ລາວ ຄື 1 ໃນປະເທດ ທີ່ທຸກຍາກທີ່ສຸດ ໃນອາຊີ ຕາເວັນອອກສ່ຽງໃຕ້
2024.04.09
ທ່ານ David Hutt ນັກຂ່າວວິທຍຸເອເຊັຽເສຣີ ໄດ້ຂຽນບົດວິເຄາະໄວ້ວ່າ ລາວເປັນປະເທດນຶ່ງ ທີ່ປະສົບກັບໄຟເງິນເຟີ້ ແຮງທີ່ສຸດໃນອາຊີນັບແຕ່ປີ 2022 ເປັນຕົ້ນມາ, ບໍ່ເທົ່ານັ້ນ ຍັງຕິດໜີ້ຕ່າງປະເທດຫຼາຍກວ່າ 130 ສ່ວນຮ້ອຍຂອງລວມຍອດຜົນຜະລິດພາຍໃນ ຫຼື ຈີດີພີ; ແຕ່ເຖິງຢ່າງໃດກໍດີ ລາວ ທີ່ເປັນປະເທດທີ່ທຸກຍາກທີ່ສຸດອັນດັບສອງ ໃນອາຊີຕາວັນອອກສ່ຽງໃຕ້ ກໍຍັງມີຈຸດດີຫລາຍຢ່າງ ເຊັ່ນ ການທ່ອງທ່ຽວ ກໍກັບຄືນມາຄຶກຄື້ນອີກແລ້ວ ແລະການເປັນປະທານອາຊ່ຽນໃນປີນີ້ ຈະຊ່ວຍເຮັດໃຫ້ປະເທດລາວມີຊື່ສຽງຂຶ້ນໃນໂລກ ແລະອາດຈະສົງຜົນດີຕໍ່ການຄ້າ ແລະເສດຖະກິດຂອງລາວ.
ປະເທດລາວ ອາໄສການສົ່ງອອກໄປຈີນ ເພາະປະເທດຈີນນັ້ນ ຕ້ອງການອາຫານຫຼາຍ ນຳເຂົ້າອາຫານເຖິງ 66 ສ່ວນຮ້ອຍຂອງຄວາມຕ້ອງການ ແລະໃນອານາຄົດ ຄວາມຕ້ອງການອາຫານຂອງຈີນ ແຮ່ງຈະສູງຂຶ້ນ. ສະນັ້ນ ປະເທດລາວ ຈະສົ່ງສິນຄ້າກະສິກຳໄປຈີນຫຼາຍຂຶ້ນພາຍໃນສິບປີຂ້າງໜ້າ; ເມື່ອປີກາຍ, ປີ 2023, ລາວ ສົ່ງສິນຄ້າກະສິກຳໄປຈີນທີ່ມີມູນຄ່າເຖິງ 1.4 ຕື້ດອນລ່າສະຫະລັດ ເພິ້ມຂຶ້ນ 25 ສ່ວນຮ້ອຍເມື່ອທຽບໃສ່ປີກ່ອນ.
ທາງລົດໄຟລາວ-ຈີນ ກໍຈະຊ່ວຍຂົນສົ່ງສິນຄ້າຂອງລາວໄປຈີນ ສະດວກສະບາຍຂຶ້ນ ແລະຖ້າຈີນສ້າງທາງລົດໄຟຄວາມໄວສູງຈາກນະຄອນຫຼວງວຽງຈັນ ເຖິງ ບາງກອກ. ປະເທດລາວ ແລະໄທ ກໍແຮ່ງຈະມີລະບົບການຂົນສົ່ງສິນຄ້າ ທີ່ງ່າຍກວ່າ ແລະຖືກກວ່າ.
ບໍ່ເທົ່ານັ້ນ ຖ້າວຽດນາມສ້າງທາງລົດໄຟຈາກລາວໄປຫາທ່າເຮືອວຸ່ງອັງໃນວຽດນາມ ປະເທດລາວ ກໍຈະສາມາດຂົນສົ່ງສິນຄ້າ ອອກຜ່ານມະຫາສະໝຸດປາຊີຟິກ ໄປເຖິງຕະຫຼາດອະເມຣິກາໄດ້.
