ຊາວບ້ານ ທີ່ຖືຶກຜົນກະທົບ ເຂື່ອນແຕກ ຍັງບໍ່ໄດ້ຄ່າຊົດເຊີຍຊັບສິນມີີຄ່າ

ອຸ່ນແກ້ວ
2024.04.10
ຊາວບ້ານ ທີ່ຖືຶກຜົນກະທົບ ເຂື່ອນແຕກ ຍັງບໍ່ໄດ້ຄ່າຊົດເຊີຍຊັບສິນມີີຄ່າ ລົດໄຖນາ (ເຄື່ອງມືການກະເສດ) ຂອງຊາວບ້ານ ທີ່ເສຍຫາຍ ຈາກເຫດການເຂື່ອນແຕກ.
ນັກຂ່າວ ພົລເມືອງ

ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ສະເໜີໃຫ້ທາງການແຂວງອັດຕະປື ເລັ່ງຈ່າຍຄ່າຊົດເຊີຍ ລາຍການທີ 6 ປະເພດຊັບສິນມີຄ່າ ໃຫ້ແກ່ຊາວບ້ານ ທີ່ໄດ້ຮັບຜົນກະທົບຈາກເຂື່ອນເຊປ່ຽນ-ເຊນໍ້ານ້ອຍແຕກ ຢູ່ເມືອງສະໜາມໄຊ ໃຫ້ສໍາເລັດໃນເດືອນມິຖຸນາ 2024.

ທາງການແຂວງອັດຕະປື ເຫັນວ່າ ການປະເມີນມູນຄ່າຊັບສິນຂອງຊາວບ້ານ ສູງເກີນໄປ ສະນັ້ນ ຈຶ່ງມີການປະເມີນມູນຄ່າຄືນໃໝ່ ແຕ່ຊາວບ້ານ ກໍເຫັນວ່າ ມີການຕັດລາຍງານຊົດເຊີຍອອກຫຼາຍ.

ຊາວບ້ານທ່ານໜຶ່ງ ທີ່ໄດ້ຮັບຜົນກະທົບຢູ່ເມືອງສະໜາມໄຊ ໄດ້ກ່າວຕໍ່ວິທຍຸເອເຊັຽເສຣີ ໃນວັນທີ 10 ເມສາ ວ່າ:

ເດືອນນີ້ ເດືອນັ້ນ ບໍ່ຈັກຊິວ່າ ແລ້ວ ເຂົາກະລໍຄອຍຢູ່ເປັນໜີ້ ເປັນສິນ ເຂົາເຮັດຕໍ່ເຕີມເຮືອນຄົວ ເຮືອນໄຟ ບາດມາຮອດບັດຈຸບັນນີ້ ມັນຕັດນີ້ຕັດນັ້ນ ກະບໍ່ມີອີ່ຫຍັງ ເປັນຄອກເປັດ ຄອກໄກ່ ເປັນຕົ້ນໄມ້ຕົ້ນຕອກ ໄມ້ໃຫ້ໝາກ ຢູ່ໃນດິນປຸກສ້າງ ເປັນກະຕັດອອກ ບາງຄົນກະຍັງ 2 ລ້ານກະມີ 3 ລ້ານກະມີ 5 ລ້ານກະມີ ປະຊາຊົນກະບໍ່ພໍໃຈ ບໍ່ພໍໃຈໃຫ້ເພິ່ນຕັດນ່າ.

ສໍາລັບ ເງິນຄ່າຊົດເຊີຍ ລາຍການທີ 6 ປະເພດ ຊັບສິນມີຄ່າ ປະກອບມີເຮືອນ, ຄໍາ, ລົດຈັກ, ລົດໃຫຍ່, ພະພຸດທະຮູບ, ໜອງປາ ແລະ ໄມ້ເສດຖະກິດ​-ໄມ້ໃຫ້ໝາກ ສ່ວນວ່າ ຄອກງົວ ຄອກຄວາຍ, ຕົ້ນໄມ້ບາງຊະນະນິດ, ໄມ້ຮົ້ວອ້ອມເຮືອນ ຫຼື ຕູບ ແມ່ນໃຫ້ຕັດອອກໝົດ ເພາະວ່າ ເປັນຊັບສິນບໍ່ມີມູນຄ່າ.

