ຄົນລາວງານ 228,000 ຄົນ ເຮັດວຽກໃນປະເທດໄທຍ
2024.02.16

ອີງຕາມການຣາຍງານ ຂອງສະຖານທູດລາວ ໃນນະຄອນຫຼວງບາງກອກ ປະເທດໄທຍ ເມື່ອທ້າຍເດືອນທັນວາ ປີ 2023 ທີ່ຜ່ານມາ ຄາດການວ່າ ປັດຈຸບັນ ມີຊາວລາວ ປະມານ 228,000 ຄົນ ທີ່ເຮັດວຽກໃນປະເທດໄທຍ. ສາເຫດທີ່ຄົນລາວ ເດີນທາງໄປເຮັດວຽກ ໃນໄທຍຫຼາຍ ຍ້ອນວ່າ ບັນຫາເສຖກິຈການເງິນໃນລາວຕົກຕໍ່າ ທີ່ມີສະພາບເງິນເຟີ້ ແລະ ເງິນກີບອ່ອນຄ່າ ແຕ່ຄ່າຄອງຊີບ ເພີ່ມຂຶ້ນສູງຫຼາຍເທົ່າໂຕ ແລະເງິນເດືອນໃນລາວ ຍັງຕໍ່າ ເຮັດໃຫ້ບໍ່ພໍໃຊ້ຈ່າຍ ເມື່ອຄົນລາວ ໄດ້ໄປເຮັດວຽກໃນປະເທດໄທຍ ສາມາດຫາເງິນໄດ້ຫຼາຍຂຶ້ນ ຫຼາຍເທົ່າໂຕ ຫຼາຍຄົນ ຫຼັ່ງໄຫຼໄປເຮັດວຽກຢູ່ຕ່າງປະເທດ.
ທີ່ຜ່ານມາ ຣັຖບານລາວ ກໍພະຍາຍາມສູ້ຊົນ ກັບບັນຫາດັ່ງກ່າວ ເພາະໃນລາວ ຂາດແຄນຄົນງານລາວ ໂດຍເພີ່ມຄ່າແຮງງານຂັ້ນຕໍ່າ ໃຫ້ຄົນງານລາວ ເປັນ 1,600,000 ກີບ ຕໍ່ເດືອນແລ້ວ ແລະໂຄສະນາ ວຽກງານໃນລາວຫຼາຍຂຶ້ນ ເພື່ອໃຫ້ຄົນລາວ ເຂົ້າມາສມັກເຮັດວຽກ ແຕ່ກໍບໍ່ໄດ້ມີຄົນສົນໃຈ ເຊິ່ງທາງຣັຖບານລາວ ກໍເຂົ້າໃຈ ວ່າ ປະເທດລາວ ພົບກັບບັນຫາເງິນເຟີ້ ເງິນກີບອ່ອນຄ່າຢູ່ ທຸກຄົນກໍຕ້ອງດິ້ນຮົນ ຫາເງິນເພື່ອລ້ຽງຊີບ ກໍບໍ່ສາມາດຫ້າມຄົນລາວ ອອກນອກປະເທດໄດ້.
ດັ່ງເຈົ້າໜ້າທີ່ແຮງງານ ທ່ານນຶ່ງ ທີ່ຂໍສງວນຊື່ ແລະຕໍາແໜ່ງ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນວັນທີ 16 ກຸມພາ ນີ້ວ່າ:
“ຄືຮູ້ຫັ້ນແຫຼະເນາະ. ປະເທດເພື່ອນບ້ານ ເງິນມັນຂ້ອນຂ້າງສູງເນາະ. ລາວນີ້ ກໍເງິນຂ້ອນຂ້າງຕໍ່າ ແຮງງານເຮົານີ້. ກໍທຸກຄົນດິນຮົນຫາຣາຍຮັບຫັ້ນນ່າ ກໍປະຕິເສດບໍ່ໄດ້. ເຂົາກໍຕ້ອງໄປ ໂຕນີ້ແຫຼະ ໂຕບັນຫາຫຼັກໆ ແຕ່ວ່າ ຣັຖບານພວກເຮົາ ກໍພະຍາຍາມຫາທາງອອກຫັ້ນແຫຼະ. ພະຍາຍາມຊອກທາງ ລົງໂຄສະນາຫັ້ນແຫຼະ ໃຫ້ເຂົາເຈົ້າ ມາເຮັດວຽກຄືເກົ່າ ແຕ່ວ່າ ກໍໄດ້ໂຄສະນາເນາະ.”
