ຜູ້ຕ້ອງຫາ ຊາວຈີນ 164 ຄົນ ຖືກສົ່ງກັບຄືນປະເທດ

0:00 / 0:00

ເມື່ອວັນທີ 11 ກັນຍາ 2023 ທີ່ຜ່ານມານີ້ ເຈົ້າໜ້າທີ່ກະຊວງປ້ອງກັນຄວາມສງົບ ໄດ້ຈັດພິທີສົ່ງຜູ້ຕ້ອງຫາ ຊາວຈີນ ຈໍານວນ 164 ຄົນ ຈາກຂະບວນການສໍ້ໂກງຊັບ ຜ່ານລະບົບໂທຣະຄົມ ຂ້າມຊາຕ ຫຼື ແກ້ງຄອລເຊັນເຕີ້ຣ໌ ໂດຍມອບໃຫ້ເຈົ້າໜ້າທີ່ຕໍາຣວດຈີນ ຢູ່ສນາມບິນສາກົລວັດໄຕ ເພື່ອໃຫ້ຕໍາຣວດຈີນຮັບໂຕໄປດໍາເນີນຄະດີ ຢູ່ປະເທດຈີນ ພາຍຫຼັງທີ່ເຈົ້າໜ້າທີ່ຕໍາຣວດລາວ ສາມາດຈັບແກ້ງດັ່ງກ່າວໄດ້ ຕາມການຂໍຄວາມຮ່ວມມື ຈາກເຈົ້າໜ້າທີ່ຕໍາຣວດຈີນ, ອີງຕາມການຣາຍງານ ຂອງໜັງສືພິມປ້ອງກັນຄວາມສງົບ ວັນທີ 11 ກັນຍາ 2023.

ສໍາລັບແກ້ງຄອລເຊັນເຕີ້ຣ໌ ຊາວຈີນດັ່ງກ່າວ ແມ່ນຖືກຈັບໄດ້ ຢູ່ໃນຫຼາຍແຂວງຂອງລາວ ປະກອບມີ ຢູ່ເຂດເສຖກິຈພິເສດ ສາມຫຼ່ຽມຄໍາ ແຂວງບໍ່ແກ້ວ ຈໍານວນ 46 ຄົນ, ຢູ່ນະຄອນຫຼວງວຽງຈັນ 77 ຄົນ, ຢູ່ແຂວງວຽງຈັນ 22 ຄົນ ແລະ ຢູ່ແຂວງສວັນນະເຂດ 19 ຄົນ, ເຊິ່ງການຈັບຜູ້ຕ້ອງຫາຊາວຈີນເຫຼົ່ານີ້ ເກີດຂຶ້ນໂດຍອີງຕາມບົດບັນທຶກ ຄວາມຮ່ວມມື ລະຫວ່າງກະຊວງປ້ອງກັນ ຄວາມສງົບ ຂອງລາວ ແລະກະຊວງປ້ອງກັນຄວາມສງົບ ຂອງຈີນ, ແລະອີງຕາມຄວາມຮ່ວມມື ຂອງ 2 ກໍາລັງຕໍາຣວດ ລາວ-ຈີນ ໃນການມ້າງກຸ່ມແກ້ງດັ່ງກ່າວ.

ກ່ຽວກັບເຣື່ອງນີ້ ເຈົ້າໜ້າທີ່ປະຈໍາຫ້ອງການ ກວດຄົນເຂົ້າເມືອງ ຢູ່ສນາມບິນສາກົລວັດໄຕ ທ່ານນຶ່ງ ທີ່ຂໍສງວນຊື່ແລະສຽງ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນຕອນແລງ ຂອງວັນທີ 11 ກັນຍາ ທີ່ຜ່ານມາວ່າ:

“ການສົ່ງມອບໂຕ ຜູ້ຕ້ອງຫາຊາວຈີນດັ່ງກ່າວ ໄດ້ມີຂຶ້ນ ໃນຊ່ວງຕອນເຊົ້າ ຂອງວັນທີ 11 ກັນຍາ 2023 ໂດຍເຈົ້າໜ້າທີ່ຕໍາຣວດຈີນ ໄດ້ຂີ່ເຮືອບິນ ຖຽວບິນພິເສດ ຂອງສາຍການບິນ China Southern ຈາກປະເທດຈີນ ມາຮັບຜູ້ຕ້ອງຫາຈໍານວນດັ່ງກ່າວ ຢູ່ສນາມບິນສາກົລວັດໄຕ. ສ່ວນຣາຍລະອຽດເພີ່ມຕື່ມ ບໍ່ສາມາດໃຫ້ຂໍ້ມູນຫຼາຍໄປກວ່ານີ້ໄດ້.”

