ເອກກະຊົນລາວ ຈະພັທນາ ໂຄງການພະລັງງານ ປະສົມປະສານ ຢູ່ເຊກອງ
2023.09.12
ທາງການລາວ ເຊັນສັນຍາອະນຸມັດໃຫ້ ບໍຣິສັດໄຊຊະນະ ພະລັງງານຈໍາກັດ ຜູ້ດຽວ ໃນກຸ່ມບໍຣິສັດໄຊຊະນະຈໍາກັດ ຂອງນັກລົງທຶນລາວ ເພື່ອພັທນາໂຄງການ ພະລັງງານສະອາດ ແບບປະສົມປະສານ ຂນາດ 225 ເມກາວັດ, ມູນຄ່າ 450 ລ້ານໂດລ້າຣ໌ສະຫະຣັຖ. ໂຄງການນີ້ ຕັ້ງຢູ່ບໍຣິເວນ ເຂື່ອນໄຟຟ້້າອີມູນ 1 ແລະອີມູນ 2 ທີ່ຫາກໍ່ໄດ້ສ້າງສໍາເຣັດ ເມື່ອປີ 2022 ຢູ່ເມືອງດາກຈຶງ ແຂວງເຊກອງ ເພື່ອຜລິດໄຟຟ້າ ຂາຍໃຫ້ປະເທດວຽດນາມ, ອີງຕາມຄໍາເວົ້າ ຂອງເຈົ້າໜ້າທີ່ ກະຊວງພະລັງງານ ແລະບໍ່ແຮ່ ທ່ານນຶ່ງ ຕໍ່ວິທຍຸເອເຊັຽເສຣີໃນມື້ວັນທີ 11 ກັນຍານີ້.
“ຂະເຈົ້າຊິເຮັດໂຊລາ ຢູ່ເມືອງດາກຈຶງ ແຂວງເຊກອງຫັ້ນ. ຕິດກັບຊາຍແດນວຽດນາມພຸ້ນ ກະເຊັນສັນຍາກັນແລ້ວເດ້ ແລະກໍາລັງຊິເຮັດ ກະຄືຢູ່ອ່າງຂອງເຊກະໝານ 1.”
ທ່ານກ່າວຕື່ມວ່າ ໄລຍະທີ່ຜ່ານມາ ບໍຣິສັດດັ່ງກ່າວ ໄດ້ເຊັນສັນຍາກັບຣັຖບານລາວ ໃນການພັທນາໂຄງການ ພະລັງງານຫລາຍໂຄງການ ຢູ່ແຂວງເຊກອງ ແລະແຂວງອັດຕະປື ເປັນຕົ້ນ ໂຄງການພະລັງງານແສງຕາເວັນລອຍນໍ້າ ຫລື ໂຊລາເຊວ ຢູ່ບໍຣິເວນອ່າງເກັບນໍ້າ ຂອງເຂື່ອນເຊກະໝານ 1 ໃນແຂວງອັດຕະປື ເພື່ອຜລິດໄຟຟ້າຂາຍໃຫ້ປະເທດວຽດນາມ.
ເມື່ອຕົ້ນເດືອນເມສາ 2023 ນີ້ ຣັຖບານລາວ ຍັງໄດ້ເຊັນສັນຍາ ໃຫ້ບໍຣິສັດດຽວກັນນີ້ ພັທນາໂຄງການພະລັງງານແສງຕາເວັນ ຂນາດ 1,000 ເມກາວັດ ໃນເນື້ອທີ່ 1,152 ເຮັກຕ້າຣ໌ ຢູ່ບ້ານນາຍອງ ແລະບ້ານປາກມູນ ເມືອງລະມາມ ແຂວງເຊກອງ ເພື່ອຜລິດໄຟຟ້າ ຂາຍໃຫ້ປະເທດວຽດນາມ ເຊັ່ນກັນ.
