ທຸຣະກິຈຂນາດນ້ອຍ ຮຽກຮ້ອງແກ້ໄຂການເຂົ້າເຖິງ ແຫຼ່ງທຶນກູ້ຢືມ

ໄຊຍາ
2024.02.13
ທຸຣະກິຈຂນາດນ້ອຍ ຮຽກຮ້ອງແກ້ໄຂການເຂົ້າເຖິງ ແຫຼ່ງທຶນກູ້ຢືມ ພໍ່ຄ້າຂາຍໝາກໄມ້ ກຳລັງນັບເງິນ ທີ່ໄດ້ຈາກຄ້າຂາຍ ຢູ່ຕລາດແຫ່ງນຶ່ງ ໃນນະຄອນຫຼວງວຽງຈັນ. ວັນທີ 14 ທັນວາ ປິ 2022.
RFA

ເມື່ອເດືອນສິງປີ 2023 ທີ່ຜ່ານມາ ທະນາຄານແຫ່ງຊາຕ ໄດ້ອອກຂໍ້ຕົກລົງສະບັບເລຂທີ 765/ທຫລ ລົງວັນທີ 22 ສິງຫາ 2023 ເພື່ອຜັນຂຍາຍຈັດຕັ້ງປະຕິບັດ ນະໂຍບາຍສິນເຊື່ອຈຳນວນ 4,500 ຕື້ກີບ ໃນອັດຕຣາດອກເບັ້ຍຄົງທີ່ 2.5% ຕໍ່ປີ ໃຫ້ທະນາຄານທຸຣະກິຈ ປ່ອຍກູ້ໃຫ້ຫົວໜ່ວຍທຸຣະກິຈ ໃນອັດຕຣາດອກເບັ້ຍສູງສຸດ ບໍ່ເກິນ 6% ຕໍ່ປີ.

ຂໍ້ຕົກລັງສະບັບນີ້ ກໍານົດເງື່ອນໄຂ, ຂັ້ນຕອນ ແລະກົນໄກ ການຈັດຕັ້ງປະຕິບັດ ນະໂຍບາຍສິນເຊື່ອເພື່ອການກະຈາຍ ແຫຼ່ງທຶນລົງສູ່ທ້ອງຖິ່ນ ເຊິ່ງເເປັນການຜັນຂຍາຍຂໍ້ຕົກລົງ ວ່າດ້ວຍການຈັດຕັ້ງປະຕິບັດນະໂຍບາຍສິນເຊື່ອ ເພື່ອກະຕຸ້ນເສຖກິຈ ແລະນະໂຍບາຍສິນເຊື່ອ ເພື່ອກະຈາຍແຫຼ່ງທຶນ ລົງສູ່ທ້ອງຖິ່ນ ສະບັບເລຂທີ 93/ນຍ ລົງວັນທີ 14 ກໍຣະກະດາ 2023.

ໂດຍນະໂຍບາຍສິນເຊື່ອ ລົງສູ່ທ້ອງຖິ່ນແມ່ນນະໂຍບາຍສນອງແຫຼ່ງທຶນ ດອກເບັ້ຍຕໍ່າໃຫ້ແກ່ທະນາຄານທຸຣະກິຈ ເພື່ອກະຈາຍການປ່ອຍກູ້ ໃຫ້ຫົວໜ່ວຍທຸຣະກິຈ ໃນຂອບເຂດທົ່ວປະເທດ ໂດຍແຫຼ່ງທຶນດັ່ງກ່າວມີໄລຍະຈັດຕັ້ງປະຕິບັດ ແຕ່ປີ 2023-2025.

ຕໍ່ການຈັດຕັ້ງປະຕິບັດ ຜ່ານມາສ່ວນຫຼາຍຜູ້ທີ່ເຮັດກະສິກັມ ປູກຝັງ-ລ້ຽງສັດ ແບບຄອບຄົວທີ່ບໍ່ທັນໄດ້ຮັບການຮັບຮອງ ເປັນວິສາຫະກິຈ ສະນັ້ນພວກເຂົາເຈົ້າ ຈຶ່ງບໍ່ສາມາດເຂົ້າເຖິງແຫຼ່ງເງິນທຶນ ກູ້ຢືມໄດ້ຢ່າງສະດວກ ແລະພຽງພໍ.

