ເຣື້ອງທີ່ເກັບບັນທຶກໄວ້
2023-06-14
ເຂື່ອນໄຟຟ້ານໍ້າເທີນ 1 ປ່ອຍນໍ້າ, ແຕ່ບໍ່ມີການແຈ້ງເຕືອນລ່ວງໜ້າ ໃຫ້ຊາວບ້ານຢູ່ດ້ານລຸ່ມ ຂອງເຂື່ອນຮັບຮູ້ ແລະ ຕຣຽມຄວາມພ້ອມ ຊຶ່ງການປ່ອຍນ້ຳ ອອກຈາກເຂື່ອນດັ່ງກ່າວ ອາດສ້າງຄວາມເສັຍຫາຍ ໃຫ້ຊາວບ້ານ ໂດຍສະເພາະ ພືດພັນທາງການກະເສດ ແລະ ຊັບສິນຂອງຊາວບ້ານ ທີ່ຢູ່ແຄມນ້ຳ ສາຍດັ່ງກ່າວ.
2023-06-14
ປະຊາຊົນຢູ່ 4 ແຂວງ ຍັງຂາດເຂີນເຂົ້າກິນ ເຊິ່ງບາງແຂວງ ເປັນຍ້ອນຖືກຜົລກະທົບ ຈາກນ້ຳຖ້ວມ ແລະ ບາງສ່ວນ ກໍເປັນຍ້ອນ ບໍ່ມີດິນຜລິດກະສິກັມ ຫຼັງຈາກເຊົາເຮັດໄຮ່ເລືອຍລອຍ ຕາມນະໂຍບາຍ ຂອງທາງການ, ຊຶ່ງໄດ້ພຽງແຕ່ຮັບຈ້າງເຮັດວຽກ ຢູ່ຕາມສວນຢາງພາຣາ ແຕ່ຄ່າຈ້າງໜ້ອຍ ແລະ ລາຄາເຂົ້າແພງ ຈຶ່ງເຮັດໃຫ້ຂາດເຂົ້າກິນ.
2023-06-13
12 ມິຖຸນານີ້, ຄົບຮອບ 21 ປີ ແຫ່ງວັນຕໍ່ຕ້ານ ການໃຊ້ແຮງງານເດັກ ສາກົລ ຫຼື World Day Against Child Labor ເຊິ່ງມີຣາຍງານວ່າ ສປປ ລາວ ຍັງພົບມີການໃຊ້ແຮງງານເດັກ ໂດຍສະເພາະ ເດັກຊົນເຜົ່າ ຢູ່ເຂດຫ່າງໄກສອກຫຼີກ ຈະອອກໂຮງຮຽນ ແຕ່ອາຍຸຍັງນ້ອຍ ເພື່ອເຮັດວຽກ ຫາລາຍໄດ້ຈຸນເຈືອຄອບຄົວ.
2023-06-13
ເຈົ້າໜ້າທີ່ຕຳຣວດ ສືບສວນ-ສອບສວນ ຄະດີອາຍາ ແລະ ເສຖກິຈ ກອງບັນຊາການ ປ້ອງກັນຄວາມສງົບ ເມືອງສິງ ແຂວງຫຼວງນ້ຳທາ ໄດ້ມອບຣົຖໃຫຍ່ ຈຳນວນ 4 ຄັນ ທີ່ນຳເຂົ້າມາ ບໍ່ຖືກຕ້ອງຕາມກົດໝາຍ ໃຫ້ແກ່ເຈົ້າໜ້າທີ່ພາສີ ແຂວງຫຼວງນ້ຳທາ ເພື່ອໃຫ້ ດຳເນີນການຕາມກົດໝາຍຕໍ່ໄປ.