ການປະເມີນມູນຄ່າຄັ້ງນີ້ ທາງການແຂວງອັດຕະປື ໄດ້ຕັດລາຍການຊັບສິນຂອງຊາວບ້ານ ນັ້ນ ໄດ້ສ້າງຄວາມບໍ່ພໍໃຈໃຫ້ແກ່ຊາວບ້ານ ທີ່ໄດ້ຮັບຜົນກະທົບຈາກເຫດການເຂື່ອນແຕກ ແຕ່ຊາວບ້ານຜູ້ທີ່ໄດ້ຮັບຜົນກະທົບ ກໍຍັງລໍຖ້າຄ່າຊົດເຊີຍ. 

ຊາວບ້ານທີ່ໄດ້ຮັບຜົນກະທົບ ອີກທ່ານນຶ່ງ ໄດ້ກ່າວຕໍ່ວິທຍຸເອເຊັຽເສຣີ ວ່າ:

ບໍ່ໄດ້ແລ້ວ ທັງຕົ້ນໄມ້ ຕົ້ນຕອກ ຖຽງນາເພິ່ນກະວ່າ ຕັດອອກ ກະມັນບໍ່ພໍເປັນມໍລະດົກ ຮົ້ວຮາວ ເພິ່ນກະວ່າ ບໍ່ໃຫ້ ໃຫ້ແຕ່ກໍາແພງ ຄອກເປັດ ຄອກກະບໍ່ໄດ້ ຄອກງົວ ຄອກຄວາຍ ກະບໍ່ໄດ້ ເຂົາຕັດອອກໝົດແຫຼະ ຄືເປັນໃນຂ່າວຫັ້ນແລ້ວອອກມາ ເງິນ 84 ຕື້ ກັບ ແສນຫຼຽນຫັ້ນເນາະ ເອົາເງິນຊ່ວຍເຫຼືອນໍ້າຖ້ວມ ເພິ່ນອອກໄປ ຈັກເອົາໄປໃສໝົດ ປະຊາຊົນຫາກິນເອງ ທຸກຍາກຫັ້ນແຫຼະ ໃຜຊິໄດ້ນໍາເງິນຊົດເຊີຍ ບໍ່ມີແລ້ວ...ໝົດ.

ປັດຈຸບັນ ປະຊາຊົນຕ້ອງໄດ້ຫາເງິນມາຊື້ເຂົ້າກິນເອງ ໂດຍການປູກມັນຕົ້ນ, ປູກພືດ, ລ້ຽງສັດ, ໄປເຮັດວຽກຢູ່ໂຕງງານ.

ຊາວບ້ານອີກທ່ານນຶ່ງ ໄດ້ກ່າວວ່າ:

ຍັງບໍ່ທັນໄດ້ຢູ່ ຍັງຄືເກົ່າຢູ່ ກະໄດ້ຫາເງິນຫາຫຍັງ ເຮັດເຮືອນເຮັດຫຍັງເອງ ຊື້ເຂົ້າ ຊື້ຫຍັງກິນເອງ ຈັ່ງຊີ້ ກະຍັງລໍາບາກຄືເກົ່າຢູ່ ພະຍາດຍາມຫາເງິນຊື້ເຂົ້າລ້ຽງຊີບເຈົ້າຂອງ ແບບປະຊາຊົນເພິ່ນກະປູກມັນຕົ້ນ ປູກຫຍັງໄປຊິນ່າ.

