ປ່າປ້ອງກັນ ເມືອງທ່າໂທມ ຖືກບຸກລຸກ ເພື່ອປູກມັນຕົ້ນ

ສຸພັດຕາ
2023.03.10
ປ່າປ້ອງກັນ ເມືອງທ່າໂທມ ຖືກບຸກລຸກ ເພື່ອປູກມັນຕົ້ນ ແຜນທີ່ເມືອງທ່າໂທມ ແຂວງໄຊສົມບູນ.
RFA created OpenStreetMap contributors

ປະຊາຊົນຫຼາຍເມືອງ ຫຼາຍແຂວງ ໄປບຸກລຸກປ່າປ້ອງກັນ ນໍ້າຊັນ-ນໍ້າເກື້ອ ຢູ່ເມືອງທ່າໂທມ ແຂວງໄຊສົມບູນ ເພື່ອປູກມັນຕົ້ນ ໂດຍປ່າປ້ອງກັນນີ້ ແມ່ນເປັນປ່າ ເພື່ອປົກປັກຮັກສາໄວ້ ເພື່ອຊັພຍາກອນນໍ້າ ແລະແຄມນໍ້າ, ຄຸນນະພາບຂອງດິນ ແລະປ້ອງກັນພັຍພິບັດຕ່າງໆທາງທັມມະຊາຕ.

ສໍາລັບສາເຫດ ທີ່ເຮັດໃຫ້ປະຊາຊົນນິຍົມພາກັນບຸກລຸກປ່າ ເພື່ອປູກມັນຕົ້ນ ກໍຍ້ອນວ່າ ປູກມັນຕົ້ນ ແລະປູກຝັງ ແຕ່ເດືອນມິນາ-ພຶສຈິກາ ຕໍ່ປີ ໄດ້ຣາຍຮັບດີກວ່າການປູກເຂົ້າ ແລະພືດຊະນິດອື່ນໆ ແລະຈະເຮັດໃຫ້ພວກເຂົາເຈົ້າ ຫຼຸດພົ້ນອອກຈາກຄວາມທຸກຍາກໄດ້.

ຂະນະທີ່ ປີນີ້ ປະຊາຊົນພາກັນປູກມັນຕົ້ນ ຈໍານວນຫຼວງຫຼາຍ ພາຍໃນເມືອງທ່າໂທມ ເກືອບຈະມີທຸກບ້ານ ທີ່ປູກມັນຕົ້ນ ຢູ່ໃນເນື້ອທີ່ປ່າປ້ອງກັນ ແລະປະຊາຊົນ ພາກັນປັກຫຼັກໝາຍ ຈັບຈອງເນື້ອທີ່ເພື່ອປູກມັນຕົ້ນ ຂອງໃຜຂອງລາວແລ້ວ ເຖິງແມ່ນວ່າ ທາງການລາວ ຈະບໍ່ໃຫ້ບຸກເບີກກໍຕາມ, ຕາມຄວາມເວົ້າ ຂອງຊາວບ້ານ ຢູ່ບ້ານຊຽງຕັນ ເມືອງທ່່າໂທມ ແຂວງໄຊສົມບູນ:

“ສ່ວນຫຼາຍມີທຸກບ້ານ ປີນີ້ ເຂົາປູກຫຼາຍເດ້ ມັນເຮັດມັນໄດ້ຫຼາຍ ໄດ້ຫຼາຍກວ່າປູກເຂົ້າ ວ່າຈັ່ງຊີ້ສາ ເພາະວ່າ ຄັນສເລັ່ຽວ່າ ປູກເຂົ້າໄດ້ປີນຶ່ງ ໄດ້ປະມານ 10 ລ້ານ (ກີບ) ປູກມັນໄດ້ 30-50 ລ້ານ (ກີບ) ປະຊາຊົນເຂົາເຈົ້າ ພາກັນໄປປູກ ປ່າແຖວນີ້ແຫຼະ ເຂົາກໍບໍ່ໄດ້ບຸກເບີກດອກ ແຕ່ວ່າປະຊາຊົນ ເຂົາບໍ່ອັນນັ້ນດອກ ແຕ່ສ່ວນຫຼາຍ ເຂົາເຈົ້າໄປຈັບຈອງປ່າ ແລ້ວເຂົາກໍບຸກເບີກ ໄປເລີຍນ່າ.”