ພ້ອມກັນນັ້ນ ບໍຣິສັດດັ່ງກ່າວ ຍັງມີແຜນ ທີ່ຈະພັທນາໂຄງການພະລັງງານ ໃນຮູບແບບປະສົມປະສານ ຊຶ່ງຈະມີທັງເຂື່ອນໄຟຟ້າ ຂນາດ 75 ເມກາວັດ, ໂຄງການການສູບນໍ້າ ເກັບໄວ້ອ່າງ ເພື່ອຜລິດໄຟຟ້າ ຂນາດ 100 ເມກາວັດ ແລະພະລັງງານແສງຕາເວັນ ຫລື ໂຊລາເຊວ ລອຍນໍ້າ ຂນາດ 50 ເມກາວັດ ນໍາດ້ວຍ.
ໃນສັນຍາ ຊື້-ຂາຍ ໄຟຟ້າ ລະຫວ່າງລາວ ແລະວຽດນາມ ລະບຸວ່າ ລາວຈະຂາຍໄຟຟ້າ ໃຫ້ວຽດນາມ 8,000 ປາຍເມກາວັດ, ປັດຈຸບັນ ສົ່ງຂາຍໃຫ້ວຽດນາມແລ້ວ 572 ເມກາວັດ.
ເຈົ້າໜ້າທີ່ ຜແນກພະລັງງານ ແລະບໍ່ແຮ່ ແຂວງເຊກອງ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ດຽວກັນນີ້ວ່າ ປັດຈຸບັນ ມີຫລາຍບໍຣິສັດ ເຂົ້າມາສຶກສາຄວາມເປັນໄປໄດ້ ໃນການລົງທຶນດ້ານພະລັງງານ ຊຶ່ງມີທັງເຂື່ອນໄຟຟ້າ, ໂຄງການພະລັງງານລົມ ແລະພະລັງງານແສງຕາເວັນ. ໃນຈໍານວນບໍຣິສັດທີ່ວ່ານັ້ນ ມີທັງບໍຣິສັດໄຊຊະນະ ພະລັງງານ ຈໍາກັດ ຜູ້ດຽວ ທີ່ໄດ້ຮັບການອະນຸມັດ ຈາກຣັຖບານລາວ ຫລາຍໂຄງ ການ.
ສໍາລັບໂຄງການພະລັງງານ ສະອາດແບບປະສົມປະສານ ຢູ່ບໍຣິເວນເຂື່ອນໄຟຟ້າ ອີມູນ 1 ແລະອີມູນ 2 ນັ້ນ ທ່ານບອກວ່າ ຍັງບໍ່ທັນໄດ້ດໍາເນີນການກໍ່ສ້າງເທື່ອ ແລະເຣື່ອງຜົລກະທົບດ້ານສິ່ງແວດລ້ອມ ແລະສັງຄົມນັ້ນ ກໍຍັງບໍ່ທັນເຫັນຣາຍງານເທື່ອ ເພາະໂຄງການພັທນານີ້ ເປັນໂຄງການຂນາດໃຫຍ່ ທີ່ຣັຖບານເປັນຜູ້ເຊັນສັນຍາ ແລະອະນຸມັດໃຫ້.
“ຢູ່ເມືອງນີ້ກະຫລາຍບໍຣິສັດດອກ ມາສໍາຣວດ ມັນມີ 2 ບ່ອນເດ້ ຄືຊິແມ່ນວ່າ ເອົາເຂົ້າໃນນໍ້າອີມູນນັ້ນເລີຍ ເພາະວ່າ ມັນຈະຢູ່ໃນເຂດອ່າງເດ້. ຖ້າເຮັດພະລັງງານສະອາດນີ້ແຫລະ. ແສງຕາເວັນຂາຍໃຫ້ວຽດນາມ ໝົດ, ແຕ່ວ່າຍັງບໍ່ທັນດໍາເນີນເທື່ອ. ເຂົາໄປລົງເກັບກໍາຂໍ້ມູນເບື້ອງຕົ້ນຊື່ໆ.”
ກ່ຽວກັບເຣື່ອງທີ່ວ່ານີ້ ປະຊາຊົນ ຢູ່ເມືອງ ດາກຈຶງ ຜູ້ນຶ່ງເວົ້າວ່າ ຫາກເປັນການ ພັທນາໂຄງການພະລັງງານລົມ ຫລື ພະລັງງານແສງຕາເວັນ ລອຍນໍ້າ ກໍຈະມີຜົລກະທົບ ເລັກໆໜ້ອຍໆ, ຈະບໍ່ມີຜົລກະທົບໜັກ ຄືກັນກັບໂຄງການເຂື່ອນໄຟຟ້າ.
