ຮູບແບບການຄ້າມະນຸສ ທີ່ຄົນຈີນບາງກຸ່ມ ຈ້າງແມ່ຍິງລາວ ຖືພາໃຫ້

ຈຳປາທອງ
2023.09.11
ຮູບແບບການຄ້າມະນຸສ ທີ່ຄົນຈີນບາງກຸ່ມ ຈ້າງແມ່ຍິງລາວ ຖືພາໃຫ້ ສຳນັກງານນາຍົກຣັຖມົນຕຣີ ໃນນະຄອນຫຼວງວຽງຈັນ (TS) ເດືອນສິງຫາ ປີ 2023.
RFA

ມາເຖິງປັດຈຸບັນ ກໍຍັງມີຄົນຈີນບາງກຸ່ມ ຢູ່ນະຄອນຫລວງວຽງຈັນ ແລະແຂວງພາກເໜືອຂອງລາວ ຈ້າງແມ່ຍິງລາວຖື ຊຶ່ງສ່ວນຫລາຍແລ້ວ ເມື່ອໄດ້ລູກເປັນຜູ້ຊາຍ ກໍສົ່ງໄປລ້ຽງຢູ່ປະເທດຈີນ ແລະນີ້ເປັນການກະທໍາ ທີ່ກ່ຽວຂ້ອງ ກັບການຄ້າມະນຸສ ແລະຜິດຕໍ່ຂໍ້ຕົກລົງ ຂອງທາງການລາວ ວ່າດ້ວຍການຄຸ້ມຄອງ ການໃຫ້ຖືພາແທນ ແລະການໃຫ້ຫລຸລູກ ປີ 2021, ອີງຕາມຄໍາເວົ້າຂອງເຈົ້າໜ້າທີ່ ທີ່ເຮັດວຽກກ່ຽວກັບເຣື່ອງນີ້ ທີ່ບໍ່ປະສົງອອກຊື່ ແລະຕໍາແໜ່ງນາງນຶ່ງ ຕໍ່ວິທຍຸເຊັຽເສຣີ ໃນມື້ວັນທີ 7 ກັນຍາ 2023 ນີ້.

“ກໍມີຢູ່ແຕ່ວ່າ ບໍ່ຫລາຍ ສ່ວນຫລາຍກໍຢູ່ນະຄອນຫລວງວຽງຈັນ ທີ່ວ່າອູ້ມບຸນນີ້ກໍວ່າ ຢູ່ທາງພາກເໜືອກໍມີ ເພາະວ່າ ມັນເປັນຈີນເດ້ເນາະ ເພາະວ່າເພິ່ນຢາກໄດ້ລູກເປັນຜູ້ຊາຍ ຈັ່ງຊີ້ນ່າ ເຂົາກໍຢາກໄດ້ເດ້ເນາະ ຂະເຈົ້າສ່ວນຫລາຍ ຂະເຈົ້າກໍຕ້ອງການ ຜູ້ຊາຍຫັ້ນແຫລະເນາະ. ຜູ້ຊາຍກໍມີຜູ້ຍິງກໍບໍ່ປານໃດ ບໍ່ອອກໜ້າອອກຕາປານໃດ. ເອີ ກໍ ເພິ່ນກໍປາບປາມໄປສ່ວນນຶ່ງແລ້ວ. ເອີ ຂອງຈີນມີຫລາຍໆ ຂຶ້ນແຕ່ວ່າມັນມີມາໃນຮູບແບບແນວໃດເນາະ ເພາະວ່າພະຍາດອິຫຍັງຫລາຍ. ເອີ ແມ່ນໆ ຢູ່ນະຄອນຫລວງນີ້ຫລາຍ.”

ນາງກ່າວຕື່ມວ່າ ເມື່ອກ່ອນໜ້ານີ້ ນັກທຸຣະກິຈຈີນ ເຄີຍເປີດຄລີນິກ VIP ຮັບບໍຣິການການຖືພາແທນ ຢູ່ກາງນະຄອນຫລວງວຽງຈັນ ແລ້ວທາງເຈົ້າໜ້າທີ່ພາກ ສ່ວນທີ່ກ່ຽວຂ້ອງຮູ້ ແລະໄດ້ເຂົ້າໄປກວດກາພົບວ່າ ຄລີນິກນີ້ ບໍ່ໄດ້ຮັບອະນຸຍາດ ຢ່າງຖືກຕ້ອງຈາກທາງການລາວ ແລະໄດ້ຖືກສັ່ງໃຫ້ປິດໄປແລ້ວ ເມື່ອປີ 2017, ແຕ່ຕໍ່ມາ ພາກສ່ວນທີ່ກ່ຽວຂ້ອງ ກໍໄດ້ຮັບຂ່າວຕື່ມອີກວ່າ ຍັງມີຄົນຈີນອີກບາງກຸ່ມ ລັກເປີດຄລີນິກ ຮັບບໍຣິການຈ້າງຖືພາແທນຫລາຍແຫ່ງ ໃນຮູບແບບຕ່າງໆ ຢູ່ກາງນະຄອນຫລວງວຽງຈັນ ຕື່ມອີກ ແຕ່ຍັງບໍ່ສາມາດສັ່ງໃຫ້ປິດກິຈການດັ່ງກ່າວນີ້ໄດ້ເທື່ອ.