ທ່ານກ່າວຕື່ມວ່າ ສ່ວນບັນຫາຄົນງານລາວ ຂາດແຄນໃນປະເທດນີ້ ທາງການກໍຍັງແກ້ໄຂບໍ່ໄດ້ ຖືວ່າ ຄົນງານລາວພາຍໃນນີ້ ຂາດແຄນຈໍານວນຫຼາຍ ແຕ່ລະບັນດາ ບໍຣິສັດ, ໂຮງງານ ຄົນງານລາວ ກໍຫຼຸດລົງເປັນເຄິ່ງ ເຊັ່ນໂຮງງານນຶ່ງ ມີປະມານ 200 ປາຍຄົນ ກໍພາກັນອອກໄປ 100 ປາຍຄົນ.
ດັ່ງທ່ານກ່າວວ່າ:
“ແກ້ໄຂບໍ່ໄດ້ໂຕນີ້ ຖ້າວ່າ ສໍາຣວດລົງໄປນີ້ ກໍຫຼາຍເດ້ ແຕ່ລະໂຮງງານ ກໍຄືວ່າຫັ້ນແຫຼະ ທີ່ຜ່ານມານີ້ ບາງຄັ້ງ ກໍ 200 ປາຍ ແຕ່ກໍຫຼຸດລົງ ປະມານ 100 ປາຍຈັ່ງຊີ້ນ່າ. ກໍຖືວ່າ ສົມຄວນຢູ່ເນາະ ໂຮງງານມັນກໍເປີດໃໝ່ ແດ່ຫັ້ນນ່າ.”
ຂະນະທີ່ ຄົນງານລາວ ທີ່ເຮັດວຽກໃນໄທຍ ທ່ານນຶ່ງ ກໍກ່າວວ່າ ທີ່ລາວ ເດີນທາງມາເຮັດວຽກໃນໄທຍ ກໍເພາະໄດ້ເງິນເດືອນ ຫຼາຍກວ່າຢູ່ລາວ ເພາະເຮັດວຽກໃນລາວ ເງິນເດືອນໜ້ອຍ ບໍ່ພໍກັບຄ່າໃຊ້ຈ່າຍ ເນື່ອງຈາກໃນປັດຈຸບັນ ຄ່າຄອງຊີບສູງເທົ່າກັບໄທຍ ບາງຄົນກໍເປັນໜີ້ສິນຫຼາຍ ໃນຍຸກທີ່ຕ້ອງໃຊ້ແຕ່ເງິນ ຄອບຄົວກໍມີບັນຫາ ໄດ້ປະຮ້າງກັນ.
ດັ່ງທ່ານເວົ້າວ່າ:
“ເງິນຕໍ່ເດືອນ ມັນກໍຕ່າງກັນ ຢູ່ລາວ ຄ່າແຮງງານ ມັນກໍບໍ່ຫຼາຍຫັ້ນນ່າ ຫຼາຍບັນຫາ ຫຼາຍສິ່ງຫຼາຍຢ່າງແຫຼະ. ເສຖກິຈຫຼາຍກວ່າບໍ່ ຊິປະມານນັ້ນແຫຼະ ເພາະວ່າ ຍຸກມັນຕ້ອງໃຊ້ເງິນເດ້ ແຕ່ຄອບຄົວ ມັນເປັນແບບນັ້ນແຫຼະ ກໍຈັ່ງໄດ້ແຕກແຍກກັນ ຕ້ອງໄດ້ປະ ໄປຫ້າງກັນ.”
ໃນຂະນະດຽວກັນ ຊາວລາວ ໃນແຂວງຈໍາປາສັກ ທ່ານນຶ່ງ ກໍກ່າວວ່າ ກໍມີລູກຊາຍ ກໍາລັງດໍາເນີນເຣື່ອງເຮັດໜັງສືເດີນທາງ ເພື່ອໄປເຮັດວຽກໃນໄທຍ ເພາະຢູ່ລາວນີ້ ເງິນເດືອນຕໍ່າ ໃນຂະນະທີ່ ລາຍຈ່າຍສູງ ແລະສິນຄ້າ ກໍມີລາຄາແພງຫຼາຍ ຖ້າໄປໄດ້ເງິນເດືອນຢູ່ໄທຍມາໃຊ້ຈ່າຍໃນລາວ ກໍຖືວ່າໄດ້ຫຼາຍ:
“ຜູ້ກົກນີ້ ເມັຍກະປະ ບາດນີ້ລູກກະຂ້ອຍລ້ຽງ ແບບວ່າ ເຮັດພາສປອດໃຫ້ເພິ່ນ ວ່າເພິ່ນຢາກໄປເຮັດວຽກຢູ່ໄທຍ ພໍໄດ້ເງິນມາຊ່ວຍ ກໍຈັ່ງວ່າມັນບໍ່ພໍຫັ້ນແຫຼະ ຈັ່ງວ່າ ເຂົາໜີໄປທໍາງານ ເງິນບາທຢູ່ໄທຍ ມາແລກຢູ່ບ້ານເຮົາ ມັນກໍໄດ້ຫຼາຍ ໜີໝົດແລ້ວນ່າດຽວນີ້ ນັກຮຽນໄປໝົດແລ້ວ ບໍ່ຈົບ ເຂົາກໍອອກໄປຫາເງິນ ພໍຮຽນຈົບ ກໍບໍ່ໄດ້ໄປໃສດອກ.”