ພ້ອມດຽວກັນນີ້ ວິທຍຸເອເຊັຽເສຣີ ໄດ້ສອບຖາມໄປຍັງເຈົ້າໜ້າທີ່ ຢູ່ຄະນະຄຸ້ມຄອງເຂດເສຖກິຈ ພິເສດສາມຫຼ່ຽມຄໍາ ເພື່ອສອບຖາມຣາຍລະອຽດເພີ່ມຕື່ມ ແຕ່ເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ຍັງບໍ່ສະດວກໃຫ້ສໍາພາດ ແລະກໍໄດ້ຕິດຕໍ່ໄປຍັງ ສະຖານທູດຈີນ ປະຈໍາປະເທດລາວ ເຊິ່ງເຈົ້າໜ້າທີ່ ຜູ້ທີ່ຮັບໂທຣະສັບ ລະບຸພຽງແຕ່ວ່າ ທາງສະຖານທູດ ໄດ້ຮັບຣາຍງານດັ່ງກ່າວແລ້ວ ແຕ່ບໍ່ສະດວກທີ່ຈະໃຫ້ຄໍາເຫັນເພີ່ມຕື່ມ.

ໃນຂະນະທີ່ ຊາວລາວທີ່ຮູ້ຂ່າວດັ່ງກ່າວ ຫຼາຍຄົນກໍຮູ້ສຶກຍິນດີ ທີ່ເຈົ້າໜ້າທີ່ຕໍາຣວດລາວ ສາມາດມ້າງກຸ່ມແກ້ງດັ່ງກ່າວໄດ້ ຍ້ອນເປັນໄພອັນຕະລາຍຕໍ່ສັງຄົມ ແລະກໍມີສ່ວນ ທີ່ຕົວະໃຫ້ຊາວລາວ ຕົກໄປເປັນເຫຍື່ອຄ້າມະນຸສ ຢູ່ເຂດສາມຫຼ່ຽມຄໍາ ແລະກໍຢາກໃຫ້ເຈົ້າໜ້າທີ່ຕໍາຣວດ ລົງຕິດຕາມກວດກາເລື້ອຍໆ.

ດັ່ງຊາວລາວ ທ່ານນຶ່ງ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນວັນທີ 12 ກັນຍາ ນີ້ວ່າ:

“ເອີ່! ກະໄດ້ຍິນຢູ່ ກະຫຼາຍຢູ່ໃດ໋ ມັນກະເຮັດໃຫ້ອັນນີ້ແຫຼະ ພວກກ້ອນແກ້ງຄອລເຊັນເຕີ້ຣ໌ອິຫຍັງນີ້ ມັນກະຫຼຸດໆລົງ ອິຫຍັງປະມານນີ້.”

ແຕ່ຊາວລາວອີກທ່ານນຶ່ງ ເຫັນວ່າ ການມ້າງກຸ່ມແກ້ງຊາວຈີນດັ່ງກ່່າວ ແມ່ນເປັນການແກ້ບັນຫາ ສະເພາະໜ້າ ແລະແກ້ໄຂທີ່ປາຍເຫດ ຍ້ອນບັນດາໂຕການໃຫຍ່ທີ່ເຮັດໃຫ້ເກີດບັນຫາເຫຼົ່ານີ້ ຍັງບໍ່ທັນຖືກຈັບ ຫຼືມ້າງທໍາລາຍໄດ້ເທື່ອ ຈຶ່ງຢາກໃຫ້ພາກສ່ວນທີ່ກ່ຽວຂ້ອງ ມີການແກ້ໄຂຢ່າງຖືກຈຸດ.

ດັ່ງ​ທ່ານ​ກ່າວ​ວ່າ:

“ແກ້ໄຂບັນຫາສະເພາະໜ້າເນາະ ແຕ່່ວ່າສໍາລັບສ່ວນເລິກຫັ້ນ ຈະບໍ່ຄ່ອຍໄດ້ແກ້ໄຂບັນຫາ ເລິກຊື້ງປານໃດ ເພາະວ່າການທີ່ວ່າເຮົາຈັບແບບນີ້ນ່າ ມັນບໍ່ທັນແກ້ໄຂຖືກຈຸດເທື່ອ ມັນຄືແກ້ໄຂປາຍເຫດເນາະ ເຫັນໂຕຈິງມາແລ້ວ ວ່າຢູ່ປະເທດລາວເຮົານີ້ ມັນມີເຫດການຄໍເຊັນເຕີ້ຂ້າມປະເທດແບບນີ້ ມັນຫຼາຍເນາະ.”