ດັ່ງເຈົ້າໜ້າທີ່ ທີ່ຮັບຜິດຊອບກ່ຽວກັບເຣື່ອງນີ້ ບໍ່ປະສົງອອກຊື່ ແລະຕຳແໜ່ງ ທ່ານໄດ້ກ່າວຕໍ່ວິທຍຸເອເຊັຍເສຣີ ໃນວັນທີ 09 ກຸມພາ 2024 ນີ້ວ່າ:

“ກໍມີແຕ່ວ່າຖ້າເຮົາໄປເບິ່ງໂຕຈິງ ທີ່ເພິ່ນຜລິດຫັ້ນມີຫຍັງແດ່. ສົມມຸດວ່າບໍ່ມີຫຍັງສົມມຸດວ່າຈັ່ງຊີ້ເນາະ ທາງເຮົາກໍໃຫ້ບໍ່ໄດ້ເນາະ. ອັນນັ້ນເນາະ ມັນບໍ່ມີໂຕຕົນຫັ້ນນ່າມັນບໍ່ມີໃບທະບຽນ ວິສາຫະກິຈຫັ້ນເນາະ. ອ່າ ຜູ້ທີ່ທຸກຍາກກໍຜູ້ທີ່ເຮັດແທ້-ທຳຈິງຫັ້ນແຫຼະ ຖ້າເຮົາໄປເບິ່ງແລ້ວ. ເພິ່ນ ໂອ້! ເພິ່ນເຮັດແທ້ ເພິ່ນລ້ຽງສັດບໍ່-ປູກຝັງ ບໍ່! ເພິ່ນເຮັດແທ້ຫັ້ນນ່າ ພວກເຮົາກໍໃຫ້ໄດ້ອັນນີ້ ກໍບໍ່ມີບັນຫາເນາະ ຂອງຢູ່ບ້ານເຮົາມັນຈະເປັນມັນຈະບໍ່ເປັນຫົວໜ່ວຍທຸຣະກິຈເນາະ ມັນຈະເປັນຄົວເຮືອນເຮັດກະສິກັມ ຫັ້ນນ່າເນາະ ມັນກໍເລີຍຫຍຸ້ງຍາກບ່ອນວ່າ ເພິ່ນບໍ່ມີທະບຽນວິສາຫະກິຈເນາະ ຄັນເປັນຄົວເຮືອນຫັ້ນນ່າເນາະ.”

ຊາວລາວຈໍານວນຫຼາຍ ທີ່ຫາຢູ່ຫາກິນຈາກການ ປະກອບອາຊີບກະສິກັມ ປູກຝັງ-ລ້ຽງສັດ ພາຍໃນຄົວເຮືອນບໍ່ສາມາດເຂົ້າເຖິງແຫຼ່ງທຶນ ເພີ່ມຕື່ມ ໄດ້ຈຶ່ງເຮັດໃຫ້ພວກເຂົາເຈົ້າ ບໍ່ສາມາດຂຍາຍການຜລິດ ໃຫ້ມີຂະໜາດໃຫຍ່, ມີມາຕຖານ ແລະ ຄວາມໝັ້ນຄົງໄດ້ເທື່ອ.

ດັ່ງຊາວກະສິກອນ ຜູ້ລ້ຽງງົວໃນຄົວເຮືອນທີ່ຕ້ອງການ ເຂົ້າເຖິງແຫຼ່ງເງິນກູ້ຢືມ ເພື່ອການກະເສດ ຢູ່ແຂວງຫົວພັນ ທ່ານໄດ້ກ່າວຕໍ່ວິທຍຸເອເຊັຍເສຣີ ໃນມື້ດຽວກັນນີ້ວ່າ:

“ສໍາລັບໃນໂຕເມືອງຂໍ້ຫຍຸ້ງຍາກ ກ່ຽວກັບພື້ນທີ່ບ້ານນອກແມ່ນຫຍຸ້ງຍາກ ແຕ່ແຫຼ່ງທຶນຫັ້ນແຫຼະ ຖ້າມີແຫຼ່ງທຶນທຸກຢ່າງມີເບິດ ມີທີ່ດິນມີຫຍັງມິເບີດເງື່ອນໄຂ ຂໍສິນເຊື່ອ ຢູ່ເມືອງລາວນີ້ ຕ້ອງມີໃບວິສາຫະກິຈວ່າ ເຮົາຈະເຮັດທຸຣະກິຈອັນໃດໆ ຣາຍໄດ້ບໍ່ແຜນທຸຣະກິຈຂອງເຮົາ ບໍ່. ເອີ! ເຮົາກໍລ້ຽງງົວ, ລ້ຽງຄວາຍ, ລ້ຽງແບ້ ນີ້ແຫຼະຍັງໆ ເຮົາຍັງບໍ່ໄດ້ເປີດວິສາຫະກິຈ ຕ້ອງມີໃບວິສາຫະກິຈ ເຂົາຈຶ່ງຈະກູ້ໃຫ້ປະມານ 10% ນີ້ແຫຼະ. ຖ້າເຮົາຍັງບໍ່ມີໃບວິສາຫະກິຈ ມີທຶນໂຕໜຶ່ງເຮົາກູ້ກໍໄດ້ປະມານ 3-4% ແຕ່ວ່າເຮົາຕ້ອງມີທຸຣະກິຈກ່ຽວກັບ ກະສີກັມໂດຍກົງ.”

ຖ້າຫາກຜູ້ທີ່ຕ້ອງການກູ້ຢືມເງິນ ເພື່ອການກະເສຕແຕ່ບໍ່ທັນມີໃບຮັບຮອງ ວິສາຫະກິຈ ສາມາດນຳໃຊ້ໃບຕາດິນ ຫຼືໃບທະບຽນຣົຖ ມາໃຊ້ໃນການກູ້ຢືມເງິນ ໃນອັດຕຣາດອກເບັ້ຍຕໍ່າໄດ້ ແຕ່ຜູ້ຂໍກູ້ຢືມເງິນກໍຈະຕ້ອງປະ ກອບກິຈການໃນຂແນງການ ທີ່ຕ້ອງການກູ້ຢືມເງິນແທ້.

ດັ່ງພະນັກງານສະຖາບັນການເງິນ ຈຸນລະພາກທີ່ປ່ອຍສິນເຊື່ອດອກເບັ້ຍຕໍ່າ ທ່ານກ່າວວ່າ:

“ກາກູ້ບໍ່ຍາກມີແຕ່ຂະເຈົ້າ ເອົາເອກະສານຣົຖບໍ່ ຫຼືໃບຕາດິນບໍ່ຄໍ້າປະກັນຫັ້ນນ່າ. ເຮົາຕ້ອງໄດ້ເບິ່ງອັນນ່າລູກຄ້າ ໂຕຈິງວ່າເຂົາ ເອີມີເນື້ອທີ່ປະມານສໍ່າໃດ ແລ້ວກໍມີເຮືອນ, ມີຣົຖ ມູນຄ່າຊໍ່າໃດ. ສາມາດປ່ອຍໃຫ້ຂະເຈົ້າ ໄດ້ສໍ່າໃດຈັ່ງຊີ້ນ່າ ເຂົາກໍປ່ອຍໃຫຊາວກະເສດ ສ່ວນຫຼາຍຂະເຈົ້າປູກມັນຕົ້ນ ອິຫຍັງຫັ້ນນ່າ ແມ່ນໆ ໃບຕາດິນກັບເອກະສານ ຣົຖມາຄໍ້າປະກັນ ທີ່ວ່າມູນຄ່າສູງກວ່າ ວົງເງິນກູ້ຫັ້ນນ່າ ຕ້ອງມີໃບຕາດິນຫຼັກໆ ເອກະສານຣົຖ, ຣົຖກະບະບໍ່ ຣັຖອິຫຍັງບໍ່ຫັ້ນນ່າຣົຖກະບະ.”

ດ້ວຍເຫດຜົລ ດັ່ງກ່າວນີ້ຈຶ່ງເຮັດໃຫ້ກຸ່ມຜູ້ ທີ່ສາມາດກູ້ຢືມເງິນໄດ້ ໃນອັດຕຣາດອກເບັ້ຍຕໍ່າ ຈຶ່ງເປັນຜູ້ທີ່ມີສະຖານະ ແລະມີເງິນລົງທຶນ ຈຳນວນຫຼາຍຢູ່ແລ້ວ.