ນອກຈາກນີ້ ຊາວບ້ານພາກັນນິຍົມປູກມັນຕົ້ນ ຍ້ອນວ່າ ປີນີ້ ລາຄາມັນຕົ້ນ ບໍ່ວ່າຈະປະເພດແຫ້ງ ຫຼືດິບ ແມ່ນລາຄາສູງກວ່າປີທີ່ຜ່ານມາ ໂດຍລາຄາມັນຕົ້ນ ປະເພດແຫ້ງ ປີນີ້ ຢູ່ທີ່ ໂລລະ 3,100-3,200 ກີບ ຂະນະທີ່ ປີທີ່ຜ່ານມາ ກິໂລລະ 1,000 ກີບ ແລະລາຄາມັນຕົ້ນປະເພດດິບ ປີນີ້ ກິໂລລະ 1,400-1,500 ກີບ ຂະນະທີ່ປີຜ່ານມາ ໂລລະ 400-500 ກີບ.

ຮວມໄປເຖິງ ຊາວບ້ານມີຕລາດເກັບຊື້ມັນຕົ້ນ ຂອງພວກເຂົ້າເຈົ້າຢ່າງຄັກແນ່ ຢູ່ເມືອງຄໍາເກີດ ແລະເມືອງບໍຣິຄັນ ແຂວງບໍຣິຄໍາໄຊ ເປັນໂຮງງານແປຮູບມັນຕົ້ນ ຂອງນັກລົງທຶນວຽດນາມ ຈຶ່ງເຮັດໃຫ້ຊາວບ້ານ ພາກັນນິຍົມປູກມັນຕົ້ນ.

ດັ່ງຊາວບ້ານ ຢູ່ບ້ານປາກຍອງ ເມືອງທ່່າໂທມ ແຂວງໄຊສົມບູນ ກ່າວວ່າ:

“ເຂົາເຈົ້າເລັ່ງໃສ່ປູກມັນຕົ້ນຫັ້ນແຫຼະ ລາຄາພໍຢາກຂຶ້ນໜ້ອຍນຶ່ງ ຂຍາຍເນື້ອທີ່ຫຼາຍຈຸດ ລາມໄປ ຍ້າຍໄປ ມັນຍັງທັມມະຊາຕເດ້ເນາະ ອາສັຍວ່າ ຈູດ ປູກ ມັນກໍບໍ່ໄດ້ໃສ່ຝຸ່ນເດ້ ເຂົາເຈົ້າປູກນີ້ ໂອ້ ເມືອງບໍຣິຄັນນີ້ ມີໂຮງງານນໍາ ຢູ່ທາງຫຼັກ 20 ນີ້ ທາງບໍຣິຄໍາໄຊ ເຂົາເຈົ້າມີ 2 ໂຮງງານ ເມືອງຄໍາເກີດ ເປັນວຽດນ່າ ສ່ວນຫຼາຍເປັນວຽດ.”

ທີ່ຜ່ານມາ ເຈົ້າໜ້າທີ່ທີ່ກ່ຽວຂ້ອງໄດ້ມີການປັບໃໝ ແລະສຶກສາອົບຮົມ ປະຊາຊົນທີ່ບຸກລຸກປ່າປ້ອງກັນ ເພື່ອປູກມັນຕົ້ນບໍ່ທົ່ວເຖິງ ຍ້ອນບາງເທື່ອ ເຈົ້າໜ້າທີ່ບາງຄົນ ບໍ່ໄດ້ໃຊ້ກົດໝາຍ ນໍາປະຊາຊົນຢ່າງເຂັ້ມງວດ ເນື່ອງຈາກ ເລັງເຫັນເຖິງບັນຫາພື້ນທີ່ທໍາກິນ ເພື່ອຄວາມຢູ່ລອດປອດພັຍ ຂອງປະຊາຊົນກ່ອນ ອີກທັງ ພາຍໃນເມືອງທ່າໂທມ ກໍບໍ່ໄດ້ມີໂຮງຈັກໂຮງງານ ຫຼືອາຊີບທີ່ພໍຈະໃຫ້ປະຊາຊົນເຮັດທົດແທນ ການປູກມັນຕົ້ນ.

