ເຣື້ອງທີ່ເກັບບັນທຶກໄວ້
2023-09-14
ເສັ້ນທາງຫຼາຍສາຍທີ່ເປ່ເພ, ເປັນຂຸມເລິກຫຼາຍຈຸດ ແລະ ຍັງມີທາງຫຼາຍໆຈຸດ ທີ່ເປ່ເພ ຍ້ອນດິນເຈື່ອນ ມາແຕ່ໄລຍະ ເດືອນ ກໍຣະກະດາ ຫາເດືອນສິງຫາ 2023 ທີ່ຜ່ານມາ ແຕ່ພາກສ່ວນກ່ຽວຂ້ອງ ຍັງບໍ່ທັນສ້ອມແປງເທື່ອ.
2023-09-14
6 ປະເທດ ທີ່ມີສ່ວນຮ່ວມ ໃນຂົງເຂດແມ່ນໍ້າຂອງ, ແມ່ນໍ້າລ້ານຊ້າງ ຕົກລົງທີ່ຈະແລກປ່ຽນຂໍ້ມູນ ກ່ຽວກັບການໄຫລ ຂອງນໍ້າ ແລະການປ່ອຍນໍ້າ ອອກຈາກເຂື່ອນ ເພື່ອຫລຸດຜ່ອນຜົລກະທົບ ຈາກການປ່ຽນແປງ ໃນແມ່ນໍ້າຂອງ ໃນວາຣະການປະຊຸມ ທີ່ປັກກິ່ງ.
2023-09-14
ຕໍາຣວດເມືອງສິງ ແຂວງຫລວງນໍ້າທາ ສຶກສາອົບຮົມ ແລະເຮັດບົດບັນທຶກ ໄວລຸ້ນ ອາຍຸ 16 ປີ ທີ່ຫວ່ານເງິນກີບລົງຕາມພື້ນ, ແລະເຮັດໃນລັກສະນະເຊັດຂີ້ມູກ, ເຊັດເຫື່ອ ແລະເອົາຕີນຢຽບ ຊຶ່ງທາງການຖືວ່າເຮັດແນວບໍ່ດີ ເປັນການດູຖູກປະເທດຊາຕ ແລະດ້ອຍຄ່າສະກຸນເງິນກີບ.
2023-09-14
ຣັຖບານລາວ ເຊັນສັນຍາ ພັທນາໂຄງການໄຟຟ້າ ພະລັງງານລົມ ເພີ່ມອີກ 1,000 ເມກະວັດ ຢູ່ແຂວງເຊກອງ ສ່ວນເຣື່ອງຜົລກະທົບ ດ້ານສິ່ງແວດລ້ອມ ແລະ ສັງຄົມເບື້ອງຕົ້ນ ຍັງມີປະຊາຊົນລາວ ຖືກຜົລກະທົບ ໂຍກຍ້າຍອອກຈາກພື້ນທີ່ ແຕ່ຫາກມີພາກສ່ວນໃດ ມີຄວາມສ່ຽງ.
2023-09-13
ມີກຸ່ມຄົນໂຄສະນາ ທາງເຟສບຸກຄ໌ ອ້າງວ່າຮັບຈ້າງແລ່ນເອກກະສານ ເອົາສັນຊາຕລາວ ແລະເອກກະສານຣັຖການຕ່າງໆ ໃຫ້ຄົນຕ່າງປະເທດຢູ່ລາວ ແລະສາມາດແລ່ນໃຫ້ໄດ້ ພາຍໃນ 2 ອາທິດ ຫລືຊ້າສຸດບໍ່ເກີນ 2 ເດືອນ.
2023-09-13
ຕົ້ນເດືອນກັນຍານີ້, 5 ບ້ານ ໃນເມືອງປາກລາຍ ແຂວງໄຊຍະບູຣີ ຖືກສັດຕຣູພືດ ທຳລາຍເຂົ້າໃນນາ 51 ເຮັກຕ້າຣ໌, ເຊິ່ງສັດຕຣູພືດດັ່ງກ່າວ ແມ່ນເພັ້ຽຈັກຈັ່ນ ແລະ ແມງບົ່ວ ທີ່ກັດກິນຕົ້ນເຂົ້າ ຂອງຊາວບ້ານ ຈົນເສັຽຫາຍ.
2023-09-13
ຊາວບ້ານ ໃນເມືອງຄູນຄຳ ແຂວງຄຳມ່ວນ ທີ່ຖືກນ້ຳຖ້ວມໜັກ ຍັງຕ້ອງການເຂົ້າສານ ອາຫານແຫ້ງ ເພາະວ່າປີນີ້ ບໍ່ສາມາດເຮັດນາໄດ້ ຂະນະທີ່ ຫຼາຍຄອບຄົວຮູ້ສຶກກັງວົນໃຈ ເມື່ອບໍ່ມີທຶນພຽງພໍໃສ່ການຜລິດ ແລະ ສິ່ງສຳຄັນຕອນນີ້ຄື ຢ້ານບໍ່ມີເຂົ້າກິນພຽງພໍ.
2023-09-13
ເປັນເວລາ 10 ປາຍມື້ແລ້ວ ຍັງບໍ່ຮູ້ຂ່່າວຄາວ ເຣື່ອງເດັກນ້ອຍລາວ ຈໍານວນ 28 ຄົນ ທີ່ຖືກປ່ອຍອອກມາຈາກ ກາສິໂນຂອງຈີນ ໃນເມືອງເມັຽວະດີ ປະເທດພະມ້າ ວ່າພວກເຂົາເຈົ້າຢູ່ໃສ ແລະເປັນຕາຍຮ້າຍດີ ແນວໃດ.
