ອັດຕຣາ ການຖືພາກ່ອນອາຍຸ 18 ປີ ເພີ່ມສູງຂຶ້ນ ໃນລາວ

ໄຊຍາ
2024.02.16
ອັດຕຣາ ການຖືພາກ່ອນອາຍຸ 18 ປີ ເພີ່ມສູງຂຶ້ນ ໃນລາວ ເດັກນ້ອຍລາວ ຕາມເຂດຊົນນະບົດ ໃນແຂວງພາກໃຕ້ຂອງ ສປປ ລາວ
RFA

ປັດຈຸບັນ ລາວເປັນປະເທດ ທີ່ມີອັດຕຣາໄວຣຸ້ນຖືພາ ກ່ອນອາຍຸ 18 ປີ ເພີ່ມຂຶ້ນສູງທີ່ສຸດ ໃນພາກພື້ນເອເຊັຍຕາເວັນອອກສຽງໃຕ້ ສ່ວນໜຶ່ງເປັນຍ້ອນການຍອມຮັບ ໃຫ້ເດັກຍິງແຕ່ງດອງ ແຕ່ອາຍຸຍັງນ້ອຍ, ການຂາດຄວາມຮູ້ ດ້ານສຸຂອະນາໄມ ທາງເພດ, ຄວາມບໍ່ສະເໝີພາບ ລະຫວ່າງຍິງ-ຊາຍ, ການໃຊ້ແອລກໍຮໍທີ່ເຮັດໃຫ້ເກີດການບັງຄັບ ໃຫ້ມີເພດສຳພັນ ແລະການທີ່ເດັກຍິງ ບໍ່ສາມາດເລືອກເສັ້ນທາງ ຂອງໂຕເອງໄດ້ຢ່າງເປັນອິສຣະ.

ດັ່ງຍານາງ Marie Habito ນັກວິໄຈອາວຸໂສ ຂອງສະຖາບັນເບີເນັດ (Burnet Institute) ເຊິ່ງເປັນສະຖາບັນວິໄຈທາງການແພດ ໃນອອສເຕຣເລຍ ໄດ້ເຜີຍແຜ່ຣາຍງານວິໄຈເຣື່ອງ ການທຳຄວາມເຂົ້າໃຈວິທີທາງທີ່ຫຼາກຫຼາຍ ຂອງການຖືພາໃນບັນດາຊາວໜຸ່ມລາວ ໃນວັນທີ 02 ກຸມພາ 2024 ທີຜ່່ານມານີ້.

ກ່ຽວກັບເຣື່ອງນີ້ ການຖືພາຂອງເດັກຍິງ ທີ່ມີອາຍຸຕໍ່າກ່ວາ 18 ປີ ມັນເກີດຂຶ້ນ ພາຍຫຼັງຈາກທີ່ພວກເຂົາເຈົ້າແຕ່ງດອງ, ແຕ່ອາຍຸຍັງນ້ອຍເຖິງແມ່ນວ່າ ເດັກນ້ອຍທີ່ແຕ່ງດອງກັນຈຳນວນໜຶ່ງ ຈະມີອາຍຸລະຫວ່າງ 15-16 ປີ. ແຕ່ພັດມີເດັກນ້ອຍຈຳນວນບໍ່ໜ້ອຍ ແຕ່ງດອງກັນແຕ່ອາຍຸ 12-13 ປີ ສະນັ້ນເມື່ອພວກເຂົາເຈົ້າຢູ່ຮ່ວມກັນ ແຕ່ອາຍຸຍັງນ້ອຍ ຈຶ່ງເຮັດໃຫ້ເກີດການຖືພາ ແບບບໍ່ພ້ອມຕາມມາ.

ດັ່ງຊາວມົ້ງອາຍຸ 15 ປີ ຢູ່ແຂວງໄຊສົມບູນ ນາງໄດ້ກ່າວຕໍ່ວິທຍຸເອເຊັຍເສຣີ ໃນວັນທີ 16 ກຸມພາ 2024 ວ່າ:

“ປະມານ 15-16 ຫັ້ນຕໍ່າກ່ວານີ້ມີ 12 ທີ່ເຮົາຄົບກັບລາວແລ້ວເຮົາເລີກບໍ່ໄດ້ເລີຍ. ເລີຍແຕ່ງດອງຕອນ 12 ປີ ຫັ້ນກໍມີເປັນເພາະວ່າ ອັນເຂົາບໍ່ມີການສຶກສາຫັ້ນນ່າ. ຄືແບບວ່າອັນພໍໄດ້ໂທຣະສັບ ແລ້ວແບບອັນແຟນຫັ້ນ. ມາເລີກບໍ່ໄດ້ເລີກແລ້ວເຈັບໃຈ ເລີກບໍ່ໄດ້ມີຢູ່ບ້ານນ້ອງແມ່່ນອັນ 2, 3, 4 ຄູ່ຫັ້ນແຫຼະ. ແມ່ນຫາກໍປີນີ້ເລີຍກໍແມ່ນ. ເອີແມ່ນແຫຼະ ໂຕນັ້ນໄປເຮັດວຽກຂາຍເຄື່ອງ ຫຼືວ່າໄປເຮັດນາເຮັດສວນ ຊ່ອຍແມ່ຍ່າພຸ້ນນ່າ.”

ເມື່ອເດັກນ້ອຍຕັດສິນໃຈ ແຕ່ງດອງນໍາກັນແຕ່ອາຍຸຍັງນ້ອຍ ແລ້ວແລະຖ້າຫາກເດັກຍິງ ຕ້ອງການຢ່າຮ້າງຈາກຜົວ ເຖິງແມ່ນວ່າຈະສາມາເຮັດໄດ້ ແຕ່ພວກເຂົາເຈົ້າຈະບໍ່ສາມາດ ກັບໄປຢູ່ກັບຄອບຄົວເດີມ ຂອງໂຕເອັງໄດ້ອີກທັງ ຍັງກາຍເປັນແມ່ຮ້າງທີ່ສັງຄົມ ບໍ່ຍອມຮັບໂດຍສະເພາະ ເດັກຍິງໃນຊົນເຜົ່າມົ້ງ ທີ່ຈຳເປັນຕ້ອງປະຕິບັດໂຕ ຕາມຮີດຄອງປະເພນີ ຂອງພວກເຂົາເຈົ້າ.

ດັ່ງສາວມົ້ງອາຍຸ 15 ປີ ໄດ້ກ່າວຕື່ມວ່າ:

“ຜູ້ຍິງມົ້ງທີ່ໄດ້ຜົວແລ້ວ ກໍຕ້ອງໄດ້ໄປຢູ່ນໍາຜົວບໍ່ໄດ້ຢູ່ນໍາແມ່ ທີ່ເກີດເຮົາຕ້ອງໄດ້ຢູ່ນໍາແມ່ຜົວ. ແມ່ຍ່າຫັ້ນແຫຼະຖ້າວ່າແຕ່ງດອງໄປແລ້ວ ຜົວຄົນນັ້ນລາວບໍ່ຫາເງິນໃຊ້ຫຼືວ່າມີແຕ່ຫຼີ້ນ ຫຼືວ່າໄປກີນເບຍຫັ້ນແນວນັ້ນ ເຮົາເລີກກໍໄດ້ ແຕ່ວ່າສື່ສຽງຂອງເຮົາຊິບໍ່ດີຕອນທີ່ເຮົາຍັງເປັນສາວຫັ້ນນ່າ ປະເພນີເຂົາເອີ້ນວ່າຜູ້ສາວມືສອງຫັ້ນແຫຼະ. ອືແມ່ນແຫຼະແມ່ຮ້າງ ແມ່ຫຍັງ ຫັ້ນແຫຼະ. ອັນໂຕນັ້ນກໍຂຶ້ນກັບຄອບຄົວ ທີ່ວ່າໝັ້ນກັນຕອນຍັງເດັກນ້ອຍ ແລ້ວຕອນນີ້ເຂົາໂຕແລ້ວເຂົາຈຶ່ງອັນຢ້ານ ບໍ່ໄດ້ການຂໍຄອບຄົວກໍເລີຍ ໃຫ້ແຕ່ງດອງໄປຕອນ 12 ປີຫັ້ນກໍມີ.”

