ເຣື້ອງທີ່ເກັບບັນທຶກໄວ້
2022-04-19
ມີອຸບັດຕິເຫດ ຈາກການສລອງ ບຸນປີໃໝ່ລາວ ຫຼຸດລົງເມື່ອທຽບໃສ່ ຫຼາຍປີທີ່ຜ່ານມາ ແຕ່ວ່າ ໂຕເລກທີ່ຫຼຸດລົງນີ້ ເປັນເພາະວ່າ ສະພາບການຣະບາດ ຂອງໂຄວິດ-19 ແລະສະພາບເສຖກິຈ ໃນປັດຈຸບັນ ເຮັດໃຫ້ປະຊາຊົນ ບໍ່ໄດ້ອອກໄປ ສລອງກັນ ຄືກັບຫຼາຍປີກ່ອນ.
2022-04-19
ບໍຣິສັດ ຂຸດຄົ້ນແຮ່ຄຳ ຂອງຈີນ ໄດ້ມອບເຮືອນຈັດສັນ ໃຫ້ທາງການ ແຂວງອຸດົມໄຊ 24 ຫຼັງ ເພື່ອມອບໃຫ້ປະຊາຊົນ ຜູ້ທີ່ໄດ້ຮັບຜົລກະທົບ ຈາກໂຄງການດັ່ງກ່າວ, ແຕ່ສ່ວນປະຊາຊົນ ຍັງມີຄວາມກັງວົນ ເຣື່ອງຄວາມປອດພັຍ ຂອງບ້ານຈັດສັນ.
2022-04-18
ການຂາດເຂີນ ເງິນຕຣາຕ່າງປະເທດ ເປັນບັນຫາທ້າທາຍ ໃນການພັທນາ ແລະ ດຳເນີນເສຖກິຈໃນລາວ ເພາະການຄ້າຂາຍ ແລະ ຊຳລະໜີ້ສິນ ກັບຕ່າງປະເທດ ຈຳເປັນຕ້ອງໄດ້ໃຊ້ ເງິນຕຣາຕ່າງປະເທດ ເປັນຫລັກ ເປັນຕົ້ນການຊື້ນໍ້າມັນເຊື້ອເພີງ ແລະ ສິນຄ້າຈຳເປັນ ທີ່ປະເທດລາວ ຜລິດບໍ່ໄດ້.
2022-04-18
ຄົນງານລາວ ອາດຈະມີໂອກາດ ໄດ້ໄປເຮັດວຽກ ຢູ່ປະເທດອອສເຕຣເລັຽ ຊຶ່ງຄົນງານລາວ ທີ່ຈະເຂົ້າໄປເຮັດວຽກນັ້ນ ຈະແມ່ນກຸ່ມວຽກງານ ດ້ານກະສິກັມ, ລ້ຽງສັດ ແລະປູກຝັງ ເປັນຕົ້ນ ແຕ່ຂະນະນີ້ ຣັຖບານທັງລາວ ແລະອອສເຕຣເລັຽ ຍັງບໍ່ໄດ້ຮ່ວມລົງນາມ ຂໍ້ຕົກລົງເທື່ອ.
2022-04-18
ຜູ້ປະກອບການ ໄດ້ຮັບຄວາມເດືອດຮ້ອນ ຍ້ອນການຂົນສົ່ງສິນຄ້າ ຈາກຈີນມີຄວາມຫຼ້າຊາ ເຮັດໃຫ້ພາກທຸຣະກິຈຂາດທຶນ ສ່ວນສາເຫດ ເປັນຍ້ອນດ່ານສາກົລປິດ, ການຂົນສົ່ງສິນຄ້າ ໂດຍຜ່ານທາງຣົຖບັນທຸກ ຕ້ອງໃຊ້ເວລາດົນເຖິງ 20 ມື້.
2022-04-18
ເຈົ້າໜ້າທີ່ ແຂວງເຊກອງ ໄດ້ກວດພົບ ປະຊາຊົນ ຈຳນວນ 75 ຄອບຄົວ ບຸກລຸກ ປ່າສງວນ ແລະປ່າປ້ອງກັນ ເພື່ອປູກມັນຕົ້ນ ແລະກາເຟ ເນື່ອງຈາກ ຊາວບ້ານກຸ່ມດັ່ງກ່າວ ເປັນຄອບຄົວທຸກຍາກ ບໍ່ມີທີ່ດິນເພື່ອທຳການຜລິດ.
2022-04-18
ປະຊາຊົນ 2 ບ້ານ ສແດງຄວາມກັງວົນ ຕໍ່ໂຄງການສຳຣວດ ແລະຂຸດຄົ້ນບໍ່ແຮ່ ໃນຂອບເຂດ ບ້ານແກ້ງພູນ ແລະ ບ້ານຟ້ອງຊ້າງ ເມືອງວຽງໄຊ ແຂວງຫົວພັນ ໂດຍສະເພາະ ຄ່າຊົດເຊີຍ ແລະຜົລກະທົບ ຕໍ່ວິຖີວີຊິດຂອງຊາວບ້ານ ແລະ ສິ່ງແວດລ້ອມ.
