ເດັກນ້ອຍ ອາຍຸ 16 ປີ ຢູ່ເມືອງສິງ ຖືກສຶກສາອົບຮົມ
2023.09.14
ເຈົ້າໜ້າທີ່ ໜ່ວຍງານຕໍາຣວດສືບສວນ ສອບສວນ ຄະດີອາຍາ ແລະເສຖກິຈ ກອງບັນ ຊາການ ປກສ ເມືອງສິງ ແຂວງຫລວງນໍ້າທາ ໄດ້ຈັບໄວລຸ້ນ ອາຍຸ 16 ປີ ຢູ່ບ້ານ ຈ່າວັງ ເມືອງສິງ ມາສຶກສາອົບຮົມ ເມື່ອຕົ້ນເດືອນກັນຍານີ້ ຍ້ອນຜູ້ກ່ຽວ ໄດ້ເອົາເງິນກີບ ອອກມາຫວ່ານຕາມພື້ນ, ເອົາເງິນກີບໄປເຮັດໃນລັກສະນະ ເຊັດຂີ້ມູກ, ເຊັດເຫື່ອ ແລະເອົາຕີນຢຽບ. ໄວລຸ້ນຜູ້ນັ້ນ ໄດ້ໃຫ້ໝູ່ຖ່າຍຄລິບວິດີໂອເອົາ ແລ້ວເອົາລົງສື່ສັງຄົມອອນລາຍນ໌. ເມື່ຶອເຈົ້າໜ້າທີ່ຕໍາຣວດ ເຫັນ ກໍໄດ້ຕິດຕາມ ນໍາໂຕຜູ້ກ່ຽວໄປຕັກເຕືອນ ແລະເຮັດບົດບັນທຶກໄວ້ ຍ້ອນ ຕໍາຣວດຖືວ່າ ເປັນພຶດຕິກໍາ ທີ່ຜິດກົດໝາຍ, ເຂົ້າຂ່າຍປຸກປັ່ນ ຕໍ່ຕ້ານ ສ້າງຄວາມບໍ່ຫວັງດີ ຕໍ່ປະເທດຊາຕ, ອີງຕາມຄໍາເວົ້າ ຂອງເຈົ້າໜ້າທີ່ຕໍາຣວດ ເມືອງສິງ ທ່ານນຶ່ງ ທີ່ຂໍສງວນຊື່ ຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນທີ 14 ກັນຍານີ້.
“ສຶກສາອົບຮົມສັ່ງສອນ ກ່າວເຕືອນແບບວ່າໃຫ້ຮູ້ເຖິງຄຸນປໂຍດຂອງເງິນກີບເຮົານ່າ. ມັນເຮັດຜິດໄປຕໍ່ລະບຽບຂອງພັກຣັຖເຮົາ ນີ້ນ່າ ຫ້າມເດ້ ມັນເຮັດບໍ່ໄດ້ເນາະ ແຕະຕ້ອງເຖິງປະເທດເຮົານີ້. ເຂົາເປັນເດັກນ້ອຍ ແລ້ວເປັນຄົນເຜົ່າກໍ້ ມັນຈະເວົ້າພາສາຈີນແດ່. ເຂົາຄວາມຮູ້ບໍ່ເທົ່າເຖິງ ແລ້ວໂຕນີ້ມັນມີແນວຄິດ ຢາກເຮັດແນວໃດກໍເຮັດ.”
ທ່ານເວົ້າຕື່ມວ່າ ໄວລຸ້ນຜູ້ນີ້ ເປັນຄົນຊົນເຜົ່າອີກໍ້, ເຂົາກໍຮັບສາຣະພາບວ່າ ເຣື່ອງທີ່ເກີດຂຶ້ນນັ້ນ ແມ່ນເຂົາ ບໍ່ຮູ້ເທົ່າເຖິງການ, ບໍ່ມີກຸ່ມຄົນບໍ່ດີ ຈ້າງໃຫ້ເຮັດ, ເຂົາເຮັດເອງ ຍ້ອນຕ້ອງການອັດຄລິບວິດີໂອ ລົງແອບພິເຄຊັນ ຕິກຕ໊ອກ ເພາະຕ້ອງການຢາກໃຫ້ຍອດວິວ ເພີ່ມຂຶ້ນ ແລະຢາກໃຫ້ມີຄົນຕິດຕາມ ຫລາຍຂຶ້ນ ຊຶ່ງທາງເຈົ້າໜ້າທີ່ ກໍໄດ້ປ່ອຍໂຕໄປແລ້ວ.