ຜ່ານມາເດັກຍິງຖືພາ ແຕ່ອາຍຸຍັງນ້ອຍ ສ່ວນຫຼາຍແມ່ນເປັນເດັກນ້ອຍ ໃນຄອບຄົວທຸກຍາກ ທີ່ອາໄສຢູ່ໃນພື້ນທີ່ຫ່າງໄກ ສອກຫຼີກເຊິ່ງຍັງບໍ່ທັນເຂົ້າເຖິງ ລະບົບການສຶກສາ ແລະການບໍຣີການດ້ານສຸຂພາບ ທີ່ດີພໍເທົ່າໃດ ສະນັ້ນພວກຂະເຈົ້າຈຶ່ງບໍ່ມີຄວາມຮູ້ດີ ດ້ານເພດສຶກສາ ແລະບໍ່ທັນໄດ້ຮັບຄຳແນະ ນໍາດ້ານການວາງແຜນຄອບຄົວ ຈາກທາງການລາວ ແລະພາກສ່ວນທີ່ກ່ຽວຂ້ອງ ຢ່າງເປັນລະບົບເທື່ອ.

ດັ່ງເຈົ້າໜ້າທີ່ ເຮັດວຽກດ້ານສຸຂພາບແມ່ຍິງ ແລະເດັກນ້ອຍແຂວງທາງພາກໃຕ້ ຍານາງກ່າວຕໍ່ວິທຍຸເອເຊັຍເສຣີ ໃນມື້ດຽວກັນນີ້ວ່າ:

“ບໍ່ຄັນນ້ອຍແທ້ເພິ່ນກໍຄັນແຕ່ງດອງ ໃຫ້ຖືກຮີດຄອງປະເພນີ້ຫັ້ນແຫຼະ ແຕ່ວ່າຄັນຖ້າວ່າຂະເຈົ້າແຕ່ງແລ້ວຂະເຈົ້າ ໄປຢູ່ນຳກັນແບບບໍ່ໄດ້ຖືກຕ້ອງ ຕາມກົດໝາຍໃດຕັ້ງແຕ່ 15 ປີກໍມີ. 15-16 ລາວກໍມີຫຼາຍຢູ່ຢູ່ອັນສ່ວນຫຼາຍຈະເປັນຢູ່ເຂດຫ່າງໄກ ມັນກໍແລ້ວແຕ້ເພາະວ່າ ມັນຫຼາຍຊົນເຜົາສອງມາ ເວົ້າເຣື່ອງສະຖານທີ່ສັງຄົມອ້ອມຂ້າງ ຄັນອັນຫ່າງໄກແທ້ໆ ບາງເທື່ອກໍຮອດ 6-7 ຄົນກໍມີ.”

ນອກຈາກການແຕ່ງດອງ ແຕ່ອາຍຸຍັງນ້ອຍ ຈະເປັນສ່ວນໜຶ່ງຂອງຮີດຄອງ ປະເພນີ ຂອງຊາວລາວເຜົ່າຕ່າງໆ ໃນທົ່ວປະເທດແລ້ວ ການແຕ່ງດອງ ແລະມີລູກແຕ່ອາຍຸຍັງນ້ອຍ ຍັງເປັນສ່ວນໜຶ່ງ ຂອງການຜລິດກຳລັງງແຮງງານ ເພື່ອຊ່ອຍເຫຼືອເສຖກິຈຄອບຄົວນໍາ. ອີກທັງຄວາມບໍ່ທັນຮູ້ໜັງສື ກໍເປັນອີກປັດໄຈສຳຄັນ ທີ່ເຮັດໃຫ້ເດັກນ້ອຍ ໃນລາວບໍ່ທັນເຂົ້າເຖິງຄວາມຮູ້ ກ່ຽວກັບການປ້ອງກັນໂຣກຕິດຕໍ່ ທາງເພດສຳພັນ.

ດັ່ງຊາວມົ້ງ ອາຍຸ 34 ປີອາຊີບຂາຍຢາພື້ນເມືອງ ປີ່ນປົວພະຍາດທີ່ເກີດຈາກເພດສຳພັນ ຢູ່ແຂວງອຸດົມໄຊ ທ່ານກ່າວວ່າ:

“ເບິ່ງເສຖກິຈເຮົາບາງກໍມີ 4-5 ຄົນບາງກໍມີ. 7 8 9 ຄົນອືສໍາຄັນຫັ້ນມາຊ່ອຍວຽກຄອບຄົວ. ເອີ ເປັນວຽກເຮັດໄຮ່ ເຮັດສວນ ລ້ຽງສັດ ນີ້ແຫຼະ. ກໍເປັນຫຼາຍຢູ່ເປັນພະຍາດຊີຟີລິດ, ໜອງໃນ ແທ້ໜອງໃນທຽມສ່ວນຫຼາຍເປັນໜອງໃຂທຽມ ແຕ່ພະຍາດໂຕນີ້ ເປັນພະຍາດຕິດຕໍ່ ທາງເພດເນາະ. ເຮົາມີເຊື້ອແລ້ວເຮົາໄປລົມນໍາຜູ້ສາວ ເຮົາໄດ້ນອນນຳຜູ້ສາວຄົນນັ້ນ ແລ້ວກໍຕິດນຳຜູ້ສາວຄົນນັ້ນ. ບາງຄົນມັນບໍ່ຢາກເປີດເຜີຍເນາະຢ້ານສັງຄົມຊິຮູ້ ອາຍແມ່ນຕິດນຳໄວຣຸ້ນ ເຍົາວະຊົນບາງຄົນກໍຜູ້ເຖົ້າແກ່ ໄປລົມສາວແມ່ນໝ້າຍແມ່ຮ້າງກໍຕິດ.”

ເຖິງແມ່ນວ່າ ການແຕ່ງດອງ ແລະມີລູກແຕ່ອາຍຸຍັງນ້ອຍ ຈະເກີດຂຶ້ນທົ່ວປະເທດລາວ ບັນຫາດັ່ງກ່າວພັດເກີດຢ່າງແຜ່ຫຼາຍ ໃນບັນດາຊົນເຜົ່າທັງພາກເໜືອ ແລະພາກໃຕ້ຂອງປະເທດລາວ ໂດຍສະເພາະຜູ້ທີ່ອາໄສຢູ່ໃນພື້ນທີ່ ຫ່າງໄກສອກຫຼີກ.

ດັ່ງນາງພະຍາບານ ຜະດຸງຄັນຢູ່ແຂວງພາກໃຕ້ ນາງກ່າວວ່າ:

“ເວົ້າເຣື່ອງແຕ່ງດອງ ມັນກໍອີງຕາມແຕ່ລະທ້ອງຖິ່ນ ແຕ່ສ່ວນຫຼາຍຫັ້ນນ່າອາຍຸຕໍ່າກ່ວາ 15, 16 ປີ ກໍຖືພາແຕ່ວ່າໜ້ອຍກ່ວາຫັ້ນ. ມີບໍ່ມີຕໍ່າກ່ວາ 13 ປີ ຫຼືວ່າ 14 ປີ. ແມ່ນແຫຼະ ເປັນຊົນເຜົ່າສ່ວນຫຼາຍ ເປັນຊົນເຜົ່າ ກັບເຂດຫ່າງໄກສອກຫຼີກ. ພາກໃຕ້ຈະບໍ່ແມ່ນມົ້ງ ພາກໃຕ້ຈະເປັນອັນຊົນເຜົ່າ ຕະໂກະ, ຊົນເຜົ່າກະຕາງ, ຊົນເຜົ່າອິອີນ. ຢູ່ໃນຫັ້ນມີກໍມີປັດໄຈ ມັນກໍມີຫຼາຍປັດໄຈເນາະ. ອັນທີໜຶ່ງລະແມ່ນຄອບຄົວ ອັນທີສອງກໍໂຕຜູ້ກ່ຽວເອງ ກໍຄືແບບວ່າເວົ້າເຣຶ່ອງເສຖກິຈ ຄອບຫັ້ນແຫຼະໜຶ່ງ ມາຖານະກໍບໍ່ດີ ສອງມາຂະເຈົ້າກໍບໍ່ໄດ້ຮໍ່າ ຫຼືວ່າການສຶກສາ ຍັງເຂົ້າບໍ່ເຖິງຫັ້ນນ່າ. ເຂດຫ່າງໄກສອກຫຼີກ.”

ຍານາງກ່າວຕື່ມວ່າ ປັດຈຸບັນການໃຊ້ແອລກໍຮໍທີ່ ເຮັດໃຫ້ເກີດການບັງຄັບ ໃຫ້ມີເພດສຳພັນ ໃນກຸ່ມໄວຣຸ້ນແມ່ນ ຍັງບໍ່ທັນເຜີຍແຜ່ຫຼາຍ ໃນພື້ນທີ່ເຂດນອກພໍເທົ່າໃດ ແຕ່ພັດເກີດຂື້ກັບກຸ່ມໄວຣຸ້ນ ທີ່ອາໄສຢູ່ໃນເຂດໂຕເມືອງ ຈົນເປັນສາເຫດສ່ວນໜຶ່ງ ທີ່ເຮັດໃຫ້ພວກຂະເຈົ້າຖືພາ ແບບບໍ່ພ້ອມ.