2022-04-18
ເນື່ອງໃນໂອກາດ ປີໃໝ່ລາວ ພ.ສ. ໒໕໖໕, ບັນດາສິລປິນລາວ ໃນຕ່າງແດນ ໄດ້ສົ່ງພອນປີໃໝ່ ແກ່ພີ່ນ້ອງຊາວລາວ.
2022-04-18
ນາຍພົນພູມີ ໜໍ່ສວັນ ໄດ້ຮັບໄຊຊນະ ໃນການເລືອກຕັ້ງ ເອົາຜູ້ແທນຣາສດອນ ຊຸດໃໝ່ ແຕ່ທ່ານປຕິເສດ ທີ່ຈະຮັບຈັດຕັ້ງ ຣັຖບານຊຸດໃໝ່, ແຕ່ສເນີໃຫ້ ພຼະເຈົ້າມຫາຊີວິຕ ຊົງແຕ່ງຕັ້ງ ເຈົ້າສົມສນິດ ເປັນນາຍົກຣັຖມົນຕຣີແທນ.
2022-04-17
ສະຖານະການ ສົງຄາມຣັສເຊັຽ ໃນປະເທດຢູເຄຣນ ຍັງບໍ່ມີທ່າທີ່ ວ່າຈະຢຸດຕິລົງງ່າຍ ແລະສະຫະຣັຖ ເຊື່ອວ່າການສູ້ຣົບ ອາດແກ່ຍາວໄປຮອດ ທ້າຍປີນີ້ ຊຶ່ງການແກ່ຍາວ ຂອງສົງຄາມ ເຮັດໃຫ້ ປະຊາຊົນຊາວ ຢູເຄຣນ ເດືອດຮ້ອນທີ່ສຸດ.
2022-04-17
ຊຸມຊົນຊາວລາວ ທີ່ຕັ້ງຖິ່ນຖານ ໃນຕ່າງແດນ ສລອງ ປີໃໝ່ລາວ ຢ່າງເບີກບານ ມ່ວນຊື່ນ ຕາມຮີດຄອງປະເພນີ ເຖິງແມ່ນວ່າ ຈະບໍ່ໄດ້ສລອງຢ່າງໃຫຍ່ໂຕ ຕາມທີ່ເຄີຍ ໄດ້ປະຕິບັດກັນມາ ກ່ອນການຣະບາດ ຂອງໂຄວິດ-19.
2022-04-17
ຊາວບ້ານ 5 ຄົນ ທີ່ຖືກຈັບ ຍ້ອນເຣື່ອງດິນ ຍັງບໍ່ຖືກປ່ອຍໂຕ ແລະ ຫລາຍໆຄົນຂ້ອງໃຈ ກ່ຽວກັບ ເຣື່ອງຄົນງານລາວ ທີ່ໄປເຮັດວຽກ ຢູ່ປະເທດໄທຍ ເສັຽພັນທະ ຫຼື ພາສີ ໃຫ້ແກ່ ຣັຖບານລາວ.
2022-04-16
ຟິລິບປິນສ໌ ກໍາລັງຂຍາຍ ການພົວພັນ ກັບບັນດາປະເທດ ທີ່ຕ້ອງການຕອບໂຕ້ ການຂຍາຍອິດທິພົນ ຂອງຈີນ ໃນຂົງເຂດອິນໂດ-ແພຊີຟິກ.
2022-04-16
ທິມງານ ນັກຂ່າວ ວິທຍຸ ເອເຊັຽ ເສຣີ ອວຍພອນ ປີໃໝ່ ພ.ສ. ໒໕໖໕ ພ້ອມທັງ ຂອບໃຈ ຊາວລາວ ທີ່ສນັບສນູນ, ເປັນກຳລັງໃຈ, ສນອງຂໍ້ມູນ ແລະ ມີສ່ວນຮ່ວມ ໃນຣາຍການ ຂອງວິທຍຸ ເອເຊັຽ ເສຣີ.
2022-04-15
ບໍຣິສັດຣົຖໄຟ ລາວ-ຈີນ ເປີດປະມູນ ເຊົ່າຮ້ານຄ້າ ແລະ ໂຄສະນາ ໃນສະຖານີ ຫລາຍແຫ່ງໃນລາວ ຊຶ່ງໄດ້ເຣີ່ມຂາຍຊອງປະມູນ ລາຄາຊອງລະ 2 ລ້ານກີບ ຕັ້ງແຕ່ວັນທີ 2 ເມສາ ທີ່ຜ່ານມາ ໄປຈົນຮອດວັນທີ 13 ເມສານີ້.