ຊາວບ້ານ ທີ່ຖືຖໂຄງການພັທນາ ອ່າງນ້ຳງື່ມ 1 ຍັງບໍ່ໄດ້ຄ່າຊົດເຊີຍ
2023.06.12
ປັດຈຸບັນປະຊາຊົນ 19 ຄອບຄົວ ຢູ່ບ້ານແສງສວ່າງ ເມືອງແກ້ວອຸດົມ ແຂວງວຽງຈັນ ທີ່ຖືກໂຍກຍ້າຍອອກ ຈາກໂຄງການພັທນາພື້ນຖານ ແລະສິ່ງອຳນວຍຄວາມສະດວກ ອ່າງນໍ້າງື່ມ 1 ຍັງບໍ່ໄດ້ຄ່າຊົດເຊີຍຄອບຄົວລະ 150 ລ້ານກີບ ນັ້ນເທື່ອ. ປັດຈຸບັນຊາວບ້ານ ຊອກທີ່ດິນຄອບຄົວລະຕອນ ໄດ້ແລ້ວ ແລະ ກຳລັງຕຣຽມປຸກຕູບ ຫຼື ເຮືອນພັກໄວ້ຄ້າຂາຍເຄື່ອງ ແລະໄວ້ຢູ່ອາສັຍ ໃນເຂດບ່ອນໃໝ່, ແຕ່ຍັງບໍ່ມີນໍ້າປະປາ ແລະໄຟຟ້າ ເຂົ້າເຖິງ.
ດັ່ງເຈົ້າໜ້າທີ່ ໂຄງການພັທນາໂຄງລ່າງພື້ນຖານ ແລະສິ່ງອຳນວຍຄວາມສະດວກ ອ່າງນໍ້າງື່ມ 1 ກ່າວຕໍ່ວິທຍຸ ເອເຊັຽ ເສຣີ ໃນວັນທີ 9 ມິຖຸນາ ນີ້ວ່າ:
“ຄອບຄົວນຶ່ງ ກໍບໍ່ໄດ້ຫຼາຍເນາະ ຄັນໄລ່ເປັນເງິນກີບ ກໍຊິຕົກຢູ່ປະມານ 150 ກ່ວາລ້ານກີບ ແລ້ວປະຊາຊົນເຫັນດີ ເປັນເອກະພາບ ແລ້ວໄປຊື້ເອົາດິນຕອນນຶ່ງ ແລ້ວມາແບ່ງກັນ ເອີ້ນວ່າດິນທີ່ເຂົາເຈົ້າຢູ່ຫັ້ນ ເປັນດິນຂອງເຂົາເຈົ້າ ເອງກໍຄິດວ່າອັນນ່າ ພາຍຫຼັງທີ່ພວກເຮົາຕົກລົງກັນໄດ້ ໝົດເນາະ ກໍຖືວ່າທາງໂຄງການ ກໍຊິຈ່າຍເງິນໃຫ້ກໍຊິເອົາໄຟຟ້າເຂົ້າ ເອົານໍ້າປະປາເຂົ້າກໍເປັນການວາງແຜນໄວ້.”