ດັ່ງຣັຖກອນຄຣູ ແລະປະກອບອາຊີບເສີມ ເປັນຊາວກະສິກອນ ປູກຝັງ-ລ້ຽງສັດ ແບບຄົວເຮືອນຢູ່ແຂວງຄຳມ່ວນທ່ານກ່າວວ່າ:

“ກໍສ່ວນຫູາຍກໍເປັນທຸຣະກິຈໃຫຍ່ໆ ທີ່ພວກເພິ່ນເຄີຍເຮັດຜ່ານມາຈັ່ງຊິນ່າມີໃບຕາດິນຫຼາຍຈັ່ງຊີ້ນ່າ ແລ້ວແຕ່ເພິ່ນ ເອົາເຂົ້າຄໍ້າປະກັນ ແຕ່ວ່າສ້ວນເປັນຣັຖກອນນີ້ ກໍສ່ວນໜ້ອຍຢືມໄດ້ໜ້ອຍ. ໂອ້! ກໍບໍ່ໄດ້ດອກເພິ່ນກໍໃຫ້ຂັ້ນສູງສຸດກໍ 80-90 ລ້ານເທົ່ານີ້ແຫຼະ ຂນາດໃຫຍ່ນັກທຸຣະກິຈ ພວກຂະເຈົ້າກໍມີປໍ້ານໍ້າມັນມີຮ້ານຂາຍເຄື່ອງໃຫຍ່ໆ ຂະເຈົ້າມີໃບຕາດິນຫຼາຍ ບ່ອນກໍໄດ້ຫຼາຍໆ ກໍເປັນ 1-2 ຕື້ພຸ້ນແຫຼະ.”

ທ່ານກ່າວຕື່ມວ່າ ເຖິງແມ່ນວ່ານະໂຍບາຍປ່ອຍເງິນກູ້ດອກເບັ້ຍຕໍ່າ ໃຫ້ແກ່ຊາວກະສິກອນ ຈະເປັນແນວທາງທີ່ດີ ແຕ່ກໍຈຳເປັນຕ້ອງໄດ້ພິຈາຣະນາ ຕັດເງື່ອນໄຂທີ່ເປັນອຸປະສັກ ອອກໄປເປັນຕົ້ນການພິຈາຣະນາ ໃບຮັບຮອງວິສາຫະກິຈ ໂດຍທາງການລາວ ແລະພາກສ່ວນທີ່ກ່ຽວຂ້ອງ ຈໍາເປັນຕ້ອງໄດ້ໃຫ້ຄວາມສຳຄັນກ່ຽວກັບການໃຫ້ຄວາມຮູ້ ແລະຈັດຫາຕລາດ ການຄ້າໃຫ້ແກ່ຊາວ ກະສິກອນນໍາ.

ທີ່ຜ່ານມາທາງການລາວ ແລະພາກສ່ວນທີ່ກ່ຽວຂ້ອງ ສະໜັບສະໜູນໃຫ້ຜູ້ທີ່ຕ້ອງການ ເຂົ້າເຖິງແຫຼ່ງທຶນສຳລັບເຮັດທຸຣະກິຈ ຂນາດນ້ອຍ ແລະຂະໜາດກາງໄດ້ໃນຫຼາກຫຼາຍຂະແໜງກນເປັນຕົ້ນກະສິກຳປູກຝັງ-ລ້ຽງສັດ, ອຸດສາຫະກຳປຸງແຕ່ງ, ຫັດຖະກຳ, ບໍຣິການ-ທ່ອງທ່ຽວ ແລະ ການຄ້າ.

“ໂຕນີ້ສ່ວນຫຼາຍຫັ້ນເຮົາກໍສົ່ງເສີມຂແນງທີ່ມີ 5 ຂແນງການນີ້ເຮົາກໍສົ່ງເສີມໂຕນີ້ຫັ້ນ ກໍແລ້ວແຕ່ເປັນປູກຝັງ-ລ້ຽງສັດນິຍົມຫຼາຍ ກ່ອນໝູ່ຈັ້ງຊີ້ນ່າ. ປຸງແຕ່ງກໍສໍ່າໆ ກັນຫັ້ນແຫຼະໂຕນີ້ຫັ້ນດອກເບັ້ຍແມ່ນ 3%. ແມ່ນລະທຸກຂແນງການຕ້ອງ ເບິ່ງສະຖານທີ່ເນາະວ່າມັນເໝາະສົມ ບໍ່ເຂົ້າກັບຂແນງການບໍ່ ແລ້ວເຮົາກໍຈະເບິ່ງຕາມເງື່ອນໄຂ ແລ້ວເຮົາກໍຈະສາມາດປ່ອຍໃຫ້.”