ອີງຕາມຂໍ້ມູນຈາກເຈົ້າໜ້າທີ່ທ້ອງຖິ່ນ, ການເກັບກໍາຂໍ້ມູນ ແລະ ປະເມີນມູນຄ່າຊົດເຊີຍ ມີຄວາມຫຍຸ້ງຍາກ ຍ້ອນວ່າ ຊັບສິນຂອງຊາວບ້ານສ່ວນໃຫຍ່ ສູນຫາຍໄປກັບກະແສນໍ້າ, ບາງສ່ວນກໍຖືກດິນຖົມ ແລະ ບໍ່ສາມາດພິສູດໄດ້.

ການປະເມີນຄ່າຊົດເຊີຍໄດ້ສໍາເລັດ ສະເພາະແຕ່ບ້ານສະໝອງໃຕ້ເທົ່ານັ້ນ, ແຕ່ບ້ານທີ່ເຫຼືອ ເຈົ້າໜ້າທີ່ກໍາລັງມີການປະເມີນຄ່າຊົດເຊີຍໃໝ່ ທັງໝົດ ແລະ ມີກໍານົດວ່າ ຈະໃຫ້ສໍາເລັດໃນປີ 2025.

ເຈົ້າໜ້າທີ່ທ້ອງຖິ່ນໄດ້ ທ່ານນຶ່ງ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນວັນທີ 10 ເມສາ ວ່າ: 

ບໍ່ທັນແລ້ວ ຍັງລົງເກັບກໍາຂໍ້ມູນຄືນໃໝ່ໝົດ ໄປວັດແທກຄືນ ເນື້ອທີ່ສວນໄມ້ເຂົາປູກຫັ້ນເດ້ ໄມ້ອຸດສາຫະກໍາ ເປັນໄມ້ສັກຫັ້ນ ໃຫ້ເຈົ້າຂອງສວນລົງໄປຢັ້ງຢືນຕົວຈິງ ຍັງບໍ່ທັນແລ້ວ ງ່າຍດອກຕາມຟັງຫັ້ນ ຫາກໍ່ແລ້ວແຕ່ບ້ານສະໝອງໃຕ້ ຄາດວ່າປີ 2025 ຄືຊິແລ້ວ.

ທີ່ຜ່ານມາ, ທ່ານ ຄໍາພັນ ພົມມະທັດ ປະທານອົງການກວດກາແຫ່ງລັດ ລາຍງານ ຢູ່ໃນກອງປະຊຸມສະພາແຫ່ງຊາດ ໃນວັນທີ 7 ພະຈິກ 2023 ຕອນໜຶ່ງວ່າ ອົງການກວດການແຫ່ງລັດ ໄດ້ກວດພົບ ການຈ່າຍເງິນບໍ່ເປັນໄປຕາມແຜນການຊົດເຊີຍ ແລະ ແຜນການຟື້ນຟູຄຸນນະພາບຊີວິດ ຫຼາຍກວ່າ 81 ຕື້ ກີບ ໃນແຜນການຊົດເຊີຍໂຄງການ ເຊື່ອນເຊປຽນ-ເຊນໍ້ານ້ອຍ ແຕກ ຢູ່ເມືອງສະໜາມໄຊ ແຂວງ ອັດຕະປື.​

ເຫດການເຂື່ອນເຊປຽນ-ເຊນໍ້ານ້ອຍແຕກ ໃນວັນທີ 23 ກໍລະກົດ 2018 ເຮັດໃຫ້ 18 ບ້ານ ທີ່ຕັ້ງຢູ່ລຸ່ມເຂື່ອນ ແລະ ມີປະຊາຊົນ 13,000 ປາຍຄົນ ໄດ້ຮັບຜົນກະທົບ, ມີຄົນເສັຍຊີວິດ 71 ຄົນ. ສ່ວນວ່າບ້ານທີ່ໄດ້ຮັບຜົນກະທົບ 100% ມີິ 6 ບ້ານ ຄື ບ້ານ ທ່າແສງຈັນ, ບ້ານຫີນລາດ, ບ້ານ ທ່າຫີນ, ບ້ານໃໝ່, ບ້ານສະໝອງໃຕ້ ແລະ ບ້ານໃຫຍ່ແທ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.