ຄ່າຊົດເຊີຍ ທີ່ໂຄງການຈະຈ່າຍໃຫ້ ຄອບຄົວລະ 150 ລ້ານກີບນັ້ນ ຈະເປັນຄ່າຊື້ທີ່ດິນບ່ອນໃໝ່ ເຊິ່ງປະຊາຊົນຈຳນວນ 19 ຄອບຄົວຈະໄດ້ເປັນເຈົ້າຂອງ ຢ່າງຖືກຕ້ອງຕາມກົດໝາຍ ແລະຈະເປັນຄ່າຕິດຕັ້ງລະບົບນໍ້າປະປາ ແລະ ລະບົບໄຟຟ້າ ເຂົ້າໃຫ້ພວກເຂົານຳ. ປັດຈຸບັນ ບັນຫາມີຢູ່ວ່າເງິນຊົດເຊີຍ ຈຳນວນ 150 ລ້ານກີບນັ້ນ ທາງໂຄງຍັງບໍ່ທັນໄດ້ຮັບເງິນ ຈາກທະນາຄານພັທນາ ເອເຊັຽ ເທື່ອຍັງຢູ່ໃນຂັ້ນຕອນການຂຽນບົດຣາຍງານ ເພື່ອສເນີໃຫ້ທະນາຄານ ອະນຸມັດໃຫ້ປະຊາຊົນ 19 ຄອບຄົວນັ້ນ ພາຍຫຼັງປະຊາຊົນທັງ 19 ຄອບຄົວໄດ້ເຊັນຍອມຮັບເອົາ. ອີກຢ່າງນຶ່ງປະຊາຊົນ ຈຳນວນດັ່ງກ່າວ ຈະບໍ່ໄດ້ເງິນສົດຈາກທະນາຄານ ໂດຍຕຣົງເນື່ອງຈາກໂຄງການ ຢ້ານວ່າປະຊາຊົນຈະເອົາເງິນໄປຊື້ ແນວອື່ນທີ່ບໍ່ແມ່ນຊື້ດິນເປັນຂອງໂຕເອງ ແຕ່ທະນາຄານຈະໂອນໃຫ້ໂຄງການ ໄປຈ່າຍຄ່າຊື້ທີ່ດິນຕອນໃໝ່ໃຫ້ ແລະຈ່າຍຄ່າຕິດຕັ້ງ ລະບົບນໍ້າປະປາ ແລະລະບົບໄຟຟ້າ.
ດັ່ງເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ເມືອງແກ້ວອຸດົມ ກ່າວໃນມື້ດຽວກັນວ່າ:
“ເອີການຈ່າຍເງິນ ຈ່າຍຄຳ ຫັ້ນນ່າເຮົາບໍ່ເອົາເປັນເງິນສົດ ໃຫ້ປະຊາຊົນຫັ້ນເບາະ ຢ້ານເຂົາເຈົ້າຊິເອົາໄປຈາຍອັນໃໝ່ ແລ້ວຊິບໍ່ໄດ້ດິນເນາະຕາມເງື່ອນໄຂ ຂອງໂຄງການມັນຈະມີແຜນຈ່າຍ ກໍເຫັນຢູ່ 150 ລ້າຍປາຍກີບ ແລ້ວມັນມີ 3 ຣາຍການນຶ່ງມາມີດິນແດ່ ສອງມາແລ້ວນໍ້າປະປາ ສາມແລ້ວໄຟຟ້າ ເຂົາເຈົ້າກໍບໍ່ໄດ້ຂັດຂ້ອງ ປະຊາຊົນຫັ້ນເນາະ ແຕ່ລະຄັ້ງເຮົາຕ້ອງແມ່ນຖາມຄວາມສະມັກໃຈ ເຂົາເຈົ້າມີບ່ອນທີ່ເຮົາຈັດສັນເຮົາກໍໃຫ້ໂອກາດ ເຂົາເຈົ້າໄປເລືອກເອົາ ເຂົາເຈົ້າມັນບ່ອນໃດບ່ອນໃດເນາະ ໂດຍທີ່ວ່າບໍ່ໃຫ້ມັນຂັດແຜນ ເອດີບີ ໂດຍແຜນ ເອດີບີ ບໍ່ໃຫ້ຫ່າງໄກ 6 ຫຼັກ ເຮົາກໍຈັດຢູ່ຫັ້ນປະມານ 2-3 ຫຼັກ.”
