ປ່າສງວນ ຢູ່ແຂວງເຊກອງ ຖືກບຸກລຸກ ເພື່ອການຜລິດ
2022.04.18

ຕົ້ນປີ 2022 ຫ້ອງການກະສິກັມ ແລະ ປ່າໄມ້ ເມືອງທ່າແຕງ ແຂວງເຊກອງ ຍັງພົບເຫັນປະຊາຊົນ ແລະ ພະນັກງານຣັຖທີ່ອອກບຳນານ ຈຳນວນ 75 ຄອບຄົວ ບຸກລຸກປ່າສງວນ ແລະ ປ່າປ້ອງກັນ ເພື່ອປູກກາມັນຕົ້ນ ແລະ ກາເຟ. ປະຊາຊົນ 75 ຄອບຄົວ ທີ່ໄປບຸກລຸກດິນປ່າສງວນ ມາຈາກ 12 ບ້ານ ເປັນຕົ້ນບ້ານໂທນນ້ອຍ, ບ້ານໂກງຕາຍູນ, ບ້ານຫ້ວຍຊາຍ, ບ້ານທ່າແຕງ, ບ້ານປະແຫຼງ, ບ້ານຍົກທົ່ງ, ບ້ານສະທື ແລະ ບ້ານປະລຳ, ແລະ ອີກ 4 ບ້ານ ບໍ່ໄດ້ລະບຸຊື່.
ເຈົ້າໜ້າທີ່ ກ່ຽວຂ້ອງ ແຂວງເຊກອງ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນວັນທີ 18 ເມສາ ວ່າ:
“ໂຕນີ້ພວກເຮົາ ກໍໄດ້ສຶກສາແລ້ວ ຈຳນວນນຶ່ງ ເຮັດບົດບັນທຶກ ເຊັນສັນຍາຕື່ມ ບາງຄົນ ກໍຕ້ອງຖືກຣະບຽບພຸ້ນ. ດັດສ້າງ 3 ວັນບໍ່ ຫຼື ອາທິດໜຶ່ງບໍ່ ຕິດຄຸກຫັ້ນແລ້ວ ຄັນເວົ້າແລ້ວ ກໍດາຍເດີ ຄັນພະນັກງານເຂົາຢາກຢຶດເດ້.”
ອີງຕາມຂໍ້ມູນຈາກເຈົ້າໜ້າທີ່ ແຂວງເຊກອງ, ປະຊາຊົນຢູ່ບ້ານດັ່ງກ່າວ ເຂົ້າໄປບຸກລຸກປ່າສງວນແຫ່ງຊາດ ສາຍພູຫຼວງ, ພູຈວມ, ຍອດນ້ຳເຊໂດນ, ຫ້ວຍແປດ ແລະ ຫ້ວຍໂລ ເຊິ່ງ ເຈົ້າໜ້າທີ່ ໄດ້ເຮັດບົດບັນທຶກ ແລະ ກ່າວຕັກເຕືອນ ບໍ່ໃຫ້ສືບຕໍ່ບຸກລຸກປ່າໄມ້ອີກ, ອີກຈຳນວນນຶ່ງ ເຈົ້າໜ້າທີ່ ຈັບໃສ່ຄຸກດັດສ້າງ 3-7 ຄືນ ແຕ່ບໍ່ໄດ້ມີການປັບໃໝ ແຕ່ຢ່າງໃດ.
ສາເຫດທີ່ປະຊາຊົນ ແລະ ພະນັກງານ ບຸກລຸກປ່າສງວນ ແລະ ປ່າປ້ອງກັນ ຍ້ອນວ່າ ເຂົາເຈົ້າພາກັນປູກປາເຟ ໂດຍ ນຳແນວພັນຈາກປະເທດໄທຍ ແລະ ວຽດນາມ ມາປູກຕາມພູມປັນຍາທ້ອງຖິ່ນ ກໍເພື່ອເອົາໄວ້ ບໍຣິໂພກ ພາຍໃນຄອບຄົວ ເຫຼືອຈາກນັ້ນ ແມ່ນ ໄດ້ຂາຍ ສ້າງຣາຍໄດ້ໃຫ້ຄອບຄົວ ຍ້ອນວ່າ ມີພໍ່ຄ້າມາຮັບຊື້ໃນລາຄາກິໂລລະ 1,900-2,200 ກີບ ອີກທັງກາເຟ ເປັນພືດທີ່ປູກງ່າຍໃນເຂດພາກໃຕ້ຂອງລາວ ໂດຍ ບໍ່ຈຳເປັນໃຊ້ສານເຄມີ ກໍໄດ້ ຜົລຜລິດກໍງາມ.