ທາງ​ດ້ານ​ຜູ້​ປົກ​ຄ​ອງ​ຂອງ​ເດັກ​ນ້ອຍ​ລາວ ຄົນ​ນຶ່ງ ທີ່​ຕົກ​ເປັນ​ເຫ​ຍື່ອ​ກຸ່ມ​ແກ້ງ​ຄົນ​ຈີນ​ດັ່ງ​ກ່າວ ແລ້ວ​ຖືກ​ຂາຍ​ຕໍ່​ໄປ​ຍັງ​ປະ​ເທດ​ພະ​ມ້າ ກ່າວ​ວ່າ ທ່ານ​ເອງ ກໍ​ຮູ້​ສຶກ​ດີ​ໃຈ​ເລັກ​ໜ້ອຍທີ່​ກຸ່ມ​ແກ້ງ​ຄົນ​ຈີນ​ດັ່ງ​ກ່າວ ໄດ້​ຖືກ​ມ້າງ​ໄປ​ຈຳ​ນວນ​ນຶ່ງ ແຕ່​ກໍ​ຢາກ​ໃຫ້​ເຈົ້າ​ໜ້າ​ທີ່​ລາວ ແລະ​ຈີນ ເລັ່ງ​ໃຫ້​ການ​ຊ່ອຍ​ເຫຼືອຄົນ​ລາວທີ່​ຕົກ​ເປັນ​ເຫ​ຍື່ອ ທັງ​ຢູ່​ເຂດ​ເສ​ຖ​ກິ​ຈ​ພິ​ເສດສາມຫຼ່ຽມ​ຄຳ ແລະ​ຢູ່​ປະ​ເທດ​ພະ​ມ້າ ແລະ​ນຳ​ພາ​ພວກ​ເຂົາ​ເຈົ້າ​ກັບ​ຄືນ​ສູ່​ຄອບ​ຄົວ​ໃນ​ລາວ.

ດັ່ງ​ທ່ານ​ກ່າວ​ວ່າ:

“ໄດ້ຍິນຂ່າວວ່າ ເຂົາວ່າແນວນັ້ນ ໂອ ເຂົາວ່າຄົນຈີນທີ່ໄປຕອບແຊັດ ມັນມີຕໍາຣວດຈີນເຂົາມາເອົາໝົດແລ້ວຄົນຈີນເຂົ້າໄດ້ ກະຊ່ວຍເຫຼືອລາວແດ່ ເພາະວ່າ ດຽວນີ້ສະຖານທູດຈີນ ກະຫະປະຈໍາຢູ່ໃນລາວເຮົາ ລາວເຮົາກະປະຈໍາຢູ່ຈີນ ໃຫ້ເຈົ້ານາຍເຂົາ ປຶກສາກັນ.”

ໃນຂະນະດຽວ​ກັນ ຜູ້​ປົກ​ຄອງ​ຂອງ​ເດັກ​ນ້ອຍ​ລາວ ອີ​ກ​ຄົນ​ນຶ່ງ ກໍ​ຢາກ​ໃຫ້​ເຈົ້າ​ໜ້າ​ທີ່​ລາວ ກັບ​ເຈົ້າ​ໜ້າ​ທີ່​ຈີນ​ ຮ່ວມ​ກັນ​ປະ​ສານ​ງານ​ຫາ​ເຈົ້າ​ໜ້າ​ທີ່ ​ໃນ​ປະ​ເທດ​ພະ​ມ້າ ເພື່ອ​ຊ່ອຍ​ຊອກ​ຫາ ແລ​ະ​ຊ່ອຍ​ເຫຼືອ​ແກ່​ເດັກ​ນ້ອຍ​ລາວ​ຈຳ​ນວນຫຼາຍ ທີ່​ເປັນ​ເຫ​ຍື່ອ​ຂອງ​ແກ້ງ​ຄອລ​ເຊັນ​ເຕີ້ຣ໌​ດັ່ງ​ກ່າວ ເຊິ່ງ​ຍັງ​ຕິດ​ຄ້າງ​ຢູ່​ກາ​ສິ​ໂນ ໃນ​ປະ​ເທດ​ພະ​ມ້າ.