ເຈົ້າໜ້າທີ່ຕໍາຣວດ ອີກທ່ານນຶ່ງ ກໍໄດ້ເວົ້າເຖິງພຶດຕິກັມ ຂອງໄວລຸ້ນນັ້ນວ່າ ຖືວ່າຜິດກົດໝາຍ ຄະດີອາຍາທາງການເມືອງ ເພາະເຂົ້າຂ່າຍຄວາມບໍ່ຫວັງດີ ຕໍ່ປະເທດຊາຕຂອງຕົວເອງ.
“ໂອ້ ມັນກໍຜິດຫັ້ນແຫລະ ມັນກໍຜິດທາງຄະດີອາຍາ ມັນກໍຜິດທາງຄະດີການ ເມືອງຫັ້ນແຫລະ ໂຕນີ້ມັນຈະນອນຢູ່ໃນການເຂົ້າຂ່າຍ ບໍ່ມີຄວາມຫວັງດີຕໍ່ປະເທດຊາຕ ເງິນນີ້ມັນເປັນຊັບສົມບັດຂອງປະເທດຊາຕ ຄືວ່າ ເຈົ້າບໍ່ຮັກຊາຕໂຕເອງຫັ້ນແຫລະ ບໍ່ຮັກເງິນຕົວເອງ.”
ກ່ຽວກັບເຣື່ອງນີ້ ຊາວລາວໃນເມືອງສິງ ກໍມີຫລາຍຄວາມເຫັນ ຮວມທັງມີຜູ້ທີ່ເວົ້າເຖິງວ່າ ໄວລຸ້ນຄົນນີ້ ຢຽບເງິນກີບ ແລະດູໝິ່ນເງິນກີບນັ້ນ ໃນຄວາມເປັນຈິງແລ້ວ ຖ້າເຂົາບໍ່ຖ່າຍ ຄລິບວິດີໂອ ລົງສື່ອອນລາຍນ໌ ກໍຈະບໍ່ເປັນຫຍັງເພາະບໍ່ມີໃຜເຫັນ, ແຕ່ເຂົາພັດຖ່າຍຄລິບວິດີໂອເຜີຍແພ່ ສັງຄົມກໍຕ້ອງໃຫ້ຄວາມສົນໃຈເປັນທັມມະດາ. ເມື່ອພາກຣັຖ ເຫັນຄລິບວິດີໂອນັ້ນ ແນ່ນອນວ່າ ເຂົາເຈົ້າກໍຖືວ່າ ເປັນການຢຽບຍໍ່າ ຕໍ່ຕ້ານຣັຖບານລາວທັນທີ, ມັນເປັນກົດລະບຽບຂອງລາວຢູ່ແລ້ວ ທີ່ຍັງຈໍາກັດສິດເສຣີພາບ ຂອງປະຊາຊົນຢູ່ ແລະໃນເງິນກີບລາວ ກໍມີຮູບທ່ານໄກສອນ ພົມວິຫານ ຊຶ່ງທາງການຖືເປັນອາດີດຜູ້ນໍາຄົນສໍາຄັນຂອງລາວ ຊຶ່ງເຣື່ອງນີ້ ໄວລຸ້ນຜູ້ນັ້ນກໍຜິດຢູ່ແລ້ວ.
