊັຽເສຣີ ໄດ້ຕິດຕໍ່ໄປຍັງ ພະແນກກະສິກໍາ ແລະປ່າໄມ້ ແຂວງເຊກອງ ແລະຫ້ອງການ ກະສິກໍາ ແລະປ່າໄມ້ ເມືອງດາກຈຶງ ແຕ່ບໍ່ສາມາດຕິດຕໍ່ໄດ້.
ປັດຈຸບັນ ຢູ່ແຂວງເຊກອງ ຍັງມີຊາວບ້ານຫຼາຍຄອບຄົວ ທີ່ີຍັງມີວິຖີຊີວິດ ຕິດພັນກັບທໍາມະຊາດ ເຮັດໃຫ້ຍັງພົບເຫັນການລ່າສັດປ່າ ແລະເກັບເຄື່ອງປ່າຂອງດົງເພື່ອບໍລິໂພກ ແລະຄ້າຂາຍຕາມຕະຫຼາດ ຫຼືເລາະຂາຍຕາມເຂດບ້ານ ຍັງມີໃຫ້ເຫັນຢູ່ເລື້ອຍໆ, ດັ່ງຊາວບ້ານ ຢູ່ບ້ານດາກຕາອອກນ້ອຍ ທີ່ຢູ່ຕິດກັບຊາຍແດນຫວຽດນາມ ເມືອງຕາກຈຶງ ແຂວງເຊກອງ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນທີ 27 ກັນຍາ 2024 ວ່າ:
“ເຂົາຢູ່ປ່າ ຢູ່ຫຍັງແມ່ນບໍ່ ຫຼາຍໆຢູ່ແຖວພູຜານີ້ຫຼາຍ ແມ່ນ ເຂົາກໍ່ຫາກິນແບບນັ້ນແຫຼະ ນໍາພູນໍາຜາຫັ້ນແຫຼະ ບາງເຮືອນທຸກຍາກ ເຂົາກໍ່ໄປຫານໍາພູນໍາຫຍັງ ພວກກະຮອກ ພວກນົກ ພວກໝູປ່າ ໂຕຟານກໍ່ມີຄືກັນ ແຕ່ມັນບໍ່ຫຼາຍ ມັນເລີ່ມເບິດແລ້ວເດ້ ກໍ່ມີຢູ່ ດົນໆກໍ່ມີຢູ່ຫັ້ນນ່າ.”
ຢູ່ບ້ານດາກເຕຼີບ ເມືອງດາກຈຶງ ແຂວງເຊກອງ ຍັງພົບເຫັນມີການລ່າສັດປ່າຢູ່ຄືກັນ ບໍ່ວ່າຈະເປັນໝູປ່າ ກວາງ ກະຮອກ ຟານ ແລະນົກ ສ່ວນຫຼາຍ ຈະລ່າ ເພື່ອບໍລິໂພກ ແລະຈະຄ້າຂາຍ ຢູ່ບໍລິເວນໃນເຂດບ້ານເທົ່ານັ້ນ ຍ້ອນກົດລະບຽບຈະບໍ່ເຄັ່ງຄັດເທົ່າໃນເມືອງ ທີ່ອາດຖືກເຈົ້າໜ້າທີ່ສະກັດກັ້ນ ແລະກັກໂຕໄວ້ໄດ້, ດັ່ງຊາວບ້ານ ຢູ່ບ້ານດາກຕຽນ ເມືອງດາກຈຶງ ທ່ານໜຶ່ງ ກ່າວວ່າ:
“ກິນແນ່ ຂາຍແນ່ ຄັນເຂົາໄດ້ ສ່ວນຫຼາຍເຂົາຂາຍນ່າ ໝູປ່າ ຟານ ກວາງ ກະຮອກ ຫຼາຍຊະນິດ ນົກ ຄັນເຂົາເຫັນເຂົາກໍ່ຍິງຫັ້ນແຫຼະ ເພາະວ່າຢູ່ນີ້ ເມືອງໜາວເດ້ ມີສັດປ່າຫຼາຍ ບາງຄັ້ງເຂົາກະບໍ່ຢາກໃຫ້ຫັ້ນແຫຼະ ໄປຂາຍໃນເມືອງ ເຂົາບໍ່ໃຫ້ ເຂົາກັກໄວ້ຂາຍຢູ່ໃນເມືອງນີ້ ຖືກ ນົກອີ່ຫຍັງ ນົກປະຫຼຽວບໍ ພວກໝູປ່າໝູຫຍັງ ໃນບ້ານນິ່ ເຂົາກະບໍ່ໄດ້ກັກ ໃນເມືອງນີ້ເຂົາກັກ.”
