ສປປ ລາວ ໄດ້ຮັບຜົລກະທົບ ຢ່າງໜັກ ຈາກຫຼາຍດ້ານ
2023.06.12

ອົງການອຫານ ແລະກະເສດແຫ່ງ ສະຫະປະຊາຊາຕ ຫຼື FAO ຣາຍງານວ່າ ປະເທດ ແລະຊາຊົນລາວ ໄດ້ຮັບຜົລກະທົບ ຢ່າງໜັກ ຈາກການຣະບາດ ຂອງໂຄວິດ-19, ການປ່ຽນແປງ ສະພາບດິນຟ້າອາກາດ ແລະ ຂຶ້ນລາຄາ ຂອງ 5F (Food, feed, fuel, fertilizer and finance) ຄື: ອາຫານຄົນ, ອາຫານສັດ, ນ້ຳມັນຣົຖ, ປຸ໋ຍ ແລະ ເງິນເຟີ້. ໂຕຢ່າງ ຊາວສວນກາເຟ ຢູ່ເມືອງປາກຊ່ອງ ແຂວງຈຳປາສັກ ຕ້ອງແບກຮັບຕົ້ນທຶນ ການຜລິດກາເຟ ເພີ່ມຂຶ້ນ 2 ເທົ່າ ເມື່ອທຽບໃສ່ເວລາກ່ອນໂຄວິດ-19 ຄື ຕ້ອງຈ່າຍຄ່າຈ້າງຄົນງານ ເກັບເມັດກາເຟ, ຄ່ານໍ້າມັນແອັດຊັງທັມມະດາ ແລະຄ່າປຸ໋ຍແພງຂຶ້ນ 2 ເທົ່າ, ຄ່າຄອງຊີບຖີບໂຕສູງຂຶ້ນ ຈາກເຝີ ຖ້ວຍລະ 20,000 ກີບ ກ່ອນໂຄວິດ ມາປັດຈຸບັນ ພາຍຫຼັງໂຄວິດ-19 ຣະບາດ ເຝີແພງຂຶ້ນ ເປັນຖ້ວຍລະ 40,000 ກີບ.
ດັ່ງຊາວສວນປູກກາເຟ ຢູ່ບ້ານພູຫຼັງແກວ ເມືອງປາກຊ່ອງ ແຂວງຈໍາປາສັກ ກ່າວໃນວັນທີ 8 ມິຖຸນາ ວ່າ:
“ຄ່າຈ້າງຄົນງານ ສອງ ກໍອັນນັ້ນ ຝຸ່ນຕ່າງໆ ອິຫຍັງຂຶ້ນໝົດ ການບົວລະບັດຮັກສາ ຖ້າວ່າສະພາບເສຖກິຈມັນຍັງ ມັນເປັນຈັ່ງຊີ້ ເງິນເຟີ້ ທຸກຢ່າງມັນກໍຕ້ອງ ມັນກໍຕ້ອງເປັນຕ່ອງໂສ້ໄປນໍາກັນຫັ້ນນ່າ ຈາກເຝີ ແຕ່ກີ້ ຖ້ວຍນຶ່ງ 20 ພັນ (ກີບ) ດຽວນີ້ ເປັນ 40 ພັນ ມັນກໍເທົ່າໂຕ.”
ທ່ານກ່າວຕື່ມວ່າ ໃນໄລຍະ 2 ປີ ທີ່ຜ່ານມາ ຍ້ອນໄດ້ຮັບຜົລກະທົບໜັກ ຈາກການຂຶ້ນລາຄາ ຂອງ 5F, ທາງສະມາຄົມກາເຟລາວ ກໍໄດ້ຮັບການສນັບສນູນງົບປະມານ ຈາກອົງການຈັດຕັ້ງສາກົລ ເພື່ອສາມາດດຳເນີນທຸຣະກິຈຕໍ່ໄປໄດ້ ເຊັ່ນ ມີນະໂຍບາຍໃຫ້ເງິນຊ່ອຍເຫຼືອ ແກ່ຊາວສວນກາເຟ ດ້ວຍວິທີການ ບໍ່ເກັບອາກອນຣາຍໄດ້ນໍາ ສ່ວນນະໂຍບາຍໃຫ້ປຸ໋ຍ ໃຫ້ນໍ້າມັນນັ້ນ ຍັງບໍ່ມີເທື່ອ.