ດັ່ງຊາວບ້ານ ຢູ່ບ້ານທ່າວຽງໄຊ ເມືອງທ່າໂທມ ແຂວງໄຊສົມບູນ ກ່າວວ່າ:

“ມີການປັບໃໝແຫຼະ ແຕ່ວ່າ ປັບໃໝ ກໍບໍ່ທົ່ວເຖິງດອກ ເພາະວ່າປະຊາຊົນເຂົາ ອາສັຍແຕ່ບໍ່ມີແນວເຮັດແນວຫາ ແນວອື່ນນ່າ ເຂົາອາສັຍແຕ່ກະສິກັມນີ້ ປູກຝັງລ້ຽງສັດນີ້ ແລ້ວລ້ຽງສັດ ມັນກໍບໍ່ໄດ້ແລ້ວ ສ່ວນຫຼາຍເຂົາຫັ້ນໄປເຮັດມັນຕົ້ນໝົດ ແລ້ວຈະຫ້າມແຕ່ບໍ່ໃຫ້ເຮັດ ແຕ່ວ່າ ເຂົາເຈົ້າ ເສຖກິຈແນວນີ້ ມັນກໍບໍ່ອັນນັ້ນແລ້ວ ອາສັຍແຕ່ແນວນີ້.”

ດ້ານເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ຢູ່ເມືອງທ່າໂທມ ແຂວງໄຊສົມບູນ ກ່າວວ່າ ລັກສະນະພື້ນທີ່ ຂອງເມືອງທ່າໂທມ ສ່ວນໃຫຍ່ເປັນພື້ນທີ່ພູດອຍ ກວມເອົາ 70% ຂອງເມືອງ ຈຶ່ງເຮັດໃຫ້ພື້ນທີ່ທົ່ງພຽງ ທີ່ເໝາະສົມແກ່ການປູກເຂົ້າ ແລະພືດອື່ນໆ ມີບໍ່ພຽງພໍໃຫ້ປະຊາຊົນ ພາຍໃນເມືອງເຮັດການຜລິດເພື່ອລ້ຽງຊີບ, ສະນັ້ນ ປະຊາຊົນພາຍໃນເມືອງ ຈຶ່ງພາກັນໄປປູກມັນຕົ້ນຢູ່ປ່າປ້ອງກັນ ແລະບໍ່ພຽງແຕ່ປະຊາຊົນ ພາຍໃນເມືອງເທົ່ານັ້ນ ທີ່ບຸກລຸກປ່າປ້ອງກັນ ເພື່ອປູກມັນຕົ້ນ ແຕ່ຮວມໄປເຖິງ ປະຊາຊົນຈາກເມືອງຊໍາເໜືອ ແຂວງຫົວພັນ, ເມືອງບໍຣິຄັນ ເມືອງຄໍາເກີດ ແຂວງບໍຣິຄໍາໄຊ, ເມືອງໝອກ ເມືອງຄູນ ແຂວງຊຽງຂວາງ ກໍເຂົ້າມາບຸກລຸກປ່າປ້ອງກັນ ເພື່ອປູກມັນຕົ້ນນໍາດ້ວຍ.

ອີກທັງ ໂຄງການພັທນາຕ່າງໆ ພາຍໃນແຕ່ລະເມືອງທົ່ວປະເທດລາວ ໂດຍສະເພາະ ໂຄງການກໍ່ສ້າງເຂື່ອນໄຟຟ້ານໍ້າຊັນ 3A ເມືອງທ່າໂທມ ແຂວງໄຊສົມບູນ, ໂຄງການກໍ່ສ້າງເຂື່ອນໄຟຟ້ານໍ້າຊັນ 3B ເມືອງຄູນ ແຂວງຊຽງຂວາງ ແລະໂຄງການກໍ່ສ້າງເຂື່ອນໄຟຟ້ານໍ້າງຽບ 1 ເມືອງບໍຣິຄັນ ແຂວງບໍຣິຄໍາໄຊ ທັງໝົດ ລ້ວນເປັນໂຄງການພັທນາ ທີ່ເອົາດິນທໍາການຜລິດຂອງຊາວ້ບານ ແລະເອົາດິນປ່າ ທັງປ່າສງວນ ແລະປ່າປ້ອງກັນ ເພື່ອສ້າງເຂື່ອນ ຈຶ່ງເຮັດໃຫ້ປະຊາຊົນຈໍານວນບໍ່ໜ້ອຍ ບໍ່ມີເນື້ອທີ່ທໍາການຜລິດ ໃນເຂດຂອງພວກເຂົາເຈົ້າ ແລ້ວກໍພາກັນມາບຸກປ່າ ເພື່ອຫາລາຍໄດ້ ລ້ຽງດູໂຕເອງແລະຄອບຄົວ.

