ຟິລິບປິນສ໌ ເພີ່ມຂຍາຍ ສາຍສັມພັນ ຕ້ານ ອິດທິພົນຈີນ

ຈຳປາທອງ
ຟິລິບປິນສ໌ ເພີ່ມຂຍາຍ ສາຍສັມພັນ ຕ້ານ ອິດທິພົນຈີນ ຣັຖມົນຕຣີຕ່າງປະເທດຈີນ ທ່ານ ຫວັງ ອີ້ (Wang Yi) ຂວາມື້, ຕ້ອຮັບ ຣັຖມົນຕຣີຕ່າງປະເທດຟິລິບປິນສ໌ ທ່ານ ທີໂອໂດໂຣ ລ໊ອກຊິນ (Teodoro Locsin) ທີ່ເມືອງ Tunxi ແຂວງ Anhui, ວັນທີ 3 ເດືອນເມສາ ປີ 2022.
ຮູບພາບ: ກະຊວງການຕ່າງປະເທດຈີນ

ປັດຈຸບັນ ຣັຖບານຟິລິບປິນສ໌ ກໍາລັງຂຍາຍການພົວພັນ ກັບປະເທດຕ່າງໆ ທີ່ພະຍາຍາມຕອບໂຕ້ການຂຍາຍອິດທິພົນ ທີ່ເພີ່ມຂຶ້ນຂອງຣັຖບານຈີນ ໃນຂົງເຂດອິນໂດ-ແພຊີຟິກ ໃນຂະນະທີ່ຍັງມີການພົວພັນ ແບບເປັນມິດກັບຈີນ ເຖິງແມ່ນວ່າຈີນ ທີ່ເປັນມະຫາອໍານາດໃນເອເຊັຽ ບຸກລຸກເຂົ້ານ່ານນໍ້າໃນເຂດຂອງປະເທດຟິລິບປິນສ໌ ຢູ່ທະເລຈີນໃຕ້, ອີງຕາມການຣາຍງານ ຂອງວິທຍຸເອເຊັຽເສຣີໃນມື້ວັນທີ 8 ເມສາ 2022 ນີ້.

ຣັຖມົນຕຣີການຕ່າງປະເທດຟິລິບປິນສ໌ ໄດ້ໄປຢ້ຽມຢາມຍີ່ປຸ່ນເມື່ອອາທິດທີ່ຜ່ານມາ ແລະໄດ້ເຂົ້າຮ່ວມການເຈຣະຈາສອງຝ່າຍ ສອງບວກສອງ ຄັ້ງທໍາອິດຢູ່ກຸງໂຕກຽວ ທີ່ກ່ຽວຂ້ອງກັບຣັຖມົນຕຣີ ກະຊວງການຕ່າງປະເທດ ແລະກະຊວງປ້ອງກັນປະເທດ ຂອງຟິລິບປິນສ໌ ແລະຍີ່ປຸ່ນ. ການຢ້ຽມຢາມຍີ່ປຸ່ນຄັ້ງນີ້ ມີຂຶ້ນພາຍຫລັງກອງປະຊຸມ ລະຫວ່າງທ່ານ Rodrigo Duterte ປະທານາທິບໍດີ ຟິລິບປິນສ໌ ແລະທ່ານ Xi Jinping ປະທານປະເທດຈີນ ໃນມື້ວັນສຸກທີ່ແລ້ວ ຊຶ່ງທັງສອງທ່ານໄດ້ “ມຸ້ງໝັ້ນທີ່ຈະຂຍາຍພື້ນທີ່ ສໍາລັບການມີສ່ວນຮ່ວມ ໄປໃນທາງບວກ” ກ່ຽວກັບບັນຫາທະເລຈີນໃຕ້ ແລະໃນມື້ດຽວກັນນັ້ນ ຟິລິບປິນສ໌ໄດ້ສລຸບຜົລການຝຶກແອບ ທາງທະຫານຂນາດໃຫຍ່ທີ່ສຸດ ກັບສະຫະຣັຖອາເມຣິກາ ຊຶ່ງເປັນພັນທະມິດຂອງຟີລິບປິນສ໌ ມາເປັນເວລາຍາວນານໃນການປ້ອງກັນປະເທດ.