ທາງດ້ານການເມືອງ ພັກປະຊາຊົນປະຕິວັດລາວ ກໍມີຄວາມໝັ້ນຄົງດີ ເພາະບໍ່ມີພວກຕໍ່ຕ້ານລັດຖະບານທັງພາຍໃນແລະຕ່າງປະເທດ ບໍ່ມີຂະບວນການຕໍ່ສູ້ເພື່ອປະຊາທິປະໄຕ ຄືປະເທດອື່ນໆໃນຂົງເຂດ.
ທ່າແຮງຫຼືຈຸດດີທີ່ສຳຄັນ ຂອງປະເທດລາວອີກຢ່າງນຶ່ງ ທີ່ຫຼາຍຄົນ ອາດຈະເບິ່ງຂ້າມໄປ ກໍແມ່ນ ລາວມີປະຊາກອນທີ່ຍັງໜຸ່ມນ້ອຍ ໜຸ່ມນ້ອຍທີ່ສຸດໃນອາຊ່ຽນ ແລະຈະເປັນຜົນດີສຳລັບການພັດທະນາ ເສດຖະກິດພາຍໃນ 30 ປີຂ້າງ.
ປະເທດລາວ ມີພົນລະເມືອງທີ່ເຖົ້າແກ່ 65 ປີຂຶ້ນໄປ ພຽງແຕ່ 4.7 ສ່ວນຮ້ອຍເທົ່ານັ້ນ, ແຕ່ມີປະຊາຊົນໃນໄວເຮັດວຽກ ທີ່ມີອາຍຸແຕ່ 15 ປີຂຶ້ນໄປຈົນເຖິງ 64 ປີ ເຖິງ 65 ສ່ວນຮ້ອຍ, ແລະມີເດັກນ້ອຍທີ່ອາຍຸຕ່ຳກວ່າ 15 ປີເຖິງ 29.9 ສ່ວນຮ້ອຍ. ຈຳນວນຄົນເຮັດວຽກ ຈະເພິ້ມຂຶ້ນເປັນ 68 ສ່ວນຮ້ອຍພາຍໃນປີ 2050 ແລະພາຍໃນປີນັ້ນ ຈະມີຄົນບຳນານພຽງແຕ່ 10 ສ່ວນຮ້ອຍ.
ຖ້າທຽບໃສ່ປະເທດເພື່ອນບ້ານ ວຽດນາມຈະມີຜູ້ເຖົ້າອາຍຸເກີນ 65 ປີ ເຖິງ 20 ສ່ວນຮ້ອຍພາຍໃນປີ 2050 ຫຼາຍກວ່າລາວສອງເທົ່າ; ຄວາມຈິງ ວຽດນາມໄດ້ກາຍເປັນປະເທດທີ່ເຖົ້າແລ້ວແຕ່ປີ 2011; ສ່ວນປະເທດໄທນັ້ນ ກາຍເປັນປະເທດທີ່ເຖົ້າແລ້ວນັບແຕ່ປີ 2002 ເປັນຕົ້ນມາ.
ຍ້ອນຈຸດດີຂ້າງເທິງນີ້ ບັນດາຜູ້ນຳປະເທດລາວ ຈຶ່ງມີກຳລັງແຮງ ແລະເວລາຫຼາຍໃນການສ້າງສາພັດທະນາ ປະເທດຊາດ.
ເສດຖະກິດຂອງລາວ ໄດ້ຂະຫຍາຍຕົວເຖິງ 7 ສ່ວນຮ້ອຍໃນຊຸ່ມປີ 2010 ຊຶ່ງສ່ວນຫຼາຍກໍເປັນການຄ້າຂາຍກັບປະເທດເພື່ອນບ້ານ.
ການມີທາງລົດໄຟ ອອກໄປຫາທ່າເຮືອໃນປະເທດເພື່ອນບ້ານ ຈະຊ່ວຍປະເທດລາວ ສາມາດລົບລ້າງຈຸດອ່ອນຂອງຕົນ ໃນການທີ່ເປັນປະເທດບໍ່ມີຊາຍຕິດກັບທະເລ ໃນຂະນະດຽວກັນ ປະເທດລາວ ຍັງຈະມີຄົນງານຍັງໜຸ່ມນ້ອຍຕື່ມອີກ ເຖິງສອງລ້ານຄົນພາຍໃນປີ 2050.