ການແຕ່ງດອງແຕ່ອາຍຸຍັງນ້ອຍເຊິ່ງບໍ່ທັນຮອດ 18 ປີ ແມ່ນຜິດກົດໝາແຕ່ຖ້າຫາກອາຍຸບໍ່ທັນຮອດເກນທີ່ກົດໝາຍກຳນົດ ກໍຍັງສາມາດແຕ່ງດອງ ກັນໄດ້ຖ້າຫາກທັງສອງຝ່າຍ ເຫັນດີນຳກັນ.

ດັ່ງນັກກົດໝາຍ ຊາວມົ້ງຢູ່ແຂວງພາກເໜືອ ທ່ານກ່າວວ່າ:

“ຜິດກົດໝາຍຖ້າວ່າຕາມຮີດຄອງ ແບບວ່າແຕ່ງດອງແບບວ່າມີຄວາມສະຫງົບ ບໍ່ມີການຮ້ອງຟ້ອງບໍ່ ມີການວ່າອີ່ຫຍັງກໍບໍ່ເປັນຫຍັງ. ອີງໃສ່ກົດໝາຍ ຖ້າວ່າເຂົາບໍ່ພໍໃຈເຂົາມີການຮ້ອງຟ້ອງ ຫຼືວ່າແຕ່ຄວາມໝາຍມັນຕ້ອງ 18 ປີຂຶ້ນໄປ ກະຊວງຍຸຕິທັມຝ່າຍກົດໝາຍນີ້ ເຂົາໄດ້ແຈ້ງໃຫ້ນາຍບ້ານເນາະ. ນາຍບ້ານຜູ້ປົກຄອງເນາະ. ເອີຖ້າວ່ານາຍບ້ານຜູ້ປົກຄອງ ຍັງເຊັນເອກະສານທີ່ວ່າ ເດັກນ້ອຍທີ່ວ່າຍັງບໍ່ສົມຍອມ ບໍ່ຍິນຍອມແຕ່ດອງກັນ ຫຼືວ່າຕໍ່າກ່ວາ 18 ປີ ມັນຈະຜິດກົດໝາຍ ເຂົາຈະດໍາເນີນຕໍ່ນາຍບ້ານເນາະ.

ໃນປີ 2021 ທີ່ຜ່ານມາ ກອງປະຊາກອນແຫ່ງສະຫະປະຊາຊາຕ (United Nations Population Division) ໄດ້ເປີດເຜີຍຣາຍງານ (The World Population Prospects) ທີ່ລະບຸວ່າປະເທດລາວມີອັດຕຣາການຖືພາ ໃນໄວຣຸ້ນທີ່ມີອາຍຸ ລະຫວ່າງ 15-19 ປີຈໍານວນ 73,17 ຄົນ/ໄວຣຸ້ນຍິງ 1,000 ຄົນເຖິງວ່າ ອັດຕຣາການຖືພາໃນໄວຣຸ້ນຍິງ ຂອງປະເທດລາວຈະຫຼຸດລົງເລື້ອຍໆ ນັບແຕ່ປີ 1993 ເປັນຕົ້ນມາແຕ່ລາວກໍຍັງຄົງເປັນປະເທດ ທີ່ມີອັດຕຣາການຖືພາໃນໄວຣຸ້ນ ແມ່ຍິງສູງທີ່ສຸດໃນພາກພື້ນເອເຊັຍຕາເວັນອອກສຽງໃຕ້.

ສໍາລັບປະເທດອື່ນໆ ໃນພາກພື້ນເອເຊັຍຕາເວັນອອກສຽງໃຕ້ ມີສັດສ່ວນການຖືພາຕໍ່ປະຊາກອນ ໄວຣຸ້ນຍິງ 1,000 ຄົນ, ຮອງລົງມາຈາກລາວປະກອບມີ ຟີລິບປີນສ໌ 48.2 ຄົນ, ກັມພູຊາ 45.45 ຄົນ, ວຽດນາມ 34.6 ຄົນ, ອິນໂດເນເຊັຍ 33.93, ຕີມໍເລສເຕ 33.88 ຄົນ, ພະມ້າ 33.04 ຄົນ, ໄທຍ 32.72 ຄົນ, ບຣູໄນ 9.98 ຄົນ, ມາເລເຊັຍ 9.27 ຄົນ ແລະສິງກະໂປ 2.62ຄົນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.