ນອກຈາກນີ້ ຊາວລາວອີກທ່ານນຶ່ງ ກໍກ່າວວ່າ ເງິນເດືອນໃນລາວ ມັນຕໍ່າ ແລະເງິນກີບ ກໍອ່ອນຄ່າ ຖ້າໄດ້ໄປເຮັດວຽກຢູ່ຕ່າງປະເທດ ກໍໄດ້ເງິນດີ ປັດຈຸບັນນີ້ ເດັກນ້ອຍນັກຮຽນ ກໍອອກໂຮງຮຽນກັນຫຼາຍ ຮຽນບໍ່ຈົບ ເພາະບໍ່ຮູ້ວ່າ ຮຽນໄປຈະໄດ້ເຮັດວຽກຫຍັງ ກໍພາກັນໄປຊອກເຮັດວຽກຢູ່ຕ່າງປະເທດ ເພື່ອຫາເງິນລ້ຽງຄອບຄົວດີກວ່າ.
“ຄັນຊິວ່າ ເງິນເດືອນຕໍ່າ ກະແມ່ນລະ ເງິນກີບເຮົາມັນຕໍ່ານ່າ ແບບວ່າ ເຂົາເຈົ້າວ່າ ໄປຫາເງິນຢູ່ຕ່າງປະເທດ ແລ້ວມັນໄດ້ເງິນດີຊີ້ນ່າ. ບາງຄົນກໍອອກໂຮງຮຽນກາງປີ ເຂົາເຈົ້າ ຄຶດວ່າຮຽນໄປ ກໍບໍ່ມີວຽກເຮັດຫັ້ນນ່າ ກໍເລີຍອອກ. ກໍໄປຊອກຫາເງິນຫາຄໍາ ມາໃຫ້ພໍ່ໃຫ້ແມ່ ເບິ່ງຄອບຄົວຈັ່ງຊີ້ນ່່າ.”
ປັດຈຸບັນ ພົບວ່າ ມີພະນັກງານຣັຖກອນຫຼາຍຄົນ ລາອອກຈາກໜ້າທີ່ຕໍາແໜ່ງການງານ ກັນຢ່າງຕໍ່ເນື່ອງ ແລະບັນດາໂຮງງານ ໃນເຂດເສຖກິຈພິເສດ ໃນນະຄອນຫຼວງວຽງຈັນ ກໍຍັງຂາດແຄນຄົນງານຈໍານວນຫຼາຍ ບໍ່ຕໍ່າກວ່າ 3,000 ຄົນ ຍ້ອນວ່າ ພວກຂະເຈົ້າ ບໍ່ຢາກເຮັດວຽກໃນລາວ ເຊິ່ງສົ່ງຜົລໃຫ້ປະເທດລາວ ພົບບັນຫາຂາດແຄນຄົນງານລາວ ຢູ່ພາຍໃນປະເທດຈໍານວນຫຼາຍ ໂດຍທີ່ຣັຖບານລາວ ກໍຍັງບໍ່ສາມາດແກ້ໄຂໄດ້ເທື່ອ ເຮັດໃຫ້ຄົນລາວ ຕັດສິນໃຈ ເດີນທາງໄປຫາວຽກເຮັດງານທໍາ ໃນຕ່າງປະເທດເພີ່ມຂຶ້ນ ສ່ວນໃຫຍ່ ຫຼາຍຄົນໄປເຮັດວຽກຢູ່ປະເທດເກົາຫຼີໃຕ້, ຍີ່ປຸ່ນ ແລະໄທຍ ທີ່ໄດ້ຄ່າຕອບແທນສູງກວ່າໃນລາວ.
ຢ່າງໃດກໍຕາມ ກະຊວງແຮງງານ ແລະສວັດດີການສັງຄົມ ຂອງລາວ ຣາຍງານວ່າ ໃນເດືອນມົກກະຣາ ປີ 2022 ມີຄົນລາວ ເດີນທາງກັບໄປເຮັດວຽກ ໃນປະເທດໄທຍ 150,000 ຄົນ ແລະ ມີຄົນງານລາວ ປະມານ 71,000 ຄົນ ໃນໄທຍ ບໍ່ສາມາດລະບຸໂຕຕົນໄດ້ ແລະມີຊາວລາວ ຢ່າງນ້ອຍ 13,000 ຄົນ ເຮັດວຽກໃນປະເທດເກົາຫຼີໃຕ້.