ດັ່ງ​ຍາ​ນາງ ກ່າວ​ວ່າ:

“ໂອ! ຢາກຂໍຢາກນໍານີ້ແຫຼະ ກິນເຂົ້າກະບໍ່ແຊບ ນອນກະບໍ່ລົງ ໄດ້ຄິດແຕ່ລູກ ລູກກະທໍຣະມານທຸກມື້ທຸກເວລາຢູ່ພຸ້ນນ່າ ບໍ່ໄດ້ໂທຫາ ມືຖືກະບໍ່ມີລູກເຮົານີ່ນ່າ ວັນທີ 22 ຂອງເດືອນ 1 ພຽງແຕ່ເດືອນນັ້ນແຫຼະ ມິດຈີ່ຫຼີ່ເລີຍດຽວນີ້ນ່າ ບໍ່ໄດ້ຍິນຂ່າວຍິນຫຍັງຈັກຕາຍຫຼືເປັນ ບໍ່ຮູ້ແຫຼະດຽວນີ້ນ່າ.”

ແຕ່​ເຖິງ​ຢ່າງ​ໃດ​ກໍ​ຕາມ ປັດ​ຈຸ​ບັນ ຢູ່​ໃນ​ເຂດ​ເສ​ຖ​ກິ​ຈ​ພິ​ເສດ​ສາມຫຼ່ຽມ​ຄຳ ຍັງ​ມີຫຼາຍ​ບໍ​ຣິ​ສັດ ທີ່​ຍັງ​ປະ​ກາດ​ຮັບ​ສ​ມັກ​ງານ ກ່ຽວ​ກັບ​ການ​ຕອບ​ແຊັດ ຫຼື ຄອລ​ເຊັນ​ເຕີ້ຣ໌ຢູ່​ເລື້ອຍໆ ໂດຍ​ໄດ້​ລົງ​ປະ​ກາດ​ຜ່ານ​ສື່​ສັງ​ຄົມ​ອ໋ອນ​ລາຍນ໌ ​ຢ່າງ​ຈະ​ແຈ້ງ.

ດັ່ງ​ພະ​ນັກ​ງານ​ຕອບ​ແຊັດ ນາງ​ນຶ່ງ ກ່າວ​ວ່າ:

“ຮັບເຈົ້າ ເງິນເດືອນເລີ່ມຕົ້ນ 2,000 ຢວນ ແລ້ວກໍບວກເງິນຂະຫຍັນອີກ 1,000 ຖ້າເຮົາບໍ່ຂາດວຽກ ມື້ພັກວຽກເປັນວັນອາທິດ ພັກເຄິ່ງມື້ໄດ້ ພັກຕອນເຊົ້າຮອດ 2 ໂມງ ເຂົ້າວຽກຄືເກົ່າ.”

ກ່ອນ​ໜ້າ​ນີ້ ເມື່ອທ້າຍ​ສັ​ປ​ດາ​ທີ່​ຜ່ານ​ມາ ເຈົ້າ​ໜ້າ​ທີ່​ຕຳ​ຣວດ ​ຂອງ​ປະ​ເທດ​ພະ​ມ້າ ຫາ​ກໍ​ສົ່ງ​ໂຕ​ຜູ້​ຕ້ອງ​ຫາ​ຊາວ​ຈີນ ທີ່​ເຄື່ອນ​ໄຫວເປັນ​ແກ້ງ​ຄອລ​ເຊັນ​ເຕີ້ຣ໌ ຢູ່​ປະ​ເທດ​ພະ​ມ້າ ຈຳ​ນວນ 1,207 ຄົນ ໃຫ້​ແກ່​ເຈົ້າໜ້າ​ທີ່​ຕຳ​ຣວດແຂວງ​ຢູນ​ນານ ຂອງ​ຈີນ ເພື່ອ​ນຳ​ໂຕ​ຜູ້​ຕ້ອງ​ການ​ຈຳ​ນວນ​ດັ່ງ​ກ່າວ ໄປ​ດຳ​ເນີນ​ຄະ​ດີ ຢູ່​ປ​ະ​ເທດ​ຈີນເຊັ່ນ​ດຽວ​ກັນ, ອີງ​ຕາມຣາຍ​ງານ ຂອງວິ​ທ​ຍຸ​ເອ​ເຊັຽ​ເສ​ຣີ.