ເຣື່ອງການຖືພາແທນ ມີ 2 ຮູບແບບ.

  • ຮູບແບບນຶ່ງ ຄືຄົນຈີນຈະມາຂໍແຕ່ງດອງ ກັບແມ່ຍິງລາວ ແລ້ວຂໍໃຫ້ມີລູກໃຫ້ ແລະ
  • ອີກຮູບແບບນຶ່ງ ແມ່ນນໍານໍ້າເຊື້ອ ຫລືໄຂ່ ມາໃສ່ມົດລູກຂອງແມ່ຍິງລາວ ໃຫ້ມີລູກໃຫ້, ເມື່ອອອກລູກແລ້ວ ກໍສົ່ງລູກໄປປະເທດຈີນ ໂດຍໃຫ້ຄ່າຕອບແທນປະມານ 50 ລ້ານກີບ.

ດັ່ງຜູ້ທີ່ຮູ້ເຣື່ອງນີ້ ເວົ້າຕໍ່ວິທຍຸເອເຊັຽເສຣີ ໃນມື້ດຽວກັນນີ້ວ່າ:

“ແຕ່ງດອງແລ້ວກໍຈະໃຫ້ມີລູກ ແຕ່ກໍຣະນີຈ້າງໃຫ້ຖືພາແທນ ຄືຈະໃຫ້ຝັງໄຂ່ໃສ່ເລີຍ ໃສ່ກັບໂຕແມ່ຍິງຫັ້ນເລີຍ ຄືບາງກໍຣະນີແມ່ນຫລັງຈາກແຕ່ງດອງແລ້ວ ເອົາລູກໄປ ແມ່ຢູ່ລາວ ລູກໄປຈີນ. ອື ກໍຣະນີແຕ່ງດອງແທນນັ້ນ ຈະບໍ່ມີຄ່າຕອບແທນ ແຕ່ມັນຈະເປັນລັກສະນະແບບວ່າ ແຕ່ດອງແລ້ວໄດ້ລູກແລ້ວ ຈະບໍ່ສົນໃຈກັບໂຕແມ່ ແບບວ່າມອບເໝົາເປັນກ້ອນ ຢ່າງເຊັ່ນວ່າ 50 ລ້ານ. ເອີ ຫລັງຈາກຖືພາແທນ ເກີດລູກໃຫ້ແລ້ວ ເຂົາຈະຮັບຜິດຊອບ ຄ່າໃຊ້ຈ່າຍທຸກຢ່າງ ແຕ່ເຂົາຈະເອົາລູກ.

ທ່ານກ່າວຕື່ມວ່າ ສາເຫດ ທີ່ເຮັດໃຫ້ມີການຮັບຈ້າງຖືພາແທນຫລາຍ ເປັນຕົ້ນແມ່ນແມ່ຮ້າງ ແລະແມ່ຍິງທີ່ເຄີຍຖືພາມາກ່ອນ ຢູ່ນະຄອນຫລວງວຽງຈັນ ແລະພາກເໜືອຂອງປະເທດລາວນັ້ນ ແມ່ນເປັນຍ້ອນນະຄອນຫລວງວຽງຈັນ ມີຄົນຈີນອາໄສຢູ່ຫລາຍ ແລະການນໍານໍ້າເຊື້ອຂອງຜູ້ຊາຍ ມາຈາກແຂວງໜອງຄາຍປະເທດໄທຍ ເຂົ້າມາສີດໃສ່ແມ່ຍິງລາວໄດ້ງ່າຍ. ສ່ວນຢູ່ທາງພາກເໜືອຂອງລາວ ເປັນຕົ້ນແຂວງຫລວງນໍ້າທາ ແລະແຂວງຜົ້ງສາລີ ແມ່ນເປັນຍ້ອນແມ່ຍິງທຸກຍາກຫລາຍ ແລະບໍ່ມີວຽກເຮັດງານທໍາ ແລະທັງມີຊາຍແດນຕິດກັບປະເທດຈີນ ນໍາດ້ວຍ.

