ເຣື້ອງທີ່ເກັບບັນທຶກໄວ້
2024-04-12
ຊາວບ້ານຈຳນວນໜຶ່ງ ຢູ່ເມືອງລອງ ແຂວງຫຼວງນ້ຳທາ ລັກລອບປູກຝິ່ນຂາຍໃຫ້ນາຍທຶນຊາວມຽນມ້າ ແລະ ນາຍທຶນຈີນ ຂະນະທີ່ຫລ້າສຸດນີ້ ເຈົ້າໜ້າທີ່ ປກສ ເມືອງລອງ ໄດ້ບຸກເຂົ້າທຳລາຍສວນຝິ່ນແລ້ວ 5 ເຮັກຕ້າຣ໌ ພ້ອມສຶກສາອົບຮົມ ຜູ້ທີ່ລັກລອບປູກ.
2024-04-12
ໃນວັນທີ 12 ເດືອນເມສາ 2024 ນີ້ ຄົນງານລາວ ຈຳນວນຫຼາຍກວ່າ 50 ຄົນ ພວມທະຍອຍ ເດີນທາງ ກັບຄືນບ້ານ ຢູ່ແຂວງສະຫວັນນະເຂດ, ແຂວງສາລະວັນ ແລະ ແຂວງຄຳມ່ວນ ໃນໄລຍະ ບຸນປີໃໝ່ລາວ ເພື່ອສະເຫຼີມສະຫຼອງບຸນປີໃໝ່ລາວ ນຳຄອບຄົວ.
2024-04-12
ບັນຫາຂາດເຂີນພະນັກງານ ໃນຂະແໜງການທໍລະນີສາດ ແລະ ບໍ່ແຮ່ ເຊິ່ງເປັນວຽກງານ ທີ່ເບິ່ງໂຄງການບໍ່ແຮ່ໂດຍກົງ ຂະນະທີ່ ບໍ່ແຮ່ໃນລາວນັບມື້ຫຼາຍຂຶ້ນ ສົ່ງຜົນໃຫ້ບໍ່ສາມາດຄຸ້ມຄອງ ໂຄງການບໍ່ແຮ່ ຢ່າງທົ່ວເຖິງ ແລະມີປະສິດທິພາບ.
2024-04-11
ເມື່ອບໍ່ດົນມານີ້ ໄດ້ມີຄລິບວິດິໂອ ເຜີຍແຜ່ລົງໃນສື່ສັງຄົມອອນລາຍ ເຫດການກ່ຽວກັບ ເຈົ້າໜ້າທີ່ຕໍາຫຼວດຈະລາຈອນ ທີ່ຕັ້ງດ່່ານກວດກາລົດ ຢູ່ບ້ານຫ້ວຍກອງ ເມືອງປາກຊ່ອງ ແຂວງຈໍາປາສັກ ແລ້ວມີການຂໍເງິນຈາກຊາວບ້ານຄົນໜຶ່ງ ທີ່ຂັບຂີ່ລົດໄປ-ມາ ຈໍານວນ 100,000 ກີບຕໍ່ຄັນ ເພື່ອເປັນຄ່າກິນນໍ້າກິນໃນ.
2024-04-11
ແມ່ຍິງລາວ 3 ຄົນ ທີ່ຖືກຄ້າມະນຸດ ຢູ່ຮ້ານບັນເທິງຂອງຈີນ ໃນປະເທດພະມ້າ ຖືກນຳໄປບຳບັດ ຢູ່ສູນກາງ ສະຫະພັນແມ່ຍິງລາວ ເປັນເວລາ 57 ວັນ, ພາຍຫຼັງກັບຄືນປະເທດລາວ ກ່ອນສົ່ງກັບພູມລຳເນົາເດີມ.
2024-04-11
ແມ່ຍິງລາວ 2 ຄົນ ຈາກແຂວງຫຼວງນໍ້າທາ ໃນຈໍານວນຄົນລາວ 16 ຄົນ ທີ່ຕົກເປັນເຫຍື່ອການຄ້າມະນຸດ ແລະຕິດຄ້າງຢູ່ໂຮງກາສິໂນໂກຊາຍ ຂອງຈີນ ທີ່ເມືອງເມຍວະດີ ປະເທດມຽນມາ (ພະມ້າ) ຕັັ້ງແຕ່ເດືອນສິງຫາ ປີ 2022 ນັ້ນ ມາຮອດມື້ວັນທີ 8 ເດືອນເມສາ ປີ 2024 ນີ້ ພວກນາງ ໄດ້ກັບມາຮອດບ້ານເກີດເມືອງນອນແລ້ວ.
2024-04-10
ທະນາຄານໂລກສືບຕໍ່ສະໜັບສະໜູນ ໂຄງການໃຫ້ປະຊາຊົນລາວ ເຂົ້າເຖິງການບໍລິການ ດ້ານການຮັກສາສຸຂະພາບ ແລະໂພຊະນາການ.