2023-06-13
ທ້າວ ສີລະສອນ ຄໍາສຸກສະຫວັດ ຜູ້ປຸ້ນຮ້ານຄໍາພໍໃຈ ສາຂານະຄອນຫລວງວຽງຈັນ ເສັຍຊີວິດແບບໜ້າສົງສັຍໃນລະຫວ່າງທີ່ຕໍາຣວດລາວ ຄວບຄຸມໂຕ ເຊິ່ງມີການເຜີຍແຜ່ ຕາມສື່ສັງຄົມອອນລາຍນ໌, ແຕ່ຕໍາຣວດ ນະຄອນຫລວງວຽງຈັນ ຍັງບໍ່ມີຖແລງການໃນ ເຣື່ອງດັ່ງກ່າວ.
2023-06-13
ລາຄານ້ຳມັນ ຂາຍຍ່ອຍ ໃນຂອບເຂດທົ່ວປະເທດ ປັບຂຶ້ນ ໂດຍເຣີ່ມປະຕິບັດ ໃນວັນທີ 8 ມິຖຸນາ 2023 ນີ້ ເປັນຕົ້ນໄປ ແຕ່ເມື່ອທຽບໃສ່ ໄລຍະທີ່ຜ່ານມາ ຖືວ່າຍັງຢູ່ໃນລະດັບທີ່ປົກກະຕິ ຂະນະທີ່ລາຄານ້ຳມັນ ແລະສິ່ງຂອງ ແພງຂຶ້ນເລື້ອຍໆ ກໍຕາມ ເຮັດໃຫ້ປະຊາຊົນ ໄດ້ຮັບຜົລກະທົບ ຢ່າງໜັກ.
2023-06-13
ຊາວບ້ານເກືອບ 200 ຄອບຄົວຢູ່ບ້ານດອນກາງຂອງ ຊຶ່ງເປັນດອນກາງແມ່ນໍ້າຂອງ ໃນເຂດເມືອງສັງທອງ ນະຄອນຫລວງວຽງຈັນ ຈະຖືກໃຫ້ໂຍກຍ້າຍ ໄປຢູ່ບ່ອນໃໝ່ ເພື່ອໃຫ້ບໍຣິສັດ ຂອງເກົາຫລີໃຕ້ ກໍ່ສ້າງສນາມກັອບ ແລະຣີສອດ, ຂະນະນີ້ ຍັງຢູ່ໃນຂັ້ນຕອນການສໍາຣວດ.
2023-06-13
ຄົນງານຍັງຖືກຂູດຮີດ ຄ່າຈ້າງ ບໍ່ສາມາດ ຮຽກຮ້ອງສິດໄດ້, ລາວ-ວຽດນາມ ຫາລືໂຄງການ ຖານຂໍ້ມູນພົລເມືອງລາວ, ບັດປະຈຳໂຕ ທັນສໄມ, ການປະຕິບຮູບ ຣັຖວິສາຫະກິຈ ໄຟຟ້າລາວ ຍັງບໍ່ໄປ-ບໍ່ມາ.
2023-06-12
ອົງການອາຫານ ແລະກະເສດ ແຫ່ງສະຫະປະຊາຊາຕ ຣາຍງານວ່າ ປະເທດລາວ ໄດ້ຮັບຜົລກະທົບຢ່າງໜັກ ຈາກການຣະບາດ ຂອງໂຄວິດ-19, ການປ່ຽນແປງ ສະພາບດິນຟ້າອາກາດ ແລະການຂຶ້ນລາຄາ ອາຫານຄົນ, ອາຫານສັດ, ນ້ຳມັນຣົຖ, ປຸ໋ຍ ແລະ ບັນຫາເງິນເຟີ້.
2023-06-12
ຫຼັງເກັບກ່ຽວຜົລຜລິດ ຣະດູແລ້ງແລ້ວ ຊາວນາຢູ່ເມືອງລາວ ກໍຈະເຣີ່ມກຽມເຮັດນາຣະດູຝົນ ໂດຍສະເພາະເຂົ້ານາປີ ແຕ່ມາຮອດປັດຈຸບັນ ການກຽມຕົກກ້າ ຖືວ່າຫຼ້າຊ້າຫຼາຍ ຍ້ອນຝົນບໍ່ຕົກຕາມຣະດູການ ແລະ ເຖິງຈະຕົກ ກໍຕົກໜ້ອຍ ບໍ່ພໍພຽງກັບການເຮັດກະເສດ ທີ່ຍັງເພິ່ງນ້ຳຝົນເປັນຫຼັກ.