ເພື່ອຂໍຮູ້ກ່ຽວກັບ ເຣື່ອງການເຊື່ອມໂຍງ ຂອງຂະບວນການ ທີ່ເຮັດໃຫ້ມີການຖືພາແທນ ຢູ່ປະເທດໄທຍ, ປະເທດລາວ ແລະປະເທດຈີນ ວິທຍຸເອເຊັຽເສຣີ ໄດ້ຖາມໄປຍັງ ກອງກິຈການຕ່າງປະເທດ ແລະຄະດີອາຊຍາກັມ ລະຫວ່າງປະເທດ ກົມສອບສວນຄະດີພິເສດ ກະຊວງຍຸຕິທັມຂອງໄທຍ, ແຕ່ເຈົ້າໜ້າທີ່ທີ່ກ່ຽວຂ້ອງ ຍັງບໍ່ທັນສະດວກ ທີ່ຈະໃຫ້ຄໍາເຫັນ ໃນເວລານີ້.

ເມື່ອກ່ອນໜ້ານີ້ ຮ້ອຍຕໍາຣວດເອກ ທິນວຸດ ສີລະພັດ ຜູ້ອໍານວຍການກອງກິຈການຕ່າງປະເທດ ແລະຄະດີອາຍາ ລະຫວ່າງປະເທດ ຣາຍງານ ພາຍຫລັງທີ່ໄດ້ໄປກວດສອບ ສະຖານພະຍາບານ 3 ແຫ່ງຢູ່ບາງກອກວ່າ ຄົນຈີນ ແລະຄົນຕ່າງປະເທດ ຈ້າງນາຍຈ້າງຄົນຈີນ ແລະຄົນໄທຍ ໃຫ້ຊອກຫາແມ່ຍິງ ທີ່ຮັບຮັບຈ້າງຖືພາແທນໃຫ້ ຊຶ່ງສ່ວນຫລາຍເປັນແມ່ຍິງທຸກຍາກ. ໃນເບື້ອງຕົ້ນ ຈະພາແມ່ຍິງທີ່ຮັບຈ້າງນັ້ນ ໄປກວດຮ່າງກາຍ. ຈາກນັ້ນ ກໍພາເດີນທາງໄປ ຝັງໂຕອ່ອນ ທີ່ໂຮງໝໍ ຢູ່ຝັ່ງປະເທດເພື່ອນບ້ານ ກ່ອນຈະກັບມາຝາກທ້ອງ ແລະອອກລູກຢູ່ປະເທດໄທຍ. ແມ່ຍິງທີ່ຮັບຈ້າງຖືພາແທນ ຈະໄດ້ຮັບຄ່າຈ້າງ ບໍ່ຕໍ່າກວ່າ 5 ແສນບາດ ແລະມີເງິນໃຫ້ 10 ພັນ - 20 ພັນບາດຕໍ່ເດືອນ.

ກ່ຽວກັບເຣື່ອງທີ່ວ່ານີ້ ເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ອີກທ່ານນຶ່ງກໍເວົ້າວ່າ ທີ່ຜ່ານມາ ທາງການລາວ ກໍພະຍາຍາມແກ້ໄຂບັນຫາດັ່ງກ່າວ ໂດຍໄດ້ອອກຂໍ້ຕົກລົງ ວ່າດ້ວການຄຸ້ມຄອງ ການໃຫ້ຖືພາແທນ ແລະການໃຫ້ຫລຸລູກ ໃນປີ 2021 ເພື່ອກວດສອບເຣື່ອງການຖືພາແທນ ແລະການໃຫ້ຫລຸລູກ ຢູ່ປະເທດລາວ ເພື່ອເຮັດໃຫ້ເຣື່ອງດັ່ງກ່າວ ເປັນໄປຕາມຫລັກວິທະຍາສາດ, ຖືກກັບຈັນຍາບັນທາງການແພດ, ມີມະນຸສທັມ ແລະຍຸຕິທັມຕໍ່ພົລເມືອງ ແລະທັງປ້ອງກັນບໍ່ໃຫ້ຄົນຈີນ ເຂົ້າມາຈ້າງແມ່ຍິງລາວ ໃຫ້ຖືພາແທນ ແລະສົ່ງເດັກນ້ອຍໄປປະເທດຈີນ.