ການບຸກລຸກປ່າສງວນເຣີ່ມມາແຕ່ປີ 2015 ເປັນຕົ້ນມາ, ອີງຕາມຂໍ້ມູນຈາກເຈົ້າໜ້າທີ່ ແຂວງເຊກອງ.
ເຈົ້າໜ້າທີ່ອຳນາດການປົກຄອງບ້ານ ຫ້ວຍຊາຍ ເມືອງທ່າແຕງ ແຂວງເຊກອງ ໄດ້ກ່າວໃນວັນທີ 18 ເມສາ ວ່າ:
“ແຕ່ 2015-2016 ພຸ້ນແລ້ວ ເຂົາເຣີ່ມເຮັດນ່າ ບອ່ນເຂົາເຮັດຫັ້ນ ກໍຍ້ອນວ່າ ບໍ່ໄດ້ອະນາໄມ ປູກງ່າຍ ບໍ່ໄດ້ເສັຽຫຍ້າ ຂ້າຝຸ່ນ ຕ່າງໆ ຫັ້ນນ່າ. ເອີ ສາເຫດ ມັນແນວນັ້ນ ແຕ່ວ່າ ຜົລຜລິດນີ້ ໃຫ້ເກັບ, ແຕ່ວ່າ ບໍ່ໃຫ້ອະນາໄມ ຄືບໍ່ໃຫ້ຕັດ ຕົ້ນໄມ້ກໍບໍ່ໃຫ້ຕັດ ບໍ່ໃຫ້ກັນແນວນັ້ນ ຫັ້ນນ່າ.”
ເຈົ້າໜ້າທີ່ກ່ຽວຂ້ອງ ແຂວງເຊກອງ ໃຫ້ຂໍ້ມູນວ່າ, ປະຊາຊົນ ໃນ 12 ບ້ານ ທີ່ບຸກລຸກປ່າສງວນແຫ່ງຊາດ ມີຣາຍຮັບ 5 ລ້ານ ກີບຕໍ່ປີ, ແຕ່ 5-6 ປີ ທີ່ຜ່ານມາ ຢູ່ ແຂວງເຊກອງ ມີນັກລົງທຶນຊາວວຽດນາມ ມາຕັ້ງໂຮງງານເກັບຊື້ມັນຕົ້ນແຫ້ງ ໃນລາຄາ ກິໂລກຼາມລະ 2,000-2,200 ກີບ ສະນັ້ນ ຈຶ່ງມີປະຊາຊົນ ແລະ ພະນັກງານຣັຖ ພາກັນປູກມັນຕົ້ນປ້ອນໂຮງງານມັນຕົ້ນ ເພື່ອສ້າງໃຫ້ຣາຍຮັບ ໃຊ້ຄອບຄົວຕົນເອງ.
ເຈົ້າໜ້າທີ່ກອງບັນຊາການ ປກສ ເມືອງທ່າແຕງ ແຂວງເຊກອງ ໄດ້ກ່າວ ໃນວັນທີ 18 ເມສາ ວ່າ:
“ມັນຕົ້ນ ນີ້ ເຂົາຊື້ຢູ່ກິໂລລະ 2,200-2,100 ກີບ ກໍພາກັນປູກ ແຕ່ວ່າ ໄທເຮົາ ກໍເຄື່ອນຢູ່ ບາງຄົນກໍວ່າ ຈຳເປັນ ຈຳເປັນ ຈຳເປັນ ຈຳເປັນກໍຕ້ອງໄດ້ຢຸດຕິ ເພາະວ່າ ຜ່ານມາ ເຮົາບໍ່ປູກ ເຮົາກໍຢູ່ໄດ້ເດ້ ເຮົາໄປເຮັດບ່ອນອື່ນ ເຮົາກໍມີທົ່ງນາ ມີດິນເຈົ້າຂອງແລ້ວເດ້ ເຮັດເອົາໂຕມີໃບຕາດິນແລ້ວຫັ້ນ ລະໂຕໃດ ບໍ່ມີໃບຕາດິນ ເພິ່ນຫ້າມບໍ່ໃຫ້ເຮັດ ກໍແມ່ນ ບໍ່ຕ້ອງເຮັດຫັ້ນນ່າ.”