ດັ່ງທີ່ຊາວເມືອງສິງຜູ້ນຶ່ງເວົ້າວ່າ:
“ຄັນວ່າຖ່າຍວິດີໂອ ໃຫ້ໂລກອອນລາຍນ໌ເຫັນເນາະ ກໍຕ້ອງມີພຶດຕິກັມແລ້ວ ຕ້ອງຕໍ່ຕ້ານຣັຖບານແລ້ວເນາະ ເງິນກີບຂອງເຮົາຜູ້ຢູ່ໃນຮູບແນາະ ກະໄກສອນ ພົມວິຫານ ນໍາພາປະຊາຊົນລາວເນາະ ໄປຢຽບແນວນັ້ນນີ້ ເຂົາກໍວ່າຕໍ່ຕ້ານແນວນັ້ນ ຄັນວ່າເຂົາເວົ້າມາ ເຂົາມີລະບຽບແລ້ວ ວ່າແນວນີ້ແນວນັ້ນມາ ກະຜິດຢູ່ເດ້.”
ພ້ອມດຽວກັນນັ້ນ ໄວລຸ້ນໃນເມືອງສິງຜູ້ນຶ່ງ ກໍເວົ້ວ່າ ກໍສົມຄວນແລ້ວ ທີ່ເຈົ້າໜ້າທີ່ ນໍາໂຕໄປສຶກສາອົບຮົມ ເພື່ອບໍ່ໃຫ້ເປັນແບບຢ່າງ, ເພາະເປັນການກະທໍາ ທີ່ບໍ່ດີ, ຢຽບຍໍ່າ ດູຖູກເງິນລາວ ເປັນເຣື່ອງທີ່ທຸກຄົນ ບໍ່ຄວນຈະເຮັດ ເຖິງແມ່ນວ່າ ປັດຈຸບັນ ເງິນກີບ ຈະເຟີ້ ຫລືດ້ອຍຄ່າລົງສໍ່າໃດ ເປັນຄົນລາວກໍຄວນເຫັນຄຸນຄ່າ.
“ເປັນເຣື່ອງທີ່ບໍ່ສົມຄວນ ເຖິງວ່າເງິນກີບເນາະ ເງິນລາວຫັ້ນນ່າ ເຖິງຈະດ້ອຍຄ່າສໍ່າໃດ ມັນເປັນເງິນຂອງປະເທດເຮົາຫັ້ນນ່າ ເປັນຂອງຄົນລາວເຮົາໃຊ້ທຸກມື້ຫັ້ນແລ້ວ ມັນບໍ່ຄວນເຮັດແນວນັ້ນ ມັນເປັນເງິນຂອງປະເທດເຮົາເດ້ ເຮົາໃຊ້ທຸກມື້ເດ່ ຈະໄປມິ່ນແນວນັ້ນກໍເຮັດບໍ່ໄດ້.”
ປະຊາຊົນຢູ່ເມືອງສິງ ອີກຜູ້ນຶ່ງ ກໍເວົ້າເຖິງເຣື່ອງທີ່ເກີດຂຶ້ນນັ້ນວ່າ ເປັນ ເຣື່ອງທີ່ບໍ່ສົມຄວນ, ແຕ່ກໍພໍເຂົ້າໃຈຂະເຈົ້າ ເພາະຂະເຈົ້າເປັນຄົນຊົນເຜົ່າ ພາສາລາວ ກໍເກືອບຈະບໍ່ຮູ້ ເຂດເຂົາຢູ່ນັ້ນ ແມ່ນຕິດກັບຈີນ ເວົ້າແຕ່ພາສາຈີນ ໃຊ້ເງິນຈີນ, ພໍມາໃຊ້ເງິນກີບ ທີ່ບໍ່ມີຄ່າ ກໍເລີຍເຮັດໃຫ້ບໍ່ເຫັນຄຸນຄ່າ ເຮັດໄປແບບບໍ່ຮູ້ເທົ້າເຖິງການ.