ທ່ານ Rommel Banlaoi ນັກວິເຄາະການເມືອງ, ປະທານສະມາຄົມຟິລິບປິນສ໌ເພື່ອການສຶກສາບັນ ຫາກ່ຽວກັບຈີນ ເວົ້າວ່າ ທາງການຟິລິບປິນສ໌ ກໍາລັງຊີ້ໃຫ້ເຫັນເຖິງຄວາມເປັນເອກຣາດ ຂອງຟິລິບປິນສ໌ ດ້ວຍການຮັກສາ ຄວາມເປັນພັນທະມິດ ດ້ານຄວາມໝັ້ນຄົງຂອງຕົນ ທີ່ມີມາດົນນານກັບສະຫະຣັຖອາເມຣິກາ ເສີມຂຍາຍຄວາມເປັນພາຄີ ດ້ານຍຸທສາດກັບຍີ່ປຸ່ນ, ອອສເຕຣເລັຽ, ເກົາຫລີໃຕ້ ແລະສະຫະພາບຢູໂຣບ ແລະຮັກສາການພົວພັນແບບເພື່ອນມິດກັບຈີນ ເຖິງແມ່ນວ່າຈະເກີດຄວາມເຄັ່ງຕຶງໃນບັນຫາການເດີນເຮືອທາງທະເລກໍຕາມ.

ແຕ່ເຖິງຢ່າງໃດກໍຕາມ ພວກນັກວິເຄາະການເມືອງຕ່າງກໍເຫັນວ່າ ຂໍ້ຄັດແຍ່ງເຣື່ອງທະເລຈີນໃຕ້ ຊຶ່ງສ່ວນນຶ່ງຊາວຟິລິບປິນສ໌ເອີ້ນວ່າ ທະເລຟິລິບປິນສ໌ຕາເວັນຕົກນັ້ນ ຍັງເປັນສາເຫດສໍາຄັນທີ່ກວ້າງອອກ ຂອງການຮ່ວມມືດ້ານຄວາມໝັ້ນຄົງ ຂອງຟິລິບປິນສ໌ ແລະປະເທດອື່ນໆໃນຂົງເຂດນີ້.

ມາດາມ Celia Lamkin ຜູ້ກໍ່ຕັ້ງຂະບວນການຊາວໜຸ່ມແຫ່ງຊາດ ເພື່ອທະເລຟິລິບປິນສ໌ຕາເວັນຕົກ  ກ່າວຕໍ່ອົງການຂ່າວ BenarNews ວ່າ ການເຈຣະຈາເຣື່ອງການຕ່າງປະເທດ ແລະການປ້ອງກັນປະເທດ ລະຫວ່າງຍີ່ປຸ່ນ ແລະຟິລິບປິນສ໌ ຢູ່ກຸງໂຕກຽວ ເມື່ອວັນເສົາຜ່ານມາ ແມ່ນມີຄວາມສໍາຄັນ, ຍ້ອນການຮຸກຮານ ແລະການຫັນເປັນການທະຫານຂອງຈີນ ໃນທະເລຟິລິບປິນສ໌ຕາເວັນຕົກ ຂອງພວກເຮົາ ເປັນໄປຢ່າງບໍ່ຢຸດຢັ້ງ ແລະອີງຕາມອົງການຂ່າວ ທາງການຟິລິບປິນສ໌ ເມື່ອວັນພະຫັດທີ່ແລ້ວ, ທ່ານ Delfin Lorenzana ຣັຖມົນຕຣີກະຊວງປ້ອງກັນປະເທດຟິລິບປິນສ໌ ໄດ້ພົບພໍ້ກັບທ່ານ Nobuo Kishi ຣັຖມົນ ຕຣີກະຊວງປ້ອງກັນປະເທດຍີ່ປຸ່ນ ທີ່ກຸງໂຕກຽວ ເພື່ອຫາລືກ່ຽວກັບການຍົກຣະດັບການຮ່ວມມື ລະຫວ່າງ 2 ຝ່າຍ ແລະຫລາຍຝ່າຍຕໍ່ໄປ ແລະທັງ 2 ຝ່ານກໍໄດ້ເຫັນພ້ອມນໍາກັນ ທີ່ຈະສົ່ງເສີມການຮ່ວມມື ດ້ານຄວາມໝັ້ນຄົງ ແລະຂຍາຍການຝຶກແອບທາງທະຫານ ລະຫວ່າງ 2 ຝ່າຍ ແລະຫລາຍຝ່າຍ, ອີງຕາມ ຖແລງການຈາກກະຊວງປ້ອງກັນປະເທດຍີ່ປຸ່ນ.