ນອກຈາກນີ້ປະຊຊົນຈຳນວນ 19 ຄອບຄົວນັ້ນກໍເຄີຍບໍ່ພໍໃຈ ທີ່ໄດ້ຮັບຄ່າຊົດເຊີຍຄອບຄົວລະ 150 ລ້ານກີບ ຍ້ອນມັນບໍ່ພຽງພໍສໍາລັບຊື້ທີ່ດິນໃໝ່ ແຕ່ເມື່ອເບິ່ງເຖິງອະນາຄົດ ພວກເຂົາເຈົ້າຈະໄດ້ເປັນເຈົ້າຂອງດິນມີເຮືອນພັກ ແລະຮ້ານຂາຍເຄື່ອງ ເປັນຂອງໂຕເອງ ໂດຍບໍ່ຕ້ອງອາສັຍ ດິນຣັຖກໍຖືວ່າຄຸ້ມຄ່າ ຈຶ່ງຈຳເປັນຕ້ອງຍອມຮັບຄ່າຊົດເຊີຍ 150 ລ້ານກີບ ນັ້ນ.
ດັ່ງເຈົ້າໜ້າທີ່ ໂຄງການພັທນາໂຄງຮ່າງພື້ນຖານ ແລະ ສິ່ງອຳນວຍຄວາມສະດວກ ອ່າງນໍ້າງື່ມຜູ້ດຽວກັນກ່າວວ່າ:
“ມັນກໍບໍ່ພຽງພໍເນາະ ແຕ່ວ່າມັນເປັນການແກ້ໄຂ ເອີ້ນວ່າຈາກທີ່ເຈົ້າບໍ່ມີດິນຢູ່ອາສັຍ ແລ້ວທາງໂຄງການມາຈັດສັນໃຫ້ ເຈົ້າມີດິນຢູ່ຖາວອນຫັ້ນນ່າ ເພາະວ່າຜ່ານມາເຂົາເຈົ້າໄປຢູ່ຫັ້ນ ເປັນດິນຂອງຣັຖເງື່ອນໄຂ ຜ່ານມາເອີ້ນວ່າ ເຈົ້າໄປຢູ່ກໍໄດ້ແຕ່ຖ້າຫາກມີໂຄງການ ເຈົ້າຈຳເປັນຕ້ອງໂຍກຍ້າຍ ໂດຍບໍ່ມີເງືອນໄຂ.”
ທ່ານກ່າວຕື່ມວ່າ ໂຄງການຈ່າຍເງິນຄ່າຊົດເຊີຍ ໃຫ້ປະຊາຊົນຈຳນວນ 19 ຄອບຄົວນີ້ ຖືວ່າເປັນນະໂຍບາຍເພີ່ມ ນອກເໜືອຈາກແຜນທີ່ໂຄງການ ວາງໄວ້ເນື່ອງຈາກທີ່ດິນເກົ່າ ທີ່ພວກເຂົາອາສັຍຢູ່ ເປັນດິນ ຂອງຣັຖບານທີ່ປະຊາຊົນ ຈຳນວນດັ່ງກ່າວ ບໍ່ມີໃບຕາດິນຖາວອນ.
ປັດຈຸບັນ ໂຄງການພັທນາ ໂຄງຮ່າງພື້ນຖານ ແລະສິ່ງອໍານວຍຄວາມສະດວກ ອ່າງນໍ້າງື່ມ 1 ແມ່ນມີຄວາມຄືບໜ້າ 54.23% ໂດຍສະເພາະ ການກໍ່ສ້າງເສັ້ນທາງເຂົ້າໄປຫາ ເຂດທ່ອງທ່ຽວອ່າງນໍ້າງື່ມ ໃກ້ສຳເຣັດ 100% ແລ້ວ. ນອກນັ້ນກໍໄດ້ປັບປຸງ ເສັ້ນທາງຈາກທາງປູຢາງ ເປັນທາງເບຕົ້ງມີຄວາມຍາວ 6 ກິໂລແມັດ, ກ້້ວາງ 6 ແມັດ, ໜາ 17 ຊັງຕີແມັດ. ປັບປຸງທ່າຈອດເຮືອ ເຂດມາລິນາເຊິ່ງມີເນື້ອທີ່ 22,689 ຕາແມັດ ພ້ອມກັບເຮັດກະຕ່າຫີນ ກັນເຈື່ອນລຽບແຄມນໍ້າງື່ມ ແລະໜ້າວຽກອື່ນໆ ອີງຕາມການຣາຍງານ ຂອງໂທຣະພາບແຂວງວຽງຈັນ ໃນວັນທີ 5 ມິຖຸນາທີ່ຜ່ານມາ.