ບໍ່ພຽງໄດ້ຮັບຜົລກະທົບ ຈາກການຂຶ້ນລາຄາ ຂອງ 5F ເທົ່ານັ້ນ, ປະຊາຊົນລາວ ຍັງໄດ້ຮັບຜົລກະທົບ ຈາກການປ່ຽນແປງ ຂອງດິນຟ້າອາກາດນຳອີກ, ໂຕຢ່າງ ຊາວນາ ຢູ່ບ້ານນາໜອງຜໍາ ເມືອງຊົນນະບູຣີ ແຂວງສວັນນະເຂດ ທີ່ປູກເຂົ້ານາແຊງ ບໍ່ມີນໍ້າພຽງພໍ ສໍາລັບເຮັດນາແຊງ ຍ້ອນຜະເຊີນກັບ ການປ່ຽນແປງສະພາບດິນຟ້າອາກາດ ຄື ໄພແຫ້ງແລ້ງ ໃນຮອບ 20 ປີ ເຮັດໃຫ້ນໍ້າໃນໜອງ ທີ່ຊາວນາ ແລະຫ້ອງການກະສິກັມ ແລະປ່າໄມ້ ເມືອງຊົນນະບູຣີ ຊ່ອຍກັນຂຸດ ເພື່ອໃຫ້ມີບ່ອນກັກເກັບນໍ້າຝົນ ປັດຈຸບັນ ມີສະພາບແຫ້ງແລ້ງແບບບໍ່ເຄີຍເປັນມາກ່ອນ.
ດັ່ງຊາວນາ ຢູ່ບ້ານນາໜອງຜໍາ ກ່າວໃນມື້ດຽວກັນນີ້ວ່າ:
“(ຜົນຜລິດ) ກໍບໍ່ເຕັມປານໃດ ເພາະວ່າປີນີ້ເນາະ ມັນກໍບໍ່ເຕັມ ບໍ່ຄືແຕ່ກອ່ອນ ແຕ່ກ່ອນນໍ້າພໍແລ້ວ ກໍຖືວ່າ ອຸດດົມສົມບູນ ປີນີ້ (ນໍ້າ) ຂາດຫຼາຍ ປີນີ້ ຖືວ່າ ຜົນກໍເນາະ ກໍຫຼຸບຫັ້ນແຫຼະເນາະ ແຕ່ວ່າເງິນຄ່າປຸ໋ຍ ຄ່ານໍ້າມັນທີ່ເຮົາເຮັດຫັ້ນນ່າ ທີ່ເຮົາໄຖຫັ້ນນ່າ ມັນກໍບໍ່ໄດ້ແຫຼະເນາະ ພໍໄດ້ແຕ່ກິນຫັ້ນແຫຼະ ຊຸມທີ່ວ່າ ເຮົາລົງທຶນໄປຫັ້ນ ມັນບໍ່ໄດ້ ມັນຂາດທຶນ ພໍໄດ້ແຕ່ກິນຫັ້ນ.”
ທ່ານກ່າວຕື່ມວ່າ ທີ່ຜ່ານມາ ທາງການລາວ ແລະອົງການສາກົລ ກໍບໍ່ໄດ້ຊ່ອຍປຸ໋ຍ ແລະແນວພັນເຂົ້າ ເພື່ອໃຫ້ຊາວນາຫຼຸດຜ່ອນ ຕົ້ນທຶນການຜລິດແຕ່ຢ່າງໃດ ມີແຕ່ຊ່ອຍເພີ່ມນໍ້າ ຄື ຂຸດໜອງ ເພື່ອເປັນບ່ອນກັກເກັບນໍ້າຝົນ ແຕ່ປີນີ້ ໜອງນໍ້າ ຊໍ້າພັດບົກແຫ້ງ.
