ເຣື້ອງທີ່ເກັບບັນທຶກໄວ້
2024-02-16
ປັດຈຸບັນ ລາວເປັນປະເທດ ທີ່ມີອັດຕຣາໄວຣຸ້ນຖືພາ ກ່ອນອາຍຸ 18 ປີ ເພີ່ມຂຶ້ນສູງທີ່ສຸດ ໃນພາກພື້ນເອເຊັຍຕາເວັນອອກສຽງໃຕ້ ສ່ວນໜຶ່ງເປັນຍ້ອນການຍອມຮັບ ໃຫ້ເດັກຍິງແຕ່ງດອງ ແຕ່ອາຍຸຍັງນ້ອຍ, ການຂາດຄວາມຮູ້ ດ້ານສຸຂອະນາໄມ ທາງເພດ, ຄວາມບໍ່ສະເໝີພາບ ລະຫວ່າງຍິງ-ຊາຍ ເປັນຕົ້ນ.
2024-02-16
ຈຳນວນຄົນລາວ ທີ່ສາມາດລະບຸໄດ້ ຢ່າງໜ້ອຍ 228,000 ຄົນທີ່ເຮັດວຽກໃນປະເທດໄທຍ ອີງຕາມການຣາຍງານ ຂອງສະຖານທູດລາວ ປະຈຳປະເທດໄທຍ ສ່ວນສາເຫດຕົ້ນຕໍ່ ເປັນຍ້ອນ ບັນຫາເສຖກິຈໃນລາວ.
2024-02-16
ທ່ານ ພົມມະ ພິມມະສອນ ເຖິງແກ່ ມໍຣະນະກັມ ໃນວັນທີ 25 ມົກກະຣາ 2024, ຮວມອາຍຸໄດ້ 79 ປີ 7 ເດືອນ 17 ມື້. ພິທີ ຊາປະນະກິດ ຈັດຂຶ້ນ ໃນວັນທີ 3 ກຸມພາ 2024.
2024-02-16
ເກີດເຫດການ ກຸ່ມຊາຍຊາວຈີນ ໂຍນບ້ວງຄ້ອງແມ່ຍິງລາວ ທີ່ເປັນພະນັກງານ ຂອງໂຮງແຮມ ແມ່ຂອງເຊິ່ງເປັນໂຮງແຮມ ຂອງຈີນ ຢູ່ນະຄອນຫຼວງວຽງຈັນ ເຊິ່ງຕໍ່ມາເຫດການດັ່ງກ່າວ ຖືກສັງຄົມວິພາກວິຈານໃນທາງທີ່ບໍ່ເໝາະສົມ ເປັນການດູຖູກກຽດສັກສີແມ່ຍິງລາວ.
2024-02-15
ສລຸບຜົລໄດ້ຮັບການຈັດຕັ້ງປະຕິບັດ ເຄື່ອງມືນະໂຍບາຍ ເງິນຕຣາ ເພື່ອແກ້ໄຂບັນຫາ ການເພີ່ມຂຶ້ນຂອງອັດຕຣາເງິນເຟີ້, ແກ້ໄຂຄວາມຜັນຜວນ ຂອງອັດຕຣາແລກປ່ຽນ ເຊິ່ງການປະຕິບັດກົດໝາຍ ເພື່ອຄຸ້ມຄອງເງິນຕຣາຕ່າງປະເທດ ແລະຄົ້ນຄ້ວາມາຕການຄຸ້ມຄອງເງິນຕຣາ ຕ່າງປະເທດໃຫ້ເຂົ້າສູ່ລະບົບ.
2024-02-15
ເຈົ້າໜ້າທີ່ຂັ້ນສູງ ຂອງຣັຖບານລາວ ພະຍາຍາມແກ້ໄຂບັນຫາ ພະນັກງານ-ຣັຖກອນ ແລະ ປະຊາຊົນລາວ ຈຳນວນຫລາຍ ໜີໄປເຮັດວຽກ ຢູ່ຕ່າງປະເທດຫລາຍເກີນໄປ ຈົນເຮັດໃຫ້ພາຍໃນປະເທດ ຂາດເຂີນຄົນງານ.
2024-02-15
ເຈົ້າໜ້າທີ່ ລົງກວດກາປ້າຍທີ່ບໍ່ຖືກຕ້ອງຕາມລະບຽບ ແລະ ຮື້ຖອນປ້າຍໂຄສະນາ, ປ້າຍຊື່ຮ້ານ ທີ່ເປັນພາສາຈີນ ແລະ ພາສາຕ່າງປະເທດອື່ນໆ ລວມທັງ ປ້າຍທີ່ຕິດລາຄາສິນຄ້າ ເປັນເງິນຕຣາຕ່າງປະເທດ ເຊິ່ງຖືວ່າຜິດລະບຽບກົດໝາຍ.
2024-02-15
ຫ້ວຍນໍ້ານາແທ່ນ ເມືອງວຽງໄຊ ແຂວງຫົວພັນ ກາຍເປັນສີຂຽວ ກິນໄລຍະທາງຍາວ 3 ກິໂລແມັດ ເຮັດໃຫ້ຊາວບ້ານນາແທ່ນ ຈຳນວນຫຼາຍສິບຄອບຄົວ ທີ່ອາໄສນ້ຳໃນຫ້ວຍດັ່ງກ່າວ ເພື່ອອຸປະໂພກ ໄດ້ຮັບຄວາມເດືອດຮ້ອນ.