ທາງເຈົ້າໜ້າທີ່ ທີ່ກ່ຽວຂ້ອງແຂວງວຽງຈັນ ຄາດວ່າປະມານທ້າຍປີ 2024 ໂຄງການ ດັ່ງກ່າວ ຈະສາມາດເປີດຮັບແຂກ ບໍຣິການນັກທ່ອງທ່ຽວໄດ້. ປັດຈຸບັນນັບແຕ່ເດືອນພຶສພາ 2022 ເປັນຕົ້ນມາ ອ່າງນໍ້າງື່ມ 1 ງົດໃຫ້ການທ່ອງທ່ຽວ ຊົ່ວຄາວ ເພື່ອອຳນວຍຄວາມສະດວກ ໃຫ້ແກ່ວຽກງານກໍ່ສ້າງໂຄງການ.
ດັ່ງເຈົ້າໜ້າທີ່ ທີ່ກ່ຽວຂ້ອງແຂວງວຽງຈັນ ກ່າວໃນມື້ດຽວກັນວ່າ:
“ປູທາງຄອນກຣີດແລ້ວ, ປະມານ 80%ແລ້ວ. ແລ້ວພື້ນຖານໂຄງຮ່າງ ກໍ່ບ່ອນຊົມວີວ ບ່ອນຫຍັງ ຫ້າງຮ້ານ ຕຶກອາຄານ ອິຫຍັງກຳລັງກໍສ້າງ ເຈົ້າ. ຕາມແຜນການທ້າຍປີ 2024 ໜ້າຈະແລ້ວສຳເຣັດ ສົມບູນ.”
ຈຳນວນປະຊາຊົນ ທີ່ໄດ້ຮັບຜົນກະທົບ ຈາກໂຄງການນີ້ ຕາມໂຕຈິງມີປະມານ 50 ຄອບຄົວໃນນັ້ນ 19 ຄອບຄົວ ຄືກຸ່ມປະຊາຊົນ ທີ່ບໍ່ມີດິນທຳກິນ ທາງໂຄງການຈຶ່ງ ຈ່າຍຄ່າຊົດເຊີຍ 150 ລ້ານກີບໃຫ້. ສ່ວນອີກ 31 ຄອບຄົວ ຄືກຸ່ມປະຊາຊົນ ທີ່ມີດິນທຳກີນຢູ່ບ່ອນອື່ນ ທາງໂຄງການຈຶ່ງຈ່າຍ ເປັນມູນຄ່າສູນເສັຍລາຍໄດ້ ໃນລະຫວ່າງທີ່ໂຄງການ ມີການດຳເນີນການ.
ເຈົ້າໜ້າທີ່ໂຄງການ ພັທນາໂຄງຮ່າງພື້ນຖານ ແລະສິ່ງອໍານວຍຄວາມສະດວກ ອ່າງນໍ້າງື່ມ 1 ຜູ້ດຽວກັນກ່າວ ໃນຕອນທ້າຍວ່າ ຫຼ້າສຸດວັນທີ 2 ມິຖຸນາ 2023 ທີ່ຜ່ານມາວ່າໂຄງການດັ່ງກ່າວ ໄດ້ຮັບການສນັບສນູນ ຈາກທະນາຄານພັທນາ ເອເຊັຽ ເພື່ອພັທນາເຂດດັ່ງກ່າວ ໃຫ້ກາຍເປັນຈຸດໝາຍ ປາຍທາງຂອງນັກທ່ອງທ່ຽວ ແລະເປັນການ ສ້າງວຽກເຮັດງານທຳ ໃຫ້ແກ່ປະຊາຊົນ ໃນທ້ອງຖິ່ນ.