ແຕ່ຢ່າງໃດກໍຕາມ, ປະເທດລາວ ກໍກຳລັງປະສົບກັບບັນຫາເສດຖະກິດ ແລະການເງິນຢ່າງໜັກນັບແຕ່ປີ 2020 ເປັນຕົ້ນມາ ຊຶ່ງບັນຫາຫຼາຍຢ່າງ ບໍ່ໄດ້ເກີດຈາກການລະບາດ ຂອງໂຄວິດ-19 ພຽງຢ່າງດຽວ.
ລັດຖະບານລາວ ແລະທະນາຄານກາງ ຍັງບໍ່ສາມາດຄວບຄຸມໄພເງິນເຟີ້ ໄດ້ເທື່ອ ແລະຍັງບໍ່ສາມາດແກ້ໄຂບັນຫາເສດຖກິດອື່ນໆໄດ້ເທື່ອ. ນຶ່ງໃນບັນຫາໃຫຍ່ໆນັ້ນ ກໍແມ່ນບັນຫາໜີ້ສິນ. ປະເທດລາວ ເປັນໜີ້ຕ່າງປະເທດຫຼາຍຂຶ້ນ ຈົນບໍ່ສາມາດຄວບຄຸມໄດ້ນັບແຕ່ປີ 2018 ເປັນຕົ້ນມາ ເພາະປະເທດລາວ ນຳເຂົ້າຫຼາຍເກີນໄປ.
ລັດຖະບານລາວ ຮູ້ວ່າ ເງິນເຖິງນຶ່ງສ່ວນສາມ ທີ່ມາຈາກການສົ່ງອອກ ບໍ່ໄດ້ເຂົ້າສູ່ປະເທດລາວ. ເງິນຈຳນວນນັ້ນ ເຂົ້າຖົງນັກລົງທຶນຕ່າງປະເທດໝົດ; ແມ້ແຕ່ພາສີອາກອນ ບໍລິສັດຕ່າງປະເທດເຫຼົ່ານັ້ນ ກໍບໍ່ໄດ້ເສັຍໃຫ້ລັດຖະບານລາວຫຼາຍພໍເທົ່າໃດ ເພາະລັດຖະບານລາວ ມີນະໂຍບາຍຫລຸດຜ່ອນພາສີອາກອນລົງເປັນພິເສດໃຫ້ແກ່ພວກເຂົາ ເພື່ອສົ່ງເສີມການລົງທຶນ.
ບັນຫາໃຫຍ່ອັນທີ່ສອງ ແມ່ນການສຶກສາ. ນັບແຕ່ປີ 2020 ເປັນຕົ້ນມາ ປະຊາກອນລາວຫຼາຍແສນຄົນ ທີ່ມີຄວາມຮູ້ແດ່ ໜີອອກໄປເຮັດວຽກຢູ່ຕ່າງປະເທດ ໂດຍສະເພາະປະເທດໄທ ປະໃຫ້ປະເທດລາວ ມີແຕ່ບ້ານຮ້າງ ບໍ່ມີຄົນຢູ່ອາໃສ ມີແຕ່ຜູ້ເຖົ້າແລະເດັກນ້ອຍ.
ໃນຂະນະດຽວກັນ ການສຶກສາ ກໍຂີ້ຮ້າຍລົງ ຂີ້ຮ້າຍກວ່າກ່ອນປີ 2020; ສາເຫດນຶ່ງ ກໍແມ່ນຍ້ອນລັດຖະບານລາວ ຈັດງົບປະມານສຳລັບການສຶກສາໜ້ອຍລົງ; ເດັກນ້ອຍລາວຫຼາຍຄົນ ຂາດໂຮງຮຽນແລະອອກໂຮງຮຽນໄປເລີຍ ຈຳນວນຄູອາຈານ ກໍຫລຸດລົງຈົນໜ້າເປັນຫ່ວງ.
