ຈ.ມ ຈາກຜູ້ຟັງ 04/16/22

ຄວາມຄຶດຄວາມເຫັນ ກ່ຽວກັບຂ່າວ ຊາວບ້ານ 5 ຄົນ ທີ່ຖືກຈັບ ຍ້ອນເຣື່ອງດິນ ຍັງບໍ່ຖືກປ່ອຍໂຕ ແລະ ຫລາຍໆຄົນຂ້ອງໃຈ ກ່ຽວກັບ ເຣື່ອງຄົນງານລາວ ທີ່ໄປເຮັດວຽກ ຢູ່ປະເທດໄທຍ ເສັຽພັນທະ ຫຼື ພາສີ ໃຫ້ແກ່ ຣັຖບານລາວ ແລະ ຂ່າວອື່ນໆ..
ຄວາມເຫັນບາງຕອນ ຈາກທ່ານຜູ້ຟັງ:
ກ່ຽວກັບຂ່າວ “ຊາວບ້ານ 5 ຄົນ ທີ່ຖືກຈັບ ຍ້ອນເຣື່ອງດິນ ຍັງບໍ່ຖືກປ່ອຍໂຕ”
“ກ່ອນຈະຈັບຈະຟູກໃຜ ກະຄວນພິຈາຣະນາກ່ອນ ບໍ່ແມ່ນຫວນໃດ້ຫວນຈັບ ມີໃບຄຳສັ່ງ ຈາກຂັ້ນໃດ, ກົດຫມາຍ ມາຕຣາທໍ່ໃດ, ຈີ່ງມີສິດຈັບຄົນ. ໃນຫລາຍປີຜ່ານມາ ສົງໃສວ່າ ໃຜບໍ່ດີ ກະຈັບໂລດ ໂດຍບໍ່ມີ ການໃຕຣຕອ່ງວ່າ ສົມຄວນແລ້ວ ຍັງທ່ີ່ລົງມື ຈັບປຊຊ. ທັ້ງທີ່ເປັນ ເຈົ້າກົດຫມາຍ ຄຸ່ມຄອງປະຊາຊົນ”
…..
(ເຊີນທ່ານ ຟັງຣາຍລະອຽດ ຈາກສຽງບັນທຶກໄວ້)
ໝາຍເຫດ: ວິທຍຸ ເອເຊັຽ ເສຣີ ໃຫ້ຄວາມສຳຄັນ ທຸກໆຖ້ອຍຄຳ ຂອງທຸກໆທ່ານ, ແລະ ຮັກສາ ການສະກົດຄຳ ເປັນສ່ວນຫຼາຍ ຂອງຜູ່ທີ່ອອກຄວາມຄຶດຄວາມເຫັນໄວ້ ເພື່ອບໍ່ໃຫ້ ຄວາມໝາຍປ່ຽນໄປຫຼາຍ, ພຽງແຕ່ ປ່ຽນຄຳສັພ ທີ່ບໍ່ສຸພາບ ໃຫ້ເບົາລົງເທົ່ານັ້ນ. ດັ່ງນັ້ນ ຂໍໃຫ້ທ່ານຜູ່ຟັງ ຈົ່ງພິຈາຣະນາ ເອົາເອງວ່າ ຄວາມຄຶດຄວາມເຫັນນັ້ນ ມີຄວາມຈິງຫຼາຍໜ້ອຍປານໃດ. ຂອບໃຈ!