ຂະນະທີ່ ຜູ້ປະກອບການເຮືອນພັກ ຢູ່ເມືືອງດາກຈຶງ ແຂວງເຊກອງ ທ່ານໜຶ່ງ ກ່າວວ່າ ສະເພາະໃນເຂດເທດສະບານນັ້ນ ຈະບໍ່ຄ່່ອຍເຫັນການຄ້າຂາຍສັດປ່າປານໃດແລ້ວ ຢ່າງໃດກໍ່ຕາມ ຖ້າອອກໄປເຂດນອກ ກໍ່ຈະອາດເຫັນກະຮອກ ໄກ່ປ່າ ແລະຟານ ຂາຍຢູ່ ແລະເຖິງແມ່ນວ່າທີ່ຜ່ານມາ ພາກສ່ວນທີ່ກ່ຽວຂ້ອງ ຈະພະຍາຍາມໂຄສະນາ ເຖິງກົດໝາຍ ທີ່ກ່ຽວຂ້ອງກັບສັດປ່າ ແຕ່ປະຊາຊົນບາງສ່ວນ ກໍ່ຍັງລ່າສັດປ່າ ຢູ່ຄືເກົ່າ ຍ້ອນຍັງມີຄວາມຕ້ອງການບໍລິໂພກ ສັດປ່າຢູ່, ດັ່ງທ່່ານກ່າວວ່າ:
“ບໍ່ ບໍ່ຄ່ອຍມີປານໃດແລ້ວ ດົນໆ ເຫັນເທື່ອໜຶ່ງ ມີ ກະຮອກ ແລ້ວກະໄກ່ປ່າ ຟານມີຢູ່ ໂຄສະນາ ໃຫ້ເປັນເຂດຫວງຫ້າມ ບໍ່ໃຫ້ລ່າສັດປ່າ ເຂົາກໍ່ຍັງລ່າຢູ່ ແມ່ນ ສ່ວນຫຼາຍຄົນຕ່າງແຂວງເຂົາຂຶ້ນມາເຮັດວຽກ ເຂົາກໍ່ມາຊື້ໄປກິນ.”
ກ່ຽວກັບເລື່ອງການຄ້າໄມ້ນັ້ນ ກໍ່ຍັງເຫັນ ລົດແກ່ໄມ້ທ່ອນ ໄມ້ຕັບ ແລ່ນຜ່ານຢູ່ ໂດຍສະເພາະ ໃນຊ່ວງກ່ອນລະດູຝົນ ມາປັດຈຸບັນ ບໍ່ຄ່ອຍເຫັນລົດແກ່ໄມ້ຫຼາຍປານໃດ ລົດແກ່ໄມ້ນີ້ ສ່ວນໜຶ່ງ ມາຈາກແຂວງເຊກອງ ບາງສ່ວນ ມາຈາກແຂວງອັດຕະປື ຄາດວ່າ ອາດເປັນໄມ້ລັກຕັດ ເພື່ອຂົນໄປປະເທດຫວຽດນາມ, ດັ່ງຊາວບ້ານ ຢູ່ເມືອງດາກຈຶງ ແຂວງເຊກອງ ນາງໜຶ່ງ ກ່າວວ່າ:
“ລົດແກ່ໄມ້ນີ້ແຫຼະ ເຂົາສົ່ງໄປຫວຽດຫັ້ນແຫຼະ ໂຕນີ້ບໍ່ອຶດດອກເນາະ ຊ່ວງນີ້ມັນຝົນຕົກຫຼາຍ ເຂົາບໍ່ໄດ້ເອົາມາ ຫຼາຍເດືອນກ່ອນ ນັບແຕ່ເດືອນ 3 ເດືອນ 4 ເດືອນ 5 ເດືອນ 6 ເດືອນ 7 ຫາກະເດືອນ 8 ເດືອນ 9 ບໍ່ໄດ້ເຫັນອີກ ໄມ້ທ່ອນຫັ້ນແຫຼະ ໄມ້ຕັບອີ່ຫຍັງ ເຂົາວ່າ ເຂົາລັກເອົາຫັ້ນນ່າ.”
ໃນວັນທີ 16 ເດືອນກັນຍາ ທີ່ຜ່ານມາ ພະແນກກະສິກໍາ ແລະປ່າໄມ້ ແຂວງສະຫວັນນະເຂດ ກໍ່ໄດ້ເຊັນບົດບັນທຶກຄວາມເຂົ້າໃຈ ກັບແຂວງກວາງຈີ ຂອງຫວຽດນາມ ໃນວຽກງານ ການສະກັດກັ້ນ ການຄ້າ-ຂາຍ ເຄື່ອງປ່າຂອງດົງ ແລະ ເຄື່ອນຍ້າຍສັດປ່າ ແບບຜິດກົດໝາຍຄືກັນ.
ກ່ອນໜ້ານີ້ ໃນເດືອນທັນວາ ປີ 2023 ທີ່ຜ່ານມາ, ກະຊວງກະສິກໍາ ແລະ ປ່າໄມ້ ຂອງລາວ ກັບກະຊວງກະສິກໍາ ແລະ ພັດທະນາຊົນນະບົດ ຂອງຫວຽດນາມ ໄດ້ເຊັນບົດບັນທຶກຄວາມເຂົ້າໃຈ ກ່ຽວກັບການຮ່ວມມື ດ້ານວຽກງານປ່າໄມ້ ທີ່ນະຄອນດານັງ ປະເທດຫວຽດນາມ.