ເພື່ອບັນເທົາຜົລກະທົບ ຈາກວິກິດ 5F, ປະເທດເກົາຫຼີໃຕ້ ໄດ້ມີໂຄງການສນັບສນູນ ໃຫ້ຊາວບ້ານ ຢູ່ບ້ານໄຊຈະເລີນ ເມືອງອະນຸວົງ ແຂວງໄຊສົມບູນ ຈໍານວນ 24 ຄອບຄົວ ລ້ຽງໄກ່ລາດ ແຕ່ປີ 2023-2025 ໂດຍທາງໂຄງການ ມອບລູກໄກ່ລາດ ຈໍານວນ 250 ໂຕ ທຸກໆ 3 ເດືອນ ໃຫ້ຊາວບ້ານໄດ້ເບິ່ງແຍງຟຣີ ແບບບໍ່ເສັຍຄ່າ ເພື່ອໃຫ້ຊາວບ້ານຂາຍໄກ່ອອກເປັນຣາຍໄດ້ ແຕ່ບັນຫາພັດມີຢູ່ວ່າ ຊາວບ້ານຕ້ອງໄດ້ຈ່າຍຄ່າລ້ຽງ ເປັນຕົ້ນ ຄ່າອາຫານໄກ່ ແລະຄ່າຢາ ຮັກສາປິ່ນປົວໄກ່ ແພງ; ສລຸບແລ້ວ ຊາວບ້ານ ກໍບໍ່ໄດ້ຫຍັງຫຼາຍ. ຕາມຄວາມເວົ້າ ຂອງເຈົ້າໜ້າທີ່ ໂຄງການລ້ຽງໄກ່ລາດ ຂອງປະເທດເກົາຫຼີໃຕ້ ກ່າວໃນມື້ດຽວກັນນີ້ວ່າ:
“ຖ້າຖາມວ່າ ມັນແຍ່ລົງ ມັນກໍບໍ່ດ້ແຍ່ເດ້ ຄື ຫົວອາຫານເຮົາເພີ່ມເນາະ ບາດນີ້ ເຮົາມາສເລັ່ຍເບິ່ງ ລາຄາໄກ່ ໄກ່ໂລນຶ່ງ ເຮົາຂາຍ ຈາກລາຄາ 40-50 (ພັນກີບ) ດຽວນີ້ ມັນລາຄາຮອດ 70-80 (ພັນກີບ) ແລ້ວເດ້ ໄກ່ໂຕນີ້ ເຮົາລ້ຽງມີຄົນຊື້ຫຼາຍ ໄຂ່ໄກ່ຄືກັນ ເຮົາຂາຍຕອນຊ່ວງ ບໍ່ແມ່ນໂຄວິດນີ້ ແຕະນຶ່ງ 30 ພັນ (ກີບ) ແຕ່ວ່າດຽວນີ້ ເຮົາຂາຍ ແຕະນຶ່ງ 80 ພັນ (ກີບ).”
ກະຊວງກະສິກັມ ແລະປ່າໄມ້ ແລະອົງການອາຫານ ແລະກະເສດ ແຫ່ງສະຫະປະຊາຊາຕ ໄດ້ຮັບຮູ້ບັນຫາກ່ຽວກັບວິກິດ 5F ແລ້ວ ແລະໄດ້ຈັດກອງປະຊຸມ ປຶກສາຫາລື ວາງແຜນແກ້ໄຂບັນຫາທັງ 5.
ດັ່ງເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ກະຊວງກະສິກັມ ແລະປ່າໄມ້ ກ່າວໃນມື້ດຽວກັນນີ້ວ່າ:
“ກ່ຽວກັບເຣື່ອງ Food Systems. ຈະມີແຕ່ເຣື້ອງ Action plan ຊື່ໆ ສໍາລັບຈັດໃສ່ລະບົບ Food Systems ມີແຕ່ວາງກິຈກັມກັນຊື່ໆ ວ່າຊິເຮັດຈັ່ງໃດ ໃຫ້ມັນຍືນຍົງ. ກໍຊິກ່ຽວກັນກວ່າ ມັນຊິເຮັດຈັ່ງໃດ ເວລາລາຄາຂຶ້ນ. ແລ້ວເຮົາຊິເຮັດຫຍັງໄດ້ ມີແຕ່ຍັງບໍ່ໄດ້ຊັດເຈນຈັ່ງຊີ້ນ່າ. ເຮົາຊິ ຊິວາງແຜນການຈັ່ງໃດ.”
ວ່າງ 2-3 ເດືອນຜ່ານມາ ອົງການອາຫານ ແລະກະເສດ ແຫ່ງສະຫະປະຊາຊາຕ (FAO) ໄດ້ສນັບສນູນ ກະຊວງກະສິກັມ ແລະປ່າໄມ້ຂອງລາວ ແລະຈະຈັດກອງປະຊຸມອີກເທື່ອນຶ່ງ ໃນເດືອນກໍຣະກະດາ ຈະມາເຖິງນີ້ ເພື່ອວາງແຜນແກ້ໄຂວິກິດ 5F ທີ່ກ່າວມານັ້ນ.