2024-02-15
ພະນັກງານຣັຖ ຈໍານວນ 28 ຄົນ ຂອງແຂວງອັດຕະປື ທີ່ມີຄວາມຜິດ ການສໍ້ຣາສບັງຫລວງ ເປັນຕົ້ນວ່າ ການສວຍໃຊ້ໜ້າທີ່-ຕໍາແໜ່ງ ເພື່ອສະແຫວງຫາຜົລປະໂຍດເຂົ້າໂຕເອງ, ຮັບແລະໃຫ້ສິນບົນ, ສ້າງຄວາມເສື່ອມເສັຍ ໃຫ້ພັກ-ຣັຖ ຖືກລົງໂທດ ດ້ວຍການໄລ່ອອກຈາກພັກ ແລະກ່າວຕັກເຕື່ອນ.
2024-02-14
ພະນັກງານ-ຣັຖກອນລາວຫລາຍຄົນ ພາກັນລາອອກຈາກການ ເພື່ອໄປເຮັດວຽກຢູ່ຕ່າງປະເທດ ຍ້ອນເງິນເດືອນຢູ່ລາວ ໜ້ອຍເກີນໄປ ບໍ່ກຸ້ມກິນ.
2024-02-14
ທະຫານຈໍານວນຫຼາຍ 10 ຄົນ ໄປເຮັດວຽກຮັບຈ້າງເປັນຄົນງານ ຢູ່ສວນຖົ່ວເຫຼືອງ ຂອງຄົນຈີນ ຫຼາຍແຫ່ງ ໂດຍທີ່ເຂົາເຈົ້າໄປເຮັດວຽກ ໃນວັນພັກ ແລະ ກ່ອນເວລາເຂົ້າການ ເພື່ອເປັນການຫາລາຍໄດ້ເພີ່ມ ໂດຍສະເພາະ ໃນຍຸກເສຖກິຈທົດຖອຍ.
2024-02-14
ປັດຈຸບັນ ຊາວລາວ ໃນຫຼາຍເມືອງ ແລະຫຼາຍແຂວງ ຂອງປະເທດລາວ ມີຊ່ອງທາງໃນການເຂົ້າເຖິງ ຂໍ້ມູນຂ່າວສານ ຜ່ານສື່ສັງຄົມອ໋ອນລາຍນ໌ໄດ້ຫຼາຍຂຶ້ນ ແຕ່ຂາດເສຣີພາບ ໃນການສະແດງຄວາມເຫັນ ຕໍ່ປະເດັນດ້ານການເມືອງ-ສັງຄົມ ຄືເກົ່າ ແລະຜູ້ທີ່ສືບຕໍ່ ວິພາກວິຈານ ການບໍຣິຫານປະເທດ.
2024-02-13
ຜູ້ປະກອບການທຸຣະກິຈ ຄອບຄົວ ຮຽກຮ້ອງໃຫ້ທາງການແກ້ໄຂ ເງື່ອນໄຂໃນການເຂົ້າເຖິງ ແຫຼ່ງທຶນກູ້ຢືມທີ່ກະຕຸ້ນເສຖກິຈ ເຊິ່ງຜູ້ປະກອບການເຫຼົ່ານີ້ ບໍ່ມີເອກະສານຮັບຮອງ ດຳເນີນທຸຣະກິຈ ແຕ່ຖ້າຈະກູ້ຢຶມຕ້ອງໃຊ້ຊັບສິນ ຄໍ້າປະກັນເຊິ່ງເປັນເຣື່ອງຫຍຸ້ງຍາກຫຼາຍ.
2024-02-13
ກອງປະຊຸມຮ່ວມກັບ ສູນສຶກສາ ແລະຄົ້ນຄວ້າ ກ່ຽວກັບແມ່ຍິງ ໃນເຂດເອເຊັຍປາຊິຝິກ ປຶກສາຫາລື ເຣື່ອງເພດສຶກສາ ເພື່ອຊ່ອຍໄວໜຸ່ມລາວ ໃຫ້ມີຊີວິດທີ່ປອດໄພ ຈາກພຍາດເອດ, ພຍາດຕິດຕໍ່ທາງເພດສັມພັນ, ການຖືພາບໍ່ໄດ້ຕັ້ງໃຈ, ຄວາມຮຸນແຮງທາງເພດ ແລະຄວາມບໍ່ສເມີພາບ ລະຫວ່າງ ຍິງ-ຊາຍ.
2024-02-13
ຊາວບ້ານ ຢູ່ນະຄອນຫຼວງວຽງຈັນ ຈຳນວນນຶ່ງ ໄດ້ຮັບຜົລກະທົບ ຈາກການຈູດຂີ້ເຫຍື້ອຊະຊາຍ ຂອງເພື່ອນບ້ານ ດ້ວຍກັນເອງ, ເຖິງວ່າຈະມີການແຈ້ງ ໄປຍັງອຳນາດການປົກຄອງບ້ານ, ແຕ່ກໍບໍ່ຄ່ອຍສາມາດຫ້າມ ການຈູດຂີ້ເຫຍື້ອນັ້ນ ໄດ້ດີພໍເທົ່າໃດ.