2023-06-12
ຕຳຣວດໄທຍ ຈັບຜູ້ຖືກກ່າວຫາ ປຸ້ນຮ້ານຄຳ “ພໍໃຈ” ພາຍຫຼັງຫລົບໜີເຂົ້າປະເທດໄທຍ ເຊິ່ງມີການສົ່ງມອບ ຜູ້ຕ້ອງຫາຄົນດັ່ງກ່າວ ໃຫ້ເຈົ້າໜ້າທີ່ຕຳຣວດລາວ ໃນວັນທີ 10 ມິຖຸນາ, ຂະນະທີ່ເຫດການນີ້ ໄດ້ສ້າງຄວາມວິຕົກກັງວົນໃຈ ໃຫ້ເຈົ້າຂອງຮ້ານຂາຍຄຳຫຼາຍແຫ່ງ ໃນເຣື່ອງຄວາມປອດພັຍ ໃນຊີວິດແລະຊັບສິນ.
2023-06-12
ຜູ້ທີ່ຢູ່ໃນເຂດຊົນນະບົດ ຍັງມີສຸຂພາບ ແລະຊີວິດການເປັນຢູ່ ບໍ່ດີເທົ່າທີ່ຄວນ ເຊິ່ງກໍຍາກທີ່ຈະໃຫ້ບັນລຸເປົ້າໝາຍ ການພັທນາແບບຍືນຍົງ ຕາມເປົ້າໝາຍທີ່ 3 ຄືໃຫ້ປະຊາຊົນລາວ ມີສຸຂທີ່ດີ ແລະ ຊີວິດການເປັນຢູ່ທີ່ດີ ພາຍໃນປີ 2030.
2023-06-12
ຊາວບ້ານ ບ້ານແສງສວ່າງ ເມືອງແກ້ວອຸດົມ ແຂວງວຽງຈັນ ຫຼາຍຄອບຄົວ ທີ່ຖືກໂຍກຍ້າຍ ອອກຈາກໂຄງການ ພັທນາພື້ນຖານ ແລະ ສິ່ງອຳນວຍຄວາມສະດວກ ອ່າງນໍ້າງື່ມ 1 ຍັງບໍ່ໄດ້ຄ່າຊົດເຊີຍ ຕາມທີ່ກຳນົດນັ້ນເທື່ອ.
2023-06-11
ຍາປ້າ ຄໍາຕັນ ສຸ້ຍດາໄຣ ໄຊຍະຣາດ ພ້ອມດ້ວຍພວກລູກໆ 9 ຄົນ ຈາກບ້ານດອນໜູນ ເມືອງໄຊທານີ ນະຄອນຫລວງວຽງຈັນ ທີ່ໄດ້ພາກັນ ອົພຍົບ ໄປອາສັຍຢູ່ສູນໜອງຄາຍ ທີ່ປະເທດໄທຍ ເມື່ອປີ 1977 ແລະ ໄດ້ມາຢູ່ ປະເທດຝຣັ່ງເສດໃນປີ 1979.
2023-06-09
ອັດຕຣາແລກປ່ຽນ ຍັງສືບຕໍ່ຂຶ້ນລາຍວັນ ທະນາຄານກາງ ເລັ່ງຄວບຄຸມ ໃຫ້ເຂົ້າສູ່ລະບົບ ເຊິ່ງປັດຈຸບັນອັດຕຣາແລກປ່ຽນ ຜັນຜວນ ແລະປະຊາຊົນກໍຫວັງ ໃຫ້ທາງການເລັ່ງແກ້ ໄຂຮີບດ່ວນ ເພາະບໍ່ສາມາດຮັບໄດ້ແລ້ວ.