ພວກທ່ານເວົ້າວ່າ ຈະບໍ່ອົດທົນຝ່າຍດຽວ ຕໍ່ການປ່ຽນແປງຂອງສະພາບການໃດໆ ທີ່ເກີດຂຶ້ນ ໂດຍໃຊ້ກໍາລັງ ໃນຂົງເຂດອິນໂດ-ແພຊີຟິກ ໂດຍສະເພາະຢ່າງຍິ່ງແມ່ນໃນເອເຊັຽຕາເວັນອອກ ແລະເອເຊັຽຕາເວັນອອກສ່ຽງໃຕ້. ຈີນມີສ່ວນກ່ຽວຂ້ອງໃນຂໍ້ຂັດແຍ່ງທາງທະເລ ກັບຍີ່ປຸ່ນ ເໜືອໝູ່ເກາະ Senkaku ຫລື Diaoyu ໃນທະເລຈີນຕາເວັນອອກ ແລະວ່າ ກອງປະຊຸມ 2 ບວກ 2 ຄັ້ງທໍາອິດ ເມື່ອວັນເສົາຜ່ານມາ ຍັງຈະສືບຕໍ່ສົ່ງເສີມການຮ່ວມມື ດ້ານການປ້ອງກັນປະເທດ ລະຫວ່າງ 2 ຝ່າຍ ແລະການແລກປ່ຽນເພື່ອສນັບສນູນ ແລະເສີມສ້າງຄວາມເຂັ້ມແຂງ, ເສຣີ ແລະເປີດກວ້າງ ຢູ່ພາກພື້ນອິນໂດ-ແພຊີຟິກ ຫລື FOIP. ມາດາມ Lamkin ກ່າວວ່າ ພວກເຮົາຕ້ອງການພັນທະມິດ ເຊັ່ນຍີ່ປຸ່ນ ແລະສະຫະຣັຖອາເມຣິກາ ເພື່ອເຮັດໃຫ້ຈີນເຄົາຣົບກົດໝາຍລະຫວ່າງປະເທດ ໃນເຂດທະເລ ຟິລິບປິນສ໌ຕາເວັນຕົກ ແລະຢູ່ໃນສ່ວນທີ່ເຫລືອທັງໝົດຂອງທະເລຈີນໃຕ້.  

ຈີນອ້າງກັມມະສິດໃນທະເລຈີນໃຕ້ ເກືອບວ່າທັງໝົດ ຮວມທັງນ່ານນໍ້າພາຍໃນເຂດເສຖກິຈ ຂອງ Brunei, ມາເລເຊັຽ, ຟິລິບປິນສ໌, ວຽດນາມ ແລະໄຕ້ຫວັນ. ສໍາລັບປະເທດອິນໂດເນເຊັຽ ທີ່ບໍ່ຖືວ່າຕົນເອງເປັນພາຄີ ຂອງຂໍ້ຂັດແຍ່ງໃນທະເລຈີນໃຕ້ນັ້ນ ທາງການຈີນກໍຍັງໄປອ້າງສິດທິທາງປວັດສາດ ໃນສ່ວນນຶ່ງຂອງທະເລ ທີ່ທັບຊ້ອນກັບເຂດເສຖກິຈ ຂອງອິນໂດເນເຊັຽເຊັ່ນກັນ.