ດັ່ງທີ່ທ່ານກ່າວ ຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນທີ 7 ກັນຍານີ້ວ່າ:

“ໝາຍຄວາມວ່າ ແມ່ຍິງນີ້ ຕ້ອງມີຄອບຄົວແລ້ສວຄວາມໝາຍ ບໍ່ໃຫ້ແມ່ຍິງເປັນໂສດ ແບບວ່າມີລູກມີຜົວແລ້ວ ແຕ່ຈະຕ້ອງມີລູກບໍ່ເກີນ 3 ຄັ້ງ ແບບວ່າເຄີຍຄອດລຸກມາແລ້ວຫັ້ນນ່າ ແມ່ນໆ ມັນກໍມີຫລາຍເງື່ອນໄຂຫັ້ນນ່າ 1 ມາຕ້ອງບໍ່ເປັນພະຍາດ ບໍ່ເປັນມະເຮັງອີ່ຫຍັງ ຣັຖບານລາວເຂົາກໍບໍ່ຢາກເຫັນດີປານໃດນ່າ ເພາະວ່າເຂົາຢ້ານວ່າ ຄົນຈີນຄົນຫຍັງມາຈ້າງໃຫ້ອູ້ມ ແລ້ວເອົາເດັກກັບປະເທດເຂົາຫັ້ນນ່າ.”

ອີງຕາມຂໍ້ຕົກລົງ ວ່າດ້ວການຄຸ້ມຄອງ ການໃຫ້ຖືພາແທນ ແລະການໃຫ້ຫລຸລູກ ສະບັບດັ່ງກ່າວ, ຜູ້ຖືພາແທນ ຈະຕ້ອງໄດ້ຮັບການຍິນຍອມ ຈາກຜູ້ທີ່ຈະຖືພາແທນນັ້ນ, ຈາກຄູ່ຜົວເມັຍ ແລະຄອບຄົວ, ຜູ້ໃຫ້ຖືພາແທນ ຕ້ອງເປັນເອື້ອຍ, ນ້ອງສາວ, ລູກຂອງເອື້ອຍແມ່ ຫລືລູກຂອງນ້ອງສາວແມ່ ແຕ່ຖ້າບໍ່ມີ ກໍສາມາດເອົາຕະກຸນທາງແມ່ ຖືພາແທນໄດ້. ແຕ່ຫ້າມບໍ່ໃຫ້ແມ່ຂອງເຈົ້າຂອງໄຂ່, ພີ່ນ້ອງທາງຜົວ ແລະຄົນນອກຕະກຸນ ຖືພາແທນ.

ເຖິງແມ່ນວ່າ ຂໍ້ຕົກລົງສະບັບດັ່ງກ່າວ ຈະຖືກປະກາດ ແລະບັງຄັບໃຊ້ ມາຕັ້ງແຕ່ປີ 2021 ແຕ່ເຈົ້າໜ້າທີ່ ກໍຍັງບໍ່ສາມາດຄວບຄຸມຄົນຈີນ ທີ່ຕ້ອງການຈ້າງແມ່ຍິງລາວ ໃຫ້ຖືພາແທນໄດ້ ຍ້ອນມີຊ່ອງວ່າງທາງກົດໝາຍ ທີ່ເປີດໂອກາດໃຫ້ຄົນຈີນ ສາມາດວ່າຈ້າງໄດ້ຢູ່ ເຖິງວ່າມັນເປັນການກະທໍາ ທີ່ເຂົ້າຂ່າຍການຄ້າມະນຸສກໍຕາມ.

ດັ່ງເຈົ້າໜ້າທີ່ ທ່ານດຽວກັນນີ້ກ່າວວ່າ:

“ທາງຈີນເນາະ ທີ່ເຂົາເຄີຍເຮັດຢູ່ກັມພູຊາບໍ່ ປະເທດໄທຍ ແລ້ວເຂົາຫລັ່ງມາລາວນີ້ ມັນນ່າຈະມາເຮັດເອົາເງື່ອນໄຂ ໂດຍອີງໃສ່ເອກະສານໂຕນີ້ເອົາມາເຮັດ ແລ້ວແບບວ່າ ຄັນເຈົ້ນໜ້າທີ່ໄປຊື້ຈ້າງແນວໃດ ກໍຊື້ຈ້າງຈອບອອຍເອົາຫັ້ນນ່າ. ຊື້ຈ້າງແບບວ່າໃຫ້ສິນຍົນເຈົ້າໜ້າທີ່ ເຈົ້າໜ້າທີ່ ຜູ້ໄປກວດຫັ້ນນ່າ ຜູ້ໄປກວດລະບຽບການໂຕນີ້ ບໍ່ແມ່ນຍາດພີ່ນ້ອງ ຫໍຢາກກວດວ່າ ເປັນຍາດພີ່ນ້ອງຊີ້ນ່າ ຫລັກການແບບນີ້ນ່າ. ອື ຂ້ອຍເຄີຍໄດ້ຍິນ ເຂົາຈັບຄົນຈີນ ຢູ່ທາງພາກເໜືອທີ່ວ່າ ມາຈ້າງອູ້ມບຸນນ່າ ເຂົາກໍຈັບໄດ້.”