ດັ່ງທ່ານກ່າວ ໃນມື້ດຽວກັນນີ້ວ່າ:

“ພື້ນທີ່ເຮົາ ມັນສ່ວນຫຼາຍ ເປັນສູງເນາະ ເປີເຊັນພູນີ້ ມັນ 70% ຕາມສະພາບພູມິສັນຖານ ຂອງເມືອງເຮົາ ການພັທານ ມັນກໍອັນໂຕເຂື່ອນ ໂຕນີ້ ເຂົາເຈົ້າເຮັດເຂື່ອນນີ້ ມີໂຕນໍ້າຊັນນີ້ເນາະ ນໍ້າງຽບ ກວມດິນນາ ດິນນີ້ຫຼາຍ ເສັຽໆໄປຈໍານວນນຶ່ງ ກວມເອົາເນື້ອທີ່ຂອງປະຊາຊົນ ໂຄງການກໍຫາກມີຜົລກະທົບແດ່ ເວົ້າເຣື່ອງເຮັດເຂື່ອນນີ້.”

ຫຼ້າສຸດ ເມື່ອບໍ່ດົນມານີ້ ພາກສ່ວນທີ່ກ່ຽວຂ້ອງ ມີການປະຊຸມ ກ່ຽວກັບເຣື່ອງປະຊາຊົນຫຼາຍເມືອງ ຫຼາຍແຂວງ ພາກັນບຸກລຸກປ່າປ້ອງກັນ ນໍ້າຊັນ-ນໍ້າເກື້ອ ຢູ່ເມືອງທ່າໂທມ ແຂວງໄຊສົມບູນແລ້ວ ໂດຍຂັ້ນເທິງ ແລະພາກສ່ວນທີ່ກ່ຽວຂອງ ປະຈໍາເມືອງທ່າໂທມ ໄດ້ສົ່ງເອກກະສານໄປຂັ້ນແຂວງ ເພື່ອໃຫ້ພິຈາຣະນາງົບປະມານ ເພື່ອລົງຕິດຕາມກວດກາ ແລະຮິບໂຮມຂໍ້ມູນ ກ່ຽວກັບເນື້ອທີ່ປ່າປ້ອງກັນ ນໍ້າຊັນ-ນໍ້າເກື້ອ ທີ່ຖືກບຸກລຸກ ເພື່ອອອກນິຕິກັມກໍານົດ ເຂດປ່າປ້ອງກັນ ໃຫ້ເປັນປ່າເພື່ອປູກມັນຕົ້ນແກ່ປະຊາຊົນ ໂດຍໃຫ້ປະຊາຊົນ ເສັຽພາສີທີ່ດິນຄັກແນ່ ແລະບໍ່ໃຫ້ປູກມັນຕົ້ນ ກາຍຂອບເຂດທີ່ທາງການກໍານົດ ປັກຫຼັກໝາຍໄວ້ ແຕ່ຈະປະຕິບັດໄດ້ຫຼືບໍ່ນັ້ນ ກໍຂຶ້ນຢູ່ກັບງົບປະມານທີ່ທາງພາກຣັຖ ແລະອົງການສາກົລ ຈະສນັບສນູນ ໃນວຽກງານເທື່ອນີ້, ດັ່ງເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ຢູ່ເມືອງທ່າໂທມ ແຂວງໄຊສົມບູນ ຜູ້ດຽວກັບຂ້າງເທິງ ກ່າວຕື່ມວ່າ:

“ເຂົາເຈົ້າຂຍາຍ (ເນື້ອທີ່ປູກມັນຕົ້ນ) ຫຼາຍແລ້ວບໍ່ ທ່ານຮອງເຈົ້າເມືອງກຽມຊິລົງ ແຕ່ລະບ້ານ ແຜນຂອງຫ້ອງການກໍຄື ກໍຢາກສເນີເວົ້າເຣື່ອງການກວດກາ ປະເມີນຄືນ ນໍາໃຊ້ (ປ່າປ້ອງກັນ) ນໍ້າຊັນ-ນໍ້າເກື້ອບໍ່ ເຂົາເຈົ້າລະບຸນີ້ ອີງໃສ່ນະໂຍບາຍ ດໍາຣັຖ 44 ເຮົາກໍໄດ້ຂຶ້ນແຜນໄປຫາ ທາງແຂວງພຸ້ນ ໃນຕໍ່ໜ້າເຮົາຊິມີແຜນແນວນັ້ນ ບ່ອນໃດເໝາະສົມ ເຮົາຈະໄດ້ຈັດໃຫ້ເຂົາເຈົ້າເສັຽພາສີເນາະ ເອົາໃບນີ້ແຫຼະ ເອົາໃບຕາດິນນີ້ ບ່ອນມັນຖືກຕ້ອງ ບ່ອນເໝາະສົມເນາະ.”

ອີງຕາມຂໍ້ມູນ ຈາກຜແນກກະສິກັມ ແລະປ່າໄມ້ ແຂວງໄຊສົມບູນ ລະບຸວ່າ ທີ່ຜ່ານມາ ພາກສ່ວນທີ່ກ່ຽວຂອງ ປະຈໍາເມືອງທ່າໂທມ ແຂວງໄຊສົມບູນ ໄດ້ມີການບັງຄັບໃຊ້ກົດໝາຍ ນໍາປະຊາຊົນ ທີ່ບຸກລຸກປ່າປ້ອງກັນ ນໍ້າຊັນ-ນໍ້າເກື້ອ ເພື່ອປູກມັນຕົ້ນ ໃນນັ້ນ ຈໍານວນ ແມ່ນສຶກສາອົບຮົມ ແລະເຮັດບັນທຶກ ແລະອີກຈໍານວນນຶ່ງ ໄດ້ດໍາເນີນຄະດີທາງກົດໝາຍ ຍື່ນສໍານວນຄະດີສົ່ງຟ້ອງສານ ເພື່ອປັບໃໝໃສ່ໂທດ ເນື່ອງຈາກເຈົ້າໜ້າທີ່ ຈັບໄດ້ວ່າ ບຸກລຸກປ່າປ້ອງກັນ ນໍ້າຊັນ-ນ້ໍາເກື້ອຫຼາຍຄັ້ງ.

ນອກຈາກນີ້ ການບຸກລຸກປ່າປ້ອງກັນເພື່ອປູກມັນຕົ້ນ ໂດຍສະເພາະ ປ່າປ້ອງກັນ ນໍ້າຊັນ-ນໍ້າເກື້ອ ຈະສົ່ງຜົລກະທົບ ຕໍ່ສິ່ງແວດລ້ອມ ທັງດ້ານອາກາດ ທີ່ຈະຮ້ອນອົບເອົ້າ ມີຝຸ່ນ ມົລພິດ ທີ່ມາຈາກການຈູດປ່າ ຖາງໄຮ່ ເພື່ອປູກມັນຕົ້ນຂອງປະຊາຊົນ ແລະດ້ານນໍ້າ ທີ່ຊົລປະທານ ຫ້ວຍໜອງຄອງບຶງ ຈະບໍ່ມີນໍ້າຈາກປ່າ ເພື່ອໃຫ້ຊາວບ້ານໄດ້ຊົມໃຊ້ຢ່າງພຽງພໍ ຫຼືບາງບ່ອນ ອາຈບໍ່ມີນໍ້າໃຫ້ຊົມໃຊ້ເລີຍ, ອີງຕາມຄວາມເວົ້າຂອງເຈົ້າໜ້າທີ່ ທີ່ກ່ຽວຂ້ອງເມືອງທ່າໂທມ ແຂວງໄຊສົມບູນ ກ່າວມ້ວນທ້າຍ.

ບໍ່ພຽງແຕ່ແຂວງໄຊສົມບູນ ເທົ່ານັ້ນ ທີ່ເກີດປະກົດການດັ່ງກ່າວ ເມືອງຄູນ ແຂວງຊຽງຂວາງ ກໍເກີດເຫດການລັກສະນະຄ້າຍກັນ, ອີງຕາມການໂພສເຟສບຸກຄ໌ ແອັງ ແຈງ ສີພະຈັນ ໃນວັນທີ 9 ມິນາ 2023 ທີ່ຜ່ານມາ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.