ຖແລງການ ຈາກສໍານັກງານປະທານາທິບໍດີ Duterte ລະບຸວ່າ ນຶ່ງມື້ກ່ອນກອງປະຊຸມ 2 ບວກ 2 ນັ້ນ ປະທານາທິບໍດີ Rodrigo Duterte ທີ່ມີກໍານົດອອກຈາກຕໍາແໜ່ງ ຫລັງການເລືອກຕັ້ງທົ່ວໄປ ຂອງຟິລິບປິນສ໌ ໃນເດືອນພຶສພາທີ່ຈະມາເຖິງນີ້ ແລະເປັນຜູ້ທີ່ເອີ້ນ ທ່ານ Xi Jinping ປະທານປະເທດຈີນຢູ່ຕລອດວ່າ ເປັນເພື່ອນນັ້ນ ໄດ້ປະຊຸມກັນຜ່ານທາງໂທຣະສັບ ກັບທ່ານ Xi Jinping. ໃນນັ້ນ ທັງ 2 ທ່ານເວົ້າວ່າ ພວກທ່ານເຮັດວຽກເພື່ອຮັກສາສັນຕິພາບ ແລະສະເຖັຍຣະພາບໃນທະເລຈີນໃຕ້ ໂດຍໃຊ້ຄວາມອົດກັ້ນຍັບຍັ້ງການກະທໍາທຸກຢ່າງ.

ໃນຂະນະດຽວກັນ ກໍມີຂ່າວອອກມາເມື່ອວັນພະຫັດທີ່ແລ້ວວ່າ ເປັນເວລາຫລາຍມື້ແລ້ວທີ່ເຮືອລາຕເວນຊາຍຝັ່ງທະເລ ຂອງຈີນໄດ້ຕິດຕາມເຮືອສໍາຣວດ ຂອງບັນດານັກວິທຍາສາດຟິລິບປິນສ໌ ແລະໄຕ້ຫວັນ ຢູ່ນອກເຂດນ່ານນໍ້າ ທາງຕອນເໜືອຂອງຟິລິບປິນສ໌ ອັນເຮັດໃຫ້ເກີດຄວາມກັງວົນ, ເຖິງແມ່ນວ່າ ຖແລງການຂອງສໍານັກງານ ປະທານາທິບໍດີ Duterte ຈະໄດ້ອະທິບາຍ ເຖິງການສົນທະນາກັນທາງໂທຣະສັບ ທີ່ຍືດຍາວເປັນຊົ່ວໂມງນັ້ນວ່າ ມີລັກສະນະ “ເປີດກວ້າງ, ອົບອຸ່ນ ແລະເປັນໄປໃນທາງບວກ.”

ຫລັງຈາກນັ້ນຕໍ່ມາ ຣັຖບານຟິລິບປິນສ໌ກໍໄດ້ສ້າງຄວາມແປກໃຈ ໃຫ້ຫລາຍປະເທດ ໃນມື້ກ່ອນຈະມີການລົງຄະແນນສຽງ ຄັດຄ້ານຣັສເຊັຽ ທີ່ເປັນພັນທະມິດຂອງຈີນ ໂດຍສນັບສນູນມະຕິວ່າດ້ວຍການ ຖອນຣັສເຊັຽ ອອກຈາກສະພາສິດທິມະນຸສ ສະຫະປະຊາຊາດ.

ນອກຈາກນີ້ ເມື່ອເດືອນກັນຍາທີ່ຜ່ານມາ ເວລາທີ່ສະຫະຣັຖອາເມຣິກາ, ອອສເຕຣເລັຍ ແລະ ສະຫະຣາຊອານາຈັກອັງກິຈ ໄດ້ປະກາດສ້າງສົນທິສັນຍາ ວ່າດ້ວຍຄວາມໝັ້ນຄົງສາມຝ່າຍ ຫລື AUKUS, ຟິລິບປິນສ໌ກໍເປັນປະເທດທໍາອິດ ໃນຂົງເຂດເອເຊັຽຕາເວັນອອກສ່ຽງໃຕ້ ທີ່ຮັບຮອງສົນທິສັນຍາສະບັບດັ່ງກ່າວ ເຖິງແມ່ນວ່າຈະມີຄວາມກັງວົນ ນໍາປະເທດອື່ນໆ ໃນຂົງເຂດ ອັນມີຮວມທັງມາເລເຊັຍ ແລະອິນໂດເນເຊັຍ ນໍາດ້ວຍນັ້ນກໍຕາມ.