ບັນຫາກໍມີຢູ່ວ່າ ເດັກນ້ອຍລາວລຸ້ນນີ້ ຈະບໍ່ມີຄວາມຮູ້ຄວາມສາມາດພຽງພໍ ເພື່ອພັດທະນາປະເທດຊາດໃນອານາຄົດ.
ຄຳຖາມກໍຄືວ່າ ລັດຖະບານລາວ ຈະສາມາດແກ້ໄຂບັນຫາການສຶກສາຕົກຕ່ຳນີ້ໄດ້ແນວໃດ. ລັດຖະບານ ອາດແກ້ໄຂໄດ້ ຖ້າຫາກປະຕິບັດຕາມຄຳແນະນຳ ຂອງອົງການຈັດຕັ້ງສາກົນທີ່ສະເໜີໃຫ້ລັດບານລາວ ປັບປຸງ ການເກັບພາສີອາກອນໃຫ້ມີປະສິດທິພາບ ປາບປາມການສໍ້ລາດບັງຫຼວງ. ຈາກນັ້ນ ລັດຖະບານກໍຈະມີເງິນງົບປະມານຫຼາຍຂຶ້ນ ແລະຈະສາມາດຈັດງົບປະມານ ເພື່ອການສຶກສາເພີ່ມຂຶ້ນໄດ້ ເພື່ອໃຫ້ການສຶກສາແກ່ເດັກນ້ອຍລາວ ທີ່ປັດຈຸບັນ ມີອາຍຸຕ່ຳກວ່າ 14 ປີ ມີເຖິງນຶ່ງສ່ວນສາມຂອງພົນລະເມືອງ ທັງໝົດຂອງປະເທດ ໃຫ້ພວກເຂົາມີຄວາມຮູ້ຄວາມສາມາດ ເພື່ອສ້າງສາພັດທະນາປະເທດຊາດ ໃນອານາຄົດ.
ໃນດ້ານໜີ້ສິນ ກໍຄືກັນ, ໃນເມື່ອມີເງິນຫຼາຍຂຶ້ນ, ລັດຖະບານ ກໍສາມາດໃຊ້ໜີ້ໄດ້ຫຼາຍຂຶ້ນ. ອີກຢ່າງນຶ່ງ ລັດຖະບານລາວ ຄວນຄວບຄຸມເຂດເສດຖະກິດພິເສດໃຫ້ໄດ້ ຊຶ່ງເປັນເຂດທີ່ເຕັມໄປດ້ວຍການກະທຳທີ່ຜິດກົດໝາຍ ແລະເປັນເຂດທີ່ເຮັດໃຫ້ລັດຖະບານລາວ ສູນເສຍລາຍຮັບ.
ບັນຫາເສດຖະກິດລາວ ຍັງມີຫຼາຍ ເຊັ່ນ
ບັນຫາອັນທີ່ນຶ່ງ: ເສດຖະກິດຂອງລາວ ຂຶ້ນກັບເສດຖະກິດຂອງຈີນຫຼາຍເກີນໄປ ແລະປັດຈຸບັນ ເສດຖະກິດຂອງຈີນ ບໍ່ຂະຫຍາຍຕົວ. ລັດຖະບານລາວ ບໍ່ຄວນຄິດວ່າ ອາໃສແຕ່ການລົງທຶນຂອງຈີນຕະຫຼອດໄປ ຄວນສ້າງສາພັດທະນາເສດຖະກິດ ຂອງຕົນເອງໃຫ້ເຂັ້ມແຂງຂຶ້ນ.
ລັດຖະບານລາວ ຄວນເຂົ້າໃຈວ່າ ຈີນຈະເອົາໃຈໃສ່ແກ້ໄຂບັນຫາເສດຖະກິດ ຂອງຈີນຫຼາຍຂຶ້ນພາຍໃນທົດສະວັດນີ້ ໝາຍຄວາມວ່າ ການລົງທຶນຂອງຈີນຢູ່ລາວ ກໍອາດຈະຫລຸດໜ້ອຍຖອຍລົງ.