ດັ່ງນັ້ນ ຈຶ່ງບໍ່ມີຄວາມກັງວົນນໍາ.
“ຄັນໂຄງການພະລັງງານນໍ້າລະ ຜົລກະທົບຈະຫລາຍເນາະ ແຕ່ວ່າໂຕນີ້ ພະລັງງານສະອາດ ຜົລກະທົບກະມີ ແຕ່ວ່າມັນຈະບໍ່ຫລາຍຫັ້ນ ນ່າ.”
ປະຊາຊົນອີກຜູ້ນຶ່ງ ຢູ່ເມືອງດຽວກັນນີ້ ກໍເວົ້າຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນທີ 11 ກັນຍານີ້ ເຖິງເຂດພັທນາໂຄງການ ເຂື່ອນໄຟຟ້ານໍ້າອີມູນ 1 ແລະອີມູນ 2 ວ່າ ມີປະຊາຊົນຈໍານວນນຶ່ງ ເທົ່ານັ້ນ ທີ່ອາໄສຢູ່ ຊຶ່ງປັດຈຸບັນ ໄດ້ຮັບການທົດແທນທີ່ດິນ ແລະເງິນຊົດເຊີຍ ຈາກທາງໂຄງການໝົດແລ້ວ, ແຕ່ຢາກໃຫ້ທາງບໍຣິສັດ ເຈົ້າຂອງໂຄງການພະລັງງານ ສະອາດແບບປະສົມປະສານນີ້ ໄປເກັບກໍາຂໍ້ມູນ ກ່ຽວກັບຜົລກະທົບໂຕຈິງ. ຫາກມີຊາວບ້ານໃນພື້ນທີ່ ໄດ້ຮັບຜົລກະທົບ ຄວນຈະໄດ້ຮັບຄ່າຊົດເຊີຍ ເປັນເງິນຢ່າງເໝາະສົມ ຍ້ອນດຽວນີ້ ຊີວິດການເປັນຢູ່ ທຸກຍາກຢູ່ແລ້ວ.
“ກະຕ້ອງໄດ້ມີການເກັບກໍາຂໍ້ມູນ ເພາະວ່າເປັນພູດອຍ ຫ່າງຳກສອກຫລີກຫັ້ນແຫລະ ໃບຕາດິນກະຍັງບໍ່ທົ່ວເຖິງປານໃດ ເມືອງທຸກຍາກວ່າຊັ້ນສາ ຂອງປະເທດ.”
ໂຄງການເຂື່ອນໄຟຟ້າອີມູນ 1 ແລະອີມູນ 2 ມີກໍາລັງການຜລິດ ລວມກັນ 131 ເມກາວັດ, ເຂື່ອນທີ່ວ່ານີ້ ຕັ້ງຢູ່ເມືອງດາກຈຶງ ແຂວງເຊກອງ. ບໍຣິສັດ ຈະເລີນເຊກອງ ພະລັງງານຈໍາກັດ ເປັນຜູ້ລົງທຶນ 100% ແລະບໍຣິສັດ Song Da 5 Joint Stock ຈໍາກັດ ຈາກປະເທດວຽດນາມ ເປັນຜູ້ຮັບເໝົາກໍ່ສ້າງ, ມູນຄ່າການລົງທຶນ 235 ລ້ານໂດລ້າຣ໌ ສະຫະຣັຖ. ເຣີ່ມການກໍ່ສ້າງ ຕັ້ງແຕ່ຕົ້ນປີ 2019 ແລະ ສ້າງສໍາເຣັດໃນປີ 2022. ໄຟຟ້າທີ່ຜລິດໄດ້ທັງໝົດ ສົ່ງຂາຍໃຫ້ຣັຖວິສາຫະກິຈ ໄຟຟ້າວຽດນາມ ຕາມສັນຍາຊື້-ຂາຍໄຟຟ້າ ທີ່ໄດ້ເຊັນກັນໄວ້ ໃນມື້ວັນທີ 4 ມົກກະຣາ 2020.