ແຕ່ເຖິງຢ່າງໃດກໍຕາມ ມາດາມ Lamkin ກໍກ່າວວ່າ ດ້ວຍການລືອກຕັ້ງປະທານາທິບໍດີ ຟິລິບປິນສ໌ ທີ່ກໍາລັງຄືບຄານເຂົ້າມາ ໃນເດືອນພຶສພາທີ່ຈະມາເຖິງນີ້, ທຸກສາຍຕາແມ່ນກໍາລັງຈັບຈ້ອງເບິ່ງວ່າ ແມ່ນຜູ້ໃດຈະໄດ້ຮັບໄຊຊະນະ ໃນການແຂ່ງຂັນເລືອກຕັ້ງທົ່ວໄປຄັ້ງນີ້. ມາດາມກ່າວຕື່ມວ່າ “ການຕໍ່ສູ້ເພື່ອສິດອະທິປະໄຕຂອງພວກເຮົາ ໃນທະເລຟິລິບປິນສ໌ຕາເວັນຕົກນັ້ນ ຂຶ້ນຢູ່ກັບວ່າ ໃຜຈະເປັນປະທານາທິບໍດີ ຟິລິບປິນສ໌ຄົນຕໍ່ໄປ”.

ໃນກອງປະຊຸມສອງຝ່າຍ ຜ່ານທາງໂທຣະສັບເມື່ອວັນສຸກທີ່ແລ້ວ ປະທານາທິບໍ ດີ Rodrigo Duterte ແລະທ່ານ Xi Jinping ປະທານປະເທດຈີນ ໄດ້ເຫັນພ້ອມນໍາກັນວ່າ “ມີຄວາມມຸ້ງໝັ້ນ ທີ່ຈະຂຍາຍພື້ນທີ່ສໍາລັບ ການມີສ່ວນພົວພັນໄປໃນທາງບວກ” ໃນການແກ້ໄຂຂໍ້ຂັດແຍ່ງຢູ່ໃນທະເລຈີນໃຕ້.

ກອງປະຊຸມຜູ້ນໍາສອງປະເທດຄັ້ງນີ້ ມີຂຶ້ນໃນມື້ດຽວກັນກັບຟິລິບປິນສ໌ ແລະສະ ຫະຣັຖອາເມຣິກາສລຸບການຊ້ອມຣົບ ທີ່ໄດ້ດໍາເນີນໄປເປັນເວລາສອງອາທິດ ຊຶ່ງເປັນການຝຶກແອບທາງທະຫານໃຫຍ່ທີ່ສຸດ ອີກຄັ້ງນຶ່ງຂອງສອງປະເທດພັນທະມິດນີ້ ຊຶ່ງຮວມທັງການຝຶກຊ້ອມເພື່ອປ້ອງກັນເກາະ ທີ່ຢູ່ໂດດດ່ຽວຈາກການບຸກລຸກ ຂອງຕ່າງປະເທດ ຊຶ່ງອາຈໝາຍເຖິງຈີນ.