ອີງຕາມການຣາຍງານ ຂອງທ່ານ ກິແກ້ວ ໄຂຄໍາພິທູນ ຮອງນາຍົກຣັຖມົນຕຣີ, ປະທານຄະນະກັມມະການ ຕ້ານການຄ້າມະນຸສ ລະດັບຊາຕ ຂອງລາວ ຕໍ່ກອງປະຊຸມ ສລຸບວຽກງານການຄ້າມະນຸສ ປະຈໍາປີ 2021 ແລະທິດທາງແຜນການ ປະຈໍາປີ 2022 ທີ່ໄດ້ຈັດຂື້ນໃນມື້ວັນທີ 18 ກຸມພາ 2022 ທີ່ຜ່ານມາ ແລ້ວແມ່ນວ່າ ອາຊຍາກໍາ ດ້ານການຄ້າມະນຸສ ໃນປະເທດລາວ ຍັງເກີດຂຶ້ນຢ່າງຕໍ່ເນື່ອງ ແລະມີຮູບແບບໃໝ່ໆ ທີ່ມີລັກສະນະສັບສົນ ດ້ວຍຫລາຍຮູບແບບ ເປັນ ຕົ້ນ ການຕົວະຍົວະ ຫລອກລວງ ໄປຂາຍແຮງງານ, ຂາຍບໍຣິການທາງເພດ, ການຂົນຂວາຍ ເອົາແມ່ຍິງລາວ ໄປແຕ່ງດອງແອບແຝງ ກັບຄົນຕ່າງປະເທດ, ການຮັບຈ້າງຖືພາແທນ ແລະການຖ່າຍທອດສົດ ການເປືອຍກາຍ ຂອງຍິງ-ຊາຍ ທີ່ເຜີຍແຜ່ທາງສື່ສັງຄົມອອນລາຍນ໌.

ທ່ານກ່າວຕື່ມວ່າ ການຊ່ອຍເຫລືອ ແລະການສົ່ງໂຕ ຜູ້ຖືກເຄາະຮ້າຍກັບ ຍັງບໍ່ທັນກົມກຽວ ເຮັດໃຫ້ການຕອບສນອງດ້ານງົບປະມານເບື້ອງຕົ້ນ ໃຫ້ແກ່ຜູ້ຖືກເຄາະຮ້າຍ ຍັງມີຈໍາກັດ ຮວມທັງການຕິດຕາມ ພາຍຫລັງຜູ້ຖືກເຄາະຮ້າຍ ກັບຄືນສັງຄົມ ແລະຄອບຄົວ ແມ່ນຍັງເຮັດໄດ້ໜ້ອຍ ແລະຣາຍງານ ຂອງກອງທຶນເພື່ອເດັກນ້ອຍ ຂອງສະຫະປະຊາຊາຕ ຫລື UNICEF ປະຈໍາປະເທດລາວ ເມື່ອເດືອນມິນາ 2022 ລະບຸວ່າ ຮູບແບບຂອງການຄ້າມະນຸສ ທີ່ພົບເຫັນຢ່າງແຜ່ຫລາຍ ໃນປະເທດລາວ ມີທັງການບັງຄັບໃຫ້ແຕ່ງດອງແອບແຝງ, ການຂູດຮີດແຮງງານ ແລະການຄ້າທາງເພດ ຮວມໄປເຖິງ ການຈ້າງໃຫ້ຖືພາແທນ. ການຈ້າງໃຫ້ຖືພາແທນນີ້ ແມ່ນມີສັດສ່ວນເພີ່ມຫລາຍຂຶ້ນ ພາຍຫລັງທີ່ທາງການໄທຍ ແລະກັມພູຊາ ອອກກົດໝາຍ ປາບປາມຂະບວນການຖືພາແທນ ທີ່ເຮັດໃຫ້ທຸຣະກິຈນີ້ ເຄື່ອນຍ້າຍໄປປະເທດລາວ ແລະມາເລເຊັຍ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.