2024-04-10
ເກີດເຫດຊ້າງປ່າທຳຮ້າຍຊາວບ້ານ ຈົນເສຍຊີວິດ ຢູ່ເມືອງປາກລາຍ ແຂວງໄຊຍະບູລີ ຂະນະທີ່ເຫດການຊາວບ້ານ ຖືກຊ້າງປ່າທຳຮ້າຍ ປະກົດໃຫ້ເຫັນຫຼາຍຂຶ້ນ ສາເຫດສ່ວນນຶ່ງ ເປັນຍ້ອນພື້ນທີ່ຫາກິນຂອງຊ້າງປ່າ ຖືກບຸກລຸກ ຈົນຊ້າງອອກຫາກິນພືດກະເສດ ທີ່ຊາວບ້ານປູກໄວ້.
2024-04-10
ພົບການຈຳໜ່າຍສິນຄ້າໝົດອາຍຸ ໃນເມືອງປາກລາຍ ແຂວງໄຊຍະບູລີ ແລະ ເມືອງຮຸນ ແຂວງອຸດົມໄຊ ເຊິ່ງສ່ວນໃຫຍ່ແມ່ນ ປະເພດນົມ, ອາຫານແຊ່ແຂງ, ເຄື່ອງປຸງລົດ, ໝີ່, ເຂົ້າໜົມ, ນໍ້າອັດລົມ ແລະ ເຄື່ອງສຳອາງ ທີ່ນໍາເຂົ້າຈາກຫວຽດນາມ ແລະ ໄທ ທີ່ອາດເປັນອັນຕະລາຍ ຕໍ່ສຸຂະພາບ ຂອງຜູ້ບໍລິໂພກ.
2024-04-10
ນາຍົກລັດຖະມົນຕີ ສະເໜີໃຫ້ທາງການແຂວງອັດຕະປື ເລັ່ງຈ່າຍຄ່າຊົດເຊີຍ ລາຍການທີ 6 ປະເພດຊັບສິນມີຄ່າ ໃຫ້ແກ່ຊາວບ້ານ ທີ່ໄດ້ຮັບຜົນກະທົບ ຈາກເຂື່ອນເຊປ່ຽນ-ເຊນໍ້ານ້ອຍແຕກ ໃຫ້ສໍາເລັດໃນເດືອນມິຖຸນາ 2024.
2024-04-10
ການລ່າສັດປ່າໃນລາວ ຖືກວ່າທີ່ສໍາຄັນຂອງປະເທດລາວ ທີ່ທ້າທາຍລັດຖະບານ ໃນການແກ້ໄຂບັນຫາ ເຖິງແມ່ນວ່າລັດຖະບານລາວ ແລະ ອົງການ ບໍ່ສະແຫວງຫາຜົນກຳໄລ ພະຍາຍາມຕໍ່ເນື່ອງ ເພື່ອຢຸດຕິ ການລ່າສັດປ່າກໍ່ຕາມ ສິ່ງທີ່ສຳຄັນຄືສັດປ່າຫຼາຍຊະນິດ ຢູ່ຄວາມສ່ຽງໃກ້ສູນພັນແລ້ວ.
2024-04-09
ປະເທດລາວ ມີພົນລະເມືອງໜຸ່ມນ້ອຍ ທີ່ອາດຊ່ວຍພັດທະນາເສດຖະກິດ ຖ້າລັດຖະບານ ຍອມປະຕິຮູບ ຫຼືປ່ຽນແປງ.
2024-04-09
ໃນໄລຍະບຸນປີໃໝ່ລາວນີ້ ບາງບໍລິສັດຢູ່ນະຄອນຫຼວງວຽງຈັນ ໄດ້ຕົກລົງທີ່ຈະເພີ່ມເງິນເດືອນ ໃຫ້ແກ່ແຮງງານລາວເພື່ອໃຫ້ສອດຄ່ອງ ກັບຄວາມສາມາດຂອງແຮງງານ ແລະປັບປຸງດ້ານອື່ນໆ ເພື່ອຊຸກຍູ້ໃຫ້ແຮງງານລາວ ກັບມາຊອກຫາວຽກເຮັດໃນລາວຫຼາຍຂຶ້ນ.
2024-04-09
ປະຊາຊົນລາວ ຈຳນວນນຶ່ງ ຢູ່ເມືອງສະໜາມໄຊ ແຂວງອັດຕະປື ມີຂໍ້ຂັດແຍ່ງເລື່ອງທີ່ດິນກັບເຈົ້າໜ້າທີ່ລັດ ເຊິ່ງທີ່ດິນເພື່ອການກະເສດຂອງຊາວບ້ານ ຖືກຍຶດເພື່ອໃຫ້ນາຍທຶນຈີນ ສຳປະທານ ແລະ ຈັດສັນແບ່ງເຊົ່າ ໃຫ້ຊາວບ້ານ ໃນພື້ນທີ່.
2024-04-09
ຫົວໜ້າກົມຄວບຄຸມ ພະຍາດຕິດຕໍ່ ກະຊວງສາທາລະນະສຸກ ໄດ້ລາຍງານວ່າ ມີຜູ້ສົງໄສວ່າເປັນພະຍາດໄຂ້ເລືອດດຳ ຫຼື Anthrax ເພີ່ມຂຶ້ນເປັນ 94 ຄົນ ຈາກທ້າຍເດືອນມີນາ 2024 ທີ່ເຄີຍລາຍງານ ຕິດພຽງ 65 ຄົນ.