ແຕ່ເຖິງຢ່າງໃດກໍຕາມ ໃນຖແລງການຂອງສໍານັກງານ ປະທານາທິບໍດີຟິລິບປິນສ໌ ລະບຸວ່າ ທ່ານ Duterte ແລະທ່ານ Xi “ຍໍ້າເຖິງຄວາມຈໍາເປັນ ທີ່ຈະຕ້ອງໃຊ້ຄວາມພະຍາຍາມທຸກຢ່າງ ເພື່ອຮັກສາສັນຕິພາບ, ຄວາມໝັ້ນຄົງ ແລະສະເຖັຍຣະພາບ ໃນທະເລຈີນໃຕ້ ໂດຍການຍັບຍັ້ງການກະທໍາ, ຜ່ອນຄາຍຄວາມເຄັ່ງຕຶງ ແລະເຮັດວຽກໃນຂອບຂອງວຽກງານ ທີ່ທັງສອງຝ່າຍເຫັນພ້ອມຮ່ວມກັນ ເພື່ອການຮ່ວມມືກັນໃນການເຮັດວຽກ” ແລະວ່າ “ຜູ້ນໍາສອງປະເທດຮັບ ປາກວ່າ ເຖິງຈະຍັງມີຂໍ້ຂັດແຍ່ງກັນຢູ່ ແຕ່ສອງຝ່າຍກໍຍັງມຸ້ງໝັ້ນ ທີ່ຈະຂຍາຍພື້ນທີ່ ສໍາລັບການມີສ່ວນຮ່ວມໄປໃນທາງທີ່ດີ ຊຶ່ງສະທ້ອນເຖິງການພົວພັນລະຫວ່າງຟິລິບປິນສ໌ ແລະຈີນ ເປັນໄປແບບໄດນາມິກ ຫລືມີຊີວິດຊີວາ ແລະຫລາຍ

ນິຕິ”, ແຕ່ຈີນຍັງສືບຕໍ່ຂຍາຍດິນແດນ ແລະໝູ່ເກາະຕ່າງໆ ທີ່ຈີນຍຶດຄອງໃນທະເລຈີນໃຕ້ຢູ່ຕໍ່ໄປ.

ແຕ່ເຖິງຢ່າງໃດກໍຕາມ ປະທານາທິບໍດີ Rodrigo Duterte ກໍຍັງເອີ້ນທ່ານ Xi Jinping ວ່າເປັນ “ເພື່ອນ” ມາໂດຍຕລອດ ແລະເວົ້າຫລາຍເທື່ອນັບຕັ້ງແຕ່ທ່ານໄດ້ດໍາຣົງຕໍາແໜ່ງ ເປັນປະທານາທິບໍດີ ເມື່ອປີ 2016 ວ່າ ຈີນມີຄວາມສາມາດຍິງຈະຣວດ ເຂົ້າມາໃນເຂດຟິລິບປິນສ໌ ແລະທ່ານກໍຈະບໍ່ສົ່ງກອງທະຫານຟິລິບປິນສ໌ ໄປໃຫ້ຖືກສັງຫານ. ທ່ານຫາສ່ອງທາງ ສ້າງສາຍສໍາພັນຄືນໃໝ່ ກັບຈີນແທນ ແລະສອງປະເທດ ຕ່າງກໍຢືນຢັນເຖິງຄວາມສໍາຄັນ ໃນການສືບຕໍ່ການເຈຣະຈາ ເພື່ອແກ້ໄຂບັນຫາຂັດແຍ່ງໃນທະເລຈີນໃຕ້ ແລະເພື່ອໃຫ້ປະເທດ ທີ່ອ້າງ ກັມມະສິດທຸກປະເທດ ຮ່ວມກັນເຮັດວຽກເພື່ອສລຸບເຣື່ອງ “ລະບຽບການປະຕິບັດ” ຫລື “code of conduct” ສໍາລັບທະເລໃນທີ່ສຸດ.

ໃນຖແລງການຂອງຈີນ ລະບຸວ່າ ທ່ານ Xi Jinping ເຫັນພ້ອມກັບວິທີການແກ້ໄຂບັນຫາຂໍ້ຂັດແຍ່ງ ໃນທະເລຈີນໃຕ້ ທີ່ທັງ 2 ປະເທດໄດ້ເຫັນດີຮ່ວມກັນ ແຕ່ ຣັຖບານຈີນ ໄດ້ລະເລີຍຄໍາຕັດສິນຂອງສານລະຫວ່າງປະເທດ ທີ່ກຸງ Hague ເມື່ອປີ 2016 ຕລອດມາ ຊຶ່ງປະຕິເສດຄໍາກ່າວອ້າງ ຂອງຈີນທີ່ວ່າ ເຂດທະເລຈີນໃຕ້ ທີ່ມີການຂັດແຍ່ງກັນ ເກືອບວ່າທັງໝົດເປັນຂອງຈີນ. ສະບາຍດີ

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.