“ອໍ໋ ກໍແນ່ນອນແລ້ວ ມັນບໍ່ສົມຄວນ ເຂົາຈະເປັນຄົນຊົນເຜົ່ານ່າ ພາສາລາວກໍເກືອບຈະບໍ່ຮູ້ເນາະ ເພາະສ່ວນຫລາຍ ເຂົາຢູ່ເຂດຕິດກັບຈີນ ເຂົາຈະໃຊ້ແຕ່ພາສາຈີນ ອິຫຍັງບເບາະ ໃຊ້ແຕ່ເງິນຈີນອິຫຍັງເບາະຊີ້ນ່າ ດົນໆເຂົາມາໃຊ້ເງິນກີບ ເຂົາເຫັນວ່າມັນບໍ່ມີຄ່າ ກະເລີຍເຮັດໄປດ້ວຍຄວາມຮູ້ເທົ່າບໍ່ເຖິງການ.”
ອີງຕາມຣາຍງານ ຂອງສື່ສັງຄົມອອນລາຍນ໌ ໃນລາວ, ໄວລຸ້ນຜູ້ນີ້ ຢາກໄດ້ໂທຣະສັບໜ່ວຍໃໝ່ ຈຶ່ງຂໍເງິນແມ່ໄປຊື້ ໂດຍຂີ່ຣັຖຈັກ ໄປທີ່ຮ້ານຕົນເອງຖືກໃຈ ແຕ່ພໍໄປເຖິງຮ້ານແລ້ວ ເງິນບໍ່ພໍ ຈຶ່ງບໍ່ໄດ້ຊື້, ແລ້ວກໍກັບໄປຂໍເງິນແມ່ຕື່ມ ແຕ່ໃນຣະຫວ່າງທາງ ໄດ້ພັກເຊົາເມື່ອຍ ເວລານັ້ນ ໝູ່ກໍຂີ່ຣົຖຈັກມານໍາຫລັງ ຈຶ່ງເອີ້ນໃຫ້ຈອດ ແລ້ວຂໍໃຫ້ຖ່າຍຄລິບວິດິໂອໃຫ້ ເພື່ອຈະລົງ ແອບພິເຄຊັນ ຕິກຕ໊ອກ. ຄລິບວິດີໂອ ກໍມີພຶດຕິກໍາບໍ່ເໝາະສົມ ດູມິ່ນເງິນກີບ ບໍ່ວ່າຈະເປັນລັກ ສະນະເຊັດຂີ້ມູກ ເອົາຕີນຢຽບ ຊຶ່ງສາເຫດ ກໍຄາດວ່າ ເປັນຍ້ອນເງິນກີບເຟີ້ແລະອ່ອນຄ່າລົງ ຈຶ່ງເຮັດໃຫ້ລາຄາໂທຣະສັບມືຖື ແພງຂຶ້ນ ອັນອາຈເປັນສາເຫດນຶ່ງ ທີ່ເຮັດໃຫ້ເຂົານ້ອຍໃຈ ແລະທັງບໍ່ຮູ້ເທົ້າເຖິງການ ຈຶ່ງເຮັດໃຫ້ເຂົາມີພຶດຕິກໍາຄືແນວນັ້ນ.
ທີ່ຜ່ານມາ ຣັຖບານລາວ ກໍເຄີຍອອກກົດໝາຍ ການໃຊ້ສື່ອອນລາຍນ໌ ຫ້າມເຜີຍ ແຜ່ຂໍ້ມູນ ທີີ່ທາງການເຫັນວ່າ ຫວັງທໍາລາຍຄວາມໜ້າເຊື່ອຖື ຣັຖບານ ແລະສ້າງຄວາມເຊື່ອມເສັຍ ໃຫ້ປະເທດຊາຕ, ຕ້ານນະໂຍບາຍພັກ-ຣັຖ ຫລືໂຄສະນາຊັກຊວນ ຕໍ່ຕ້ານຣັຖບານ ແລະບໍ່ຫວັງດີຕໍ່ປະເທດຊາຕ, ຜູ້ຟ່າຝືນ ຈະມີຄວາມຜິດທາງອາຍາ.