2023-09-13
ສວນກ້ວຍຈີນ ຢູ່ເມືອງວຽງຄໍາ ແຂວງວຽງຈັນ ປ່ອຍສານເຄມີ ທີ່ໃຊ້ໃນສວນກ້ວຍ ລົງໃສ່ນໍ້າງື່ມ ສົ່ງຜົລກະທົບຕໍ່ຊາວບ້ານ, ສິ່ງແວດລ້ອມ ແລະອາດສົ່ງຜົລຮ້າຍຕໍ່ລະບົບ ນໍ້າປະປານໍາດ້ວຍ ຫາກຍັງບໍ່ມີການແກ້ໄຂ ບັນຫາດັ່ງກ່າວ ຈາກພາກສ່ວນ ທີ່ກ່ຽວຂ້ອງ.
2023-09-12
ສປປ ລາວ ອອກແຈ້ງການ ສືບຕໍ່ຂຶ້ນທະບຽນ ເລຂໂທຣະສັບ ເພື່ອໃຫ້ທັງຄົນລາວ ແລະ ຄົນຕ່າງປະເທດ ໃຊ້ເລຂໂທຣະສັບລາວ ດໍາເນີນການຂຶ້ນທະບຽນ ເຊິ່ງການຂຶ້ນທະບຽນ ມີເປົ້າໝາຍເພື່ອປ້ອງກັນ ແລະຕິຕາມຜູ້ກະທຳຜິດ ຜ່ານການໃຊ້ໂທຣະສັບ.
2023-09-12
ຣັຖບານລາວ ອະນຸມັດໃຫ້ບໍຣິສັດ ໄຊຊະນະພະລັງງານ ຈໍາກັດ ຜູ້ດຽວ ພັທນາໂຄງການ ພະລັງງານສະອາດ ແບບປະສົມປະສານ ຂນາດ 225 ເມກາວັດ ຢູ່ເຂດເຂື່ອນໄຟຟ້າ ອີມູນ 1 ແລະອີມູນ 2 ໃນແຂວງເຊກອງ ສ່ວນໄຟຟ້າທີ່ຜລິດໄດ້ ຈະສົ່ງຂາຍໃຫ້ວຽດນາມ.
2023-09-12
ປະຣິມານນໍ້າ ໃນແມ່ນໍ້າຂອງ ຫລຸດລົງຫລາຍໃນ 2-3 ອາທິດທີ່ຜ່ານມານີ້ ເນື່ອງຈາກວ່າ ເຂື່ອນໄຟຟ້າຂອງຈີນກັກນໍ້າ ເຮັດໃຫ້ການຂຶ້ນ-ລົງ ຂອງນ້ຳ ໃນແມ່ນ້ຳຂອງຕອນລຸ່ມ ບໍ່ເປັນທັມມະຊາຕ, ການທໍາມາຫາກິນ ຂອງປະຊາຊົນ ໄດ້ຮັບຜົລກະທົບຫຼາຍຂຶ້ນ ໃນແຕ່ລະປີ.
2023-09-12
ຜູ້ຕ້ອງຫາຊາວຈີນ ຈໍານວນ 164 ຄົນ ໃນຄະດີຮ່ວມກັນເປັນແກ້ງ ສໍ້ໂກງຊັບ ຜ່ານລະບົບ ໂທຣະຄົມຂ້າມຊາຕ ຫຼື ແກ້ງຄອລເຊັນເຕີ້ຣ໌ ຖືກຈັບ, ສົ່ງກັບຄືນ ໂດຍມີເຈົ້າໜ້າທີ່ ຕຳຣວດຈີນ ເຂົ້າມາຮັບທີ່ສນາມບິນວັດໄຕ.
2023-09-11
ຄົນຈີນບາງກຸ່ມ ຈ້າງແມ່ຍິງລາວ ຢູ່ນະຄອນຫຼວງວຽງຈັນ ແລະແຂວງພາກເໜືອ ຖືພາໃຫ້ ຊຶ່ງເປັນການກະທໍາ ທີ່ກ່ຽວຂ້ອງກັບການຄ້າມະນຸສ ແຕ່ຂະນະດຽວກັນ ທາງພາກຣັຖ ຍັງບໍ່ມີມາຕການປ້ອງກັນ ຫຼື ຄວບຄຸມ ເຖິງແມ່່ນວ່າ ສປປ ລາວ ຈະມີ ຂໍ້ຕົກລົງ ວ່າດ້ວຍການຄຸ້ມຄອງ ການຖືພາແທນ ກໍຕາມ.
2023-09-11
ໂຄງການກໍ່ສ້າງຫຼາຍແຫ່ງ ໃນປະເທດລາວ ເປັນຕົ້ນ ໂຄງການກໍ່ສ້າງຂົວ-ທາງ ແລະຕຶກອາຄານຫຼາຍແຫ່ງ ບໍ່ສາມາດດໍາເນີນການ ຕາມແຜນງານໄດ້ ຍ້ອນຂາດເຂີນຄົນງານລາວ ທີ່ມີປະສົບການ ແລະສີມືແຮງງານ ດ້ານການກໍ່ສ້າງ ເດີນທາງໄປເຮັດວຽກຢູ່ປະເທດໄທຍ ຍ້ອນໄດ້ຄ່າຈ້າງແຮງງານຫຼາຍກ່ອນ.