ແນ່ນອນວ່າ ການບໍ່ຂະຫຍາຍຕົວຂອງເສດຖະກິດຈີນ ຈະສົ່ງຜົນກະທົບຕໍ່ເສດຖະກິດຂອງລາວ ເພາະການສົ່ງອອກຂອງລາວເຖິງນຶ່ງສ່ວນສາມແມ່ນສົ່ງໄປຈີນ ແລະນຳເຂົ້າເຖິງນຶ່ງສ່ວນຫ້າຈາກຈີນ.
ພາຍໃນປີ 2030 ຫຼື 2040, ແທນທີ່ຈະຂະຫຍາຍການຄ້າກັບປະເທດອື່ນໆແດ່ປະເທດລາວ ອາດຈະມີການຄ້າກັບປະເທດເພື່ອນບ້ານເທົ່ານັ້ນ ເປັນຕົ້ນຈີນ ທີ່ກຳລັງມີບັນຫາເສດຖະກິດຢູ່.
ອີກຢ່າງນຶ່ງ ປະເທດລາວ ມີປະເທດເພື່ອນບ້ານ ຊຶ່ງລ້ວນແລ້ວແຕ່ມີພົນລະເມືອງ ເຖົ້າແກ່ທັງນັ້ນ. ສະນັ້ນ ປະເທດລາວ ທີ່ມີພົນລະເມືອງຍັງໜຸ່ມນ້ອຍ ອາດຈະໄດ້ປຽບ. ໂຮງຈັກໂຮງງານ ອາດຈະຍ້າຍຈາກປະເທດອື່ນໄປລາວ.
ແຕ່ ເສດຖະກິດຂອງລາວ ອາດຈະຕົກຕ່ຳ ຍ້ອນປະຊາຊົນໜີໄປເຮັດວຽກຢູ່ຕ່າງປະເທດຫຼາຍເກີນໄປ ໂດຍສະເພາະໄປປະເທດໄທ ທີ່ເປັນປະເທດເຖົ້າແກ່ແລ້ວ ແລະກໍຕ້ອງການຄົນງານຫຼາຍຂຶ້ນທັງໃນປັດຈຸບັນແລະອານາຄົດ. ນັບແຕ່ນີ້ເປັນຕົ້ນໄປຈົນເຖິງປີ 2050, ປະເທດໄທ ຈະມີພົນລະເມືອງຫລຸດລົງເຖິງສິບລ້ານຄົນ ຊຶ່ງເທົ່າກັບນຶ່ງສ່ວນຫ້າຂອງຈຳນວນຄົນເຮັດວຽກທັງໝົດຂອງໄທ. ປະເທດໄທ ຍິ່ງຈະຕ້ອງການຄົນງານ ຫຼາຍຈາກປະເພດເພື່ອນບ້ານ ໂດຍສະເພາະຈາກລາວ.
ປະເທດລາວ ຄາດວ່າ ຈະມີພົນລະເມືອງຕື່ມອີກສອງລ້ານຄົນພາຍໃນປີ 2050 ແຕ່ຍ້ອນຄົນໜີຫຼາຍ ຜົນສຸດທ້າຍ ພົນລະເມືອງຂອງລາວ ກໍຍັງຈະຢູ່ລະດັບເກົ່າ; ຈຳນວນຄົນເພິ້ມຂຶ້ນ ແຕ່ຈຳນວນຄົນຢູ່ພາຍໃນປະເທດແທ້ໆອາດເທົ່າເກົ່າ.
ສະຫລຸບແລ້ວ ເຖິງວ່າ ປະເທດລາວ ຈະປະສົບກັບບັນຫາເສດຖະກິດ ແລະການເງິນຢ່າງໜັກໃນປັດຈຸບັນ ແຕ່ໃນອານາຄົດ ກໍຈະມີເສດຖະກິດຂະຫຍາຍຕົວຢູ່ ຖ້າລັດຖະບານລາວ ຍອມປະຕິຮູບ ຫຼືປ່ຽນແປງແດ່; ແຕ່ ຖ້າບໍ່ເຮັດຫຍັງເລີຍ ປະເທດຊາດ ກໍຈະບໍ່ປະສົບກັບຜົນສຳເລັດ ຫຼາຍເທົ່າທີ່ຄວນ.