ປະຊາຊົນທີ່ປຸກລຸກປ່າສງວນ ແລະ ປ່າປ້ອງກັນ ສ່ວນໃຫຍ່ ເປັນຄອບຄົວທີ່ທຸກຍາກ ບໍ່ມີເນື້ອທີ່ດິນທຳກິນ ຈຶ່ງພາກັນໄປ ບຸກລຸກປ່າ ເພື່ອສ້າງຣາຍໄດ້ໃຫ້ຄອບຄົວ, ພາກສ່ວນທີ່ກ່ຽວຂ້ອງ ມີແຜນຈະຊ່ວຍຊອກຫາເນື້ອທີ່ທຳການຜລິດກະສິກັມ ເພື່ອປູກຜັກສວນຄົວປອດສານພິດ ໃຫ້ປະຊາຊົນ 75 ຄອບຄົວດັ່ງກ່າວ ທີ່ບໍ່ມີເນື້ອທີ່ເຮັດການຜລິດ ພ້ອມໃຫ້ເງິນຊ່ວຍເຫຼືອລ້າຄອບຄົວລະ 10 ລ້ານກີບ ໃຫ້ເປັນຕົ້ນທຶນ ການປູກຜັກສວນຄົວຕໍ່ໄປ.
ເຈົ້າໜ້າທີ່ກ່ຽວຂ້ອງ ເມືອງທ່າແຕງ ແຂວງ ເຊກອງ ກ່າວໃນ ວັນທີ 18 ເມສາ ວ່າ:
“ບໍ່ມີດິນ ເຮັດກິນ ເຮັດຢາກນີ້ແຫຼະ ບໍ່ມີທຶນ ມີຮອນນີ້ແຫຼະ ເຂົາກໍມີແຕ່ເວົ້າແນວນັ້ນ ຈັ່ງຊິເຮັດ ຈັ່ງຊິຫາຫຍັງ ເຂົາກໍປູກມັນຕົ້ນ ມັນຕອກ ມັນຕົ້ນ ພໍໄດ້ເງິນ ຊື້ເຂົ້າ ຊື່ນ້ຳກິນ ແຕ່ວ່າ ດຽວນີ້ຫັ້ນ ພວກເຮົາ ກຳລັງຊິເອົາ ແບບທຶນ ຫັ້ນນ່າ ສົມມຸດວ່າ ຄອບຄົວນຶ່ງ 10 ລ້ານ ກີບ ນີ້ໃຫ້ລົງມາປູກຜັກ ຕາມດິນດອນ ຕອນຫຍ້າ ແຖວນີ້ແຫຼະ ໃຫ້ເຂົາໂຕນັ້ນຫັ້ນ ກໍຊິເອົາ ໂຕປູກຜັກນີ້ແທນ.”
ທ່ານ ກ່າວຕື່ມວ່າ ປັດຈຸບັນ ໃນຈຳນວນ 75 ຄອບຄົວ ທີ່ບຸກລຸກປ່າສງວນ ແລະປ່າປ້ອງກັນ ໃນເນື້ອທີ່ 37 ເຮັກຕ້າຣ໌ ຈາກເນື້ອທີ່ປ່າສງວນປະມານ 24,000 ເຮັກຕ້າຣ໌ນັ້ນ ຫ້ອງການກະສິກັມ ແລະປ່າໄມ້ ໄດ້ອະນຸຍາດໃຫ້ສືບຕໍ່ປູກກາເຟ ແລະ ມັນຕົ້ນ ຈົນຮອດຣະດູເກັບກ່ຽວ ໃນປີນີ້ເທົ່ານັ້ນ, ແຕ່ບໍ່ອະນຸຍາດໃຫ້ສືບຕໍ່ເຮັດການຜລິດກະສິກັມ ໃນປີ 2023 ຕື່ມ, ເພື່ອປົກປັກຮັກສາປ່າໄມ້ ແລະ ຟື້ນພູປ່າໄມ້.
ນອກຈາກນີ້ ເຈົ້າໜ້າທີ່ກ່ຽວຂ້ອງ ຈະໄດ້ຕິດຕາມປະຊາຊົນ ແລະພະນັກງານຮັຖ 75 ຄອບຄົວນີ້ ໃນປີນີ້ ຕື່ມອີກວ່າ ຈະຍັງສືບຕໍ່ບຸກລຸກປ່າ ເພື່ອປູກກາເຟ ແລະ ມັນຕົ້ນ ຫຼື ຈະຢຸດເຊົາ ແຕ່ຖ້າຫາກຍັງພົບວ່າ ຄອບຄົວນຝ່າຝືນ ກໍຈະນຳເຂົ້າສູ່ຂບວນການຍຸຕິທັມ ແລະ ລົງໂທດຕາມກົດໝາຍຕໍ່ໄປ.