ສໍາລັບການຈັດສັນແຫຼ່ງທຶນ ຂອງທະນາຄານແຫ່ງຊາຕ ແມ່ນມອບໃຫ້ທະນາຄານທຸຣະກິຈ ທີ່ເຂົ້າຮ່ວມການຈັດຕັ້ງ ນະໂຍບາຍ ເພື່ອກະຈາຍສິນເຊື່ອໃຫ້ແກ່ຫົວໜ່ວຍ ທຸຣະກິຈທີ່ຕັ້ງຢູ່ບັນດາແຂວງເຊັ່ນວ່າຈຳນວນ 100 ຕື້ກີບຕໍ່ປີສໍາລັບນະຄອນຫຼວງວຽງຈັນ, ແຂວງສວັນນະເຂດ ແລະ ຈໍາປາສັກ. ຈໍານວນ 80 ຕື້ກີບຕໍ່ປີມີສຳລັບແຂວງຜົ້ງສາລີ, ຫຼວງນໍ້າທາ, ອຸດົມໄຊ, ບໍ່ແກ້ວ, ຫຼວງພຣະບາງ, ຫົວພັນ, ໄຊຍະບູຣີ, ຊຽງຂວາງ, ໄຊສົມບູນ, ວຽງຈັນ, ບໍລິຄຳໄຊ, ຄຳມ່ວນ, ສາະລະວັນ, ເຊກອງ ແລະ ອັດຕະປື.

ການກະຈາຍແຫຼ່ງທຶນ ລົງສູ່ທ້ອງຖິ່ນກໍານົດອັດຕຣາດອກເບັ້ຍ ເຊັນວ່າທານະຄານແຫ່ງຊາຕ ສນອງທຶນໃຫ້ທະນາຄານທຸຣະກິຈ ໃນອັດຕຣາດອກເບັ້ຍ 2.5% ຕໍ່ປີ. ໂດຍທະນາຄານທຸຣະກິຈ ປ່ອຍກູ້ໃຫ້ຫົວໜ່ວຍທຸຣະກິຈບໍ່ເກິນ 6% ຕໍ່ປີ. ໂດຍມີຂແນງການເປົ້າໝາຍ ທີ່ໄດ້ຮັບທຶນນີ້ດັ່ງເຊັ່ນຂແນງກະສິກັມ ແລະປ່າໄມ້ ມີການປູຝັງ, ການປູກພືດໄລຍະສັ້ນ ແລະ ການລ້ຽງສັດ. ຂແນງອຸດສາຫະກັມ ແລະຫັດຖະກັມ ມີການປຸງແຕ່ງອາຫານ ແລະເຄື່ອງດື່ມ, ເຄມີອຸດສາຫະກັມ, ເຄື່ອງຫຸ້ມຫໍ່, ວັດສະດຸກໍ່ສ້າງ, ຫັດຖະກັມ ແລະ ສຸດທ້າຍກໍແມ່ນຂແນງການ ບໍຣິການ ແລະທ່ອງທ່ຽວ ເຊັ່ນ ບໍຣິການ ທ່ອງທ່ຽວ ແລະ ການຄ້າ. ໂດຍເງື່ອນໄຂ ທີ່ຈະສາມາດກູ້ຢືມໄດ້ ຕ້ອງເປັນຈຸນລະວິສາຫະກິຈ, ວິສາຫະກິຈ ຂນາດນ້ອຍ ແລະ ກາງ ທີ່ດຳເນີນທຸຣະກິຈຖືກຕ້ອງ ຕາມກົດໝາຍ. ມີໃບອະນຸຍາດ ດຳເນີນທຸຣະກິຈ ທີ່ສອດຄ່ອງຕາມຂແນງການເປົ້າໝາຍ ທີ່ກຳນົດໄວ້.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.